ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (7/9/1945 – 7/9/2015), ສູນເຕັກນິກກະຈາຍສຽງ ສັງກັດ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຫຼໍໍ່ຮູບປະທານໂຮ່ຈິມິນ ເພື່ອຕັ້ງໃນຫ້ອງມູນເຊື້ອ. ຮູບຫຼໍໍ່ເຄິ່ງຄີງປະທານໂຮ່ຈິມິນ ຖືກຫຼໍ່ດ້ວຍທອງແດງ ຈາກແຜ່ນແຜ່ຄວາມຮ້ອນຂອງລະບົບດອກໄຟເອເລັກໂຕນິກທີ່ມີຄວາມແຮງສູງ ຊຶ່ງໄດ້ໝົດກຳນົດນຳໃຊ້ຢູ່ຕາມສະຖານີເຄື່ອງສົ່ງຂອງວິທະຍຸກະຈາຍສຽງຫວຽດນາມ.
ຮູບຫຼໍໍ່ເຄິ່ງຄີງປະທານໂຮ່ຈິມິນ |
ສູນເຕັກນິກກະຈາຍສຽງ ສັງກັດ ວິທະຍຸກະຈາຍສຽງຫວຽດນາມແມ່ນຫົວໜ່ວຍຄຸ້ມຄອງ ແລະ ຂຸດຄົ້ນສະຖານີເຄື່ອງສົ່ງ 12 ແຫ່ງດ້ວຍຄວາມແຮງສູງໃນທົ່ວປະເທດ ສຳລັບການກະຈາຍຄື້ນຢູ່ພາຍໃນ ແລະ ອອກສູ່ຕ່າງປະເທດ. ໃນ ສະຖານີເຄື່ອງສົ່ງເຫຼົ່ານັ້ນ, ກໍມີເຄື່ອງສົ່ງຄື້ນສັ້ນ, ຄື້ນກາງ ຊຶ່ງມີການນຳໃຊ້ລະບົບດອກໄຟເອເລັກໂຕນິກທີ່ມີຄວາມແຮງສູງ. ລະບົບດອກໄຟເອເລັກໂຕນິກທີ່ມີຄວາມແຮງສູງ ແມ່ນມູນຄ່າສູງເມື່ອສັ່ງຊື້ໃໝ່. ດອກໄຟແຕ່ລະດອກມີມູນຄ່ານັບຕື້ດົງ. ແຕ່ເມື່ອໝົດກຳນົດນຳໃຊ້, ໃນດອກໄຟເຫຼົ່ານັ້ນ ມີແຜ່ນແຜ່ຄວາມຮ້ອນເຮັດດ້ວຍທອງແດງ. ທ່ານວູ້ຫາຍກວາງ ຜູ້ອຳນວຍການ ສູນເຕັກນິກກະຈາຍສຽງ ສັງກັດ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ :
“ ເມື່ອໝົດກຳນົດນຳໃຊ້, ພວກຂ້າພະເຈົ້າໄດ້ເກັບເອົາທອງແດງເພື່ອຫຼໍ່ບັນດາຜະລິດຕະພັນທີີ່ມີຄວາມໝາຍ. ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (7/9/1945 – 7/9/2015), ພວກຂ້າພະເຈົ້າຄິດວ່າ ບໍ່ມີຜະລິດຕະພັນຢ່າງໃດທີ່ສັກກະຫຼະບູຊາເໜືອກວ່າ ຮູບຫຼໍໍ່ປະທານໂຮ່ຈິມິນ. ດັ່ງນັ້ນ, ຄະນະການນຳ ແລະ ພະນັກງານ, ກຳມະກອນ ສູນເຕັກນິກກະຈາຍສຽງສັງກັດ ວິທະຍຸກະຈາຍສຽງຫວຽດນາມ ໄດ້ດຳເນີນຫຼໍ່ຮູບປະທານໂຮ່ຈິມິນ ”
ຮູບຫຼໍໍ່ເຄິ່ງຄີງປະທານໂຮ່ຈິມິນສູງ 85 ຊັງຕີແມັດ, ມີນ້ຳໜັກ 115 ກິໂລຣາມ ຊຶ່ງຖືກຫຼໍ່ດ້ວຍທອງແດງ ຈາກແຜ່ນແຜ່ຄວາມຮ້ອນຂອງລະບົບດອກໄຟເອເລັກໂຕນິກທີ່ມີຄວາມແຮງສູງ ຊຶ່ງໄດ້ໝົດກຳນົດນຳໃຊ້ຢູ່ສະຖານີເຄື່ອງສົ່ງຕ່າງໆ ຂອງວິທະຍຸກະຈາຍສຽງຫວຽດນາມເຊັ່ນ : ສະຖານີເຄື່ອງສົ່ງ VN1, CK2, VN3, ດົງເຮີ້ຍ, ດົງເດ້ທີ່ຂຶ້ນກັບການຄຸ້ມຄອງຂອງສູນເຕັກນິກກະຈາຍສຽງ ສັງກັດ ວິທະຍຸກະຈາຍສຽງຫວຽດນາມ. ທ່ານວູ້ຫາຍກວາງ ຜູ້ອຳນວຍການ ສູນເຕັກນິກກະຈາຍສຽງ ສັງກັດ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າຕື່ມອີກວ່າ :
“ ໃນຈຳນວນດອກໄຟເອເລັກໂຕນິກທີ່ມີຄວາມແຮງສູງທີ່ໄດ້ໝົດກຳນົດນຳໃຊ້ນັ້ນ, ມີທັງດອກໄຟໃນເຄື່ອງສົ່ງທີ່ໄດ້ເປັນຂີດໝາຍປະຫວັດສາດຄື ເຄື່ອງສົ່ງໃນ ສະຖານີເຄື່ອງສົ່ງ ກວານແຈ ຂຶ້ນກັບສູນເຕັກນິກກະຈາຍສຽງ ສັງກັດ ວິທະຍຸກະຈາຍສຽງຫວຽດນາມ. ໃນຈຸດເວລາແຫ່ງປະຫວັດສາດ 11ໂມງ 30 ນາທີຂອງວັນທີ 30/4/1975, ເຄື່ອງສົ່ງນີ້ໄດ້ໃຫ້ອອກອາກາດຄຳຖະແຫຼງອອກຍອມຈຳນົນຢ່າງບໍ່ມີເງື່ອນໄຂຂອງປະທານາທິບໍດີ ສ. ຫວຽດນາມ ເຢືອງວັນມິນ, ສິ້ນສຸດບັ້ນຮົບໂຮ່ຈິມິນປະຫວັດສາດ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ”
ຄ່າໃຊ້ຈ່າຍເພື່ອຫຼໍ່ຮູບປະທານໂຮ່ຈິມິນ ໂດຍແມ່ນພະນັກງານ, ລັດຖະກອນ, ກຳມະກອນສັງກັດສູນເຕັກນິກກະຈາຍສຽງ - ວິທະຍຸກະຈາຍສຽງຫວຽດນາມປະກອບສ່ວນ. ນີ້ແມ່ນກິດຈະກຳທີ່ມີຄວາມໝາຍເພື່ອສຶກສາອົບຮົມມູນເຊື້ອອັນດີງາມ ແລະ ທັງເປັນການກະກຽມສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມຂອງບັນດາພະນັກງານ, ລັດຖະກອນ, ກຳມະກອນສັງກັດສູນເຕັກນິກກະຈາຍສຽງ - ວິທະຍຸກະຈາຍສຽງຫວຽດນາມ.