(vovworld) - ໃນ2ປີມານີ້, ຄັງໜູນຊ່ວຍວັດທະນະທຳເຂດ ແລະ ຊົນເຜົ່າສ່ວນໜ້ອຍຂອງສະຖານທູດ ແດນມາກ ໄດ້ຊ່ວຍຊາວ ຂະມຸ ຢູ່ເມືອງ ເມື່ອງ ຟັງ, ແຂວງ ດ້ຽນບຽນ ຮັກສາການເຄື່ອນໄຫວຂອງກອງສິລະປະ ເພື່ອແນໃສ່ເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າຕົນ. ການຟ້ອນລຳທຳເພງຂອງກອງສິລະປະນີ້ໄດ້ເຮັດໃຫ້ຊີວິດຂອງຊາວເຜົ່າຢູ່ເຂດປ່າດົງ ໄຕບັກ (ທາງທິດຕາເວັນຕົກສຽງເໜືອ) ມີຄວາມຟົດຟື້ນຍິ່ງຂຶ້ນ.
ສຽງທີ່ທ່ານຫາກໍ່ຮັບຟັງຜ່ານໄປແລ້ວນັ້ນແມ່ນສຽງຄ້ອງທີ່ເປັນສັນຍາລັກສະເພາະຂອງຊາວ ຂະມຸ ຢູ່ບ້ານ ແຕນ. ການເຝິກແອບຄືແນວນີ້ໄດ້ສ້າງຄວາມດູດດື່ມໃຫ້ແກ່ປະຊາຊົນໃນບ້ານ. 2 ເດືອນເທື່ອໜຶ່ງ, ບັນດາສະມາຊິກໃນກອງສິລະປະພື້ນເມືອງຢູ່ບ້ານແຕນໄດ້ນຳເອົາຄ້ອງ, ແຄນ, ປີ່ມາເຝິກແອບ ແລະ ສອນໃຫ້ລຸ້ນໜຸ່ມ.
(ພາບ: google.com.vn)
ທ່ານ Quang Van Muon ເລຂາໜ່ວຍພັກບ້ານ ແຕນ, ໃຫ້ຮູ້ວ່າ, ບັນດາຜູ້ເຖົ້າຄືທ່ານບໍ່ສາມາດເມີນເສີຍຕໍ່ສະພາບວັດທະນະທຳຊົນເຜົ່າຖືກຫຼົງລືມ. ດັ່ງນັ້ນ ນັບແຕ່ປີ 2000, ທ່ານໄດ້ພ້ອມກັບບັນດາຜູ້ທີ່ມີອິດທິພົນຊື່ສຽງໃນບ້ານໄປຂົນຂວາຍປະຊາຊົນສ້າງຕັ້ງກອງສິລະປະ.
”ເວລານັ້ນມີ 20 ຄົນເຂົ້າຮ່ວມ. ເມື່ອເຫັນວ່າຈຳນວນດັ່ງກ່າວຫຼາຍໂພດ, ຈຶ່ງຄັດເລືອກເອົາຜູ້ທີ່ດຸໝັ່ນ, ມັກສິລະປະປະເພດນີ້ເທົ່ານັ້ນ. ປະຈຸບັນມີ 16 ຄົນເຂົ້າຮ່ວມ”.
ທ່ານ Muon ໃຫ້ຮູ້ວ່າ, ໃນເບື້ອງຕົ້ນທ່ານພ້ອມກັບບັນດາຜູ້ເຖົ້າຜູ້ແກ່ໃນບ້ານໄດ້ຂົນຂວາຍທຸກຄົນເຂົ້າຮ່ວມກອງສິລະປະ, ຜູ້ໃດຮູ້ຂັບຮ້ອງ, ເປົ່າປີ, ລັ່ນຄ້ອງຕີກອງ ກໍ່ສອນໃຫ້ຜູ້ບໍ່ທັນຮູ້. ນັບທັງເລື່ອງຜະລິດເຄື່ອງດົນຕີ, ທ່ານກໍ່ຕ້ອງສອນໃຫ້ແຕ່ລະຄົນຢ່າງລະອຽດ. ເອື້ອຍ Luong Thi Vinh ຜູ້ທີ່ຮູ້ເປົ່າປີ່, ເປົ່າແຄນໃນບ້ານ ແຕນ, ພວມຊ່ວຍສອນເດັກນ້ອຍເປົ່າປີ.
(ພາບ: google.com.vn)
ເຫັນເອື້ອຍ Vinh ເມົາມົວແນະນຳວິທີເປົ່າປີ່ໃຫ້ລຸ້ນໜຸ່ມກໍ່ສາມາດເຫັນໄດ້ຄວາມສຸດຈິດສຸດໃຈ ກໍ່ຄືຄວາມຮັກຂອງເອື້ອຍທີ່ສະຫງວນໃຫ້ແກ່ເຄື່ອງດົນຕີປະເພດນີ້.
”ຂ້າພະເຈົ້າສາມາດເປົ່າປີ່, ແຄນ ແລະ ເສບດົນຕີໄດ້ແຕ່ 4 ເຖິງ 5 ປະເພດ. ຂ້າພະເຈົ້າເຂົ້າຮ່ວມກອງສິລະປະເພື່ອສອນໃຫ້ພວກຫຼານ ເພື່ອໃຫ້ເຂົາເຈົ້າສືບທອດ ແລະ ຮັກສາ ສີສັນວັດທະນະທຳເຊິ່ງລຸ້ນກ່ອນໄດ້ປະໄວ້ໃຫ້”
ສ່ວນເອື້ອຍ Luong Thi Nun ປີນີ້ອາຍຸ 35 ປີ ພັດຟ້ອນພື້ນເມືອງເກັ່ງທີ່ສຸດ. ເອື້ອຍເຂົ້າຮ່ວມກອງສິລະປະເພື່ອມີໂອກາດຟ້ອນໃຫ້ປະຊາຊົນຊົມ, ແຕ່ສິ່ງສຳຄັນກວ່ານັ້ນແມ່ນຢາກໃຫ້ລຸ້ນໜຸ່ມໃນບ້ານກໍ່ມີຄວາມນິຍົມຟ້ອນຄືເອື້ອຍ.
”ເຮັດຄືແນວນັ້ນແມ່ນເພື່ອສອນໃຫ້ລຸ້ນໜຸ່ມຮັກສາບັນດາຄຸນຄ່າຂອງຊາດໄວ້. ນັບແຕ່ເບື້ອງຕົ້ນ, ຂ້າພະເຈົ້າຢາກມີການລົງທຶນຢ່າງເໝາະສົມນັບທັງດ້ານວັດຖຸ ແລະ ຈິດໃຈ. ແຕ່ສິ່ງທີ່ຫຍຸ້ງຍາກ ແມ່ນບໍ່ມີທຶນ, ດັ່ງນັ້ນຕ້ອງເຮັດເອງເທົ່ານັ້ນ.”
(ພາບ: google.com.vn)
ໃນຕະຫຼອດ 2 ປີ ຜ່ານມາ, ບັນດາສະມາຊິກໃນກອງສິລະປະພື້ນເມືອງຂອງບ້ານ ແຕນ ໄດ້ຟື້ນຟູທຳນອງເພງ, ສິລະປະຟ້ອນພື້ນເມືອງຂອງຕົນໄດ້. ບັນດາບຸກຄົນ ຄືທ່ານ Muon, ເອື້ອຍ Nen, ໄດ້ຊ່ວຍເຫຼືອປະຊາຊົນຫຼາຍ, ພິເສດແມ່ນລຸ້ນໜຸ່ມມີຄວາມນິຍົມ ແລະ ຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຂະມຸໃຫ້ຍືນຍົງຄົງຕົວຕາມການເວລາ.