(vovworld) - ໃນ 6 ເດືອນຜ່ານມາ, ຢູ່ຕາມຖະໜົນ ຫງວຽນເຫວ້, ເມືອງ 1, ນະຄອນ ໂຮ່ຈີມິນ, ປະຊາຊົນໄດ້ລື້ງເຄີຍກັບລາຍການສະແດງສິລະປະຂອງຄົນພິການປາກກືກ,ຫູໜວກກຸ່ມໜຶ່ງ. ຮອດເວລາ 7 ໂມງຄຳ່, ບັນດາສະມາຊິກໃນກຸ່ມໄດ້ນຳເອົາລຳໂພງມາຕັ້ງຢູ່ແຫ່ງທີ່ມີຫຼາຍຄົນໄປຜ່ານ, ແລະ ສະແດງບົດເພງຕ່າງໆດ້ວຍກິລິຍາທ່າທາງທີ່ອ່ອນໂຍນ, ລະມຸ່ນລະມ່ອມ.
ເມື່ອທຳນອງທຳອິດຂອງບົດເພງ “ຊີວິດປຽບເໝືອນດອກໄມ້“ຂອງນັກດົນຕີ ຕ້າກວາງທັ໋ງ ດັງຂຶ້ນ, ຫົວໜ້າກຸ່ມກໍ່ອອກສັນຍານລຽນເປັນແຖວ ແລະ ບັນດາສະມາຊິກກໍ່ເລີ່ມສະແດງຕາມທຳນອງດົນຕີ.
ປ້າ ຟ້າມກາວເຟືອງຖາວ ແມ່ນຜູ້ໜຶ່ງດຽວ
ໃນກຸ່ມທີ່ສາມາດຟັງ ແລະ ເວົ້າໄດ້
ເມື່ອສະແດງ, ເຂົາເຈົ້າໃຊ້ມືທັງສອງສ້າງເປັນກິລິຍາທ່າທາງອ່ອນໂຍນທີ່ສຸດ. ບໍ່ພຽງແຕ່ໃຊ້ມືເທົ່ານັ້ນ, ເຂົາເຈົ້າຍັງສະແດງດ້ວຍປາກ, ບາງເທື່ອກໍ່ ຈູນອອກ ບາງເມື່ອກໍ່ ແບແບ ຄືເດັກນ້ອຍ, ຕີນທັງສອງ ປ່ຽນກັນເອົາຂຶ້ນເອົາລົງ. ບາງເທື່ອເຂົາເຈົ້າກໍ່ເຕັ້ນຕາມຈັ່ງຫວະເປັນວົງມົນ. ນັ້ນແມ່ນຮູບພາບການສະແດງຂອງກຸ່ມປາກກືກ, ຫູໜວກ ເຊິ່ງພວກຂ້າພະເຈົ້າໄດ້ເຫັນໃນຍາມຄຳ່ຄືນເມື່ອຖະໜົນ ຫງວຽນເຫວ້ໃຕ້ໄຟ. ຜູ້ໄປຜ່ານກໍ່ຢຸດຊົມລາຍການສະແດງນັບມື້ນັບຫຼາຍ. ປ້າ ຟ້າມກາວເຟືອງຖາວ ແມ່ນຜູ້ໜຶ່ງດຽວໃນກຸ່ມທີ່ສາມາດຟັງ ແລະ ເວົ້າໄດ້, ແບ່ງປັນວ່າ:
“ຂ້າພະເຈົ້າຄິດວ່າຕົນເອງຟັງໄດ້, ແຕ່ພວກນ້ອງຟັງບໍ່ໄດ້, ດັ່ງນັ້ນຕ້ອງຟັງຜ່ານພາສາຟ້ອນ. ຂັບຮ້ອງດ້ວຍພາສາສັນຍານ ຮູ້ສິກວ່າມີຄວາມເບີກບານ ມ່ວນຊື່ນ, ສະນັ້ນຂ້າພະເຈົ້າໄດ້ຄົ້ນຄ້ວາບາງບົດເພງເພື່ອສອນໃຫ້ພວກນ້ອງ“.
ຕ້ອງຖືຕົນເອງວ່າເປັນຜູ້ປາກກືກ, ຫູໜວກ, ພວກເຮົາຈຶ່ງສາມາດຮັບຮູ້ໄດ້ຄວາມປົມດ້ອຍເຊິ່ງເຂົາເຈົ້າພວມປະສົບ. ຄວາມຫຍຸ້ງຍາກແມ່ນຄືແນວນັ້ນ, ແຕ່ຍ້ອນພະຍາຍາມຝຶກແອບ, ດັ່ງນັ້ນບັນດາສະມາຊິກໃນກຸ່ມກໍ່ມີຄວາມຊຳນານເທື່ອລະກ້າວ. ນັບແຕ່ນັ້ນ, ກຸ່ມກໍ່ໄປສະແດງຢູ່ທົ່ວທຸກແຫ່ງ ແລະ ໄດ້ຮັບຄຳຍ້ອງຍໍຢ່າງຫຼວງຫຼາຍ. ເມື່ອເຫັນວ່າມີຫຼາຍຄົນມາຊົມແລະນິຍົມ, ກຸ່ມກໍ່ສະແດງຫຼາຍບົດໃນຫຼາຍຊົ່ວໂມງຢ່າງຕໍ່ເນື່ອງ, ໂດຍບໍ່ຮູ້ອິດບໍ່ຮູ້ເມື່ອຍ. ແຕ່ລະເທື່ອ, ເມື່ອຜູ້ຊົມນິຍົມ, ຊົມເຊີຍດ້ວຍການຕົບມື, ບັນດາສະມາຊິກພັດໃຊ້ມືຂວາຈຸ້ມເຂົ້າແລ້ວເອົາຂຶ້ນປາກຫຼັງຈາກນັ້ນກໍ່ຄ່ອຍໆແບອອກເຊິ່ງໜ້າ, ອົ້ງມືຫງາຍອອກ ແລະ ກົ້ມຫົວລົງແທນໃຫ້ຄຳຂອບໃຈ.
ກຸ່ມນີ້ໄດ້ຮັບການສ້າງຕັ້ງຈາກສະມາຄົມຄົນປາກກືກ, ຫູໜວກນະຄອນໂຮຈີມິນ, ໂດຍປ້າ ຟ້າມກາວເຟືອງທ໋າວ ຮັບຜິດຊອບ. ຕົ້ນປີ 2016 ກຸ່ມໄດ້ຕັດສິນໃຈນຳເອົາຮູບການສະແດງຟ້ອນລຳທຳເພງອອກສູ່ຖະໜົນຄົນຍ່າງຫງວຽນເຫວ້ ເພື່ອທັງແນໃສ່ຊ່ວຍຄົນພິການເຊື່ອມຕົວກັບວົງຄະນາຍາດ, ທັງສ້າງຄວາມເບີກບານມ່ວນຊື່ນໃຫ້ທຸກຄົນ. ມາຮອດປະຈຸບັນ, ກຸ່ມຄົນພິການປາກກືກ, ຫູໜວກມີສະມາຊິກປະມານ 100 ຄົນ.
ການຂັບຮ້ອງຜ່ານສັນຍານຂອງກຸ່ມຄົນພິການຫູໜວກ, ປາກກືກ
ການເຄື່ອນໄຫວສະແດງສິລະປະຕາມຖະໜົນຄົນຍ່າງແມ່ນພາກສ່ວນໜຶ່ງຊ່ວຍໃຫ້ຄົນພິການປາກກືກ, ຫູໜວກມີໂອກາດໄດ້ສຳຜັດກັບສັງຄົມ, ສ້າງຄວາມເບີກບານມ່ວນຊື່ນໃຫ້ຕົວເຂົາເຈົ້າເອງ, ແລະ ໄດ້ຮັບຄວາມເຫັນອົກເຫັນໃຈ ແລະ ການແບ່ງປັນຂອງທຸກຄົນ. ເຖິງວ່າບໍ່ສາມາດຂັບຮ້ອງໄດ້ກໍ່ຕາມ, ແຕ່ບັນດາກິລິຍາທ່າທາງ, ຮູບຊົງ, ອາລົມຈິດຂອງກຸ່ມໄດ້ຮັບຄວາມປຸກລະດົມແລະການສົ່ງເສີມຈາກຜູ້ຊົມຫຼາຍທີ່ສຸດ. ຜູ້ຊົມທ່ານໜຶ່ງທີ່ມາຊົມກຸ່ມຄົນພິການປາກກືກ, ຫູໜວກ ສະແດງ ໃຫ້ຮູ້ວ່າ:
“ການສະແດງຂອງຄົນພິການ, ໄດ້ສ້າງຄວາມປະເອີບໃຈ, ຄວາມໄວ້ເນື້ອເຊື່ອໃຈຕໍ່ຊີວິດໃຫ້ແກ່ຂ້າພະເຈົ້າ. ເຖິງວ່າພວກເຂົາເປັນຄົນພິການກໍ່ຕາມ, ແຕ່ຍັງສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຕົນເອງ ”.
ສ່ວນຜູ້ຊົມອື່ນກໍ່ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າບໍ່ເຂົ້າໃຈຫຼາຍກ່ຽວກັບສັນຍານຂອງພວກເພື່ອນປາກກືກ, ຫູໜວກ, ແຕ່ຂ້າພະເຈົ້າກໍ່ສາມາດເຂົ້າໃຈໄດ້ອາລົມຈິດເຊິ່ງພວກເຂົາສະແດງອອກ. ເຂົາເຈົ້າມີມານະຈິດພິເສດທີ່ພວກເຮົາຄວນຮໍ່າຮຽນເອົາ, ແລະສະໜັບສະໜູນຕໍ່ຄວາມມານະພະຍາຍາມນັ້ນຂອງເຂົາເຈົ້າ.”
ເຖິງວ່າບໍ່ມີຊີວິດໂຊກດີເໝືອນດັ່ງຄົນປົກກະຕິກໍ່ຕາມ, ແຕ່ບັນດາສະມາຊິກຂອງກຸ່ມຍາມໃດກໍ່ພະຍາຍາມເຊື່ອມຕົວເຂົ້າກັບວົງຄະນະຍາດ, ບໍ່ສ້າງພາລະໃຫ້ແກ່ສັງຄົມ, ຫາກນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ທຸກຄົນ. ເມື່ອເຫັນບັນດານີ້ວມືແບອອກນັ້ນ, ໃຜກໍ່ເຂົ້າໃຈວ່າພວກເຂົາພວມພະຍາຍາມດຳລົງຊີວິດຢ່າງມີຄວາມໝາຍຕາມແບບວິທີສະເພາະຂອງຕົນ. ພວກເຂົາແມ່ນບັນດາດອກໄມ້ພິເສດ, ພວມອວດອ້າງເບັ່ງບານກິ່ນຫອມໃນແຕ່ລະຊົ່ວໂມງ, ແຕ່ລະວັນ ເຮັດໃຫ້ຊີວິດມີຄວາມສົດໃສ, ເບີກບານມ່ວນຊື່ນ ແລະ ມີສີສັນຫຼາກຫຼາຍຂຶ້ນຕື່ມ.
ຖ້າມີໂອກາດຢ້ຽມຊົມບັນດານັກສີລະປິນ “ຮ້ອງເພງ” ດ້ວຍບັນດານີ້ວມືໃນຖະໜົນຄົນຍ່າງຫງວຽນເຫວ້ຢູ່ນະຄອນໂຮຈີມິນ. ບັນດາໝູ່ເພື່ອນຈົ່ງສົ່ງຮອຍຍີ້ມອັນສົດໃສ ແລະ ຢ່າລືມຕົບມືຊົມເຊີຍລະດົມກຳລັງໃຈໃຫ້ເຂົາເຈົ້າ ແລະ ແນ່ນອນວ່າ ເຂົາເຈົ້າຈະມີຄວາມຜາສຸກຫຼາຍໄດ໋.