(vovworld)- ງານວາງສະແດງ-ງານຕະຫລາດນັດ “ໂລກຂອງເດັກ” ຄັ້ງທີ 16 ແລະ ງານສະແດງພາບຂອງເຍົາວະຊົນ - ອະນຸຊົນທົ່ວປະເທດປີ 2013” ພວມດຳເນີນໄປແຕ່ວັນທີ 28/5-1/6/2013 ຢູ່ສູນວາງສະແດງວັດທະນະທຳສິລະປະຫວຽດນາມ ເລກ 2 ຖະຫນົນ ຮວາລື ນະຄອນຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນປະຈຳປີ ເພື່ອສ້າງສະຖານທີ່ເຄື່ອນໄຫວວັດທະນະທຳ, ລະຫລິ້ນທີ່ມີປະໂຫຍດ, ມີຄວາມໝາຍສຶກສາໃຫ້ແກ່ພວກຫລານເຍົາວະຊົນ- ອະນຸຊົນໃນໂອກາດສະເຫລີມສະຫລອງວັນເດັກນ້ອຍສາກົນ (1/6).
ສຽງອຶກກະທຶກຄຶກຄົມຊື່ງທ່ານພວມຮັບຟັງຜ່ານໄປແລ້ວນັ້ນແມ່ນລາຍການສະແດງຂອງພວກຫລານເຍົາວະຊົນ - ອະນຸຊົນຢູ່ໂຮງຮຽນປະຖົມ ເຫງ້ຍໂດ ຮ່າໂນ້ຍ ໃນການແຂ່ງຂັນເຕັ້ນ Aerobic ສຳລັບນັກຮຽນອະນຸບານ ແລະ ປະຖົມ “Hanoi Kids Aerobic Championship 2013. ນີ້ແມ່ນການເຄື່ອນໄຫວໃຫມ່ໃນຂອບເຂດງານວາງສະແດງ-ງານຕະຫລາດນັດ ຊື່ງໄດ້ດຶງດູດການເຂົ້າຮ່ວມຂອງພວກຫລານເຍົາວະຊົນ - ອະນຸຊົນເປັນຈຳນວນຫລວງຫລາຍທີ່ມາຈາກໂຮງຮຽນ, ສະໂມສອນ 20 ແຫ່ງຢູ່ນະຄອນ ຮ່າໂນ້ຍ . ເອື້ອຍ ຫງວຽນຖູຍຕຽນ ຜູ້ທີ່ພາລູກເຂົ້າຮ່ວມການແຂ່ງຂັນໄດ້ເວົ້າວ່າ:
ລາຍການສະແດງສິລະປະໃນຂອບເຂດງານວາງສະແດງພາບ
ເຍົາວະຊົນ-ອະນຸຊົນ ປີ 2013
ພາບ:qdnd.vn
|
“ຂ້າພະເຈົ້າຄິດວ່າ ນີ້ແມ່ນແຫ່ງເພື່ອໃຫ້ພວກຫລານຝືກຝົນຫລໍ່ຫລອມຄວາມເຂັ້ມແຂງແຮງກ້າ, ຄວາມເຊື່ອໝັ້ນຕົວເອງ ແລະ ມີທັກສະໃນການດຳລົງຊີວິດຕື່ມອີກ. ນອກນັ້ນ ພວກຫລານຍັງໄດ້ຫຼໍ່ຫຼອມກຳລັງກາຍ, ມີເພື່ອນຫຼາຍຄົນຕື່ມອີກ ແລະ ຮູ້ຈັກວິທີສຳພັດກັບຜູ້ອື່ນຫລາຍກວ່າ.”
ຄຽງຄູ່ກັບການແຂ່ງຂັນ Aerobic, ໃນຂອບເຂດງານວາງສະແດງ ງານຕະຫລາດນັດ ຍັງມີການເຄື່ອນໄຫວຫຼາຍຢ່າງທີ່ສະຫງວນໃຫ້ແກ່ພວກຫລານເຍົາວະຊົນ - ອະນຸຊົນອີກ. ທ່ານ ຫງວຽນແທງດ່ວານ, ຕາງຫນ້າຄະນະຈັດຕັ້ງໃຫ້ຮູ້ວ່າ:
“ໃນຂອບເຂດລາຍການຍັງມີງານວາງສະແດງພາບແຕ້ມ ແລະ ການເຄື່ອນໄຫວພົວພັນແລກປ່ຽນສິລະປະອີກ. ນອກນັ້ນ ບັນດາບໍລິສັດຍັງນຳເອົາເຄ່ືອງລະຫລິ້ນມາເພື່ອໃຫ້ເດັກນ້ອຍ ໄດ້ລະຫລິ້ນຢ່າງສະບາຍໂດຍບໍ່ເກັບຄ່າ. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍແທ້ຈິງໃຫ້ແກ່ພວກຫລານເນື່ອງໃນໂອກາດວັນເດັກນ້ອຍສາກົນ”
ງານວາງສະແດງພາບແຕ້ມຂອງເຍົາວະຊົນ - ອະນຸຊົນທົ່ວປະເທດ 2013 ໄດ້ວາງສະແດງບັນດາຮູບພາບທີ່ໄດ້ຮັບລາງວັນ ແລະ ພາບແຕ້ມທີ່ສວຍງາມເຊິ່ງໄດ້ຮັບການຄັດເລືອກຈາກການເສັງແຕ້ມພາບຂອງພວກຫລານເຍົາວະຊົນ - ອະນຸຊົນໃນທົ່ວປະເທດ. ຮູບພາບ 417 ແຜ່ນທີ່ງານວາງສະແດງໄດ້ສ່ອງແສງໃຫ້ເຫັນອາລົມຈິດຂອງພວກຫລານເຍົາວະຊົນ - ອະນຸຊົນ, ທີ່ມີຕໍ່ປະທານໂຮ່ຈິມີນ ແລະ ຕໍ່ປະເທດຊາດ, ບ້ານເກີດເມືອງນອນ, ໝູ່ເພື່ອນ ແລະ ຄູອາຈານ, ເພື່ອນມີດສາກົນ ກໍຄືຊີວິດທີ່ສວຍງາມຢ່າງມີຊີວິດຊີວາ . ເອື້ອຍ ຫງວຽນທິບິກເວີນ, ຜູ້ເຂົ້າຊົມງານວາງສະແດງແບ່ງປັນວ່າ:
“ຂ້າພະເຈົ້າເຫັນວ່າ ພວກຫລານແຕ້ມຮູບງາມຫລາຍ ແລະ ບັນດາພາບແຕ້ມນັ້ນລ້ວນແຕ່ມີລັກສະນະສຶກສາສູງ. ສີສັນຂອງບັນດາພາບແຕ້ມທີ່ງານວາງສະແດງກໍ່ອຸດົມສົມບູນ ແລະ ງາມຕາ. ບັນດາຫົວເລື່ອງຊື່ງພວກຫລານແຕ້ມນັ້ນກໍມີຫລາຍຮູບຫລາຍແບບ. ຂ້າພະເຈົ້າເຫັນວ່າຄວາມຈິດສຳນຶກຂອງພວກຫລານແມ່ນອຸດົມສົມບູນ.”
ໄດ້ມາຊົມງານວາງສະແດງພາບແຕ້ມພ້ອມກັບແມ່, ຫລານ ຫງວຽນມີງງອກ, ນັກຮຽນຫ້ອງປໍ 2, ໂຮງຮຽນປະຖົມ ເຈີນກວກຕວານ ພວມຕັ້ງໃຈຊົມພາບແຕ້ມຂອງໝູ່ເພື່ອນ ແລະ ປາດຖະຫນາວ່າພາບທີ່ຫລານແຕ້ມເອງກໍໄດ້ນຳມາວາງສະແດງໃນງານວາງສະແດງຄັ້ງຈະມາເຖິງ. ຫລານ ຫງວຽນມີງງອກເວົ້າວ່າ:
“ບັນດາພາບແຕ້ມນີ້ມີສີສັນງາມຫລາຍ ແລະ ເລື່ອງລາວທີ່ສະແດງໃນພາບແຕ້ມແມ່ນເຂົ້າໃຈງ່າຍ. ພາບທີ່ພວກເພື່ອນແຕ້ມແມ່ນພັນລະນາເຖິງທະຫານ, ພໍ່ແມ່, ໃນນັ້ນມີພາບແຕ້ມຮູບພາບພວກເພື່ອນພວມນັ່ງຫຼິ້ນອ້ອມລຸງໂຮ່. ຫລານມັກງານວາງສະແດງນີ້ຫລາຍ ແລະ ຫວັງວ່າປີຫນ້າ ຫລານຈະໄດ້ເຂົ້າຮ່ວມງານວາງສະແດງນີ້.”
ພ້ອມກັບງານວາງສະແດງ, ງານຕະຫລາດນັດຍັງແນະນຳບັນດາຜະລິດຕະພັນລະຫລິ້ນ, ຊຸດອາພອນ, ອຸປະກອນການຮຽນ, ເຄື່ອງດື່ມ, ບໍລິການປະກັນໄພ, ການສຶກສາ, ຜະລິດຕະພັນຮັບໃຊ້ເດັກນ້ອຍ ແລະ ຄອບຄົວອີກ. ເຂົ້າຮ່ວມງານຕະຫລາດນັດຄັ້ງນີ້ ພວກຫລານໄດ້ຮັບຂອງຂວັນທີ່ເປັນຕາຮັກຊ່ືງພໍ່ແມ່ຊື້ໃຫ້ ແລະ ໄດ້ລະຫລິ້ນຢ່າງສະບາຍ, ກໍຄືໄດ້ຮັບຊົມບັນດາລາຍການສິລະປະໂດຍມີການເຂົ້າຮ່ວມຂອງບັນດານັກສິລະປິນ, ນັກຮອ້ງ ນັກຕະຫຼົກອີກ.