ບັນດາສະມາຊິກທີ່ເຂົ້າຮ່ວມການເດີນທາງ “ ເລາະຟັງສຽງຢູ່ຮ່າໂນ້ຍ ” |
ສຽງຕ່າງໆທີ່ເປັນເອກະລັກສະເພາະຂອງຄຸ້ມຖະໜົນ ຮ່າໂນ້ຍເມື່ອກ່ອນ ໄດ້ຖືກວາດພາບຄືນ ໃນເຫດການ “ ເລາະຟັງສຽງຢູ່ຮ່າໂນ້ຍ ” ໂດຍບັນດານັກ ດົນຕີເອເລັກໂຕນິກ ຮ່າໂນ້ຍປະຕິບັດເມື່ອ ວັນທີ 13/4 ທີ່ຜ່ານມາ. ນີ້ ແມ່ນສ່ວນໜຶ່ງ ຂອງໂຄງການ ສຽງຕ່າງໆຢູ່ທ້ອງຖິ່ນ ຊຶ່ງໄດ້ຮັບການປະຕິບັດຢູ່ 11 ນະຄອນຂອງປະເທດຕ່າງໆ ໃນໂລກຄື : Virginia(ເອເມລິກາ) , Avignon (ຝະລັ່ງ), Oxford (ອັງກິດ ) ........ສຳລັບຢູ່ຮ່າໂນ້ຍ, ລາຍການນີ້ແມ່ນໜຶ່ງໃນ ບັນດາການເຄື່ອນໄຫວຢູ່ນອກ ງານມະໂຫລານ ການສຽງຮ່າໂນ້ຍຄັ້ງທີ 6.
ເຂົ້າຮ່ວມໃນການເດີນທາງ “ ເລາະຟັງສຽງຢູ່ຮ່າໂນ້ຍ ”, ບັນດາຜູ້ເຂົ້າຮ່ວມ ປຽບເໝືອນໄດ້ກັບຄືນສູ່ ບັນຍາກາດການສຽງຢູ່ຮ່າໂນ້ຍເມື່ອກ່ອນນີ້ ຂະນະທີ່ ໄດ້ຜ່ານຖະໜົນສາຍຕ່າງໆ. ການເດີນທາງແມ່ນເລີ່ມຕົ້ນຈາກ ໂບດໃຫຍ່ ຮ່າໂນ້ຍ, ແລ້ວກໍຜ່ານຖະໜົນຕ່າງໆໃນຄຸ້ມຖະໜົນເກົ່າຮ່າໂນ້ຍ ແລະ ສິ້ນສຸດລົງຢູ່ຕະຫຼາດດົງຊວນ. ບັນດາສະມາຊິກໃນກຸ່ມ“ ເລາະຟັງສຽງຢູ່ຮ່າໂນ້ຍ ” ໄດ້ຮັບການແນະນຳ ອັບເດັດຊອບແວແຜນທີ່ ແລະ ດາວໂລດເທບບັນທຶກສຽງລົງໃສ່ເຄື່ອງຂອງຕົນ. ພາຍຫຼັງທີ່ດາວໂລດສຳເລັດ, ຈະເປີດລະບົບກຳນົດທີ່ຕັ້ງ GPS, ບັນດາສະມາຊິກໃນກຸ່ມທັງໄປ, ທັງໄດ້ຮັບຟັງສຽງຜ່ານການກຳນົດທີ່ຕັ້ງທີ່ມີຢູ່ ແລ້ວຜ່ານແຕ່ລະຈຸດໃນແຜນທີ່. ສຽງລົດໄຟຟ້າ, ສຽງໂທລະໂຄ່ງ , ສຽງຂັບກາຈູ ຫຼືບົດດົນຕີເກົ່າ..... ບັນດາຜູ້ເຂົ້າຮ່ວມຈະໄດ້ຟັງສຽງທັງໝົດເຫຼົ່ານັ້ນ ພ້ອມທັງ ວາດພາບເຖິງບັນຍາກາດໃນຄາວນັ້ນ. ເພື່ອນ ແທງມາຍ ນັກສຶກສາປີທີ 3 ມະຫາວິທະຍາໄລການຄ້າຕ່າງປະເທດຮ່າໂນ້ຍ, ສະມາຊິກກຸ່ມ “ ເລາະຟັງສຽງ ຢູ່ຮ່າໂນ້ຍ ” ເປີດເຜີຍວ່າ :
“ ເມື່ອເດີນຜ່ານໂບດໃຫຍ່, ໄດ້ຟັງສຽງລະຄັງ, ເມື່ອຜ່ານຕະຫຼາດ ມີສຽງເນືອງນັນ, ເມື່ອຜ່ານຖະໜົນເກົ່າ ໄດ້ຟັງສຽງຂັບສຳ, ສຽງດົນຕີ, ສຽງແຄນ ຫຼືສຽງແກຂອງລົດໄຟ. ນ້ອງສາມາດວາດພາບໄດ້ສ່ວນໃດສ່ວນໜຶ່ງເຖິງການດຳລົງຊີວິດເມື່ອກ່ອນນີ້ ຊຶ່ງມີຄວາມຄືກຄື້ນມວນຊື່ນທີ່ສຸດ ”
ສ່ວນເພື່ອນ ບຸຍຮ່ວາງອ້ຽນ ກໍແມ່ນສະມາຊິກໃນກຸ່ມ “ ເລາະຟັງສຽງ ຢູ່ຮ່າໂນ້ຍ ” ໃຫ້ຮູ້ວ່າ :
“ ນ້ອງເຫັນວ່າ ການເດີນທາງ ເລາະຟັງສຽງຢູ່ຮ່າໂນ້ຍໃນມື້ນີ້ເປັນໜ້າຈັບໃຈທີ່ສຸດ, ເພາະວ່າໃນຕະຫຼອດໄລຍະທາງຈາກໂບດໃຫຍ່ຫາຕະຫຼາດດົງຊວນ, ນ້ອງໄດ້ຟັງສຽງຕ່າງໆຫຼາຍຢ່າງ. ມີສຽງທີ່ມີມາຈາກປາງກ່ອນຄື ສຽງເຂັນຝາຍທໍໄໝ. ນ້ອງມີຄວາມປະທັບໃຈເມື່ອໄດ້ເຂົ້າຮ່ວມການເດີນທາງນີ້ ”
ເພື່ອສ້າງຄວາມປະທັບໃຈແກ່ບັນດາຜູ້ເຂົ້າຮ່ວມການເດີນທາງ “ ເລາະຟັງສຽງ ຢູ່ຮ່າໂນ້ຍ ”, ໜ່ວຍປະຕິບັດໂຄງການ “ ເລາະຟັງສຽງຢູ່ຮ່າໂນ້ຍ ” ໂດຍ ທ່ານດຣ Kopecek ຂະແໜງດົນຕີສັງກັດມະຫາວິທະຍາໄລ Manchester ຂອງອັງກິດ, ທ່ານ ດຣ Rossignol ຂະແໜງຄອມພິວເຕີ ຂອງຝະລັງ ພ້ອມກັບກຸ່ມນັກດົນຕີຫວຽດນາມໂດຍນັກດົນຕີເອເລັກໂຕນິກ ຈີ້ມິນ ເປັນຫົວໜ້າ ໄດ້ກະກຽມຢ່າງລະອຽດນັບທັງດ້ານການສຽງ, ເຄື່ອງພາຫະນະ, ແຜນການເດີນທາງ... ນັກດົນຕີເອເລັກໂຕນິກ ຈີ້ມິນ ໃຫ້ຮູ້ວ່າ :
“ ໂຄງການ“ ເລາະຟັງສຽງຢູ່ຮ່າໂນ້ຍ ” ຢາກຊ່ວຍໃຫ້ບັນດາຜູ້ເຂົ້າຮ່ວມ ເຊື່ອມຕົວເຂົ້າໃນບັນຍາກາດການສຽງຂອງຮ່າໂນ້ຍເມື່ອກ່ອນນີ້. ຜ່ານນັ້ນ, ພວກຂ້າພະເຈົ້າຢາກສົ່ງສານເຖິງມວນຊົນທີ່ວ່າ “ ຈົ່ງອະນຸລັກຮັກສາສຽງໃນໄລຍະກ່ອນນີ້ ເພາະມັນຈະສູນຫາຍໄປ ” .