ຂັບຊວານ ໄດ້ຮັບການຮັບຮອງເອົາຈາກອົງການ UNESCO ວ່າ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກ(ພາບ:baophutho)
|
ແຕ່ລະປີ, ຮອດເດືອນ 3 ໄລ່ຕາມຈັນທະປະຕິທິນ, ບັນຍາກາດຟົດຟື້ນມວ່ນຊື່ນໃນງານບຸນວິຫານຮຸ່ງ ໄດ້ປົກຄຸມໄປທົ່ວທຸກແຫ່ງໃນແຂວງ ຟູ້ເຖາະ. ນີ້ກໍແມ່ນຍາມທີ່ບັນດາທຳນອງຂັບຊວານ ໄດ້ດັງກ້ອງກັງວານຂຶ້ນທົ່ວໝູ່ບ້ານ, ກະກຽມໃຫ້ແກ່ງານບຸນຕ່າງໆຢູ່ແຫ່ງນີ້. ຊຸມມື້ນີ້, ຂັບຊວານ ຊຶ່ງໄດ້ຮັບການຮັບຮອງເອົາຈາກອົງການ UNESCO ວ່າ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກ ໄດ້ດັງກ້ອງກັງວານຂຶ້ນຢູ່ບ້ານ ອານທ້າຍ ຕາແສງ ເຝື້ອງເລົາ ນະຄອນຫວຽດຈີ ແຂວງຟູ້ເຖາະ.
ໃນທົ່ວບ້ານ ອານທ້າຍ, ຕອນກາງເວັນ ກໍຄືກາງຄືນ, ຢູ່ບ່ອນໃດກໍໄດ້ຍິນສຽງຂັບຊວານທີ່ຄຶກຄື້ນມ່ວນຊື່ນດັງຂຶ້ນຈາກສາລາ ຫຼື ເຮືອນຫຼັງຕ່າງໆໃນບ້ານ. ເຮືອນຂອງປ້າ ຫງວຽນທິຫຼິກ ຢູ່ບ້ານ ອານທ້າຍ, ເວລາໃດກໍຄຶກຄື້ນເນືອງນັນໄປດ້ວຍສຽງເວົ້ານົວຫົວມ່ວນ ພ້ອມກັບສຽງຂັບຊວານຂອງນັກສິລະປີນທີ່ສຸມຈິດສຸມໃຈກັບສິລະປະຂັບຊວານ ແລະ ພວກລູກສິດ. ປ້າ ຫງວຽນທິຫຼິກ ເວົ້າວ່າ :
“ຂັບຊວານແມ່ນປະເພດສິລະປະທີ່ເປັນເອກະລັກສະເພາະຂອງແຂວງຟູ້ເຖາະເວົ້າສະເພາະ ແລະ ຂອງທົ່ວປະເທດເວົ້າລວມ ຊຶ່ງໄດ້ຮັບການອະນຸລັກຮັກສາດ່ວນ ແລະ ເຊີດຊູຈາກໂລກ. ຈຸດຄວາມງາມຂອງຂັບຊວານ ແມ່ນຄວາມງາມດ້ານພິທີກຳ, ຮີດຄອງປະເພນີທີ່ເປັນມູນເຊື້ອຂອງດິນແດນແຫ່ງບັນພະບຸລຸດ ເຈົ້າຊີວິດຮຸ່ງ. ຂັບຊວານເຄີຍຖືກສະແດງໃນຍາມລະດູບານໃໝ່.”
ສຳລັບບັນດາລູກຮັກຫຼານແພງຂອງດິນແດນແຫ່ງບັນພະບຸລຸດ ເຈົ້າຊີວິດຮຸ່ງ, ພິເສດແມ່ນບັນດານັກສິລະປິນໄດ້ມີຄວາມຜູກພັນກັບສິລະປະຂັບຊວານເປັນເວລາກ່ວາເຄິງສະຕະວັດຄືປ້າ ຫງວຽນທິຫຼິກ, ເບິ່ງຄືວ່າ ຂັບຊວານໄດ້ຊຶມເລິກເຂົ້າຈິດສຳນຶກ, ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດດ້ານຈິດໃຈຂອງປະຊາຊົນຢູ່ແຫ່ງນີ້. ປ້າ ຫງວຽນທິຫຼິກ ໃຫ້ຮູ້ອີກວ່າ :
“ ເດັກນ້ອຍອາຍຸ 3 ປີ ກໍສາມາດຂັບຊວານໄດ້, ທຸກໆຄົນ, ທຸກໆຄອບຄົວ, ຫົວໜ່ວຍຕ່າງໆກໍຊົມຊອບຂັບຊວານ. ທຸກວັນນີ້, ເມື່ອໄປຮອດນະຄອນຫວຽດຈີ, ບັນດາສະໂມສອນ, ຕາແສງຕ່າງໆ, ເວລາໃດກໍໄດ້ຍິນສຽງຂັບຊວານ ”
ສິລະປະຂັບຊວານຢູ່ຟູ້ເຖາະໃນປະຈຸບັນ ຍັງເຫຼືອພຽງບັນດາສະໂມສອນຢູ່ 4 ບ້ານຄື ອານທ້າຍ, ແທດ, ກິມເດີ້ຍ, ຟູ່ດຶກ ຊຶ່ງມີຜູ້ເຂົ້າຮ່ວມເກືອບ 170 ຄົນ, ໃນນັ້ນມີແມ່ຕູ້, ພໍ່ຕູ້ 18 ຄົນທີ່ມີອາຍຸ 80 ປີຂຶ້ນໄປ, ແຕ່ໃນທົ່ວແຂວງປະຈຸບັນ, ຍັງເຫຼືອພຽງ 29 ຄົນ ສາມາດຖ່າຍທອດຄືນໄດ້. ເມື່ອເວົ້າເຖິງຄວາມງາມຂອງສິລະປະຂັບຊວານ, ປ້າ ຫງວຽນທິຫຼິກ ເວົ້າຄວາມໃນໃຈສູ່ຟັງວ່າ :
“ຂັບຊວານແມ່ນຈຸດຄວາມງາມຂອງຊາດ. ບໍ່ພຽງແຕ່ຂັບຮ້ອງເທົ່ານັ້ນ, ຫາກຍັງຟ້ອນ, ເຕັ້ນ, ຫົວ . ແມ່ນການປະສານສົມທົບທຸກພາກສ່ວນຂອງຮ່າງກາຍຢ່າງກົມກຽວອີກດ້ວຍ. ຂັບຊວານ ມີຄວາມແຕກຕ່າງກັບສິລະປະຂັບແຈວ ຢູ່ບອ່ນວ່າ ເມື່ອຟ້ອນການໃຊ້ນິ້ວມືກໍຕ້ອງປະຕິບັດຕາມປະເພນີ ແລະ ແບບພິເສດຂອງມັນ ”
ຢູ່ເຮືອນຂອງປ້າ ຫງວຽນທິຫຼິກ, ໃນທຸກຕອນຄ່ຳວັນເສົາ ແລະ ວັນອາທິດ, ກໍມີພວກເດັກນ້ອຍອາຍຸແຕ່ 10-15 ປີນັບສິບຄົນມາຮຽນຂັບຊວານໂດຍບໍ່ເສຍຄ່າຮຽນ. ນ້ອງຫງວຽນທິຖີຢຸງ ອາຍຸ 12 ປີ ມາຮຽນຂັບຊວານນຳປ້າ ຫງວຽນທິຫຼິກ ເວົ້າວ່າ :
“ ປະຈຸບັນ, ພວກໝູ່ເພື່ອນໃນເກັ່ນອາຍຸຄືນ້ອງ ບໍ່ມັກທຳນອງຂັບຊວານເກົ່າ, ພວກເຂົາສ່ວນຫຼາຍນິຍົມເພງໃໝ່, ທັນສະໄໝ. ດັ່ງນັ້ນນ້ອງຢາກຝາກຝັງເຖິງພວກເພື່ອນຄວາມຫວັງວ່າ ຈົ່ງຊົມຊອບ ແລະ ອະນຸລັກຮັກສາປະເພດສິລະປະນີ້, ບໍ່ປະໃຫ້ມັນຖືກສູນຫາຍໄປ ” .