(vovworld) - ປະຈຸບັນ, ຂະແຫນງກະຈາຍສຽງຫວຽດນາມ ຊື່ງລວມມີ: ວິທະຍຸກະຈາຍສຽງແຫ່ງຊາດ (ວິທະຍຸກະຈາຍສຽງຫວຽດນາມ) ແລະ ວິທະຍຸກະຈາຍສຽງ 68 ແຫ່ງ ທີ່ຂຶ້ນກັບບັນດາແຂວງ, ນະຄອນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນກວ່າເຄິ່ງສັດຕະວັດ ພວມຜັນຂະຫຍາຍທ່າແຮງຂອງຕົນຢ່າງສຸດຂີດ, ຫັນບັນດາທ່າໄດ້ປຽບດ້ານກະຈາຍສຽງໃຫ້ເປັນລະອຽດ ແລະ ທັນສະໄຫມ ບໍ່ສະເພາະແຕ່ດ້ານເນື້ອໃນ, ລາຍການເທົ່ານັ້ນ ຫາກຍັງດ້ານເຕັກໂນໂລຊີ, ວິທະຍາສາດເຕັກນິກອີກດ້ວຍ ເພື່ອຕອບສະຫນອງຄວາມຕ້ອງການດ້ານຂໍ້ມູນຂ່າວສານໃຫ້ແກ່ຜູ້ຟັງໃນສັງຄົມທີ່ທັນສະໄຫມໃນປະຈຸບັນ. ເນື່ອງໃນໂອກາດວັນ Radio ໂລກ 13/2, ນັກຂ່າວ ບູ່ຍຮັ່ງ ມີບົດສາລະຄະດີທີ່ພາດຫົວເລື່ອງວ່າ: ຂະແຫນງກະຈາຍສຽງຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ.
ທ່ານ ຫງວຽນດັງຕຽນ ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ
|
ສຽງທີ່ທ່ານຫາກໍ່ຮັບຟັງຜ່ານໄປແລ້ວນັ້ນ ແມ່ນສ່ວນຫນຶ່ງຂອງລາຍການອອກອາກາດສົດເນື່ອງໃນໂອກາດສະເຫນີມສະຫລອງ 40 ປີແຫ່ງວັນລົງນາມໃນສັນຍາປາຣີ ກ່ຽວກັບສັນຕິພາບໃຫ້ແກ່ ຫວຽດນາມ ເຊິ່ງອອກອາກາດໃນຕະຫລອດ 7 ຊົ່ວໂມງເມື່ອວັນທີ 27/1/2013 ຜ່ານມາ. ນີ້ພຽງແຕ່ແມ່ນຫນຶ່ງໃນບັນດາລາຍການອອກອາກາດສົດຂອງວິທະຍຸກະຈາຍສຽງຫວຽດນາມເວົ້າສະເພາະ, ຂະແຫນງກະຈາຍສຽງ ຫວຽດນາມເວົ້າລວມ ທີ່ເຄີຍປະຕິບັດໃນແຕ່ລະມື້, ໃນສະພາບທີ່ການກະຈາຍສຽງນັບມື້ນັບຢືນຢັນບົດບາດທີ່ຕັ້ງຂອງຕົນໃນສັງຄົມສື່ສານທີ່ທັນສະໄຫມນັ້ນ. ບັນດາ ລາຍການອອກອາກາດສົດຂອງວິທະຍຸກະຈາຍສຽງ ຫວຽດນາມ ນັບມື້ນັບຫຼາຍ ແລະ ໄດ້ຮັບການປະຕິບັດເມື່ອມີເຫດການສຳຄັນ ແລະ ໃນບັນດາລາຍການສະຖານະການການເມືອງ ກໍຄືຄໍລຳໃນແຕ່ລະວັນ ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ວິທະຍຸກະຈາຍສຽງຫວຽດນາມເວົ້າສະເພາະ, ລະບົບກະຈາຍສຽງຫວຽດນາມ ເວົ້າລວມໄດ້ແລະພວມເຊື່ອມໂຍງຢ່າງແຂງແຮງພ້ອມກັບບັນດາວິທະຍຸກະຈາຍສຽງໃນໂລກໃນສັງກະລາດແຫ່ງຂໍ້ມູນຂ່າວສານທົ່ວໂລກ. ນັກຂ່າວຫງວຽນທິຮັ່ງງາ,ຮອງຫົວຫນ້າພະແນກສະຖານະການ, ລະບົບສະຖານະການການເມືອງຂອງວິທະຍຸກະຈາຍສຽງ ຫວຽດນາມໃຫ້ຮູ້ວ່າ:
“ໃນປີຜ່ານມາ, ລາຍການສະຖານະການຂອງພວກຂ້າພະເຈົ້າມີການປ່ຽນແປງດີພໍສົມຄວນ. ຕົວຢ່າງຄື: ລາຍການສະຖານະການທີ່ອອກອາກາດເວລາ 12 ໂມງ, ກ່ອນນີ້ ຈຸດສຸມຂອງລາຍການແມ່ນສະຫງວນໃຫ້ແກ່ຂ່າວຄາວ, ກ່ຽວກັບສະຖານະການ, ການເມືອງ, ເສດຖະກິດ, ສັງຄົມ ແຕ່ມາບັດນີ້ ພວກຂ້າພະເຈົ້າປ່ຽນແປງຕາມທິດທັງຮັບປະກັນໃຫ້ຂ່າວດ້ານການເມືອງທີ່ສຳຄັນຢ່າງທັນການ, ວ່ອງໄວ ແຕ່ກໍ່ໃຫ້ບຸລິມະສິດບັນດາບັນຫາການດຳລົງຊີວິດຂອງປະຊາຊົນ. ພວກຂ້າພະເຈົ້າກໍ ເພີ່ມເວລາອອກອາກາດ ກໍ່ຄືເພີ່ມລັກສະນະ ໃກ້ຊິດຕິດແທດກັບຊີວິດການເປັນຢູ່ກວ່າອີກ. ດ້ວຍການສົມທົບກັບບັນດາອົງການປະຈຳຂອງວິທະຍຸກະຈາຍສຽງຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຈັດລາຍການອອກອາກາດສົດ, ເຮັດໃຫ້ລາຍການຂ່າວມີຊີວິດຊີວາກວ່າ.”
ຄຽງຄູ່ກັບການປະຕິບັດບັນດາລາຍການອອກອາກາດສົດ, ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າສະເພາະ ແລະ ລະບົບກະຈາຍສຽງຢູ່ ຫວຽດນາມ ເວົ້າລວມ ໄດ້ຂຸດຄົ້ນລັກສະນະໂດຍກົງ ສອ່ງແສງບັນດາເຫດການທີ່ເກີດຂຶ້ນ ໃນຊີວິດ ຢ່າງ ວອ່ງໄວທີ່ສຸດ. ສຳລັບບັນດາລາຍການດັ່ງກ່າວ, ຜູ້ຟັງສາມາດເຂົ້າຮ່ວມເນື້ອໃນລາຍການຕ່າງໆໂດຍກົງໄດ້,ເພີ່ມລັກສະນະໃກ້ຊິດ, ເຮັດໃຫ້ລາຍການ
ກະຈາຍສຽງປຽບເພື່ອນຜູ້ໜຶ່ງຜູ້ສະໜິດສະໜົມຂອງຜູ້ຟັງ, ແມ່ນເວທີເພື່ອໃຫ້ທຸກຄົນສາມາດ
ແບ່ງປັນທັດສະນະ, ຄຳຄິດຄຳເຫັນ. ນັກຂ່າວ ໂດບີກ, ຮອງຜູ້ອຳນວຍການວິທະຍຸກະຈາຍສຽງ, ໂທລະພາບ ແຂວງກວ໋າງນີງ ໃຫ້ຮູ້ວ່າ:
“ກ່ຽວກັບຂົງເຂດກະຈາຍສຽງ, ພວກຂ້າພະເຈົ້າພວມຍູ້ແຮງເພື່ອຈັດຫລາຍ ລາຍການອອກອາກາດສົດ. ໃນບັນດາລາຍການອອກອາກາດສົດນັ້ນ, ພວກຂ້າພະ ເຈົ້າຈັດທຳລາຍການຕາມຮູບການໂດຍກົງ, ມີການປຶກສາຫາລື ແລະ ຕອບຮັບຄຳເຫັນ. ແລະ ຜູ້ຟັງສາມາດເຂົ້າຮ່ວມລາຍການ, ອັດສຽງພ້ອມກັບໂຄສົກ, ບັນນາທິການໄດ້. ”
ຊ່ອງຄົມມະນາຄົມຂອງ ວິທະຍຸກະຈາຍສຽງຫວຽດນາມ
ພາບ:internet |
ໃນວິວັດແຫ່ງການຢັ້ງຢືນທີ່ຕັ້ງຂອງຕົນແລະເຊື່ອມໂຍງ ພ້ອມກັບບັນດາປະເທດໃນພາກພື້ນ
ແລະໃນໂລກ,ລະບົບກະຈາຍສຽງຢູ່ຫວຽດນາມໄດ້ປະຕິບັດການປະຕິຮູບຢ່າງແຂງແຮງ, ເພີ່ມທະວີ
ບັນດາຮູບການສື່ສານ, ສຳພັດກັບຜູ້ຟັງ. ສິ່ງທີ່ຕ້ອງເວົ້າເຖິງ ນັ້ນແມ່ນ ເລື່ອງວິທະຍຸກະຈາຍສຽງ ຫວຽດນາມ ປ່ຽນໃຫມ່ເຕັກໂນໂລຊີສົ່ງສັນຍານ ແລະ ກະຈາຍຄ້ືນ, ນຳໃຊ້ເຕັກໂນໂລຊີ, ອຸຸປະກອນກະຈາຍສຽງ, ໂທລະພາບທັນສະໄຫມ, ບັນດາຊອບແວຫນູນຊ່ວຍ ການກະຈາຍສຽງ, ເຄືອຂ່າຍອິນເຕີແນດທົ່ວໂລກ, ເຄືອຂ່າຍ LAN, ບັນດາອຸປະກອນກະຈາຍສຽງ, ເຕັກໂນໂລຊີໂທລະຄົມ ດ້ວຍການສະຫນອງ ບໍລິການນຳໃຊ້ງ່າຍດາຍໃຫ້ແກ່ຜູ້ຟັງ. ການປ່ຽນແປງເຕັກໂນໂລຊີ ແລະ ຮູບການສ່ົງຂໍ້ມູນຂ່າວສານແມ່ນບາດກ້າວຫັນປ່ຽນຢ່າງແຂງແຮງທີ່ສຸດຂອງ ວິທະຍຸ
ກະຈາຍສຽງຫວຽດນາມ ໃນສະພາບສື່ສານເຕັກນິກ ດີຊີທອນ ທົ່ວໂລກ ໃນປະຈຸບັນ. ທ່ານ ຫງວຽນຊວນຮູຍ, ຜູ້ອຳນວຍການສູນເຕັກນິກກະຈາຍສຽງ, ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:
“ໃນຊຸມມື້ມໍ່ໆມານີ້ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສຸມໃສ່ລົງທຶນໃຫ້ແກ່ ເຕັກນິກສົ່ງສັນຍານ, ກະຈາຍຄື້ນ ແລະ ບໍລິເວນສົ່ງສັນຍານ. ວິທະຍຸກະຈາຍສຽງ ຫວຽດນາມ ກໍຂະຫຍາຍບໍລິເວນສົ່ງສັນຍານໃຫ້ແກ່ເຂດຫ່າງໄກສອກຫລີກແລະຮັບປະກັນການ ອອກອາກາດບັນດາລາຍການກະຈາຍ
ສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ອອກສູ່ປະຊາຊົນໃນທົ່ວປະເທດ. ຄຽງຄູ່ກັນນັ້ນ ວິທະຍຸກະຈາຍສຽງຫວຽດນາມກໍໄດ້ລົງທຶນ ເປີດກວ້າງເຂດສົ່ງສັນຍານພິເສດເຖິງເຂດຫ່າງໄກສອກຫລີກແລະ ສຸມໃສ່ພາກພື້ນ ທະວີບອາເມລິກາ, ເອີລົບ, ຕາເວັນອອກກາງ ແລະ ເຂດໃກ້ຄຽງ ຫວຽດນາມ.”
ດ້ວຍບັນດາທ່າໄດ້ປຽບກ່ຽວກັບຂໍ້ມູນຂ່າວສານທີ່ໃກ້ຊິດຕິດແທດກັບຕົວຈິງ, ລາຍການອອກອາກາດສົດແລະ ອອກຂ່າວຕາມທິດທັນສະໄຫມ, ຂະແຫນງ ກະຈາຍສຽງ ຫວຽດນາມ ນັບມື້ນັບຢືນຢັນໄດ້ທ່າແຮງ ແລະ ຄວາມດູດດື່ມຂອງຕົນ ທີ່ມີຕໍ່ຜູ້ຟັງ ຫວຽດນາມ ແລະ ໂລກ. ໃນຂະບວນວິວັດແຫ່ງການພັດທະນາຂອງຕົນ, ຂະແຫນງກະຈາຍສຽງ ຫວຽດນາມ ໄດ້ມີການປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອຮັບໃຊ້ ຄວາມຕ້ອງການດ້ານຂໍ້ມູນຂ່າວສານຂອງຜູ້ຟັງ ແລະ ໃນໄລຍະຈະມາເຖິງ ຍັງສືບຕໍ່ຍົກສູງຄຸນນະພາບ, ເອົາໃຈໃສ່ເຖິງຄວາມຕ້ອງການ, ຄວາມໃກ້ຊິດຕິດແທດ ກັບຊີວິດປະຈຳວັນຂອງຜູ້ຟັງ. ບັນດານັກຂ່າວ, ບັນນາທິການຂອງຂະແຫນງ ກະຈາຍສຽງ ຫວຽດນາມ ຈະນຳໃຊ້ລັກສະນະສະເພາະຂອງວິທະຍຸກະຈາຍສຽງ ໃນສາຍກ່ຽວພັນ ກັບອິນເຕີແນດ, ໂທລະພາບ, ຫນັງສືພິມເພື່ອໃຫ້ຂະແຫນງກະຈາຍສຽງສົມ ເປັນຂົວເຊື່ອມຕໍ່ພູມປັນຍາດ້ານສື່ສານໃນສັງຄົມທີ່ທັນ
ສະໄຫມ.