(vovworld) – ກິດຈະກຳລະບົບນ້ຳ, ເຊິ່ງແມ່ນສະຖາປັດຕະຍະກຳທີ່ມີມາແຕ່ສະໄໝລາຊະວົງ ຫຼີ, ຖືກຄົ້ນເຫັນເປັນຄັ້ງທຳອິດຢູ່ບໍລິເວນພະລາຊະວັງ ທັງລອງ, ນີ້ກໍ່ແມ່ນກິດຈະກຳທີ່ບໍ່ເຄີຍເຫັນໃນຈຳນວນປູຊະນີຍະສະຖານບູຮານຢູ່ຫວຽດນາມ.
ພາບ ອິນເຕີແນດ
ຜ່ານບັນດາຮ່ອງຮອຍທີ່ທີ່ຊອກເຫັນໄດ້, ບັນດານັກຮຽນຮູ້ ແລະ ນັກຄົ້ນຄ້ວາສ່ວນຫຼາຍຂອງຫວຽດນາມ ລ້ວນແຕ່ຖືວ່າ ນີ້ແມ່ນ ”ສະຖາປັດຕະຍະກຳລະບົບນ້ຳ” ທີ່ຂຶ້ນກັບສະໄໝລາດຊະວົງຫຼີ, ໃນສະຕະວັດ 13-14. ລະບົບນ້ຳທີ່ມີຂະໜາດໃຫຍ່ນອນໃນບໍລິເວນ ກິງທຽນ - ດວານມົນ, ເຊິ່ງຊອກເຫັນໄດ້ໃນໂອກາດຂຸດຄົ້ນພະລາດຊະວັງທັງລອງ, ເຊິ່ງດຳເນີນແຕ່ເດືອນ 6-12/2012. ໃນເນື້ອທີ່ 500 ຕາລາງແມດ, ເມື່ອຂຸດລົງພື້ນດິນໃນຄວາມເລິກ 4,2 ມ, ໄດ້ພົບເຫັນລະບົບນ້ຳຂະໜາດໃຫຍ່ທີ່ຍາວປະມານ 20-30 ມ ຢູ່ໃຈກາງພະລາດຊະວັງ ທີ່ແກ່ຍາວແຕ່ທິດຕາເວັນອອກໄປທິດຕາເວັນຕົກ. ສິ່ງທີ່ສ້າງຄວາມປະທັບໃຈ ນັ້ນແມ່ນບັນດາກ້ອນດີນຈີ່ຕີ່ຕັ້ງຕິດກັນເປັນພື້ນທີ່ຮາບພຽງ. ຜ່ານໄລຍະເວລານັບພັນປີ ແຕ່ມັນຍັງຄົງຮັກສາສັກສີເດີມໄວ້ໄດ້. ທ່ານ ຕົ໋ງຈູງຕີ໋ນ (Tong Trung Tin), ຫົວໜ້າສະຖາບັນບູຮານຄະດີຫວຽດນາມ, ແນະນຳວ່າ:
”ຜ່ານການຄົ້ນຄ້ວາກ່ຽວກັບທາດດີນຈີ່, ເຂົາເຈົ້າເຫັນວ່ານີ້ແມ່ນດີນຈີ່ໃນສະໄໝລາຊະວົງ ຫຼີ, ມີບາງກ້ອນຍັງເຫັນຕົວໜັງສືຈີນ. ຢູ່ພື້ນລະບົບລະບາຍນ້ຳເຂົາເຈົ້າໄດ້ປູດິນຈີ່ຮູບສີ່ຫຼ່ຽມ, ແລະ ນຳໃຊ້ຫຼັກໄມ້ເພື່ອກັນເຈື່ອນທັງ 2 ເບື້ອງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ກິດຈະກຳນີ້ໄດ້ຮັບການກໍ່ສ້າງຢ່າງລະອຽດລະອໍ, ດ້ວຍລະດັບການອອກແບບ ແລະ ສີໄມ້ລາຍມື້ສູງ”
ພາບ ອິນເຕີແນດ
ກິດຈະກຳແຕ່ສະໄໝລາດຊະວົງຫຼີ ທີ່ໄດ້ຮັບການຄົ້ນພົບເປັນຄັ້ງທຳອິດຢູ່ບໍລິເວນວັງ ກິ໋ງທຽນ (Kinh Thien – Doan Mon) ນີ້ມີບົດບາດສຳຄັນໃນວຽກງານຄົ້ນຄ້ວາກ່ຽວກັບປະຫວັດສາດຂອງຫວຽດນາມ. ທ່ານ ຫງວຽນວັນເຊີນ, ຜູ້ອຳນວຍການສູນມໍລະດົກພະລາດຊະວັງທັງລອງ, ໃຫ້ຮູ້ວ່າ:
”ນີ້ແມ່ນລະບົບນ້ຳໃນສະໄໝລາຊະວົງ ຫຼີ, ອັນໄດ້ຊ່ວຍໃຫ້ພວກເຮົາມີພື້ນຖານຕື່ມອີກເພື່ອຢັ້ງຢືນວ່າໃຈກາງຂອງພະລາຊະວັງທັງລອງ ໃນສະໄໝ ຫຼີ, ເຈີ່ນແມ່ນຢູ່ເຂດວັງ ກິ໋ງທຽນ (Kinh Thien) ໃນປະຈຸບັນ”
ໃນເນື້ອທີ່ຂຸດຄົ້ນ 500 ຕາລາງແມດດັ່ງກ່າວ, ນອກຈາກຊອກເຫັນລະບົບນຳ້ຂະໜາດໃຫຍ່ແລ້ວ, ຍັງຄົ້ນພົບວັດຖຸພັນທີ່ມີຄ່າຫຼາຍຢ່າງຕື່ມອີກ. ທ່ານ ຕົ໋ງຈູງຕີ໋ນ (Tong Trung Tin), ຫົວໜ້າສະຖາບັນບູຮານຄະດີຫວຽດນາມ, ເວົ້າວ່າ:
”ຢູ່ທີ່ນີ້ໄດ້ຄົ້ນເຫັນຊັ້ນວັດທະນະທຳຂອງສະໄໝລາດຊະວົງ ເຈິ່ນ ທີ່ກ່າຍກອງເທິງຊັ້ນວັດທະນະທຳຂອງສະໄໝລາຊະວົງ ຫຼີ, ກໍ່ຄືຊອກເຫັນລະບົບລະບາຍນ້ຳຢູ່ໃຕ້ພື້ນດິນ. ບັນດາຮ່ອງຮອຍໃນສະໄໝລາຊະວົງເຈີ່ນສະແດງໃຫ້ເຫັນວ່າ, ສະຖາປັດຕະຍະກຳຂອງສະໄໝນີ້ແມ່ນກ່າຍກອງເທິງຊັ້ນສະຖາປັດຕະຍະກຳຂອງສະໄໝລາຊະວົງ ຫຼີ. ຮອດສະໄໝລາຊະວົງ ເລ, ແມ່ນເຫັນໄດ້ຮ່ອງຮອຍທາງສະເດັດຂອງເຈົ້າຊີວິດຈາກ ດວານມົນ (Doan Mon) ເຖິງວັງ ກິ໋ງທຽນ (Kinh Thien)”
ພາບ ອິນເຕີແນດ
ກິດຈະກຳສະຖາປັດຕະຍະກຳອັນລ້ຳຄ່າ, ທີ່ມີຂອບຂະໜາດໃຫຍ່ໄດ້ຮັບການຄົ້ນພົບໃນທ້າຍປີ 2012ນັ້ນ, ແມ່ນຄວາມພາກພູມໃຈຂອງບັນດານັກຄົ້ນຄ້ວາ, ນັກວິທະຍາສາດ, ພາຍຫຼັງທີ່ໄດ້ທຳການຂຸດຄົ້ນມາເປັນເວລາຍາວສົມຄວນ. ໃນຕໍ່ໜ້າ, ເມື່ອນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມກິດຈະກຳດັ່ງກ່າວ, ຈະໄດ້ເຫັນປະຈັກຕາບັນດາວັດຖຸພັນອັນລ້ຳຄ່າທີ່ມີມາກ່ອນນີ້ນັບພັນປີ, ຈາກນັ້ນສາມາດວາດພາບໂດຍສັງເຂບກ່ຽວກັບລາຊະວັງທັງລອງຜ່ານວັດຖຸບູຮານ, ເຊິ່ງວົງການນັກວິທະຍາສາດ, ນັກບູຮານຄະດີຄົ້ນຄ້ວາ ແລະ ສະເໜີ.