(vovworld)-ຍາມໃດກໍອ່ວາຍຫນ້າເມືອຫາປະເທດຊາດ, ນັກສິລະປິນຫວຽດນາມ ຫລາຍຄົນ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເຊັກ ໄດ້ສະແດງຄວາມຮັກຕໍ່ວັດທະນະທຳຂອງບ້ານເກີດເມືອງນອນ ດ້ວຍວິທີຮັກສາບັນດາການເຄື່ອນໄຫວສິລະປະພື້ນເມືອງໄວ້. ພິເສດ ຜ່ານການເຄື່ອນໄຫວນີ້, ບັນດານັກສິລະປີນຢາກສອນພາສາຫວຽດ, ແນະນຳບັນດາຮີດຄອງປະເພນີ ແລະ ສີສັນວັດທະນະທຳຂອງຫວຽດນາມໃຫ້ລຸ້ນຄົນທີ 2, ທີ 3 ທີ່ພວມດຳລົງຊີວິດຢູ່ຕ່າງປະເທດ. ໃນລາຍການສາລະຄະດີພາກນີ້, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຂໍແນະນຳເລື່ອງລາວກ່ຽວກັບຄອບຄົວຊາວຫວຽດນາມ ທີ່ອາໄສຢູ່ ສ.ເຊັກ, ເຖິງວ່າໄດ້ຫ່າງຈາກບ້ານເກີດເມືອງນອນເປັນເວລາເກືອບ 20 ປີ ແລ້ວກໍ່ຕາມ, ແຕ່ຍາມໃດກໍຄິດເຖິງເພງພື້ນເມືອງຂອງບ້ານເກີດເມືອງນອນ.
ນັກສິລະປິນ ຈີ້ງທູເຮືອງ ພ້ອມກັບຄອບຄົວສະແດງ
ສິລະປະຮັບໃຊ້ຊາວຫວຽດນາມອາໄສຢູ່ເຊັກ
ພາບ:vov
|
ເມື່ອໄດ້ຮັບຟັງສຽງຂັບກາຈູໂດຍນັກສິລະປິນ ຈີ້ງທູເຮືອງ ສະແດງ, ຊາວຫວຽດນາມ ດຳລົງຊີວິດຢູ່ ເຊັກ ຜູ້ໃດກໍຮູ້ສຶກຕື້ນຕັນໃຈ. ດ້ວຍຄວາມຫວັງຢາກນຳວັດທະນະທຳ, ສິລະປະພື້ນເມືອງຂອງຊາດມາຮັບໃຊ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ, ນັກສິລະປິນ ຈີ້ງທູເຮືອງ ຍາມໃດກໍ່ສະແດງບັນດາບົດເພງພື້ນເມືອງດ້ວຍຄວາມເມົາມົວ ແລະ ສຸດຈິດສຸດໃຈ.
“ຂ້າພະເຈົ້າຢາກນຳທຳນອງເພງກາຈູມາສະເຫນີໃຫ້ບັນດາເພື່ອນມິດເຊັກ. ເມື່ອເຫັນຂ້າພະເຈົ້ານຸ່ງຊຸດອາພອນພື້ນເມືອງສະແດງ ກໍຄືເຫັນປະຈັກຕາບັນດາເຄື່ອງດົນຕີພື້ນເມືອງຂອງຫວຽດນາມ, ພວກເພື່ອນລ້ວນແຕ່ຕັ້ງໃຈຮັບຟັງ, ເວລານັ້ນ ຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈທີ່ສຸດ”
ໂດຍດຳລົງຊີວິດຫ່າງຈາກປະເທດຊາດມາເປັນເວລາ 20 ກວ່າປີແລ້ວ, ແຕ່ ຈີ້ງທູເຮືອງ ແລະ ຜົວຂອງນາງ ແມ່ນນັກສິລະປິນ ຫງວຽນແທງເຊີນ ຍາມໃດກໍຄິດວ່າ ຊີວິດຂອງເຂົາເຈົ້າແມ່ນຕິດພັນກັບ ກາຈູ ແລະ ເຄື່ອງດົນຕີພື້ນເມືອງຂອງຫວຽດນາມ. ກ່ອນນີ້, ເຂົາເຈົ້າແມ່ນນັກສຶກສາຂະແຫນງດົນຕີພື້ນເມືອງຂອງສະຖາບັນດົນຕີແຫ່ງຊາດ, ເມື່ອຫ່າງຈາກບ້ານເກີດເມືອງນອນ ຍາມໃດເຂົາເຈົ້າກໍເມົາມົວກັບອາຊີບຢູ່.
“ໄລຍະທຳອິດເມື່ອຫາກໍມາດຳລົງຊີວິດຢູ່ທີ່ນີ້, ພວກຂ້າພະເຈົ້າມີແຕ່ເຮັດທຸລະກິດເທົ່ານັ້ນ. ຮອດວັນບຸນຕ່າງໆ, ພວກຂ້າພະເຈົ້າຈຶ່ງຂັບກາຈູຮັບໃຊ້ໃຫ້ຊາວຫວຽດນາມ ອາໄສຢູ່ ເຊັກ, ຈາກນັ້ນ ມີຫລາຍຄົນຮູ້ຈັກເຖິງພວກຂ້າພະເຈົ້າ ແລະ ຢາກຮັບຟັງກາຈູ ໂດຍພວກຂ້າພະເຈົ້າສະແດງ. ສິ່ງດັ່ງກ່າວພາໃຫ້ພວກຂ້າພະເຈົ້າຕັດສິນໃຈນຳທຳນອງເພງກາຈູມາຮັບໃຊ້ໃຫ້ແກ່ພໍ່ແມ່ຊາວຫວຽດນາມ.”
ນັກສິລະປິນ ກີມຢູງ, ແມ່ນຜູ້ຂັບກອນທີ່ມີຊື່ສຽງທາງວິທະຍຸກະຈາຍສຽງຫວຽດນາມ, ພາຍຫລັງອອກກິນເບ້ຍບຳນານ, ປ້າຍ້າຍໄປດຳລົງຊີວິດນຳລູກຫລານຢູ່ ເຊັກ. ນັກສິລະປິນ ກີມຢູງ ພ້ອມກັບຄອບຄົວ ເຄີຍສະແດງສິລະປະຮັບໃຊ້ໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກໍຄື ເພື່ອນມິດສາກົນຜູ້ນິຍົມສິລະປະພື້ນເມືອງຫວຽດນາມ. ນັກສິລະປິນ ກີມຢູງ ແບ່ງປັນວ່າ:
“ເມື່ອຂັບກອນຢູ່ຕ່າງປະເທດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮັບຟັງ, ຂ້າພະເຈົ້າຮູ້ສຶກວ່າ ຕົນເອງໄດ້ນຳເອົາວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ ມາໃຫ້ຊາວຫວຽດນາມກໍຄືເພື່ອນມິດສາກົນ, ໃນນັ້ນ ມີ ຊາວເຊັກ ຊື່ງແມ່ນປະເທດທີ່ຂ້າພະເຈົ້າພວມດຳລົງຊີວິດ.”
ຄວາມເມົາມົວກັບສິລະປະພື້ນເມືອງຂອງຊາດໄດ້ສືບທອດເຖິງລຸ້ນຄົນທີ 3 ໃນຄອບຄົວ. ອ້າຍ ຫງວຽນນາມແຄງ, ລູກຊາຍກົກຂອງເອື້ອຍ ເຮືອງ, ເຖິງວ່າກຳເນີດ ແລະ ເຕີບໃຫຍ່ຢູ່ ເຊັກ, ໄດ້ຮັບຜົນສະທ້ອນຈາກວັດທະນະທຳຝ່າຍຕາເວັນຕົກກໍຕາມ ແຕ່ ແຄງ ພັດເຂົ້າໃຈໄດ້ວັດທະນະທຳຂອງຊາດຕົນ.
“ພໍ່ເຖົ້າ, ແມ່ເຖົ້າ, ພໍ່ແມ່ຂອງນ້ອງລ້ວນແຕ່ເຄື່ອນໄຫວໃນຂົງເຂດສິນລະປະພື້ນເມືອງ ສະນັ້ນ ວັດທະນະທຳພື້ນເມືອງໄດ້ຝັງເລິກໃນດວງໃຈຂອງນ້ອງແລ້ວ. ປະຈຸບັນ ນ້ອງພວມປະດິດແຕ່ງບົດເພງ, ນ້ອງພະຍາຍາມເຮັດແນວໃດບໍ່ພຽງແຕ່ປະດິດແຕ່ງບົດເພງດ້ວຍພາສາ ເຊັກ ເທົ່ານັ້ນ ຫາກຍັງແຕ່ງເປັນພາສາຫວຽດອີກດ້ວຍ. ນ້ອງຢາກປະສົມວັດທະນະທຳສອງປະເທດນຳກັນ.”
ທ່ານ ເຈືອງແມ້ງເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຊັກ ຖືວ່າ: ຄອບຄົວນັກສິລະປິນ ຈີ້ງທູເຮືອງ ໄດ້ນຳເອົາວັດທະນະທຳພື້ນເມືອງຂອງຊາດມາສູ່ປະຊາຄົມຊາວຫວຽດນາມຢູ່ເຊັກ.
“ຄອບຄົວນັກສິລະປິນ ຈີ້ງທູເຮືອງ ໄດ້ສ້າງຂະບວນການວັດທະນະທຳຊອງຊາດໃນໝູ່ປະຊາຄົມຊາວຫວຽດນາມອາໄສຢູ່ເຊັກ ພ້ອມທັງຊ່ວຍໃຫ້ລຸ້ນຫນຸ່ມສຳພັດກັບວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມຄື: ກາຈູ, ຂັບແຈ່ວ, ເພງພື້ນເມືອງ…”
ຄວາມນິຍົມ, ເມົາມົວກັບສິລະປະພື້ນເມືອງຂອງຊາດ ຂອງຄອບຄົວນັກສິລະປິນ ຈີ້ງທູເຮືອງ ໄດ້ປະກອບສ່ວນເຮັດໃຫ້ຊີວິດທາງດ້ານຈິດໃຈຂອງຊາວຫວຽດນາມ ຢູ່ຕ່າງປະເທດອຸດົມສົມບຸນຍິ່ງຂຶ້ນ ແລະ ເຂົາເຈົ້າພວມຮ່ວມແຮງຮ່ວມໃຈຮັກສາ ແລະ ພັດທະນາຄຸນຄ່າວັດທະນະທຳຂອງຊາດ.