ງານບຸນແຂ່ງມ້າບັກຮ່າ: ວັດທະນະທຳທີ່ເປັນເອກະລັກສະເພາະ ຂອງບັນດາຊົນເຜົ່າເຂດຕາເວັນຕົກສ່ຽງເໜືອ

(vovworld)-ບໍ່​ພຽງ​ແຕ່ມີ​ຊື່​ສຽງ​ດ້ວຍ​ທີ​ວທັດ​ທຳ​ມະ​ຊາດ​, ພູຜາ​ປ່າ​ໄມ້ທີ່​ສວຍ​ງາມ, ດອກໝັ້ນ, ດອກ​ຈອງຂາວ​ກະຈະທີ່ບານ​ສະພັ້ງເມື່ອ​ລະດູບານ​ໃໝ່​ວຽນມາ​ເທົ່າ​ນັ້ນ, ​ຫາກ​ນັກ​ທ່ອງ​ທ່ຽວ​ຍັງ​ຮູ້ຈັກ​ເຖິງເມືອງ​ບັກ​ຮ່າ-​ແຂວງ​ລາວ​ກາຍ​ດ້ວຍ​ບັນດາ​ງານ​ບຸນ​ທີ່​ເປັນ​ເອກ​ກະ​ລັກສະ​ເພາະ, ພິ​ເສດ​ແມ່ນ​ງານ​ບຸນ​ແຂ່ງ​ມ້າ​ປະ​ເພນີ​ທີ່​ມີ​ມາ​​ເກືອບ 100 ປີ, ຊື່​ງຖືກ​ຈັດ​ຂຶ້ນ​ໃນ​ເດືອນ 6 ຂອງ​ແຕ່​ລະປີ. ​ໃນງານ​ບຸນ, ຜູ້ລ້ຽງ​ມ້າ​ແມ່ນ​ຊາວ​ກະສິກອນ ​ແລະ ມ້າ​ແຂ່ງ​ຂັນແມ່ນ​​ໂຕຂົນ​ສົ່ງ​ສິນຄ້າ​​ໃຫ້ຊາວ​ກະສິກອນ​ໃນ​ຊີວິດ​ປະຈຳ​ວັນ…​ຍ້ອນ​ເຫດ​ນັ້ນ, ການ​ແຂ່ງ​ມ້າ​ຢູ່​ເຂດ​ພູ​ພຽງ​ບັກ​ຮ່າ​ ຍາມ​ໃດ​ກໍ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ກາຍ​ເປັນ​ວັດ​ທະນະ​ທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຊອງ​ຊາວ​ຊົນ​ເຜົ່າ​ຢູ່​ທີ່​ນີ້.

ງານບຸນແຂ່ງມ້າບັກຮ່າ: ວັດທະນະທຳທີ່ເປັນເອກະລັກສະເພາະ ຂອງບັນດາຊົນເຜົ່າເຂດຕາເວັນຕົກສ່ຽງເໜືອ - ảnh 1

ກະກຽມ​ແຂ່ງ​ມ້າ

(ພາບ:vov)

​   ງານ​ບຸນ​ແຂ່ງ​ມ້າບັກ​ຮ່າ​ໄດ້​ດຶງ​ດູດ​ບັນດາ​ຜູ້​ລ້ຽງ​ມ້າ​ທີ່​ມາ​ຈາກ​ຫຼາຍ​ແຂວງ​​ໃນເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຄື: ອຽນ​ບ໋າຍ, ຮ່າ​ຢາງ, ລາຍ​ເຈົາ, ​ເຊີນ​ລາ, ດ້ຽນບຽນ…​ສຳລັບ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ບັກ​ຮ່າ​ ແລ້ວ, ວຽກ​ງານ​ກະກຽມ​ໃຫ້​ແກ່​ການ​ແຂ່ງ​ມ້າ​ຕ້ອງ​ລະອຽດ​ຮຽບຮ້ອຍ​ທີ່​ສຸດ. ທ່ານ​ວ່າງ​ວັນ​ຕ້າຍ ຊາວ​ເຜົ່າ​ໄຕ, ຢູ່​ບ້ານ​ນາອາງ​ອາ ຕາ​ແສງ​ນາ​ໂຮ໋ຍ, ​ເມືອງ​ບັກ​ຮ່າ, ຜູ້​ທີ່​ໄດ້​ລ້ຽງ​ມ້າ​ເປັນ​ເວລາ​ກ່ວາ 30 ປີ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຂະ​ບວນການ​ແຂ່ງ​ມ້າ​ໄດ້​ພັດທະນາ, ບັນດາ​ໂຕ​ມ້າ​ລ້ຽງ​ຢູ່​ບ້ານ​, ນອກຈາກ​ໄປ​ໄຮ່ນາ, ຂົນ​ສົ່ງສິນຄ້າ​​ແລ້ວ, ຍັງ​ໄດ້​ຮັບ​ການຝຶກ​ແອບ​ເພື່ອ​ກາຍ​ເປັນ​ມ້າ​ແຂ່ງຂັນ​ອີກ​ດ້ວຍ. ທ່ານ​ວ່າງ​ວັນ​ຕ້າຍ ​ໃຫ້​ຮູ້​ວ່າ:

   “​ເມື່ອ​ເລືອກ​ມ້າ​​ເຂົ້າ​ຮ່ວມ​ການແຂ່ງຂັນຕ້ອງເລືອກ​​ເອົາໂຕ​ທີ່​ມີ​ຕີນ​ຊື່​, ​ເລັບ​ໜາ, ຖ້າ​ເລັບຕີນ​ແຫວອອກຄື​​ໂຕ​ເປັດມ້າ​ຈະ​ແລ່ນ​ບໍ່​ໄວ. ພາຍຫຼັງ​ເລືອກ​ໄດ້​ມ້າ​​ໂຕດີ​ແລ້ວ​ຕ້ອງ​ໃຫ້​ມັນ​ກິນ​ອີ່ມ, ສະອາດ. ​ເມື່ອກ່ອນ​ຂ້ອຍ​ໄດ້​ຮັບ​ຊະນະ​ໃນ​ການ​ແຂ່ງ​ມ້າ​ຍ້ອນ​ວ່າ​ ມ້າ​ຂອງ​ຂ້ອຍມີ​ແນວ​ພັນ​ດີ, ຮູ້​ຄວາມ ​ແລະ ຕ້ອງ​ຝຶກ​ແອບ​​ເປັນ​ປະຈຳ, ​ແຕ່​ບໍ່​ໃຫ້​ມ້າ​ຝຶກ​ແອບ​ຫຼາຍ​ເກີນ​ໄປ

ງານບຸນແຂ່ງມ້າບັກຮ່າ: ວັດທະນະທຳທີ່ເປັນເອກະລັກສະເພາະ ຂອງບັນດາຊົນເຜົ່າເຂດຕາເວັນຕົກສ່ຽງເໜືອ - ảnh 2

ການແຂ່ງ​ມ້າ

(ພາບ:vov)

​  ໃນ​ທຸກໆ​ປີ, ການ​ແຂ່ງ​ມ້າ​ທີ່​ເປັນ​ມູນ​ເຊື້ອ​ຢູ່ບັກ​ຮ່າ ​ໄດ້ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ແຂກ​ທ່ອງທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເມື່ອ​​ເຫັນຊາວ​ໜຸ່ມ​ທ້ອງ​ຖິ່ນ​ບັນຊາ​ມ້າທີ່​ເຄີຍຂົນ​ສົ່ງ​ສິນຄ້າ, ​ໄຖ​ນາປະຈຳ​ວັນ​ແຂ່ງຂັນ​ກັນ​ນັ້ນ, ບາງ​ຄົນ​ກໍ່​ຮູ້ສຶກ​ຕົກໃຈ​​ເມື່ອ​ເຫັນ​ມ້າ​ແລ່ນ​ໄວ​ເກີນ​ໄປ​ຈົນ​ອອກ​ຈາກເດີນ ຫຼື​ເມື່ອ​ເຫັນ​ຜູ້​ບັນຊາມ້າ​ລົ້ມລົງ. ທ່ານ Matthias Matt​ ແຂກ​ທ່ອງ​ທ່ຽວ​ມາ​ຈາກນະຄອນ Hamburg ປະ​ເທດ​ເຢຍລະ​ມັນ ​ແບ່ງປັນ​ວ່າ:

   “ຂ້າພະ​ເຈົ້າຮູ້ສຶກຈັບ​ອົກ​ຈັບ​ໃຈ​ທີ່​ສຸດ. ຈຸດ​ພິ​ເສດສະ​ເພາະ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງຊາວ​ທ້ອງ​ຖິ່ນ​ທຸກ​ຄົນ​​, ຜູ້​ໃດກໍ່​ຢາກ​ຊົມ​​ແຂ່ງ​ມ້າ ​ແລະ ນິຍົມ​ທີ່​ສຸດ. ຍັງ​ມີ​ຈຸດພິ​ເສດ​ໜຶ່ງ​ອີກ, ນັ້ນແມ່ນ​ເມື່ອ​ໃກ້​ຈະ​ຮອດ​ຫຼັກ​ໄຊ​​ແລ້ວ ພັດມີມ້າ​ສອງ​ໂຕ​​ບໍ່ແລ່ນອີກ ​​ແລ້ວ​​ເຂົ້າກິນ​ຫຍ້າ​ໃນເດີນ…​ເວລາ​ນັ້ນ, ຂ້າພະ​ເຈົ້າ ​ແລະ ຜູ້​ຊົມ​ລ້ວນ​ແຕ່ຮູ້ສຶກ​ມ່ວນ​​ແລະ ​ເປັນຕາຫົວ​ທີ່​ສຸດ. ນັ້ນ​ແມ່ນ​ວັນ​ບຸນ​ທີ່​ດູດ​ດື່ມ​ຢ່າງ​ແທ້​ຈິງ

ງານບຸນແຂ່ງມ້າບັກຮ່າ: ວັດທະນະທຳທີ່ເປັນເອກະລັກສະເພາະ ຂອງບັນດາຊົນເຜົ່າເຂດຕາເວັນຕົກສ່ຽງເໜືອ - ảnh 3

 (ພາບ:vov)

   ງານ​ບຸນ​ແຂ່ງ​ມ້າ​ບັກ​ຮ່າ ​ແມ່ນ​ວັນ​ບຸນ​ທີ່​ດູດ​ດື່ມ​, ສະ​ແດງ​ໃຫ້​ເຫັນຄວາມ​ກ້າຫານ, ​ວ່ອງ​ໄວ​ຂອງ​ຜູ້​ແຂ່ງ, ​​ແລະ ​ກາຍ​ເປັນ​​ວັດທະນະທຳ​ທີ່​ເປັນ​ເອກະລັກສະ​ເພາະຂອງ​ຊາວ​​ເ​ຜົ່າ​​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ບັນດາ​ຜູ້​ບ່າວ​ຊາວ​​ເຜົ່າທ້ອງ​ຖິ່ນ​ສັດ​ຊື່, ກ້າຫານ ​ແລະ ບັນດ​າ​ໂຕ​ມ້າ​ໂດຍ​ເຂົາ​ເຈົ້າລ້ຽງ​ເອງ​ໃນ​ແຕ່​ລະ​ວັນ​ເພື່ອ​ຂົນ​ສົ່ງ​ສິນຄ້າ, ​ໄຖ​ນານັ້ນ, ​ແຕ່​ເມື່ອ​ເຂົ້າຮ່ວມ​ການ​ແຂ່ງຂັນ​ພັດ​ສ້າງ​ຄວາມ​ຈັບ​ອົກ​ຈັບໃຈ​ໃຫ້​ແກ່​ຜູ້​ຊົມ. ການ​ແຂ່ງຂັນ​ແຕ່ລະຄັ້ງ ຍາມ​ໃດ​ກໍ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກທ່ອງ​ທ່ຽວ​​ເມື່ອ​ມາຢ້ຽມຢາມ​ເຂດ​ພູ​ພຽງ​ບັກ​ຮ່າຈົນຍາກ​ຈະ​ລືມ​ໄດ້./

ຕອບກັບ

ຂ່າວ/ບົດ​ອື່ນ