(ພາບປະກອບ) |
ງານມະໂຫລານຮູບເງົາ Clap ເປັນຄັ້ງທຳອິດໄດ້ສະຫງວນສະເພາະໃຫ້ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດໃໝ່ໃນຂົງເຂດຜະລິດຮູບເງົາເລື່ອງ, ຮູບເງົາໂທລະພາບຫຼືຮູບເງົາທາງເວບໄຊ, ໄດ້ຖືກຈັດຂຶ້ນຢູ່ຮ່າໂນ້ຍ. ດ້ວຍການໜູນຊ່ວຍຈາກສະຖາບັນຝະລັ່ງຢູ່ຫວຽດນາມ, ງານມະໂຫລານຮູບເງົາ Clap ໄດ້ຮັບການຜັນຂະຫຍາຍບົນພື້ນຖານສັງເກດເຫັນບັນດາທ່າອຽງໃໝ່ທີ່ພວມປະກົດຕົວໃນຂົງເຂດປະດິດສ້າງການສຽງ.
ໃນເວລາທີ່ຜ່ານມາ, ຢູ່ຮ່າໂນ້ຍ, ຮູບເງົາທີ່ມີຊື່ວ່າ “ວິນຍານຂອງຜີ” ໄດ້ຖືກນຳມາສາຍທີ່ ງານມະໂມລານຮູບເງົາ Clap. ນີ້ແມ່ນຮູບເງົາທີ່ສາມາດສ້າງສະຖີຕິກ່ຽວກັບອັດຕາຜູ້ຊົມຢູ່ຫວຽດນາມ. ທ່ານນາງ Elise Bourmaud – Danto ນັກວິຊາການໂຄງການຂະແໜງການສຽງ-ຫໍສະໝຸດເອເລັກໂຕນິກ, ສະຖາບັນຝະລັ່ງໃຫ້ຮູ້ວ່າ :
“ ກ່ຽວກັບບັນດາການເຄື່ອນໄຫວທີ່ພົ້ນເດັ່ນໃນ ງານມະໂຫລານຮູບເງົາ Clap ຄັ້ງນີ້, ກ່ອນອື່ນໝົດ ແມ່ນຕ້ອງເວົ້າເຖິງລາຍການສາຍຟິມຮູບເງົາ. ໃນ ງານມະໂມລານຮູບເງົາ Clap ຄັ້ງນີ້, ມີ 7 ປະເພດທີ່ແຕກຕ່າງກັນເພື່ອທຸກໆຄົນຮູ້ໄດ້ເຖິງຄວາມມີຫຼາຍຮູບຫຼາຍສີຂອງບັນດາປະເພດ ຟິມຮູບເງົາ ແລະ ມັນກໍໜູນຊ່ວຍຊຶ່ງກັນ ແລະ ກັນ. ຍົກຕົວຢ່າງຄືໃນຄ່ຳຄືນໄຂ ງານມະໂມລານ, ໄດ້ສາຍຟິມຮູບເງົາ“ວິນຍານຂອງຜີ”
ໃນ ງານມະໂມລານຮູບເງົາ Clap ຄັ້ງນີ້, ຜູ້ຊົມໄດ້ມີໂອກາດຊອກຄົ້ນຫາຫຼາຍວິທີແຕກຕ່າງກັນເພື່ອປະຕິບັດໂຄງການຜະລິດ ຟິມຮູບເງົາ ແລະ ໃນວັນນີ້, ບັນດາຂົງເຂດຜະລິດ ຟິມຮູບເງົາ ບໍ່ຖືກແຍກອອກຕ່າງຫາກຄືກ່ອນນີ້ອີກແລ້ວ. ທ່ານນາງ Elise Bourmaud – Danto ນັກວິຊາການໂຄງການຂະແໜງການສຽງ-ຫໍສະໝຸດເອເລັກໂຕນິກ, ສະຖາບັນຝະລັ່ງໃຫ້ຮູ້ວ່າ :
“ ໃນວັນນີ້, ມີພາຫະນະອຸປະກອນຜະລິດ ຟິມຮູບເງົາຫຼາຍກ່ວາ, ດັ່ງນັ້ນ, ທຸກໆຄົນມີຫຼາຍໂອກາດກວ່າເກົ່າເພື່ອຜະລິດສິ່ງທີ່ຕົນເອງຢາກໄດ້. ຂອບເຂດນັບມື້ໄດ້ຮັບການເປີດກ້ວາງກວ່າ, ບໍ່ແມ່ນວ່າ ໂທລະພາບເຮັດຮູບເງົາໂທລະພາບ, ອິນເຕີເນັດເຮັດອິນເຕີເນັດອີກແລ້ວ. ປະຈຸບັນ, ການຈັດແບ່ງເຊັ່ນນັ້ນ, ບໍ່ຄົງຕົວອີກແລ້ວ, 3 ອັນນີ້ໄດ້ເຊື່ອມຕົວເຂົ້າກັນ ”
ພາຍຫຼັງຖືກດຳເນີນຢູ່ຮ່າໂນ້ຍ, ງານມະໂຫລານຮູບເງົາ Clap ຈະຖືກດຳເນີນຢູ່ນະຄອນໂຮ່ຈິມິນ, ເຫ້ວ, ດານັ້ງ… ແລະ ບັນດາປະເທດອາຊຽນອີກດ້ວຍ. ທ່ານ Loic Wong, ຜູ້ຕາງໜ້າຂະແໜງການສຽງ, ຮູບເງົາ, ສະຖາບັນຝະລັ່ງຢູ່ຫວຽດນາມ ໃຫ້ຮູ້ວ່າ :
“ ຜ່ານງານ Festival ຄັ້ງນີ້, ພວກຂ້າພະເຈົ້າຢາກຢັ້ງຢືນໃຫ້ແກ່ບັນດາຜູ້ປະດິດສ້າງ ແລະ ຜູ້ຊົມເຫັນວ່າ ທຸກໆຄົນຕ່າງກໍສາມາດຜະລິດ ຟິມຮູບເງົາດ້ວຍທຸກໆພາຫະນະອຸປະກອນທີ່ມີຢູ່ແລ້ວ. ນັບທັງເຄື່ອງກາເມຣານ້ອຍ, ທຸກໆຄົນກໍສາມາດຜິດລິດ ຟິມຮູບເງົາດ້ວຍທຸກປະເພດໄດ້. ມັນທັງນອນໃນແງ່ມຸມສິລະປະ, ທັງນອນໃນແງ່ມຸມການຄ້າອີກດ້ວຍ ”
ດ້ວຍຫົວຄິດປະດິດສ້າງ, ຄວາມເປັນເອກະລັກສະເພາະ ແລະ ໃໝ່ອຽມ ກໍລ້ວນແຕ່ແມ່ນຈຸດທີ່ພົ້ນເດັ່ນຂອງງານມະໂຫລານຮູບເງົາ Clap ປີນີ້. ງານມະໂຫລານຮູບເງົາແມ່ນການສະແດງໃຫ້ເຫັນຄວາມມີຫຼາຍຮູບຫຼາຍສີກ່ຽວກັບຄວາມເກັ່ງກ້າສາມາດຂອງບັນດານັກສິລະປີນຝະລັ່ງ ແລະ ຫວຽດນາມໃນການປະດິດສ້າງສິລະປະ, ປະກອບສ່ວນສ້າງຮູບແບບໃໝ່ໃຫ້ແກ່ບັນດາຜູ້ຜະລິດ ຟິມຮູບເງົາໜຸ່ມ.