ງານວາງສະແດງພາບແຕ້ມ ຮ່າງຈົ໋ງ - ບັນດາສິ່ງເກົ່າແກ່ ແລະ ໃໝ່ອ່ຽມ

(VOVWORLD) -ງານວາງສະແດງພາບແຕ້ມ ຮ່າງຈົ໋ງ ດ້ວຍຫົວຂໍ້ວ່າ “ບັນດາສິ່ງເກົ່າແກ່ ແລະ ໃໝ່ອ່ຽມ” ພວມດຳເນີນຢູ່ Gallery ອາຊີຕາເວັນອອກ ຕັ້ງຢູ່ເຮືອນເລກທີ 115, ຖະນົນຫງວຽນທ໋າຍຫອກ, ຮ່າໂນ້ຍ. ງານວາງສະແດງໄດ້ປະກອບສ່ວນໂຄສະນາບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງພາບແຕ້ມ ຮ່າງຈົ໋ງ ເຖິງມະຫາຊົນ ກໍຄືເຈາະຈີ້ມໃຫ້ເປີດກວ້າງບັນດາຄວາມສາມາດບົ່ມຊ້ອນໃນການນຳໃຊ້ຂອງພາບແຕ້ມພື້ນເມືອງເຂົ້າໃນການດຳລົງຊີວິດທັນສະໄໝ.

ງານວາງສະແດງພາບແຕ້ມ ຮ່າງຈົ໋ງ - ບັນດາສິ່ງເກົ່າແກ່ ແລະ ໃໝ່ອ່ຽມ - ảnh 1

ງານວາງສະແດງພາບແຕ້ມ ຮ່າງຈົ໋ງ 

(ພາບ: anninhthudo.vn)

ງານວາງສະແດງແມ່ນເຫດການທຳອິດໃນວິວັດການແນະນຳ, ໂຄສະນາ ແລະ ແບ່ງປັນກ່ຽວກັບໂຄງການ “ພາບແຕ້ມສີສັນຫວຽດ” ຂອງກຸ່ມ S River ລວມມີບັນດາລຸ້ນໜຸ່ມທີ່ສຸມຈິດສຸມໃຈກັບພາບແຕ້ມ ຮ່າງຈົ໋ງ. ມາຢ້ຽມຊົມງານວາງສະແດງ, ຜູ້ຊົມມີຄວາມປະທັບໃຈກັບເຂດວາງສະແດງບັນດາພາບແຕ້ມ ຮ່າງຈົ໋ງ ທີ່ໂດດເດັ່ນເຊິ່ງໄດ້ແບ່ງເປັນ 4 ຫົວເລື່ອງ: ພາບແຕ້ມບຸນເຕັດ, ພາບແຕ້ມເພື່ອບູຊາ, ພາບແຕ້ມກ່ຽວກັບເລື່ອງລາວຂອງຊີວິດ ແລະ ພາບແຕ້ມກ່ຽວກັບເລື່ອງລາວຕ່າງໆ. ພາບແຕ້ມພື້ນເມືອງ ຮ່າງຈົ໋ງ ແມ່ນໜຶ່ງໃນບັນດາແບບພາບແຕ້ມທີ່ເປັນເອກະລັກສະເພາະ, ເຊິ່ງໄດ້ລວບລວມຄຸນຄ່າດ້ານຄວາມງາມ, ຈິດໃຈ ແລະ ການເຊື່ອຖືຂອງຊາວເຜົ່າກິງ ໃນເມື່ອກ່ອນ. ສີນຳໃຊ້ໃນພາບແຕ້ມ ຮ່າງຈົ໋ງ ໄດ້ສ້າງຄວາມປະທັບໃຈທີ່ສຸດ ແລະ ອຸດົມສົມບູນ, ແຕ່ສິ່ງພິເສດແມ່ນພາບແຕ້ມເກືອບທັງໝົດພຽງແຕ່ນຳໃຊ້ 6 ສີເທົ່ານັ້ນ, ນັ້ນແມ່ນ ສີແດງ, ສີເຫຼືອງອ່ອນ, ສີບົວອ່ອນ, ສີຂຽວໃບໄມ້, ສີຟ້າ. ສິ່ງພິເສດໄດ້ສ້າງເປັນຄວາມອຸດົມສົມບູນຂອງສີໃນພາບແຕ້ມນັບຮ້ອຍແຜ່ນ, ເຖິງວ່າບໍ່ໄດ້ນຳໃຊ້ຫຼາຍສີກໍ່ຕາມ, ແຕ່ນັ້ນແມ່ນການປົນສີ ແລະ ຈັດແບ່ງອັດຕາສ່ວນຂອງບັນດາສີໃນການນຳໃຊ້ສີໃນພາບແຕ້ມແມ່ນມີການຫັນປ່ຽນຢ່າງຫຼວງຫຼາຍ. ເອື້ອຍ ຈິ້ງທິທູຈາງ, ອາຈານສອນຢູ່ມະຫາວິທະຍາໄລສະຖາປັດຮ່າໂນ້ຍ, ຜູ້ກໍ່ຕັ້ງກຸ່ມ S River, ໃຫ້ຮູ້ວ່າ.

        “ສິ່ງໃໝ່ອ່ຽມຢູ່ງານວາງສະແດງແມ່ນເຮົາຈະບໍ່ຢຸດຢູ່ບັນດາຄຸນຄ່າໃນເມື່ອກ່ອນຂອງບັນດາປູ່ຍ່າຕາຍາຍຄື: ພາບແຕ້ມບູຊາ, ພາບແຕ້ມບຸນເຕັດ ຍ້ອນຊີວິດຂອງຊາວຫວຽດນາມ ໃນປະຈຸບັນ ໄດ້ມີການປ່ຽນແປງຫຼາຍທີ່ສຸດເມື່ອທຽບໃສ່ເມື່ອກ່ອນ. ຂ້າພະເຈົ້າເຫັນວ່າ ຄຸນຄ່າຂອງພາບແຕ້ມ ຮ່າງຈົ໋ງ ງາມທີ່ສຸດ, ມີສິ່ງລ້ຳຄ່າຫຼາຍຢ່າງ. ຂ້າພະເຈົ້າຢາກນຳເອົາບັນດາສີສັນ, ລວດລາຍຂອງພາບແຕ້ມ ຮ່າງຈົ໋ງ ໃຫ້ກາຍເປັນສາງວັດຖຸໃຫ້ຂະແໜງອອກແບບ. ຂ້າພະເຈົ້າຈະນຳໃຊ້ສີ ແລະ ລວດລາຍຂອງພາບແຕ້ມຮ່າງຈົ໋ງ ໃສ່ຊອງຫໍ່ເຂົ້າໜົມບຸນເຕັດ, ເຂົ້າໜົມເຂົ້າ, ບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງຫວຽດນາມ, ກໍຄືແພຕັດເສື້ອ ແລະ ບັນດາຜະລິດຕະພັນອ່ືນໆ”.

        ບັນດາສະມາຊິກຂອງ S River ລ້ວນແຕ່ແມ່ນບັນດານັກອອກແບບການແຕ້ມ, ສະນັ້ນ, ບັນດາສະມາຊິກໄດ້ຂຸດຄົ້ນພາບແຕ້ມ ຮ່າງຈົ໋ງ ຕາມວິທີໃໝ່, ນຳພາບແຕ້ມ ຮ່າງຈົ໋ງ ໃຫ້ເຂົ້າໃກ້ກັບທຸກຄົນງ່າຍກວ່າດ້ວຍວິທີທຳມະຊາດ, ທຸກຄົນຈະຊື້ບັນດາຜະລິດຕະພັນທີ່ມີລວດລາຍສີສັນຂອງພາບແຕ້ມ ຮ່າງຈົ໋ງ. ເພື່ອນ ຫງວຽນທິມິງຮັ່ງ, ສະມາຊິກຂອງກຸມ S River, ແບ່ງປັນວ່າ.

        “ແຫຼ່ງອາລົມເພື່ອປະດິດຄິດສ້າງຂອງພວກຂ້າພະເຈົ້າໄດ້ເອົາມາຈາກບັນດາລວດລາຍໃນບັນດາພາບແຕ້ມຮ່າງຈົ໋ງ. ກຸ່ມ S River ໄດ້ສ້າງແຫຼ່ງອາລົມກ່ຽວກັບພາບແຕ້ມຮ່າງຈົ໋ງ ເຖິງບັນດາເພື່ອນໜຸ່ມ, ບໍ່ຢາກໃຫ້ຄຸນຄ່າກ່ຽວກັບພາບແຕ້ມ ຮ່າງຈົ໋ງ ຖືກສູນຫາຍໄປ, ຫາກມັນຈະໄດ້ຟື້ນຕົວຄືນໃນການພັດທະນາຂອງສັງຄົມ. ແລະ ໃນປະຈຸບັນ, ພວກຂ້າພະເຈົ້າຢາກນຳມັນເຂົ້າໃນການດຳລົງຊີວິດຕົວຈິງກວ່າ, ບໍ່ພຽງແຕ່ແມ່ນພາບແຕ້ມທີ່ແຂວນຢູ່ຝາເຮືອນເທົ່ານັ້ນ, ຫາກມັນຍັງຈະແມ່ນຜະລິດຕະພັນໃດໜຶ່ງທີ່ມີສີສັນຫວຽດນາມອີກດ້ວຍ”.

        ງານວາງສະແດງ “ບັນດາສິ່ງເກົ່າແກ່ ແລະ ໃໝ່ອ່ຽມ” ນອນໃນວິວັດການໂຄສະນາ ແລະ ແບ່ງປັນກ່ຽວກັບໂຄງການພາບແຕ້ມ “ສີສັນຫວຽດ” ຂອງກຸ່ມ S River. ນີ້ແມ່ນໂຄງການທຳອິດຢູ່ຫວຽດນາມ ທີ່ສະໜອງບັນດາການໄຈ້ແຍກຢ່າງເລິກເຊິ່ງ ແລະ ວິທີການຢ່າງລະອຽດໃນການນຳໃຊ້ສີ, ລວດລາຍຂອງພາບແຕ້ມພື້ນເມືອງຮ່າງຈົ໋ງ, ດ້ວຍເປົ້າໝາຍແມ່ນນຳພາບແຕ້ມ ຮ່າງຈົ໋ງ ໄປແນະນຳຕໍ່ມວນຊົນຫຼາຍກວ່າ, ພິເສດແມ່ນວົງການນັກສິລະປິນ ແລະ ນັກອອກແບບໜຸ່ມຫວຽດນາມ. ເຂົ້າຮ່ວມງານວາງສະແດງ, ທ່ານຮອງສາດສະດາຈານ, ນັກຄວັດ, ແກະສະຫຼັກ ຫງວຽນຊວນແທ່ງ, ອະດີດຫົວໜ້າພະແນກປະຕິມາກຳ ສັງກັດມະຫາວິທະຍາໄລວິຈິດສິນຫວຽດນາມ, ໃຫ້ຮູ້ວ່າ.

        “ພາບແຕ້ມຮ່າງຈົ໋ງ ມີບັນດາຈຸດພິເສດສະເພາະທີ່ແຕກຕ່າງກັບພາບແຕ້ມ ດົງໂຮ່. ພາບແຕ້ມ ຮ່າງຈົ໋ງ ຮັບໃຊ້ປະຊາຊົນໃນເຂດຕົວເມືອງ ແລະ ປະຊາຊົນມີຊີວິດທາງດ້ານວັດທະນະທຳສູງ. ສະນັ້ນ, ສິ່ງທີ່ສະແດງໃຫ້ເຫັນໃນພາບແຕ້ມ ຮ່າງຈົ໋ງ ແມ່ນບັນດາສິ່ງທີ່ລະອຽດລະອໍ, ເຕື້ອງເຖິງບັນດາບັນຫາສັງຄົມແບບກວມລວມ. ແນວຄວາມຄິດຂອງບັນດາເພື່ອນໃນກຸ່ມ S River ບໍ່ພຽງແຕ່ເປັນການຟື້ນຟູ, ເກັບຮັກສາບັນດາຄຸນຄ່າເດີມ, ມີມູນເຊື້ອທີ່ລ້ຳຄ່າຂອງພາບແຕ້ມຮ່າງຈົ໋ງ ເທົ່ານັ້ນ, ຫາກບັນດາເພື່ອນຍັງຮູ້ວິທີເສີມຂະຫຍາຍ, ນຳໃຊ້ບັນດາອັນທີ່ເປັນມູນເຊື້ອນັ້ນໃຫ້ກາຍເປັນວັດຖຸໃໝ່ໃຫ້ບັນດາຄຸນຄ່າສິລະປະໃໝ່ອີກດ້ວຍ.”

        ຜ່ານງານວາງສະແດງ, ກໍຄືໂຄງການພາບແຕ້ມ “ສີສັນຫວຽດ”, ກຸ່ມ S River ປາດຖະໜາຢາກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອຂອງປູ່ຍ່າຕາຍາຍຈາກບັນດາພາບແຕ້ມຮ່າງຈົ໋ງ ຕາມວິທີການໃໝ່; ບໍ່ພຽງແຕ່ຢຸດຢູ່ການຄິດເຖິງບັນດາຄຸນຄ່າເດີມເທົ່ານັ້ນ, ຫາກຕ້ອງເຮັດແນວໃດເພື່ອໃຫ້ມັນໄດ້ມີຊີວິດໃນການດຳລົງຊີວິດທັນສະໄໝ ແລະ ໃນແຕ່ລະຄົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ