ຮູບພາບກ່ວາ 70 ແຜ່ນຊື່ງໄດ້ພັນລະນາເຖິງບັນດາຮູບພາບກ່ຽວກັບຊີວິດການອອກແຮງງານ ແລະ ຮ່ຳຮຽນຂອງນັກຮຽນພາກເໜືອຫວຽດນາມ ໃນໄລຍະ 1964-1972 ຊື່ງແມ່ນໄລຍະສົງຄາມທຳລາຍດຸເດືອດທີ່ສຸດ ຂອງກອງທັບອາກາດອາເມລິກາ ພວມວາງສະແດງຢູ່ນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນໂອກາດເພື່ອໃຫ້ຜູ້ຊົມ ແລະ ເພື່ອນມິດສາກົນ ຫວນຄືນໄລຍະສົງຄາມເມື່ອ 40 ປີກ່ອນ. ເຊີນທ່ານພ້ອມກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເຂົ້າຮ່ວມງານວາງສະແດງດ້ວຍຫົວຂໍ້ວ່າ: “ເດັກນ້ອຍໃນປາງສົງຄາມ“ ເນື່ອງໃນໂອກາດລະນຶກໄຊຊະນະດ້ຽນບຽນຝູເທິງອາກາດຄົບຮອບ 40 ປີ.
ເດັກນ້ອຍພາກເໜືອຖືໝວກເຟືອງ
(ພາບ: thethaovanhoa.vn)
ອ້າຍ Nguyen Cong Hung ໄດ້ແນະນຳກ່ຽວກັບບັນດາຮູບພາບພັນລະນາຊີວິດອັນທຸກຍາກລຳບາກຂອງພວກນ້ອງນ້ອຍໃນໄລຍະສົງຄາມໃຫ້ແກ່ລູກຊາຍ ອາຍຸ 8 ປີຂອງຕົນ. ອ້າຍເອງກໍ່ມີຄວາມຕື້ນຕັນໃຈ ແລະ ມີຄວາມປະທັບໃຈເມື່ອເຫັນຮູບພາບບັນດານ້ອງນັກຮຽນຜ່ານຜ່າຄວາມທຸກຍາກໃນຊີວິດການເປັນຢູ່ເພື່ອໄດ້ຮ່ຳຮຽນ. ການເປີດສົກຮຽນໃໝ່ໃກ້ກັບຂຸມລະເບີດ, ນັກຮຽນຖືໝວກເຟືອງ, ຍ່າງຕີນເປົ່າ ແຕ່ໃນພິທີເປີດສົກຮຽນໃໝ່ຍັງມີທຸງຊາດ, ດອກໄມ້, ຮູບພາບລຸງໂຮ່... ຜູ້ຊົມໄດ້ເຫັນຮູບພາບບັນດານ້ອງນ້ອຍຫຼົບຫຼີກລະເບີດຢູ່ອຸມົງໃຕ້ດິນແຕ່ຍັງມີຮອຍຍີ້ມ. ອ້າຍ Nguyen Cong Hung ແບ່ງປັນວ່າ:
“ຂ້າພະເຈົ້າຮູ້ງານວາງສະແດງນີ້ໂດຍບັງເອີນ. ຂ້າພະເຈົ້າສົ່ງລູກມາຊົມເບິ່ງເພື່ອໃຫ້ລູກໄດ້ຮູ້ໄດ້ເຫັນສິ່ງທີ່ພໍ່ແມ່ເຄີຍຜ່ານຜ່າ, ເພື່ອລູກຈະຕ້ອງພະຍາຍາມກ່ວາອີກໃນຊີວິດ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ຮູບພາບພວກນ້ອງພວມຮ່ຳຮຽນໃນອຸມົງໃຕ້ດິນ. ນີ້ແມ່ນຮູບພາບຮ່ຳຮຽນເປັນປົກກະຕິ, ບໍ່ຄິດເຖິງສົງຄາມຂອງປະເທດຊາດ ແລະ ພວມພະຍາຍາມບືນຕົວຂຶ້ນ“
(ພາບ:vietcadao.com)
ຮູບພາບແຜ່ນໃຫ່ຍກ່ວາໝູ່ ຊື່ງໄດ້ແຂວນໃນໃຈກາງຮ້ານວາງສະແດງແມ່ນຮູບພາບນາງສາວນ້ອຍ 2 ຄົນຖືໝວກເຟືອງກຽມໄປຮຽນ. ການຖີ້ນລະເບີດດຸເດືອດຂອງສັດຕູບໍ່ສາມາດກີດຂວາງພວກນ້ອງໄປຮຽນໄດ້. ພວກນ້ອງຂຸດອຸມົງໃຕ້ດິນເພື່ອຫຼົບໄພດ້ວຍຕົນເອງ. ເຮືອນຝາກເດັກ, ໂຮງຮຽນອະນຸບານ, ຫ້ອງຮຽນສາມັນລ້ວນແຕ່ຢູ່ໃນອຸມົງໃຕ້ດິນ. ພໍ່ຕູ້ Nguyen Xuan Lien ອາຍຸກ່ວາ 70 ປີ ໃຫ້ຮູ້ວ່າ: ບັນດາຮູບພາບຢູ່ໃນງານວາງສະແດງໄດ້ເຮັດໃຫ້ລາວຄິດເຖິງໄລຍະເວລາລາວ ແລະ ຄອບຄົວຍົກຍ້າຍຫຼົບໄພ, ຂຸດອຸມົງໃຕ້ດິນຫລົບໄພ... ແລະ ຄວາມປະທັບໃຈອັນເລິກເຊິ່ງທີ່ສຸດຂອງລາວ ນັ້ນແມ່ນຄວາມໄຮ້ດ່ຽງສາຂອງເດັກນ້ອຍ:
“ໃນໄລຍະນັ້ນ, ເດັກນ້ອຍກໍ່ບໍ່ເຄີຍຢ້ານກົວຈັກເທື່ອ. ເມື່ອເຮືອບິນມາ, ພໍ່ແມ່ອຸ້ມລົງອຸມົງໃຕ້ດິນເຂົາເຈົ້າກໍ່ລົງ ຫາກບໍ່ຢ້ານກົວຫຍັງ, ທຸກສິ່ງທຸກຢ່າງໄດ້ດຳເນີນໄປເປັນປົກກະຕິ. ໃນໄລຍະສົງຄາມເກືອບຄືວ່າການດຳເນີນຊີວິດກໍ່ເປັນປົກກະຕິ, ພຽງແຕ່ຕ້ອງລົງອຸມົງໃຕ້ດິນລົບໄພເມື່ອເຮືອບິນມາຖີ້ມລະເບີດ“
(ພາບ:vov.vn)
ເມື່ອມາຢ້ຽມຊົມງານວາງສະແດງ, ຜູ້ຊົມມີຄວາມປະທັບໃຈທີ່ສຸດຕໍ່ຮູບພາບໝວກເຟືອງທີ່ມີຫຼາຍແບບຕ່າງກັນໂດຍພວກນ້ອງເຮັດເອງ. ໝວກເຟືອງແມ່ນສິ່ງບໍ່ອາດຂາດໄດ້ສຳລັບເດັກນ້ອຍໃນປາງສົມຄາມເພື່ອຫຼົບລູກລະເບີດ. ພໍ່ຕູ້ Nguyen Xuan Lien ໃຫ້ຮູ້ວ່າ ທ່ານມາງານວາງສະແດງເພື່ອຊອກຮູ້ຕື່ມອີກກ່ຽວກັບໝວກເຟືອງຂອງຊາວພາກເໜືອຫວຽດນາມ ໃນປາງສົມຄາມ:
“ໃນໄລຍະນັ້ນ ເຂົາເຈົ້າໄດ້ມີຫົວຄິດປະດິດສ້າງເຮັດໝວກເຟືອງ, ບໍ່ມີໃຜບັງຄັບແຕ່ທຸກຄົນລ້ວນແຕ່ມີໝວກເຟືອງ. ເຂົາເຈົ້າເຮັດໝວກເຟືອງເພື່ອປົກປ້ອງຕົນເອງ, ເພື່ອບໍ່ໃຫ້ລູກປືນ ແລະ ສະເກັດລະເບີດຕົກໃສ່ຫົວໄດ້. ໝວກເຟືອງມີຫຼາຍແບບແຕກຕ່າງກັນໂດຍແຕ່ລະທອ້ງຖິ່ນ, ແຕ່ລະຄອບຄົວເຮັດເອງ“.
40 ປີໄດ້ລ່ວງເລີຍໄປແລ້ວ, ບັນດາຮູບພາບກ່ຽວກັບເດັກນ້ອຍໃນປາງສົມຄາມໄດ້ນຳມາວາງສະແດງໄດ້ເຮັດໃຫ້ຜູ້ຊົມຄິດເຖິງບັນດາອະນຸສອນ, ຄວາມຊົງຈຳ, ພິເສດສຳລັບຜູ້ທີ່ແມ່ນເດັກນ້ອຍໃນໄລຍະສົງຄາມໃນຊຸມປີ 1964-1972. ດ້ວຍບັນດາຮູບພາບທີ່ມີຊີວິດຊີວາໃນໄລຍະເວລາກ່ອນນີ້ເກືອບເຄິ່ງສັດຕະວັດ, ຜູ້ຊົມຫຼາຍຄົນເກືອບຄືວ່າເຫັນໄດ້ໄລຍະອັນທຸກຍາກລຳບາກແຕ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈຂອງປະເທດຊາດ. ບັນດາຮູບພາບໄດ້ສ່ອງແສງເຖິງຊີວິດການເປັນຢູ່ໃນໄລຍະສົງຄາມທີ່ທຸກຍາກລຳບາກ ແຕ່ຍັງມີບັນຍາກາດທີ່ມ່ວນຊື່ນ. ໂດຍຜ່ານຕາກ້ອງຂອງນັກຖ່າຍຮູບ, ພວກເຮົາຈະເຫັນໄດ້ບັນດາຮູບພາບພວກນ້ອງໃນຊີວິດປະຈຳວັນ, ໃນການຮຳ່ຮຽນ, ດຳເນີນຊີວິດ...ຢ່າງມີຊີວິດຊີວາ.