(vovworld) - ໃນໂອກາດສະເຫຼີມສະຫຼອງວັນຫໍພິພິດທະພັນສາກົນ (18/5) ແລະ ຕອບສະໜອງການເຄື່ອນໄຫວຕ່າງໆເພື່ອຂ່ຳນັບຊົມເຊີຍປີຄອບຄົວຫວຽດນາມ 2013. ຫໍພິພິດທະພັນວິຈິດສິນຫວຽດນາມ ຫາກໍ່ຈັດຕັ້ງງານວາງສະແດງຫົວເລື່ອງສະເພາະ ແລະ ການເຄື່ອນໄຫວສຶກສາສິລະປະທີ່ໃສ່ຊື່ວ່າ: “ກົກເຄົ້າແຫ່ງຄວາມຜາສຸກ” ການເຄື່ອນໄຫວທີ່ມີຄວາມໝາຍນີ້ ໄດ້ນຳມາເຊິ່ງຄວາມຄິດອັນເລິກເຊິ່ງຫຼາຍຢ່າງກ່ຽວກັບຄວາມສຸກໃນຄອບຄົວ” ໃຫ້ແກ່ຜູ້ຊົມ.
ງານວາງສະແດງ “ກົກເຄົ້າແຫ່ງຄວາມຜາສຸກ”
(ພາບ: ອິນເຕີແນດ)
ງານວາງສະແດງ “ກົກເຄົ້າແຫ່ງຄວາມຜາສຸກ” ໄດ້ແນະນຳບັນດາພາບແຕ້ມ ຮູບແກະສະຫຼັກທີ່ສະແດງໃຫ້ເຫັນຄວາມຜາສຸກແບບທຳມະດາສາມັນ, ນັ້ນແມ່ນພາບແຕ້ມແມ່ກຳລັງຕາບເສື້ອໃນຄອບຄົວທີ່ເຕັມໄປດ້ວຍຄວາມຜາສຸກ, ແມ່ນຮູບປັ້ນແມ່ອູ້ມລູກດ້ວຍຄວາມຮັກທີ່ລົ້ນເຫຼືອ. ທ່ານ ຟານວັນຕ໋ຽນ, ຜູ້ອຳນວຍການຫໍພິພິດທະພັນວິຈິດສິນຫວຽດນາມ, ໃຫ້ຮູ້ວ່າ:
“ດ້ວຍພາບແຕ້ມ ແລະ ຮູບແກະສະຫຼັກ 77 ຮູບ, ຜູ້ຊົມຈະມີໂອກາດໄດ້ເຫັນບັນດາຜະລິດຕະພັນຂອງຈິດຕະກອນລຸ້ນຕ່າງໆທີ່ຮຽນຢູ່ໂຮງຮຽນວິຈິດສິນອິນດູຈີນຄື: ເຈິ່ນວັນເກິນ, ເລກວົກໂລກ…ແລະ ບັນດາຈິດຕະກອນທີ່ມີຊື່ສຽງລຸ້ນຕ່າງໆຄື ເຈິ່ນລືວເຫົ້າ, ຮູຍແອ໋ນ… ພ້ອມກັບຈິດຕະກອນໜຸ່ມຄື ຫວູເກືອງ, ຫ່າຈີ໋ຫ໋ຽວ, ດ່າວກວົກຮູຍ, ດ້ວຍສິລະປະ, ຫົວຄິດປະດິດສ້າງ ແລະ ອາລົມຈິດຮັກແພງ ແລະ ຄວາມສະເທືອນໃຈເມື່ອສະແດງຫົວຂໍ້ນີ້. ບັນດາຈິດຕະກອນໄດ້ແບ່ງປັນຄູນຄ່າແທ້ຈິງຂອງຄອບຄົວທີ່ມີຄວາມຜາສຸກ”.
ບັນດາຜະລິດຕະພັນທີ່ງານວາງສະແດງໄດ້ສະແດງໃຫ້ເຫັນຮູບພາບທີ່ຊື່ຕົງ ແລະ ໃກ້ຊິດຂອງແມ່ໃນຄອບຄົວ, ຜູ້ຍິງໃນສັງຄົມ. ຈິດຕະກອນ ເຈິ່ນເຫົ້າອຽນເທ໋, ອາຈານສອນຢູ່ມະຫາວິທະຍາໄລວິຈິດສິນຫວຽດນາມ, ແບ່ງປັນວ່າ:
“ງານວາງສະແດງ ໄດ້ເວົ້າເຖິງຄວາມສຸກຂອງຄອບຄົວ, ເວົ້າເຖິງຊີວິດ, ຄວາມມຸ້ງຫວັງ. ມີພາບແຕ້ມ ແລະ ຮູບແກະສະຫຼັກຫຼາຍຮູບ ແມ່ນຂອງບັນດາຈິດຕະກອນທີ່ມີຊື່ສຽງ, ງານວາງສະແດງກໍ່ແມ່ນໂອກາດເພື່ອສະແດງຄວາມຮູ້ບູນຄູນທີ່ມີຕໍ່ລຸ້ນກ່ອນຄືຈິດຕະກອນ ເຈິ່ນວັນເກິນ, ຫງວຽນຈ້ອງເຮີບ, ເລຮູຍຮ່ວາ, ຫງວຽນກວນ, ຟ້ອມວຽດຮົ່ງລາມ”.
ໃນຂອບເຂດຂອງເຫດການ, ຫໍພິພິດທະພັນວິຈິດສິນຫວຽດນາມ ກໍ່ຜັນຂະຫຍາຍລາຍການສຶກສາສິລະປະ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ຄົ້ນຫາສິລະປະຜ່ານການຢ້ຽມຊົມງານວາງສະແດງ ແລະ ພົບປະແລກປ່ຽນກັນບັນດາຈິດຕະກອນ; ແບ່ງປັນ ແລະ ເຂົ້າຮ່ວມການປະດິດສິລະປະ ຜ່ານການແຕ້ມຮູບຕາມຫົວຂໍ້ຂອງງານວາງສະແດງ… ເຫດການນີ້ ເພື່ອແນໃສ່ສ້າງໂອກາດໃຫ້ຜູ້ຊົມ, ພິເສດແມ່ນພວກນ້ອງນັກຮຽນ ເພີ່ມຄວາມຮູ້ພື້ນຖານກ່ຽວກັບສິລະປະຜ່ານມໍລະດົກຢູ່ຫໍພິພິດທະພັນ. ທ່ານນາງ ເຈິ່ນທິລານເຮືອງ, ຮອງຫົວໜ້າອຳນວຍການໂຮງຮຽນປະຖົມ ນາມແທ່ງກົງ, ໃຫ້ຮູ້ວ່າ:
“ເມື່ອມາແຫ່ງນີ້, ພວກນ້ອງນັກຮຽນໄດ້ເຂົ້າຮ່ວມການເຄື່ອນໄຫວ ແລະ ຮັບເອົາຄວາມຮູ້ຫຼາຍຢ່າງ. ຄວາມຮູ້ເຫຼົ່ານັ້ນ ບໍ່ພຽງແຕ່ມີປະໂຫຍດໃຫ້ແກ່ພວກນ້ອງເທົ່ານັ້ນ, ຫາກຍັງມີປະໂຫຍດໃຫ້ແກ່ຄູສອນຄືພວກຂ້າພະເຈົ້າໃນການສິດສອນອີກດ້ວຍ. ພວກຂ້າພະເຈົ້າຫວັງວ່າ, ຫໍພິພິດທະພັນວິຈິດສິນ ຈະຈັດຕັ້ງຫຼາຍເຫດການຄືແນວນີ້ກວ່າອີກ ແລະ ເຊີນໂຮງຮຽນຕ່າງໆເຂົ້າຮ່ວມ, ເພື່ອໃຫ້ພວກຂ້າພະເຈົ້າມີໂອກາດພາພວກນ້ອງມາຢ້ຽມຢາມ ແລະ ສຳຜັດກັບເອກະສານອັນລ້ຳຄ່າ ແລະ ອຸດົມສົມບູນ, ສ້າງເງື່ອນໄຂໃຫ້ໂຮງຮຽນສືກສາພວກນ້ອງພັດທະນາຢ່າງຮອບດ້ານ.
ພາກນ້ອງນັກຮຽນແອບແຕ້ມພາບຕາມຫົວເລື່ອງຂອງງານວາງສະແດງ
(ພາບ: ອິນເຕີແນດ)
ໃນທ່າອ່ຽງເຊື່ອມໂຍງກັບສາກົນ ແລະ ໂລກາພິວັດໃນປະຈຸບັນ ໄດ້ນຳມາເຊິ່ງຄວາມສະດວກ ແລະ ການທ້າທາຍຫຼາຍຢ່າງໃນການຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງານຂອງຊາດ. ງານວາງສະແດງຫົວເລື່ອງສະເພາະ ແລະ ການເຄື່ອນໄຫວສຶກສາສິລະປະ “ກົກເຄົ້າແຫ່ງຄວາມຜາສຸກ” ແມ່ນການເຄື່ອນໄຫວຢ່າງແທ້ຈິງ, ປະກອບສ່ວນເຊີດຊູຄອບຄົວຫວຽດນາມ, ພ້ອມທັງໂຄສະນາກ່ຽວກັບພື້ນຖານວັດທະນະທຳດ້ານຈິດໃຈ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງຄອບຄົວຫວຽດນາມ.