(vovworld) – ”ງານວາງສະແດງ: ອ້ຽມ - ອາພອນທີ່ສວຍງາມຂອງຫວຽດນາມ” ໂດຍຄະນະຄຸ້ມຄອງຄຸ້ມເມືອງເກົ່າຮ່າໂນ້ຍຈັດຕັ້ງ, ທີ່ພວມດຳເນີນຢູ່ວິຫານດົ່ງຫຼາກ, ເຮືອນເລກ 38 ຖະໜົນຮ່າງດ່າວ, ຮ່າໂນ້ຍ. ງານວາງສະແດງແນະນຳອາພອນຊະນິດໜຶ່ງທີ່ເປັນເອກະລັກສະເພາະຂອງຫວຽດນາມ, ປະກອບສ່ວນອະນຸລັກຮັກສາເສື້ອອ້ຽມ ແລະ ອາຊີບຕຳ່ແພໄໝ, ເຊິ່ງແມ່ນໜຶ່ງໃນບັນດາອາຊີບຫັດຖະກຳທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມໃນເມື່ອກ່ອນ.
ພາບ: ອິນເຕີແນດ
- ນີ້ແມ່ນຊຸດອາພອນທີ່ເປັນມູນເຊື້ອຂອງແມ່ຍິງຫວຽດນາມໃນເມື່ອກ່ອນ.
- ມັນເປັນແພໄໝແມ່ນບໍ ?
- ເຮົາເຫັນວ່າຢູ່ທາງໃນແມ່ນເສື້ອອ້ຽມສີແດງ ແລະ ທາງນອກແມ່ນເສື້ອ 4 ປ່ຽງ.
- ນີ້ແມ່ນຊຸດອາພອນປະຈຳວັນຂອງເຂົາເຈົ້າແມ່ນບໍ?
- ເຈົ້າ, ຖືກແລ້ວ, ນັ້ນແມ່ນຊຸດອາພອນປະຈຳວັນຂອງເຂົາເຈົ້າ...“
ພາບ: ອິນເຕີແນດ
ທີ່ທ່ານຟັງໄປແລ້ວນັ້ນແມ່ນການໂອ້ລົມຂອງເພື່ອນໜຸ່ມສອງຄົນທີ່
ງານວາງສະແດງ: ອ້ຽມ - ອາພອນທີ່ສວຍງາມຂອງຫວຽດນາມ. ມາແຫ່ງນີ້, ຜູ້ຊົມບໍ່ພຽງແຕ່ເຫັນເສື້ອອ້ຽມເທົ່ານັ້ນ, ຫາກຍັງເຫັນປະຈັກຕາເຄື່ອງມື ແລະ ວັດຖຸດິບເພື່ອຕຳ່ເປັນຜ້າໄໝທີ່ມີຊື່ສຽງຂອງຮ່າໂນ້ຍ ໃນເມື່ອກ່ອນ... ອ້ຽມແມ່ນເສື້ອຊ້ອນທີ່ຂາດບໍ່ໄດ້ຂອງແມ່ຍິ່ງຫວຽດນາມ ໃນເມື່ອກ່ອນ. ອ້ຽມຊ່ວຍແມ່ຍິງອວດຮ່າງກາຍທີ່ສວຍງາມຂອງຕົນ. ໃນສະຕະວັດທີ 18-19, ເສື້ອອ້ຽມມີຮູບຈັດຕຸລັດພາດບ່ຽງຢູ່ໜ້າອົກ, ຂອກເທິງຕັດເປັນຄໍເສື້ອແລະຕິດເສັ້ນເຊືອກໃສ່ເພື່ອມັດຢູ່ງ່ອນດົ້ນ, ສ່ວນສອງຂອກທັງສອງຂ້າງກໍ່ມີສາຍເຊືອກເພື່ອມັດຢູ່ສັນຫຼັງ. ກ້າວເຂົ້າສູ່ສະຕະວັດທີ 20, ເສື້ອອ້ຽມຖືກນຳໃຊ້ຢ່າງກວ້າງຂວາງດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ. ເອື້ອຍ ຫງວຽນທິທູຖູຍ, ຜູ້ຕາງໜ້າຄະນະຄຸ້ມຄອງຄຸ້ມເມືອງເກົ່າຮ່າໂນ້ຍ, ໃຫ້ຮູ້ວ່າ:
“
ໃນງານວາງສະແດງ, ພວກຂ້າພະເຈົ້າເອົາໃຈໃສ່ຫຼາຍເຖິງເສື້ອອ້ຽມ, ເຖິງວ່ານີ້ແມ່ນເສື້ອຊ້ອນຂອງແມ່ຍິງໃນສະໄໝກ່ອນກໍ່ຕາມ, ແຕ່ມັນພັດສະ ແດງຄວາມງາມແບບທຳມະຊາດທັງໝົດຂອງແມ່ຍິງໄດ້. ຜ່ານສີສັນ, ແພໄໝຂອງເສື້ອອ້ຽມກໍ່ສາມາດຈຳແນກໄດ້ຊັ້ນຄົນໃນສັງຄົມ“.
ພາບ: ອິນເຕີແນດ
ທັງລອງໃນເມື່ອກ່ອນ ແມ່ນບ່ອນເຕົ້າໂຮມຫຼາຍໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ມັນບໍ່ພຽງແຕ່ນຳມາເຊິ່ງມູນຄ່າເສດຖະກິດ, ພັດທະນາຂະແໜງທ່ອງທ່ຽວເທົ່ານັ້ນ, ຫາກຍັງປະກອບສ່ວນໂຄສະນາວັດທະນະທຳ, ຮັກສາບັນດາມໍລະດົກທີ່ມີມາແຕ່ລຸ້ນກ່ອນອີກ.
ຊຸດອາພອນຂອງແມ່ຍິງໃນປະຈຸບັນໄດ້ມີການປ່ຽນແປງຫຼາຍຢ່າງ. ເສື້ອອ້ຽມບໍ່ໄດ້ນຳໃຊ້ຢ່າງກວ້າງຂວາງອີກ, ແຕ່ເສື້ອອ້ຽມຍັງຄົງແມ່ນວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມ ທີ່ຈຳເປັນຕ້ອງໄດ້ຮັບການຮັກສາໄວ້. ຢືງອກເຮິນ, ເພື່ອນໜຸ່ມຢູ່ຮ່າໂນ້ຍທີ່ມາຢາມງາມງານສະແດງ, ແບ່ງປັນວ່າ:
“ພາຍຫຼັງຊົມງານວາງສະແດງ, ຂ້າພະເຈົ້າສາມາດຮູ້ໄດ້ວ່າ, ກ່ອນນີ້ແມ່ຍິງຫວຽດນາມ ໄດ້ນຸ່ງຊຸດອາພອນຄືແນວໃດ. ຂ້າພະເຈົ້າເຫັນວ່າຊຸດອາພອນຂອງແມ່ຍິງໃນເມື່ອກ່ອນເຖິງວ່າຈະທຳມະດາງ່າຍດາຍກໍ່ຕາມ, ແຕ່ພັດເຮັດໃຫ້ຄວາມງາມຂອງແມ່ຍິງຫວຽດນາມພົ້ນເດັ່ນຂຶ້ນ“.
ພາບ: ອິນເຕີແນດ
ງານວາງສະແດງອ້ຽມ - ອາພອນທີ່ສວຍງາມຂອງຫວຽດນາມ ບໍ່ພຽງແຕ່ດຶງດູດຜູ້ຊົມພາຍໃນປະເທດເທົ່ານັ້ນ, ຫາກຍັງດຶງດູດນັກທ່ອງທ່ຽວຕ່າງປະເທດຫຼາຍຄົນອີກດ້ວຍ. ອ້າຍ Han, ນັກທ່ອງທ່ຽວຊາວສິງຄະໂປ, ແບ່ງປັນວ່າ:
“ຂ້າພະເຈົາເຫັນວ່າງານວາງສະແດງໄດ້ຮັກສາບັນດາເອກະສານກ່ຽວກັບປະຫວັດສາດຂອງຫວຽດນາມ. ມາແຫ່ງນີ້, ຂ້າພະເຈົ້າໄດ້ເຫັນຮູບພາບຄຸ້ມເມືອງເກົ່າຮ່າໂນ້ຍ ກໍ່ຄືການເຄື່ອນໄຫວຂອງຊາວຮ່າໂນ້ຍໃນເມື່ອກ່ອນ“.
ງານວາງສະແດງອ້ຽມ - ອາພອນທີ່ສວຍງາມຂອງຫວຽດນາມ ໄດ້ຊ່ວຍໃຫ້ຜູ້ຊົມມີຄວາມເຂົ້າໃຈກວ່າກ່ຽວກັບປະຫວັດຄວາມເປັນມາຂອງອາພອນຊະນິດໜຶ່ງທີ່ເປັນມູນເຊື້ອຂອງຊາດ, ຜ່ານນັ້ນ, ປະກອບສ່ວນເຂົ້າໃນການອະນຸລັກຮັກສາເສື້ອອ້ຽມ ກໍ່ຄືອາຊີບຕຳ່ແພໄໝຂອງຫວຽດນາມ.