ລາຍການສະແດງສິລະປະຮັບຕ້ອນຊຸມວັນ “ມະຫາສາມັກຄີອາຊຽນ” - ວິໄສທັດດຽວ, ສີສັນດຽວ, ປະຊາຄົມດຽວ ”
|
ຊຸມວັນ “ມະຫາສາມັກຄີອາຊຽນ” - ວິໄສທັດດຽວ, ສີສັນດຽວ, ປະຊາຄົມດຽວ ” ໄດ້ຖືກຈັດຂຶ້ນແຕ່ວັນທີ 21 – 23/11 ຢູ່ບ້ານວັດທະນະທຳ - ທອ່ງທ່ຽວບັນດາເຜົ່າຫວຽດນາມ. ນີ້ແມ່ນເຫດການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວເປັນເຈົ້າພາບຈັດຂຶ້ນ ໂດຍມີການເຂົ້າຮ່ວມຂອງເອກອັກຄະລັດຖະທູດບັນດາປະເທດອາຊຽນປະຈຳຫວຽດນາມ ແລະ ຜູ້ຕາງໜ້າປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດ.
ຊຸມວັນ “ມະຫາສາມັກຄີອາຊຽນ” - ວິໄສທັດດຽວ, ສີສັນດຽວ, ປະຊາຄົມດຽວ ” ມີການເຂົ້າຮ່ວມຂອງບັນດາປະເທດອາຊຽນ. ພິເສດຄະນະເຈົ້າພາບຫວຽດນາມມີການເຂົ້າຮ່ວມຊາວເຜົ່າສ່ວນໜ້ອຍ 200 ຄົນທີ່ມາຈາກບັນດາແຂວງ ແລະ ນະຄອນໃນທົ່ວປະເທດ. ບັນດາການເຄື່ອນໄຫວໃນຂອບເຂດລາຍການໄດ້ແນະນຳຄວາມສາມາດດ້ານການທ່ອງທ່ຽວກໍຄືພາບພົດຂອງປະເທດຊາດ ແລະ ປະຊາຊົນອາຊຽນເວົ້າລວມກໍຄືຫວຽດນາມເວົ້າສະເພາະ. ທ່ານເລີມວັນຄາງ ຮອງຫົວໜ້າຄະນະຄຸ້ມຄອງບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ ຮອງຫົວໜ້າຄະນະຈັດຕັ້ງຊຸມວັນ “ມະຫາສາມັກຄີອາຊຽນ” - ວິໄສທັດດຽວ, ສີສັນດຽວ, ປະຊາຄົມດຽວ ”ໃຫ້ຮູ້ວ່າ :
“ ບັນດາເນື້ອໃນ, ການເຄື່ອນໄຫວຕົ້ນຕໍຂອງເຫດການລວມມີ : ບັນດາການເຄື່ອນໄຫວແນະນຳ, ໂຄສະນາກ່ຽວກັບການທ່ອງທ່ຽວ, ປະເທດຊາດ ແລະ ປະຊາຊົນບັນດາປະເທດອາຊຽນ, ແນະນຳມໍລະດົກວັດທະນະທຳ ບັນດາປະເທດອາຊຽນ , ແນະນຳດ້ານກິລາອັນເປັນປະເພນີອາຊຽນ, ພິເສດແມ່ນບັນດາການເຄື່ອນໄຫວແນະນຳດ້ານວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າຫວຽດນາມໂດຍວົງຄະນະຍາດບັນດາເຜົ່າຫວຽດນາມໄດ້ຮັບການລະດົມຈາກບັນດາເຂດແຄ້ວນທີ່ເປັນຕົວແທນຂອງທົ່ວປະເທດມາຮ່ວມ”
ທ້າວ ອາທຸດ ຊາວເຜົ່າບານາທີີ່ມາຈາກແຂວງ ກອມຕຸມ ເປີດເຜີຍວ່າ :
“ ຂ້າພະເຈົ້າຕື້ນຕັນໃຈທີ່ສຸດ ເພາະໃນເດືອນ 7 ທີ່ຜ່ານມາ, ຄະນະຜູ້ແທນພວກຂ້າພະເຈົ້າໄດ້ທຳການສະແດງວັດທະນະທຳຄ້ອງຢູ້ຝະລັ່ງ ແລະ ປະຈຸບັນ, ຄະຂອງພວກຂ້າພະເຈົ້າພັດໄດ້ເຂົ້າຮ່ວມລາຍການນີ້. ຂ້າພະເຈົ້າຮູ້ສຶກເປັນກຽດເປັນຢ່າງຍິ່ງ. ຂ້າພະເຈົ້າຈະສະແດງບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຜົ່າຕົນ ເພື່ອໃຫ້ອ້າຍເອື້ອຍນ້ອງເຜົ່າອື່ນໆພ້ອມກັນຮູ້”
ເຂົ້າຮ່ວມລາຍການຍັງມີບັນດານັກສິລະປີນ, ນັກສິລະປະການທີ່ມາຈາກບັນດາແຂວງ, ນະຄອນ, ນັກສະແດງຂອງບັນດາໂຮງລະຄອນ, ກອງສິລະປະກອນສັງກັດກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ທ່ານເລີມວັນຄາງ ຮອງຫົວໜ້າຄະນະຄຸ້ມຄອງບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ ຮອງຫົວໜ້າຄະນະຈັດຕັ້ງຊຸມວັນ “ມະຫາສາມັກຄີອາຊຽນ” - ວິໄສທັດດຽວ, ສີສັນດຽວ, ປະຊາຄົມດຽວ ”ໃຫ້ຮູ້ອີກວ່າ :
“ວິໄສທັດດຽວ, ສີສັນດຽວ, ປະຊາຄົມດຽວ ” ເກືອບຄືເປັນຖະແຫຼງການຂອງອາຊຽນ. ພວກຂ້າພະເຈົ້າໄດ້ຈັດຕັ້ງເຫດການນີ້ດ້ວຍຈຸດປະສົງ ແນະນຳດ້ານວັດທະນະທຳບັນດາປະເທດອາຊຽນ ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ເຊືອ່ມຈອດລະຫວ່າງບັນດາປະເທດອາຊຽນ, ປະກອບສ່ວນສ້າງປະຊາຄົມອາຊຽນສາມັກຄີ, ຂະຫຍັນຂັ່ນເຄື່ອນ, ພັດທະນາອາຊຽນກາຍເປັນພາກພື້ນສັນຕິພາບ ແລະ ວັດທະນາຖາວອນ ” .