(vovworld) – ບໍ່ມີເວທີສະແດງ, ບໍ່ມີລະບົບແສງສີ, ສຽງ ແລະ ບໍ່ມີທີ່ນັ່ງໃຫ້ຜູ້ຊົມ, ແຕ່ບັນດາລາຍການສະແດງຂອງກຸ່ມ “ດົນຕີຕາມທ້ອງຖະໜົນ“ ຍັງຄົງດຶງດູດຄວາມສົນໃຈໃຫ້ແກ່ແຂກຄົນທີ່ຍ່າງຜ່ານອະນຸສາວະລີ ຫຼີທ໋າຍໂຕ ບົນຖະໜົນ ດິງຕຽນຮ່ວາງ, ນະຄອນຮ່າໂນ້ຍ. ເຊີນທ່ານຮັບຟັງບົດສາລະຄະດີຂອງ ເລເຟືອງ ດ້ວຍຫົວຂໍ້ວ່າ “ດົນຕີຕາມທ້ອງຖະໜົນ: ບໍ່ພຽງແຕ່ແມ່ນການສະແດງດົນຕີເທົ່ານັ້ນ, ຫາກຍັງແມ່ນຄວາມເມົາມົວອີກດ້ວຍ“.
ດົນຕີຕາມທ້ອງຖະໜົນຢູ່ອະນຸສາວະລີ ຫຼີທ໋າຍໂຕ ບົນຖະໜົນ ດິງຕຽນຮ່ວາງ, ນະຄອນຮ່າໂນ້ຍ
(ພາບ: ອິນເຕີແນດ)
ຮອດເວລາ 3 ໂມງແລງວັນອາທິດຂອງທຸກສັບປະດາ, ບັນດາສະມາຊິກໃນກຸ່ມ “ດົນຕີຕາມທ້ອງຖະໜົນ“ ລວມປະມານເກືອບ 100 ຄົນກໍ່ເຕົ້າໂຮມກັນຢູ່ອະນຸສາວະລີ ຫຼີທ້າຍໂຕ. ເຂົາເຈົ້າແມ່ນບັນດານັກສຶກສາ, ນັກຮຽນ, ລັດຖະກອນ, ຜູ້ລະອາຊີບ ແຕ່ລ້ວນແຕ່ມີຄວາມເມົາມົວກັບດົນຕີ. ນອກຈາກສະມາຊິກຢູ່ຮ່າໂນ້ຍແລ້ວ, ຍັງມີພວກເພື່ອນໜຸ່ມທີ່ພວມດຳລົງຊີວິດຢູ່ບັນດາແຂວງນະຄອນອ້ອມຂ້າງຄື: ທ໋າຍງວຽນ, ຫາຍຝ່ອງ... ຂີ່ລົດມາຮ່າໂນ້ຍ ເຂົ້າຮ່ວມເຫດການນີ້, ຫຼັງຈາກນັ້ນກໍ່ຂີ່ລົດກັບເມືອບ້ານ.
ອ້າຍ Woody, ຊາວອັງກິດ, ຜູ້ທີ່ພວມມົວມົວດີດນີ້ວມືຕາມຈັ່ງຫວະດົນຕີ, ທຳນອງເພງຂອງກຸ່ມ “ຂັບຮ້ອງຕາມທ້ອງຖະໜົນ“, ເວົ້າວ່າ:
“ຂ້າພະເຈົ້າໄດ້ຊົມບັນດານັກສິນລະປິນສະແດງຕາມທ້ອງຖະໜົນຢູ່ຫຼາຍປະເທດແລ້ວ ແລະ ເຫັນວ່າພວກເພື່ອນຫວຽດນາມ ໄດ້ສ້າງຄວາມຈັບອົກຈັບໃຈຫຼາຍ. ເຂົາເຈົ້າທັງໜຸ່ມ, ທັງເກັ່ງ ແລະ ກໍ່ມີຜູ້ສາວຫຼາຍຄົນຮູ້ຈັກດີດກິຕາອີກ. ເມື່ອໄດ້ຮັບຟັງດົນຕີຕາມທ້ອງຖະໜົນຢູ່ອ້ອມໜອງ ຮ່ວານກ່ຽມ ຂ້າພະເຈົ້າຮູ້ສຶກສະເທືອນໃຈຫຼາຍ“.
ດົນຕີຕາມທ້ອງຖະໜົນຢູ່ອະນຸສາວະລີ ຫຼີທ໋າຍໂຕ ບົນຖະໜົນ ດິງຕຽນຮ່ວາງ, ນະຄອນຮ່າໂນ້ຍ
(ພາບ: ອິນເຕີແນດ)
ກຸ່ມ “ດົນຕີຕາມທ້ອງຖະໜົນ“ ເລີ່ມເຄື່ອນໄຫວຢ່າງເປັນທາງການນັບແຕ່ເດືອນ 10/2011, ດ້ວຍຈຳນວນສະມາຊິກໃນເບື້ອງຕົ້ນມີພຽງ 10 ຄົນເທົ່ານັ້ນ. ດ້ວຍຈຸດປະສົງເພື່ອແບ່ງປັນທັກສະໃນການຫຼີ້ນກິຕາ, ພ້ອມກັນສະແດງບັນດາບົດດົນຕີທີ່ຕົນມັກ. ປະຈຸບັນ “ດົນຕີຕາມທ້ອງຖະໜົນ“ ໄດ້ແຜ່ຂະຫຍາຍໄປສູ່ນະຄອນຕ່າງໆເຊັ່ນ: ນະຄອນວິງ, ດ່ານັ້ງ, ນະຄອນໂຮ່ຈີມິນ... ອ້າຍ ເຈິ່ນຈີ໋ຮ໋ຽວ, ຜູ້ກໍ່ຕັ້ງກຸ່ມ “ດົນຕີຕາມທ້ອງຖະໜົນ“ ແບ່ງປັນວ່າ:
“ທຸກສິ່ງທຸກຢ່າງລ້ວນແຕ່ງ່າຍດາຍ, ພຽງແຕ່ມີກິຕາເທົ່ານັ້ນ ກໍ່ສາມາດຫຼີ້ນບັນດາບົດດົນຕີຫວຽດນາມ ໄດ້. ບາງເທື່ອພວກຂ້າພະເຈົ້າກໍ່ສະແດງບັນດາບົດດົນຕີຂອງຕ່າງປະເທດອີກ“.
ດົນຕີຕາມທ້ອງຖະໜົນຢູ່ອະນຸສາວະລີ ຫຼີທ໋າຍໂຕ ບົນຖະໜົນ ດິງຕຽນຮ່ວາງ, ນະຄອນຮ່າໂນ້ຍ
(ພາບ: ອິນເຕີແນດ)
“ດົນຕີຕາມທ້ອງຖະໜົນ“ ແມ່ນແຫ່ງເຕົ້າໂຮມພວກເພື່ອນໜຸ່ມທີ່ມີຄວາມນິຍົມດຽວກັນ, ເພື່ອຂັບຮ້ອງ, ສະແດງບັນດາບົດດົນຕີທີ່ຕົນມັກ. ນີ້ກໍ່ແມ່ນແຫ່ງໃຫ້ເຂົາເຈົ້າສະແດງອາລົມຈິດຂອງຕົນຜ່ານການດົນຕີ.
“ດົນຕີຕາມທ້ອງຖະໜົນ“ ໄດ້ປະກອບສ່ວນເຮັດໃຫ້ຊີວິດດ້ານຈິດໃຈຂອງພວກເພື່ອນໜຸ່ມອຸດົມສົມບຸນຂຶ້ນຕື່ມ, ທັງຊ່ວຍໃຫ້ຜູ້ຊົນມີຄວາມເຂົ້າໃຈກວ່າກ່ຽວກັບການສະແດງຕາມທ້ອງຖະໜົນໄດ້ສ່ວນໃດສ່ວນໜຶ່ງ. ຫງວຽນແທງຕວຽດ, ສະມາຊິກໃນກຸ່ມ “ດົນຕີຕາມທ້ອງຖະໜົນ“, ແບ່ງປັນວ່າ:
“ໃນຊຸ່ມມື້ທຳອິດທີ່ສະແດງຕາມທ້ອງຖະໜົນຂ້າພະເຈົ້າກໍ່ຮູ້ສຶກໜ້າອາຍ, ດົນແລ້ວກໍ່ລຶ້ງເຄີຍ. ປະຈຸບັນຂ້າພະເຈົ້າຮູ້ສຶກມ່ວນຊື່ນ ແລະ ສະບາຍທີ່ສຸດ, ເພາະວ່ານີ້ແມ່ນການເຄື່ອນໄຫວທີ່ມີປະໂຫຍດ, ແມ່ນໂອກາດເພື່ອແລກປ່ຽນບົດຮຽນ, ສະແດງຄວາມສາມາດ ແລະ ໄດ້ພົບປະກັບເພື່ອນມິດຫຼາຍຄົນອີກ“.
ດົນຕີຕາມທ້ອງຖະໜົນຢູ່ອະນຸສາວະລີ ຫຼີທ໋າຍໂຕ ບົນຖະໜົນ ດິງຕຽນຮ່ວາງ, ນະຄອນຮ່າໂນ້ຍ
(ພາບ: ອິນເຕີແນດ)
ເມື່ອໄດ້ຊົມ “ດົນຕີຕາມທ້ອງຖະໜົນ“ ຜູ້ຄົນທັງຫຼາຍຮູ້ສືກສະຫວາດສະເຫວີຍ, ພາຍຫຼັງໄດ້ເຮັດວຽກຢ່າງອິດເມື່ອຍມາເປັນເວລາ 1 ສັບປະດາ. ດົນຕີປ່ຽບເໝືອນຂົວທີ່ເຊື່ອມຕໍ່ມະນຸດນຳກັນ, ເພີ່ມພະລັງຊີວິດໃຫ້ແກ່ກັນ ເພື່ອກຽມພ້ອມກ້າວເຂົ້າສູ່ສັບປະດາໃໝ່ ດ້ວຍຫຼາຍສິ່ງຫຼາຍຢ່າງທີ່ພວມລໍຖ້າຢູ່ຕໍ່ໜ້າ.