(vovworld)-ໃນທ່າມກາງຊີວິດທີ່ອຶກກະທຶກຄຶກໂຄມຂອງນະຄອນຫຼວງຮ່າໂນ້ຍ, ປຊຊ ແລະ ແຂກທ່ອງທ່ຽວຍັງສາມາດຊອກໄດ້ສະຖານທີ່ສະຫງົບງຽບແຫ່ງໜຶ່ງເພື່ອຮັບຟັງທຳນອງເພງທີ່ອ່ອນຊ້ອນ, ແລະ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບຈຸດວັດທະນະທຳຝ່າຍຕາເວັນອອກຂອງຊາວ ຫວຽດນາມ ຢູ່ຮ້ານນ້ຳຊາທຽນເຊີນ-ເຮືອນເລກທີ 65 ຖະໜົນຈຸງລຽດ-ເມືອງດົງດາ-ຮ່າໂນ້ຍ.
ສະແດງສິລະປະທີ່ຮ້ານນ້ຳຊາທຽນເຊີນ
(ພາບ: thiensongroup.com.vn)
ສຳລັບຊາວຫວຽດນາມ ເວົ້າສະເພາະ ແລະ ຊາວຕາເວັນອອກເວົ້າລວມ, ການດື່ມນ້ຳຊາແມ່ນສິ່ງທີ່ຂາດບໍ່ໄດ້. ບໍ່ພຽງແຕ່ມີຄວາມລຶ້ງເຄີຍດື່ມນ້ຳຊາຢູ່ໃນຄອບຄົວເທົ່ານັ້ນ, ຫາກເມື່ອມີແຂກ ຫຼືພົບປະເພື່ອນມິດຜູ້ສະໜິດສະໜົມ, ທຸກຄົນເຄີຍພາກັນໄປຍັງຮ້ານນ້ຳຊາແຫ່ງຕ່າງໆ. ຢູ່ຮ່າໂນ້ຍ, ມີຫຼາຍຮ້ານຮັບໃຊ້ຄວາມຕ້ອງການດັ່ງກ່າວ ແລະ ຮ້ານທຽນເຊີນ ແມ່ນໜຶ່ງໃນບັນດາຮ້ານຄືແນວນັ້ນ. ຮ້ານທຽນເຊີນຕັ້ງຢູ່ຖະໜົນນ້ອຍ, ສະຫງົບງຽບພໍສົມຄວນ. ເມື່ອມາຮ້ານທຽນເຊີນ, ແຂກດື່ມນ້ຳຊາຈະໄດ້ສຳພັດກັບສະຖາປັດຕະຍາກຳທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ ດ້ວຍການປະດັບປະດາແບບບ້ານນາ, ພູຜາປ່າໄມ້….ນາງບິກຫງອກ, ແຂກຜູ້ສະໜິດສະໜົມຂອງຮ້ານທຽນເຊີນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຄີຍດື່ມນ້ຳຊາຢູ່ຫຼາຍແຫ່ງແລ້ວ ແຕ່ມາຮ້ານທຽນເຊີນ, ຂ້າພະເຈົ້າເຫັນວ່າການປະດັບປະດາຢູ່ນີ້ງາມ ແລະ ເໝາະສົມທີ່ສຸດ. ຜູ້ບໍລິການຢູ່ທີ່ນີ້ກໍ່ມີຄວາມສຸດຈິດສຸດໃຈຫຼາຍ”.
ໃນຮ້ານນ້ຳຊາທຽນເຊີນ ໄດ້ຮັບການປະດັບປະດາດ້ວຍດອກໄຟ ພາບແຕ້ມ ແລະ ໂຄມໄຟ, ມາແຫ່ງນີ້ແຂກຈະໄດ້ຮັບຊົມຮູບໜັງສືສິລະປະ ຮັງຟັງທຳນອງແພງທີ່ອອ່ນຊ້ອນ. ຫງວຽນຫີ້ວທາຍ, ເຮັດວຽກຢູ່ທະນາຄານ, ຜູ້ເຄີຍມາຮ້ານທຽນເຊີນ ພ້ອມກັບໝູ່ເພື່ອນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າ ເຄີຍມາຮ້ານທຽນເຊີນ ຫຼາຍເທື່ອແລ້ວ. ຮ້ານແຫ່ງນີ້ກ້ວາງຂວາງ, ທຳອງເພງຢູ່ທີ່ນີ້ອ່ອນຊ້ອນ, ເຮັດໃຫ້ເຮົາຮູ້ສຶກສະບາຍໃຈ. ຢູ່ທີ່ນີ້ຍັງມີດອກກຸຫຼາບ ແລະ ແສງສະຫວ່າງຈາກການໃຕ້ທຽນອີກ, ອັນໄດ້ສ້າງຄວາມເພີດເພີນໃຫ້ແຂກມາແຫ່ງນີ້”
(ພາບ: thiensongroup.com.vn)
ສິ່ງທີ່ເຮັດໃຫ້ແຂກຫຼາຍຄົນມີຄວາມສົນໃຈເປັນພິເສດ, ນັ້ນແມ່ນນ້ຳຊາຂອງຮ້ານ. ເພື່ອສ້າງເຄື່ອງໝາຍສະເພາະຂອງຕົນ, ເຈົ້າຂອງຮ້ານໄດ້ເລືອກເຟັ້ນແຫ່ລງວັດຖຸດິບໃນທຳມະຊາດຢ່າງລະອຽດເພື່ອສ້າງເປັນຊາປະເພດພິເສດສະເພາະຂອງຮ້ານ. ທ່ານຟ້າມຮົ່ງຫວຽດ, ໜຶ່ງໃນບັນດາຜູ້ກໍ່ຕັ້ງຮ້ານນ້ຳຊາທຽນເຊີນ ໃຫ້ຮູ້ວ່າ:
“ຮ້ານນ້ຳຊາທຽນເຊີນຢາກກາຍເປັນຈຸດນັດພົບທີ່ດູດດື່ມໃຈແຂກທຸກຄົນ. ດ້ວຍບັນຍາກາດທີ່ສະໜິດສະໜົມ, ແຂກມາແຫ່ງນີ້ຈະໄດ້ຮັບດື່ມລົດຊາດນ້ຳຊາພິເສດສະເພາະ ແລະ ເມື່ອເວົ້າເຖິງການດື່ມນ້ຳຊາ, ແຂກຈະມັກເຕື້ອງເຖິງຮ້ານນ້ຳຊາທຽນເຊີນ ດ້ວຍຄວາມນິຍົມ ແລະເພິ່ງພໍໃຈ.”
ໃນຕອນຄ່ຳທີ່ອົບອູ່ນ, ເມື່ອໄດ້ດື່ມນ້ຳຊາທີ່ມີລົດຊາດພິເສດ ແລະ ຮັບຟັງທຳນອງເພງທີ່ອ່ອນຊ້ອນເຮັດໃຫ້ຄວາມອິດເມື່ອຍໃນຊີວິດປະຈຳວັນຖືກຫລຸດຜ່ອນລົງ. ຮ້ານນ້ຳຊາທຽນເຊີນ ໄດ້ປະກອບສ່ວນເຮັດໃຫ້ວັດທະນະທຳໃນການດື່ມນ້ຳຊາຂອງຊາວຫວຽດນາມ ມີຄວາມອຸດົມສົມບູນຂຶ້ນຕື່ມ ແລະ ສ້າງຄວາມປະທັບໃຈຍາກທີ່ຈະລືມໄດ້ໃຫ້ແກ່ແຂກທ່ອງທ່ຽວແຕ່ລະ ຄົນເມື່ອມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ./.