(vovworld) - ບັນຍາກາດຟົດຟື້ນມ່ວນຊື່ນ, ອຶກກະທຶກຄຶກໂຄມ ແລະເຕັມໄປດ້ວຍສີສັນຂອງງານບຸນປະເພນີ ນັ້ນແມ່ນຄວາມຮູ້ສຶກຂອງບັນດານັກທ່ອງທ່ຽວເມື່ອເຂົ້າຮ່ວມງານບຸນລີມປີ 2013 ຊື່ງດຳເນີນໄປຢູ່ເທດສະບານ ລີມ ເມືອງ ຕຽນຢູ ແຂວງ ບັກນີງ.
ງານບຸນລີມ ແມ່ນງານບຸນຂອງທຳນອງຂັບກວານຫໍ້ພື້ນເມືອງ ແມ່ນງານບຸນທີ່ເປັນເອກະລັກສະເພາະຂອງເຂດດິນແດນແຫ່ງຂັບກວານຫໍ້. ມື້ແທ້ຂອງງານບຸນແມ່ນວັນທີ 13 ເດືອນຈຽງ ແລະ ກ່ອນນັ້ນສອງສາມມື້ ນັກທ່ອງທ່ຽວມາຈາກທຸກສາລະທິດໄດ້ພາກັນກັບຄືນເຂດດິນແດນແຫ່ງນີ້ເປັນຈຳນວນຫລວງຫລາຍແລ້ວ.
ໃນມື້ຈັດງານບຸນ ເປີດສາກແມ່ນການແຫ່ ວໍ ໄປ ສຸສານ ຮ່ົງເວີນ ເພື່ອສະແດງຄວາມຮູ້ບຸນຄຸນນາຍພົນຫງວຽນດີ່ງຢຽນ ຜູ້ມີຄຸນງາມຄວາມດີຕໍ່ປະຊາຊົນ, ຕໍ່ປະເທດຊາດ ດ້ວຍການຮັກສາ, ພັດທະນາງານບຸນລີມ ເສີມຂະຫຍາຍຮີດຄອງປະເພນີ, ມູນເຊື້ອວັດທະນະທຳຂອງບ້ານເກີດເມືອງນອນ.
ລາຍການຂັບກວານຫໍ້ຢູ່ງານບຸນລີມ
ພາບ:vietgiaitri.com
|
ນອກຈາກການແຫ່ວໍແລ້ວ, ໃນງານບຸນລີມ ຍັງມີການລະຫລິ້ນພື້ນເມືອງຕ່າງໆທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງເຂດດິນແດນແຫ່ງສຽງຂັບກວານຫໍ້ໄດ້ດຶງດູດແຂກຄົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ຫງວຽນທິຮົ່ງ ດຳລົງຊີວິດຢູ່ແຫລມກາເມົາ ຕອນໃຕ້ສຸດຂອງພາກໃຕ້ ຫວຽດນາມ ໄດ້ເຂົ້າຮ່ວມງານບຸນລີມປີນີ້ ແບ່ງປັນວ່າ:
“ຂ້າພະເຈົ້າຮູ້ສຶກປະທັບໃຈຫລາຍ. ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄປຢ້ຽມຢາມພາກເຫນືອ ແລະ ເຂົ້າຮ່ວມງານບຸນລີມ. ຢູ່ທີ່ນີ້ ມີການລະຫລິ້ນພື້ນເມືອງບາງເລື່ອງຊຶ່ງຂ້າພະເຈົ້າບໍທັນຮູ້ເຖິງຈັກເທື່ອ ແລະ ຢູ່ພາກໃຕ້ກໍ່ບໍ່ມີ. ມາຢ້ຽມຢາມພາກເຫນືອ ຂ້າພະເຈົ້າມີໂອກາດຊອກຮູ້ກ່ຽວກັບວັດທະນະທຳຂອງຊາດ ຫວຽດນາມ ຕື່ມອີກຫລາຍຢ່າງ.”
ເຂົ້າຮ່ວມງານບຸນລີມ,ສິ່ງທີ່ແຂກຄົນມັກທີ່ສຸດ ແມ່ນການຂັບກວານຫໍ້, ຊື່ງແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອຂອງເຂດດິນແດນພາກເຫນືອຫວຽດນາມ. ບໍ່ວ່າຢູ່ບ່ອນໃດໃນງານບຸນ ແຂກຄົນລ້ວນແຕ່ໄດ້ຮັບຟັງສຽງຂັບກວານຫໍ້, ນັ້ນກໍແມ່ນຈຸດທີ່ເປັນເອກະລັກສະເພາະຂອງລະດູບານໃຫມ່ຢູ່ ເຂດດິນແດນແຫ່ງນີ້. ທ່ານ ຫງວຽນມີນແທ່ນ, ນັກທ່ອງທ່ຽວມາຈາກແຂວງ ຫາຍເຢືອງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າມາຢ້ຽມຢາມແຫ່ງນີ້ແຕ່ເຊົ້າໆ ແລະ ເຫັນວ່າບັນຍາກາດຢູ່ທີ່ນີ້ມ່ວນຫລາຍ, ແຂກຄົນພ້ອມກັບປະຊາຊົນຂັບທຳນອງກວານຫໍ້ຕ່າງໆ ຍິ່ງເຮັດໃຫ້ງານບຸນຟົດຟື້ນຂຶ້ນຕ່ືມ.”
ງານບຸນລີມ
ພາບ:internet
|
ທ່ານ ຮ່າຊີ້ຕຽບ, ເລຂາຄະນະພັກ, ປະທານສະພາປະຊາຊົນເມືອງ ຕຽນຢູ ແຂວງ ບັກນີງ ໃຫ້ຮູ້ວ່າ:
“ປີນີ້ ພວກຂ້າພະເຈົ້າໄດ້ຈັດຕັ້ງ 4 ຕູບເພື່ອສະແດງລາຍການສິລະປະຂັບກວານຫໍ້ຂອງບັນດາສະໂມສອນຜູ້ອາຍຸສູງ, ສະໂມສອນຂອງບັນດາໝູ່ບ້ານ. ແລະ ຢູ່ອ້ອມແອ້ມໝູ່ບ້ານໃນເຂດງຈັດງານບຸນລີມ ລ້ວນແຕ່ມີບັນດາຄອບຄົວນັກສິລະປະກອນ ຊື່ງແມ່ນຊາວທ້ອງຖິ່ນ. ແຂກຄົນສາມາດເຂົ້າຮ່ວມລາຍການຂັບກວານຫໍ້ຢູ່ບັນດາຄອບຄົວຂອງນັກສິລະປະກອນດັ່ງກ່າວໄດ້.”
ງານບຸນລີມແມ່ນສະແດງໃຫ້ເຫັນຈຸດດີເລີດຂອງວັດທະນະທຳແຫ່ງການຂັບກວານຫໍ້ຢູ່ພາກເຫນືອ ຫວຽດນາມ. ງານບຸນລີມນັບມື້ນັບຂະຫຍາຍອອກຍ້ອນຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອ, ຈຸດທີ່ເປັນເອກະລັກສະເພາະຂອງເຂດບ້ານນາ ແຫ່ງຂັບກວານຫໍ້ບັກນີງ.