ທ່ອງທ່ຽວເຂດຊາຍແດນຢູ່ ມອງກາຍ: ສັນຍານທີ່ຫນ້າຊື່ນຊົມຈາກບໍລິການໃຫມ່


(vovworld)- ​ໂດຍແມ່ນ​ປະ​ຕູ​ພົວ​ພັນ​ແລກ​ປ່ຽນ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ, ນະ​ຄອນ ມອງ​ກາຍ ແຂວງ ກວ໋າງ​ນີງ ຍາມ​ໃດ​ກໍ​ມີ​ທ່າ​ແຮງ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ຊາຍ​ແດນ. ນະ​ຄອນ ມອງ​ກາຍ ພວມ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ດ້ານ​ທ່ອງ​ທ່ຽວ​ທີ່​ມີ​ຢູ່​ແລ້ວ ພ້ອມ​ທັງ​ນຳ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ມຸ້ງ​ໄປ​ເຖິງ​ການ​ແກ້ງ​ແຍ້​ງ​ຢ່າງ​ປອດ​ໃສ, ມີ​ປະ​ສິດ​ທິ​ຜົນ.

ທ່ອງທ່ຽວເຂດຊາຍແດນຢູ່ ມອງກາຍ: ສັນຍານທີ່ຫນ້າຊື່ນຊົມຈາກບໍລິການໃຫມ່ - ảnh 1
ນັກ​ທ່ອງ​ທ່ຽວ​ຈີນ ມາ​ຢ້ຽມ​ຢາມ ມອງ​ກາຍ-ກວ໋າງ​ນີງ

        ໃນ​ຫລາຍ​ປີ​ມານີ້ ເມື່ອ​ນະ​ຄອນ ຕຸງຊີງ ຂອງ​ຈີນ ອ​ອກຫນັງ​ສື​​ຜ່ານ​ແດນ​​ໃຫ້​ພົນ​ລະ​ເມືອງ​ຈີນ ຜ່ານ​ດ່ານ​ຊາຍ​ແດນ​​ໄປທ່ອງ​ທ່ຽວ​ໃນ​ເວ​ລາມື້​ຫນຶ່ງ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ ມາ​ຢ້ຽມ​ຢາມ ນະ​ຄອນ ມອງ​ກາຍ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ໄລ່​ສ​ະ​ເພາະ​ 5 ເດືອນ​ຕົ້ນ​ປີ 2015, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ອອກ​ເມືອງ ມອງ​ກາຍ ​ແມ່ນ​ເກືອບ 350.000 ເທື່ອ​ຄົນ. ທ່ານ​ນາງ ຟ້າມ​ທິ​ແອງ, ຮອງ​ຫົວ​ຫນ້າ​ພະ​ແນກວັດ​ທະ​ນະ​ທຳ​ຖະ​ແຫລງ​ຂ່າວ ນະ​ຄອນ ມອງ​ກາຍ ໃຫ້​ຮູ້​ວ່າ: ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ມີ​ຄວາມ​ຮັບ​ຜິດ​ຊອບຄຸ້ມ​ຄອງ​ຈຳ​ນວນ​ນັກ​ທ່ອງ​ທ່ຽ​ວ​ຖື​ຫນັງ​ສື​ຜ່ານ​ແດນ​ປະ​ເພດດັ່ງ​ກ່າວ. ​ນັບແຕ່​ເດືອນ 10/2013 ເປັນ​ຕົ້ນ​ມາ, ​ມີ​ວິ​ສາ​ຫະ​ກິດ 17 ແຫ່ງ​ທີ່ຂຶ້ນ​ກັບ​ສະ​ໂມ​ສອນ​ທ່ອງ​ທ່ຽວ 849 ຂອງ​ນະ​ຄອນ ມອງ​ກາຍ ​ໄດ້​ຂຸດ​ຄົ້ນ​ຮູບ​ການບໍ​ລິ​ການ​​ທ່ອງ​ທ່ຽວ​ດັ່ງ​ກ່າວ. ນີ້​ແມ່ນ​ຮູບ​ແບບ​ສະ​ໂມ​ສອນ​ທ່ອງ​ທ່ຽວ​ເຄື່ອນ​ໄຫວ​ຕາມ​ຂໍ້​ກຳ​ນົດ​ຂອງ​ກະ​ຊວງ​ຕຳ​ຫລວດ​ກ່ຽວ​ກັບ​ການ​ຈັດ​ຕັ້ງ ແລະ ຄຸ້ມ​ຄອງ​ພົນ​ລະ​ເມືອງ ຈີນທີ່​ຖືຫນັງ​ສື​​ຜ່ານ​ແດນ ໂດຍ​ຈີນ ສະໜອງ​​ໃຫ້ເຂົ້າ​ຢ້ຽມ​ຢາມ ຫວຽດ​ນາມ.

        ແຕ່​ເດືອນ 8/2014 ເປັນ​ຕົ້ນ​ມາ, ນ​ະ​ຄອນ ມອງ​ກາຍ ໄດ້​ປະ​ກາດ 3 ລາຍ​ການ​ທ່ອງ​ທ່ຽວ, ສະ​ຖານ​ທີ່​ທ່ອງ​ທ່ຽວ 12 ແຫ່ງ, ນຳ​ຫລາຍ​ຮູບ​ການ​ບໍ​ລິ​ການ​ເຂົ້າ​ເຄື່ອນ​ໄຫວ. ດ້ວຍ​ຄວາມຕັດ​ສິນ​ໃຈ​​ເຮັດ​ໃຫ້​ແຫລມ​ ຊາ​ຫວີ, ຈາ​ໂກ໋ … ກາຍ​ເປັນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ດູດ​ດື່ມບໍ່​ພຽງ​ແຕ່​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ນັກທ່ອງ​ທ່ຽວ​ເຂດ​ຊາຍ​ແດນ​ອີກ​ດ້ວຍ. ທ່ານ​ນາງ ຟ້າມ​ທິ​ແອງ ຢືນ​ຢັນ​ວ່າ:

        “ທັດ​ສະ​ນະ​ຂອງ​ນະ​ຄອນ ມອ​ງ​ກາຍ ແມ່ນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ບັນດາ​ວິ​ສາ​ຫະ​ກິດ​ປະ​ຕິ​ບັດ​ກົດ​ໝາຍ​​ວ່າ​ດ້ວຍ​ການທ່ອງ​ທ່ຽວ​ທີ່​ພວມ​ປະກາດ​ໃຊ້​ໃນປະ​ຈຸ​ບັນ ເພື່ອ​ຂຸດ​ຄົ້ນ​​ແຫລ່ງນັກ​ທ່ອງ​ທ່ຽວ​ຜ່ານ​ຊາຍ​ແດນ, ພິ​ເສດ ແມ່ນ​ນັກ​ທ່ອງ​ທ່ຽວ​ມາຢ້ຽມ​ຢາມ ມອງ​ກາຍ ໃນ​ເວ​ລາມື້​ຫນຶ່ງ.”

        ນັບ​ແຕ່​ວັນ​ທີ 12/5/2015 ເປັນ​ຕົ້ນ​ໄປ, ມີ​ ວິ​ສາ​ຫະ​ກິດຕື່ມ​ອີກ 4 ແຫ່ງ ຂຶ້ນ​ກັບ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ ມອງ​ກາຍ ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວ​ຮັບ​ໃຊ້ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຈີນ. ແຕ່​ວັນ​ທີ 12-26/5, ບັນ​ດາ​ວິ​ສາ​ຫະ​ກິດ​ດັ່ງ​ກ່າວ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວຈີນ ກວ່າ 2.200 ຄົນ ມາ​ຢ້ຽມ​ຢາມ ມອງ​ກາຍ, ຄິດສະ​ເລ່ຍ​ແມ່ນ148 ຄົນ/ ວັນ. ຜູ້​ຕາງ​ຫນ້າ​ບໍ​ລິ​ສັດ​ທ່ອງ​ທ່ຽວ ຈີນ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ໄລ​ຍະ​ນີ້ ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຫວຽດ​ນາມ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ລອບ​ຄອບ​ຖິ່​ຖ້ວນ ແລະ ເຮັດ​ລະ​ບຽບ​ການ​ຢ່າງວ່ອງ​ໄວ. ​ຖ້າທຽບ​ໃສ່​ກ່ອນນີ້​ແມ່ນ​ດີ​ຫລາຍ​ແລ້ວ.”

ທ່ອງທ່ຽວເຂດຊາຍແດນຢູ່ ມອງກາຍ: ສັນຍານທີ່ຫນ້າຊື່ນຊົມຈາກບໍລິການໃຫມ່ - ảnh 2
ດ່ານ​ຊາຍ​ແດນ ສາ​ກົນ ມອງ​ກາຍ
ພາບ:mongcai.gov.vn

        ນັກ​ທ່ອງ​ທ່ຽວ​ເຂົ້າເມືອງ​ຈະ​ໄດ້​ເຂົ້າ​ຮ່ວ​ມ​ລາຍກ​ານ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ​ເຖິ​ງ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ​ຄື: ໃຈ​ກາງ​ນະ​ຄອນ, ຫາດ​ຊາຍ​ທະ​ເລ ຈາ​ໂກ໋, ສາ​ລາ​ບ້ານ, ແຫລມ ຊາ​ຫວີ…​ແລະ  ໄດ້ຮັບຊົມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ, ຊື້​ເຄື່ອງ​ເປັນທີ່​ລະ​ນຶກທີ່ມີຄຸນ​ນະ​ພາບ​ສູງ ແລະ ໄດ້​ຊົມ​ໃຊ້​ບໍ​ລິ​ການ​ກິນ​ດື່ມ​ຕ່າງ​ໆ.  ເວ​ລາ ພັກ​ອາ​ໄສ​ຢູ່​ນະ​ຄອນ ມອງ​ກາຍ ແມ່ນ​ແກ່ຍາວແຕ່ 6-8 ໂມງ​ໃນ​ມື້. ທ່ານ​ນາງ ຫວູ​ທິ​ເຮືອງ​ຢາງ, ບໍ​ລິ​ສັດ​ຫຸ້ນ​ສ່ວນທ່ອງ​ທ່ຽວ ແລະ ບໍ​ລິ​ການ ມອງ​ກາຍ ຢືນ​ຢັນ​ວ່າ:

        “​ໂດຍແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດທີ່​ເຮັດ​ບໍ​ລິ​ການ​ໃນ​ບໍ​ລິ​ເວນ​ນະ​ຄອນ, ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ ວຽກ​ງານນີ້​ແມ່ນ​ຈຳ​ເປັນ​ທີ່​ສຸດ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດທ່ອງທ່ຽວ​ທີ່​ແກ່ງ​ແຍ້​ງຢ່າງ​ສະ​ເໝີພາບ, ລົບ​ລ້າງ​ສະ​ພາບ​ເຮັດການ​ບໍ​ລິ​ການ​ທ່ອ​ງ​ທ່ຽວ​ໄລ​ຍະ​ສັ້ນ​ເທື່ອ​ລະ​ກ້າວ, ທີ່ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ພາບ​ພົດ​ທ່ອງ​ທ່ຽວ ແລະ ຂຸ​ດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ໃນການ​ທ່ອງ​ທ່ຽວ​ຂອງ ມອງ​ກາຍ ຢ່າງ​ມີ​ປະ​ສິດ​ທິ​ຜ​ົນ.”

        ດ້ວຍ​ການ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ເຂົ້າ​ຮ່ວມ​ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ທ່ອງ​ທ່ຽວ​ຢູ່​ເຂດ​ຊາຍ​ແດນ, ເພີ່ມ​ທະ​ວີ​ວຽກ​ງານກວດ​ກາ, ຄວບ​ຄຸມ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ນະ​ຄອນ ມອງ​ກາຍ ພວມ ສ້າງ​ພາ​ບ​ພົດ​ທີ່​ສວຍ​ງາມ​ໃນ​ສາຍ​ຕາ​ຂອງນັກ​ທ່ອງ​ທ່ຽວ. ສິ່ງ​ສຳ​ຄັນ​ກວ່ານັ້ນ​ແມ່ນ ການ​ເຊື່ອມ​ຕໍ່​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ, ສະ​ຖານ​ທີ່​ທ່ອງ​ທ່ຽວ, ການ​ໂຄ​ສະ​ນາ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສ​ະ​ເພາະ​ຂອງ​ທ້ອງ​ຖິ່ນ ຈະ​ຊ່ວຍ​ໃຫ້​​ນະ​ຄອນມອງ​ກາຍ ​ສ້າງ​ຄວາມ​ປະ​ທັບ​ໃຈ​ດ້ານ​ທ່ອງ​ທ່ຽວ​ຢ່າງ​ແຮງ, ສ້າງ​ທ່ວງ​ທ່າ​ເພື່ອ​ຂຸດ​ຄົ້ນ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ​ຂອ​ງ​ນະ​ຄອນ​ເຂດ​ຊາຍ​ແດນນີ້​ຢ່າງ​ສຸດ​ຂີດ.”

ຕອບກັບ

ຂ່າວ/ບົດ​ອື່ນ