ທະ​ຫານ “​ໝວກ​ເບ​ເລ​ສີ​ຟ້າ” ຫວຽດ​ນາມ: ກຽມ​ພ້ອມ​ປະ​ຕິ​ບັດ​ພາ​ລະ​ກຳ​ຢູ່ ອາ​ຟະ​ລິ​ກາ

(VOVWORLD) -ໃນເດືອນເມສາ ນີ້, ທະຫານຊ່າງແສງກອງທຳອິດຂອງ ຫວຽດນາມ ຈະເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ຢູ່ Abyei ແລະ ຊູດັງໃຕ້. ເຖິງຢ່າງໃດກໍຕາມ, ເພື່ອປະຕິບັດບັນດາໜ້າທີ່ວຽກງານແຕກຕ່າງກັນກໍ່ຕາມ, ແຕ່ພາລະກຳລວມຂອງທະຫານ “ໝວກເບເລສີຟ້າ” ແມ່ນປະກອບສ່ວນພ້ອມກັບ ສປຊ ຮັບປະກັນສັນຕິພາບ, ສ້າງສະຖຽນລະພາບດ້ານການເມືອງ, ປົກປ້ອງປະຊາຊົນ ແລະ ພັດທະນາເສດຖະກິດຍາວນານຢູ່ບັນດາປະເທດທີ່ຍັງເກີດການປະທະກັນ.
ທະ​ຫານ “​ໝວກ​ເບ​ເລ​ສີ​ຟ້າ” ຫວຽດ​ນາມ: ກຽມ​ພ້ອມ​ປະ​ຕິ​ບັດ​ພາ​ລະ​ກຳ​ຢູ່ ອາ​ຟະ​ລິ​ກາ - ảnh 1ທະຫານ “ໝວກເບເລສີຟ້າ” ຫວຽດນາມກຽມພ້ອມປະຕິບັດພາລະກຳຢູ່ ອາຟະລິກາ (ພາບ: VOV)

ດ້ວຍບາດກ້າວເດີນທີ່ໝັ້ນຄົງ ແລະ ເຕັມໄປດ້ວຍຄວາມໝັ້ນໃຈ, ສຽງຮ້ອງໂຮທີ່ໜັກແໜ້ນດັງຂຶ້ນເປັນບາດ ພ້ອມດ້ວຍໃບໜ້າທີ່ຍິ້ມແຍ້ມແຈ່ມໃສ, ນັກຮົບ 184 ຄົນພວມເມົາມົວກັບການຝຶກແອບພິທີຕ່າງໆທີ່ຈຳເປັນເພື່ອກະກຽມໃຫ້ແກ່ການເດີນທາງໄປຮັກສາສັນຕິພາບຢູ່ປະເທດເພື່ອນບ້ານໃນທ້າຍເດືອນເມສານີ້. ຫຼາຍມື້ຜ່ານມາ, ກອງທະຫານຊ່າງແສງເລກ 1 ໄດ້ປະຕິບັດວຽກງານແກ້ໄຂກໍລະນີທີ່ເກີດຂຶ້ນ ຄື ອຸປະຕິເຫດແຮງງານ, ເບິ່ງແຍງດູແລສຸຂະພາບ, ສະຫຼາຍການເຕົ້າໂຮມກັນຫຼາຍຄົນ, ເຈລະຈາຜ່ອນສັ້ນຜ່ອນຍາວ, ການພົວພັນດ້ານສື່ມວນຊົນ, ປົກປ້ອງຊັບສິນ ແລະ ປົກປ້ອງສາມັນຊົນ, ແມ່ຍິງ ແລະ ເດັກຍິງ, ດັກສະກັດ, ເວນຍາມ…

 "ຂ້າພະເຈົ້າ ຮ້ອຍເອກ ເລຮຸຍແຄັງ, ປັດຈຸບັນເປັນຮອງຫົວໜ້າໝວດພະລາທິການ, ກອງທະຫານຊ່າງແສງເລກ 1, ໃກ້ຈະໄດ້ໄປປະຕິບັດໜ້າທີ່ຢູ່ Abyei. ໃນຊຸດຝຶກອົບຮົມ ແລະ ການຝຶກແອບຊຸດຕ່າງໆໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ຝຶກອົບຮົມ ແລະ ຝຶກແອບທຸກກໍລະນີທີ່ອາດຈະເກີດຂຶ້ນຄື ຖືກງູຕອດ, ການໄດ້ຮັບບາດເຈັບຈາກອາການສາຫັດຫາເບົາ ແລະ ທຸກກໍລະນີທີ່ເກີດຂຶ້ນໃນໄລຍະທີ່ເຄື່ອນຍ້າຍໃນຂອບເຂດຂອງຄະນະປະຕິບັດງານ, ປະຕິບັດໜ້າທີ່ ແລະ ອ້າຍນ້ອງພວກຂ້າພະເຈົ້າໄດ້ຝຶກແອບຢ່າງນີ້ມນວນ, ຈັດການແກ້ໄຂຕາມແຜນການທີ່ໄດ້ສ້າງຂຶ້ນ ແລະ ໄດ້ຮັບການຕີລາຄາສູງ.”

"ຂ້າພະເຈົ້າ ພັນຈັດຕະວາ ຈູບ໊າຮ໊ຽວ, ຫົວໜ້າໜ່ວຍຄວບຄຸມເຄື່ອງເຈາະນ້ຳສ້າງ ແລະ ກັ່ນຕອງນ້ຳ. ຂ້າພະເຈົ້າມີຄວາມຮູ້ສຶກເປັນກຽດທີ່ສຸດທີ່ໄດ້ໄປປະຕິບັດວຽກງານນີ້. ໜ້າທີ່ຮັກສາສັນຕິພາບ ແມ່ນມີຄວາມສຳຄັນທີ່ສຸດ. ສະເພາະກອງທະຫານຊ່າງແສງແລ້ວ, ນອກຈາກປະຕິບັດໜ້າທີ່ດ້ານວິຊາສະເພາະຄື ກໍ່ສ້າງຂົວທາງ, ພື້ນຖານໂຄງລ່າງ, ກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນ, ຫໍພັກໃຫ້ແກ່ຄະນະປະຕິບັດງານຂອງກົມກອງຕ່າງໆແລ້ວ, ພວກຂ້າພະເຈົ້າຍັງປະຕິບັດວຽກງານໂຄສະນາເຜີຍແຜ່, ມະນຸດສະທຳ, ເພີ່ມພູນຜະລິດຜົນ, ປົວແປງຊີວິດການເປັນຢູ່ໃຫ້ແກ່ພະນັກງານນັກຮົບ, ແນະນຳວິທີການປູກຝັງລ້ຽງສັດໃຫ້ແກ່ຄະນະປະຕິບັດງານອື່ນ ແລະ ປະຊາຊົນຜູ້ທຸກຍາກອີກດ້ວຍ”.

ທະ​ຫານ “​ໝວກ​ເບ​ເລ​ສີ​ຟ້າ” ຫວຽດ​ນາມ: ກຽມ​ພ້ອມ​ປະ​ຕິ​ບັດ​ພາ​ລະ​ກຳ​ຢູ່ ອາ​ຟະ​ລິ​ກາ - ảnh 2ທ່ານພັນຈັດຕະວາ ຈູບ໊າຮ໊ຽວ (ພາບ: VOV)

    ຄວາມຄາດຫວັງສ້າງສັນຕິພາບ, ຄວາມຫວັງອັນດີງາມ ກໍແມ່ນສິ່ງທີ່ທະຫານ “ໝວກເບເລສີຟ້າ” ຫວຽດນາມ ພວມຝັກໄຝ່. ຮ້ອຍໂທ ເລດົງເຈື່ອງ - ແບ່ງປັນວ່າ:

        “ຄວາມປາດຖະໜາທີ່ໃຫຍ່ຫຼວງທີ່ສຸດຂອງຂ້າພະເຈົ້າແມ່ນ ພະຍາຍາມປະຕິບັດສຳເລັດໜ້າທີ່ເຊິ່ງຂັ້ນເທິງໄດ້ມອບໝາຍໃຫ້. ທີສອງແມ່ນພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊ່ວຍປະຊາຊົນກ່ຽວກັບວິທີການປູກຝັງ, ລ້ຽງສັດ, ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນກວ່າອີກ”.

        ດ້ວຍຄວາມປາດຖະໜາຢາກໃຫ້ປະຊາຊົນຢູ່ປະເທດເພື່ອນບ້ານສາມາດປຸກສ້າງເຮືອນຢູ່ແບບຖາວອນດ້ວຍຕົນເອງ ແທນໃຫ້ເຮືອນຕູບທີ່ຢູ່ຊົ່ວຄາວ, ຢາກໃຫ້ເດັກໆໄດ້ກິນອີ່ມ, ນຸ່ງອຸ່ນ, ໄດ້ຮຽນໜັງສື... ຢາກໃຫ້ເຂົາເຈົ້າໄດ້ດຳລົງຊີວິດໃນບັນຍາກາດແຫ່ງຄວາມສະຫງົບ, ປອດສົງຄາມ, ບໍ່ມີສຽງປືນແຕກ, ບໍ່ມີການຖີ້ມລະເບີດ… ກໍ່ເນື່ອງຈາກຄວາມຄາດຫວັງເຫຼົ່ານັ້ນ, ພັນຈັດຕະວາ ຫງວຽນທິແທັງຫາຍ, ອະດີດເປັນທ່ານໝໍຢູ່ໂຮງໝໍ 103, ວິທະຍາຄານເສນາຮັກ ໄດ້ຕັດສິນໃຈຫ່າງຈາກລູກນ້ອຍຂອງຕົນ ເພື່ອເດີນທາງໄປ ປະຕິບັດໜ້າທີ່ຢູ່ ຊູດັງໃຕ້:

“ພວກຂ້າພະເຈົ້າ ຍາມໃດກໍຄິດວ່າ ຕົນເອງເປັນທະຫານ ເມື່ອປະຕິບັດໜ້າທີ່ນັ້ນແມ່ນຕ້ອງໄປຄໍາຮຽກຮ້ອງຂອງພັກ ແລະ ລັດ. ເມື່ອເຫັນໃນໂທລະພາບ, ວິທະຍຸ, ໜັງສືພິມຕ່າງໆທີ່ກ່ຽວຂ້ອງເຖິງປະເທດເພື່ອນບ້ານ, ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ມີເດັກນ້ອຍຫຼາຍຄົນມີອາຍຸພຽງແຕ່ສ່ຳລູກຂອງຂ້າພະເຈົ້າເທົ່ານັ້ນແຕ່ຕ້ອງຊັດເຊພະເນຈອນໄປຕາມທາງບໍ່ມີເຮືອນຢູ່, ລຳບາກທີ່ສຸດ. ກໍເລີ່ມມາຈາກຄວາມຮັກແພງເຫຼົ່ານັ້ນ, ຕົນເອງຈຶ່ງຢາກເຂົ້າຮ່ວມເພື່ອປະກອບສ່ວນສະຕິປັນຍາ ແລະ ເຫື່ອແຮງເລັກໆນ້ອຍໆຂອງຕົນເຂົ້າໃນພາລະກິດຮັກສາສັນຕິພາບ”.

        ສຳລັບທະຫານລຸງໂຮ່ແລ້ວ, ການປະຕິບັດໜ້າທີ່ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກນັ້ນ ແມ່ນເງື່ອນໄຂທີ່ດີທີ່ສຸດເພື່ອຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່. ພິເສດ, ວຽກງານເຫຼົ່ານັ້ນ ພັດນຳມາເຊິ່ງຊີວິດ, ຄວາມເຊື່ອໝັ້ນ ແລະ ຄວາມຫວັງໃຫ້ແກ່ປະຊາຊົນບໍ່ຈັກວ່າເທົ່າໃດຄົນນັ້ນ, ເຖິງວ່າຈະຫຍຸ້ງຍາກລຳບາກຄືແນວໃດກໍຕາມ ແຕ່ກໍຕ້ອງຜ່ານຜ່າໄປໃຫ້ໄດ້. ທ່ານພັນເອກ ໂຂງແມ້ງຮຶງ, ຮອງຫົວໜ້າຄະນະການເມືອງ, ເຫຼົ່າຮົບທະຫານຊ່າງແສງ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ກ່ອນນີ້, ເມື່ອ ຫວຽດນາມ ຖືກສັດຕູເຂົ້າມາຮຸກຮານ, ຊາວໂລກ, ໃນນັ້ນມີຊາວ ອະຟະລິກາ ຈຳນວນຫຼວງຫຼາຍ ໄດ້ສະໜັບສະໜູນ ຫວຽດນາມຢ່າງສຸດໃຈ. ປັດຈຸບັນ, ຫວຽດນາມ ມີສັນຕິພາບ, ເຊື່ອມໂຍງ, ພັດທະນາແລ້ວ, ຫວຽດນາມ ຍິ່ງມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າ ກ່ຽວກັບຄຸນຄ່າຂອງສັນຕິພາບ ແລະ ຍາມໃດກໍມານະພະຍາຍາມຮັກສາສັນຕິພາບ, ຮ່ວມມືພັດທະນາ”.

        “ບ່ອນໃດຍາກຊາວໜຸ່ມບຸກ - ບ່ອນໃດທຸກຊາວໜຸ່ມຜ່ານຜ່າ” ອຸດົມການດັ່ງກ່າວ ສືບຕໍ່ເຍືອງທາງເພື່ອໃຫ້ຊາວໜຸ່ມກອງທັບເວົ້າສະເພາະ ແລະ ຊາວໜຸ່ມ ຫວຽດນາມ ເວົ້າລວມ ມີຄວາມໝັ້ນໃຈຕື່ມອີກເພື່ອກ້າວເດີນໄປ. ທະຫານ “ໝວກເບເລສີຟ້າ” ຫວຽດນາມ ພວມປະກອບສ່ວນພ້ອມກັບ ສປຊ ເພາະບົ່ມສັນຕິພາບ, ສ້າງສະຖຽນລະພາບດ້ານການເມືອງ, ປົກປ້ອງປະຊາຊົນ ແລະ ພັດທະນາແບບຍາວນານຢູ່ບັນດາປະເທດ. ຫວັງວ່າ ດ້ວຍຄວາມຮັກແພງເຫຼົ່ານັ້ນ ຍາມໃດກໍ່ຈະເປັນສາຍໃຍເຊື່ອມຕໍ່ ເພື່ອໃຫ້ພາລະກຳສັນຕິພາບໄດ້ຮັບການຮັກສາທົ່ວຫ້າທະວີບໃນໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ