(vovworld)--“ຂ້າພະເຈົ້າແມ່ນຜູ້ດຽວຢູ່ແຂວງອັດຕະປືໄດ້ຮັບໃບຢັ້ງຢືນແມ່ນຜູ້ຟັງຂອງ ວິທະຍຸກະຈາຍສຽງຫວຽດນາມໃນເວລາ 3 ປີ, 5 ປີ -ທ່ານເພັດສະຫວັນ ສີຊານົນ, ຜູ້ຟັງທີ່ສະໜິດສະໜົມຂອງລາຍການພາກພາສາລາວ ໄດ້ເວົ້າຄືດັ່ງກ່າວດ້ວຍຄວາມເອກອ້າງທະນົງໃຈ ເມື່ອມາຢ້ຽມຢາມລະບົບກະຈາຍສຽງພາສາຕ່າງປະເທດ (VOV5) ຕົ້ນອາທິດນີ້.
ທ່ານເພັດສະຫວັນຢ້ຽມຢາມ VOV5
(ພາບ: VOV5)
ທ່ານເພັດສະຫວັນ ສີຊານົນ ອະດິດຮອງປະທານສະຫະພັນກຳມະບານແຂວງອັດຕະປື, ອາດິດຫົວໜ້າຮັບຜິດຊອບອະນຸສອນສະຖານ ໄກສອນ ພົມວິຫານຢູ່ ແຂວງອັດຕະປື ແມ່ນຜູ້ຟັງທີ່ສະໜິດສະໜົມຂອງລາຍການພາກພາສາລາວ ເປັນເວລາ 7-8 ປີແລ້ວ, ທ່ານຢາກມາທ່ອງທ່ຽວຫວຽດນາມ ແຕ່ດົນນານແລ້ວ ແຕ່ຍ້ອນຍັງເຮັດວຽກລັດຖະການບໍ່ມີເວລາເພື່ອໄປ. ກ່ອນນີ້ 1 ປີ, ທ່ານໄດ້ອອກກິນເບັ້ຍບຳນານ, ຫວ່າງແລ້ວນີ້, ໃນໂອກາດພັນລະຍາຂອງທ່ານຫາກໍ່ອອກກິນເບັ້ຍບຳນານ, ສອງຜົວເມຍທ່ານຈຶ່ງຍາດເວລາເພື່ອມາທ່ອງທ່ຽວນະຄອນຫຼວງຮ່າໂນ້ຍ.
ໃນໄລຍະມາຝືກອົບຮົມຢູ່ມະຫາວິທະຍາໄລກຳມະບານທີ່ນະຄອນຫຼວງຮ່າໂນ້ຍ ເມື່ອປີ 2007, ທ່ານໄດ້ຮູ້ຈັກກັບນັກບັນນາທິການຂອງລາຍການທຸກຄົນໃນລາຍການກະຈາຍສຽງພາກພາສາລາວ ຊື່ງແມ່ນຜູ້ທີ່ໄດ້ຊ່ວຍແປພາສາໃຫ້ແກ່ຊຸດຮຽນ. ທ່ານເຄີຍຮັບຟັງລາຍການໃນເວລາແຕ່ 20 ໂມງ 30 ນາທີ-21 ໂມງ 30 ນາທີຜ່ານຄື້ນ 1242 Khz ແລະ ປະຈຸບັນເມື່ອມີເວັບໄຊລະບົບລາຍການພາສາຕ່າງປະເທດ ດ້ວຍລະຫັດ Vovworld.vn, ທ່ານກໍ່ຟັງ ແລະ ອ່ານຂ່າວທາງອິນເຕີແນັດ ເປັນປະຈຳວັນ:
ສຽງທ່ານເພດສະຫວັນສີຊານົນ
ຜ່ານໄລຍະທາງກ່ວາ 1000 ກມ ຈາກແຂວງອັດຕະປື ໄປແຂວງກອນຕຸມ ມາຮ່າໂນ້ຍ, ສະຖານທີ່ທຳອິດທີ່ທ່ານມາຢ້ຽມຢາມນັ້ນແມ່ນສຳນັກງານຂອງວິທະຍຸກະຈາຍສຽງຫວຽດນາມ ເພື່ອໄດ້ເຫັນປະຈັກຕາສຳນັກງານຂອງວິທະຍຸກະຈາຍສຽງຫວຽດນາມ ບ່ອນຜະລິດລາຍການພາກພາສາຕ່າງປະເທດ ແລະ ໄດ້ພົບປະ, ແນະນຳກັບພັນລະຍາຂອງຕົນບັນດານັກຂ່າວ, ບັນນາທິການພາກພາສາລາວຜູ້ສະໜິດສະໜົມກັບທ່ານ.
(ພາບ: VOV5)
ກ່ອນນີ້, ທ່ານເຄີຍຕິດຕໍ່ກັບລາຍການຜ່ານໂທລະສັບເປັນປະຈຳ, ທ່ານເຄີຍແມ່ນຜູ້ຟັງໄດ້ປະກອບຄຳເຫັນໃຫ້ແກ່ລາຍການເປັນປະຈຳ ແລະ ແຈ້ງໃຫ້ພວກເຮົາຊາບກ່ຽວກັບ ສະພາບຄື້ນຂອງວິທະຍຸຢູ່ແຂວງອັດຕະປື, ຜ່ານການປະກອບຄຳເຫັນຂອງທ່ານ, ທາງວິທະຍຸກະຈາຍສຽງຫວຽດນາມ ໄດ້ມີການແກ້ໄຂດັດປັບຢ່າງທັນການເພື່ອຮັບໃຊ້ຜູ້ຟັງດີກ່ວາຍ້ອນຂ່າວອັນປະເສີດຈາກທ່ານ, ລາຍການພາກພາສາລາວ ກໍ່ແຈ້ງຂ່າວຕໍ່ຂັ້ນເທິງຢ່າງທັນການເພື່ອແກ້ໄຂສະພາບການບໍ່ດີຂອງຄື້ນ. ກ່ຽວກັບລາຍການພາກພາສາລາວ, ທ່ານເພັດສະຫວັນ ສີຊານົນ ໃຫ້ຂໍ້ສັງເກດວ່າ:
ສຽງທ່ານເພດສະຫວັນສີຊານົນ
ນອກຈາກເປັນຜູ້ຟັງທີ່ສະໜິດສະໜົມຂອງລາຍການ, ທ່ານ ເພັດສະຫວັນ ສີຊານົນ ຍັງແມ່ນຜູ້ແນະນຳລາຍການກັບເພື່ອນມິດ, ບັນດາຜູ້ທີ່ສົນໃຈ ແລະ ມັກອ່ານຄືທ່ານ. ທ່ານໄດ້ແນະນຳກັບທຸກຄົນກ່ຽວກັບວິທີເຂົ້າອ່ານຢູ່ເວັບໄຊ, ວິທີປະກອບຄຳເຫັນຜ່ານຈົດໝາຍ ແລະ ໂທລະສັບ. ທ່ານເຄີຍມາຢ້ຽມຢາມ ຫວຽດນາມ 3 ຄັ້ງແລ້ວ ແຕ່ນີ້ແມ່ນຄັ້ງທຳອິດທີ່ທ່ານມາຢ້ຽມຢາມວິທະຍຸກະຈາຍສຽງຫວຽດນາມ. ໃນນາມສ່ວນຕົວ, ຫວັງວ່າ, ການຢ້ຽມຢາມຮ່າໂນ້ຍ ເວົ້າລວມ ແລະ ວິທະຍຸກະຈາຍສຽງຫວຽດນາມ ເວົ້າສະເພາະຈະສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ທ່ານ./.