ນັກສຶກສາຫວຽດນາມຕອບສະຫນອງຂະບວນການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ປີ 2013

“ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“ ​ແມ່ນ​ກິດ​ຈະ​ກຳຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​​ເຊິ່ງ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍໃນ​ທົ່ວ​ໂລກ ​ແລະ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່, ຕອບ​ສະໜອງ​ຈາກ​ປະຊາຊົນ​ທຸກ​ຄົນ. ຂະ​ບວນ​ການ “ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“ ປີນີ້​ມີ​ຄຳ​ຂວັນ​ວ່າ: “ທຸກ​ຄົນ​ຈົ່ງພ້ອມ​ກັນ​ປະຕິບັດ“ ດ້ວຍການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ຄື: ຖີບ​ລົດຖີບ, ມອດ​ໄຟ​ໃນ​ທົ່ວ​ປະ​ເທດ…​ເຊີນ​ທ່ານ​ເຂົ້າຮ່ວມ​ພິທີ​ປຸກລະດົມ​ຂະ​ບວນ​ການ “ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“ ຢູ່​ມະຫາວິທະຍາ​ໄລ​ໄຟຟ້າ-​ຮ່າ​ໂນ້ຍ.

ນັກສຶກສາຫວຽດນາມຕອບສະຫນອງຂະບວນການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ປີ 2013 - ảnh 1

(ພາບ: laodong.com.vn)

  ໃນ​ພິທີ​ປຸກລະດົມ, ​ເອື້​ອຍຫວູທິມີ​ແຮ້ງ, ຜູ້​ຊ່ຽວຊານຂອງ Challege to Change ​ເຊິ່ງ​ແມ່ນອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານສາກົນ​​ທີ່​ເຄີຍ​ຄົ້ນຄ້ວາ​ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກ​ ທີ່ກ່ຽວຂ້ອງ​ເຖິງ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້​ແລກປ່ຽນ​ກັບ​ນັກ​ສຶກສາ​ກ່ຽວ​ກັບ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໃນ​ໂລກ​ປະຈຸ​ບັນ ​ແລະ ຜົນ​ສະທ້ອນ​ຂອງ​ມັນ​ຕໍ່​ຊີວິດ​ການ​ເປັນ​ຢູ່, ສະພາບ​ໃຊ້​ພະລັງງານ​ແບບ​ຟູມ​ເຟືອຍ, ບັນດາ​ມາດ​ຕະການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ …. ​ເອື້ອຍ​ແຮ້ງ ​ເວົ້າວ່າ:

   “​​​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ໂລກ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ. ຄຳ​ຖາມ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ນັກ​ສຶກສາ​ຫວຽດນາມ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ໄຟຟ້າ ​ໄດ້ ​ແລະ ພວມ​ກະກຽມ​ຄື​ແນວ​ໃດ​ ເພື່​ອກຳນົດ​ໄດ້​ບັນດາ​ຄວາມ​ສ່ຽງ, ຈາກ​ນັ້ນສະ​ເໜີບັນດາ​ມາດ​ຕະການ​ແກ້​ໄຂ ​ແລະ ປະຕິບັດ”  

  ພິທີ​ປຸກລະດົມຂະ​ບວນ​ການ “ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“ ປີ 2013 ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ກວ້າງ​ຂວາງຈາກ​ບັນດາ​ນັກ​ສຶກສາ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ການ​ສະ​​ຫນັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ຄະນະ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ໄຟຟ້າ​ຮ່າ​ໂນ້ຍ ອີກ​ດ້ວຍ. ທ່ານ ​ດ່າ​ມຊວນ​ຮຽບ ອະທິການ​ບໍດີ  ມະຫາວິທະຍາ​ໄລ​ໄຟຟ້າ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

   “​​ຂ້າພະ​ເຈົ້າປາດ​ຖະໜາ​ວ່າ, ພາຍຫຼັງ​ພິທີ​ປຸກລະດົມ​ນີ້, ຈະ​ສືບ​ຕໍ່​ຜັນ​ຂະຫຍາຍການ​ເຄື່ອນ​ໄຫວຕ່າງ​ໆເພື່ອ​ຊ່ວຍ​ພວກ​ນ້ອງ​ນັກ​ສຶກສາ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປະຢັດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບການ​ປ່ຽນ​ແປງຂ​ອງດິນ​ຟ້າ​ອາກາດ

ນັກສຶກສາຫວຽດນາມຕອບສະຫນອງຂະບວນການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ປີ 2013 - ảnh 2
(ພາບ: baoninhthuan.com.vn)

​ ເຫດການມອບ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກ​ປີ​ນີ້​ຢູ່​ຫວຽດນາມ ​ຈະ​ດຳ​ເນີນ​ແຕ່ 20​ ໂມງ 30 ນາທີ - 21 ​ ໂມງ 30 ນາທີ ຂອງວັນ​ທີ 23/3 ດ້ວຍ​ການ​ມອດ​ໄຟຢູ່​ເຮືອນ, ປະຢັດ​ພະລັງງານ, ຖີບ​ລົດຖີບ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ…​ເພື່ອນ​ວັນ​ທົງ, ນັກ​ສຶກສາມ​ທະ​ຫາ​ວິທະຍາ​ໄລ​​ເປີດ​ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

   “ຂ້າພະ​ເຈົ້າ​ໄດ້​ເຂົ້າຮ່ວມ​ການ​ຖີບ​ລົດຢູ່​ຮ່າ​ໂນ້ຍ​ ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ຄວາມ​ໝາຍຂອງ​ການ​​ເຄື່ອນ​ໄຫວນີ້ແມ່ນ​ເພື່ອ​ປະຢັດ​ໄຟຟ້າ, ຮັບ​ມືການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຂ້າພະ​ເຈົ້າຢາກ​ສົ່ງ​ສານ​​ມາຍັງ​ທຸກ​ຄົນ​​ທີ່ວ່າ ຈົ່ງ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ທຸກ​ວັນ​.

  ພິທີ​ປຸກລະດົມ​ຂະ​ບວນ​ການ “ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“ 2013 ຢູ່​ມະຫາວິທະຍາ​ໄລ​ໄຟຟ້າ​ຮ່​າໂນ້ຍ​ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງຕໍ່​ບັນດາ​ເພື່ອນ​ນັກ​ສຶກສາ. ບັນດາ​ນັກ​ສຶກສາ​ລ້ວນ​ແຕ່​ເຂົ້າ​ໃຈ​ໄດ້ວ່າ​ຕົນ​ເອງ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ເພື່ອ​​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຜ່ານ​ບັນດາ​ວຽກ​ງານ​ປະຈຳ​ວັນ. ພວກ​​ເພື່ອ​ນຈະ​ແມ່ນ​ກຳລັງ​​ທີ່ສຳຄັນ​ ປະກອບ​ສ່ວນ​ຮັບ​ມື​ກັບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ສ້າງ​ອະ​ນາ​ຄົດ​​ແຫ່ງ​ການພັດທະນາ​ແບບ​ຍືນ​ຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ