(vovworld) -ຫາງສຽງຢູ່ພາຍໃນ ແລະ ຕ່າງປະເທດພວມຄັດຄ້ານເລື່ອງຈີນຕັ້ງຮ້ານເຈາະນຳ້ມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະຂອງຫວຽດນາມ ແລະ ໃຊ້ກຳ່ປັ່ນປະກອບອາວຸດບຸກໂຈມຕີກຳ່ປັ່ນຂອງຊາວປະມົງ, ກຳ່ປັ່ນຕຳ່ຫຼວດທະເລ ແລະ ກຳ່ປັ່ນກວດກາການປະມົງຫວຽດນາມຢ່າງຮຸນແຮງ. ໃນຊຸມມື້ນີ້ໄດ້ມີຫຼາຍລາຍການສິລະປະມຸງໄປສູ່ທະເລຕາເວັນອອກ ເພື່ອແນໃສ່ສ້າງກອງທຶນສະໜັບສະໜູນຊາວປະມົງ ແລະ ກຳລັງຕຳຫຼວດທະເລ, ກຳລັງກວດກາການປະມົງທີ່ພວມເດັດດຽວປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຂອງປະເທດບົນທະເລ.
(ພາບອິນເຕີແນດ)
ຢູ່ຮ່າໂນ້ຍ, ສະມາຄົມນັກດົນຕີຫວຽດນາມຫາກໍ່ແນະນຳບັນດາບົດເພງໃໝ່ກ່ຽວກັບທະເລ, ໝູ່ເກາະຂອງປະເທດ. ນັກດົນຕີ ໂດຮົ່ງກວນ, ປະທານ ສະມາຄົມນັກດົນຕີຫວຽດນາມ ໃຫ້ຮູ້ວ່າ ໄດ້ມີ 100 ບົດເພງຂອງນັກປະພັນດົນຕີ 80 ຄົນຝາກມາສະມາຄົມ. ສະແດງຄວາມຮັກ ແລະ ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ກໍ່ຄືຄັດຄ້ານບັນດາການກະທຳທີ່ຜິດພາດຂອງຈີນ. ສະມາຄົມນັກດົນຕີຫວຽດນາມ ໄດ້ເລືອກເຟັ້ນ 70 ກວ່າບົດເພງໃໝ່ກ່ຽວກັບທະເລ, ໝູ່ເກາະໃນປຶ້ມປະມວນບົດເພງ “ທະເລຕາເວອອກເກີດຄື້ນຟອງ“ ເພື່ອແນະນຳ ແລະ ສະເໜີໃນເດືອນ 6/2014 ນີ້. ນັກດົນຕີ ກາດເວິ້ນ, ຮອງປະທານສະມາຄົມນັກດົນຕີຫວຽດນາມ, ໃຫ້ຮູ້ວ່າ:
“ນີ້ແມ່ນບັນດາບົດເພງທີ່ມີຫົວຂໍ້ສົດໆຮ້ອນໆ, ແທດເໝາະກັບສະຖານະການ ແລະ ມີຫຼາຍຮູບຫຼາຍແບບ, ແຕ່ເນື້ອໃນລ້ວນແຕ່ມຸງໄປສູ່ທະເລຕາເວັນອອກ, ຄັດຄ້ານບັນດາການກະທຳທີ່ຜິດພາດຂອງຈີນ. ມີຫຼາຍບົດເພງຂຽນກ່ຽວກັບກຳລັງທັບປ້ອງກັນອາກາດ, ກອງທັບເຮືອ, ກໍ່ຄືເກາະກາດມາ. ພິເສດນີ້ເປັນເທື່ອທຳອິດທີ່ມີບົດເພງກ່ຽວກັບກຳລັງກວດກາການປະມົງ, ຕຳຫຼວດທະເລຫວຽດນາມ, ດ້ວຍທຳນອງເພງທີ່ໜຸ່ມແໜ້ນ, ສົດໄສ, ແຕ່ຍັງຄົງສືບທອດທຳນອງເພງທີ່ເປັນມູນເຊື້ອ, ແລະ ສະແດງໃຫ້ເຫັນພະລັງຊີວິດຂອງຍຸກສະໄໝອີກດ້ວຍ.“
(ພາບອິນເຕີແນດ)
ກວ່າໜຶ່ງເດືອນທີ່ຜ່ານມາ, ພ້ອມກັບບັ້ນຂົນຂວາຍປະດິດແຕ່ງບັນດາບົດເພງນັ້ນ, ບັນດາລາຍການສິລະປະມຸ່ງໄປສູ່ທະເລຕາອອກກໍ່ດຳເນີນໄປຢູ່ຫຼາຍທ້ອງຖີ່ນ. ດ້ວຍຈຸດປະສົງສ້າງກອງທຶນສະໜັບສະໜູນບັນດາກຳລັງທີ່ພວມປະຕິບັດໜ້າທີ່ບົນທະເລ. ພິເສດໃນວັນທີ 15/6, ຢູ່ຫໍມິດຕະພາບຮ່າໂນ້ຍ ໄດ້ຈັດລາຍການດົນຕີຂະໜາດໃຫຍ່ກ່ຽວກັບທະເລ, ໝູ່ເກາະທີ່ມີຊື່ວ່າ: “ໂດຍແມ່ນຊາວຫວຽດນາມ“, ເຊິ່ງໄດ້ເຕົ້າໂຮມນັກສິນລະປິນ, ນັກຮ້ອງທີ່ດີເດັ່ນນັບຮ້ອຍຄົນເຂົ້າຮ່ວມ. ນັກສິນລະປິນທີ່ດີເດັ່ນ ເຕິ໋ນມິງ, ເວົ້າວ່າ:
“ພວກຂ້າພະເຈົ້າປາຖະໜາຢາກມີລາຍການສິລະປະຄືແນວນີ້ເພື່ອອຸທິດສ່ວນ. ນັກສິນລະປິນທັງໝົດລ້ວນແຕ່ຢາກຮ່ວມແຮງຮ່ວມໃຈເຮັດສິ່ງໃດສິ່ງໜຶ່ງເພື່ອມຸ່ງໄປສູ່ທະເລໝູ່ເກາະຂອງປະເທດຊາດ.“
(ພາບອິນເຕີແນດ)
ບັນດາລາຍການສິລະປະກ່ຽວກັບທະເລ, ໝູ່ເກາະສະແດງໃຫ້ເຫັນອາລົມຈິດລະຫວ່າງບັນດານັກຮົບຢູ່ເຂດໝູ່ເກາະທີ່ຫ່າງໄກກັບປະຊາຊົນໃນເຂດດິນຕໍ່ແຜ່ນ, ຜ່ານບົດເພງ, ຜູ້ຟັງສາມາດຮັບຮູ້ໄດ້ພະລັງຊີວິດ, ຄວາມຮັກຕໍ່ບ້ານເກີດເມືອງນອນຂອງຊາດໜຶ່ງທີ່ຮັກຫອມສັນຕິພາບ, ແລະ ຄວາມຕັດສິນໃຈປົກປັກຮັກສາອະທິປະໄຕທີ່ສັກກະລະບູຊາຂອງປະເທດໄວ້. ຫງວຽນແອງກີ່, ນັກສຶກສາໂຮງຮຽນສ້າງຄູສິລະປະສູນກາງ, ໄດ້ເວົ້າວ່າ:
“ຂ້າພະເຈົາແມ່ນຊາວໜຸ່ມແຕ່ກໍ່ຮູ້ສຶກວ່າລາຍການປຽບເໝືອນແປວໄຟປຸກລຸກຄວາມສຸດຈິດສຸດໃຈ, ຄວາມຮັກປະເທດຊາດໃຫ້ແກ່ພວກເພື່ອນໜຸ່ມໃນປະຈຸບັນ. ຂ້າພະເຈົ້າຫວັງວ່ານັບມື້ນັບມີຫຼາຍລາຍການຄືແນວນີ້ກວ່າ“.
(ພາບອິນເຕີແນດ)
ບັ້ນຂົນຂວາຍປະດິດແຕ່ງບົດເພງກ່ຽວກັບທະເລ, ໝູ່ເກາະ ພ້ອມກັບລາຍການສະແດງດົນຕີເພື່ອສ້າງກອງທຶນໜູນຊ່ວຍບັນດາກຳລັງທີ່ພວມປະຕິບັດໜ້າທີ່ຢູ່ເຂດທະເລຮ່ວາງຊາ, ເຈື່ອງຊາ... ແມ່ນບັນດາຄຸນຄ່າດ້ານຈິດໃຈຊ່ວຍໃຫ້ຊາວປະມົງ, ກຳລັງກວດກາການປະມົງເດັດດຽວຕິດພັນກັບທະເລ, ປະກອບສ່ວນປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຫວຽດນາມ.