(vovworld)- ໂດຍແມ່ນຫນຶ່ງໃນພົນລະເມືອງດີເດັ່ນ 10 ຄົນຂອງນະຄອນຫລວງຮ່າໂນ້ຍປີ 2015, ນັກສິລະປະການ ຫງວຽນທິເຕີມ ກໍແມ່ນຜູ້ສືບທອດໂຮງງານຕ່ຳແຜ່ນແພທີ່ເປັນມູນເຊື້ອຂອງໝູ່ບ້ານອາຊີບຜະລິດແພໄຫມ ຫວ້ານຟຸກ ເມືອງຮ່າດົງ ນະຄອນ ຮ່າໂນ້ຍ. ແຕ່ລະວັນ, ນັກສິລະປະການ ຫງວຽນທິເຕີມ ສະຫງວນເວລາສ່ວນຫລາຍໃຫ້ອາຊີບຕ່ຳແຜ່ນແພ ຈາກຂັ້ນຕອນເລືອກເສັ້ນຝ້າຍຕະຫລອດຮອດການແຕ້ມລວດລາຍ,ຍ້ອມສີ… ເພື່ອຮັກສາອາຊີບທີ່ເປັນມູນເຊື້ອຂອງວົງຕະກຸນ ແລະ ນຳເອົາເຄື່ອງໝາຍການຄ້າ ແພໄຫມ ຮ່າດົງມາເຖິງປະຊາຊົນຢູ່ທຸກແຖບຖິ່ນໃນທົ່ວປະເທດ ແລະ ເພື່ອນມິດສາກົນ.
ໝູ່ບ້ານອາຊີບຜະລິດແພໄຫມ ຫວ້ານຟຸກ
ພາບ:internet
|
ປີນີ້ ປ້າ ຫງວຽນທິເຕີມ ມີອາຍຸເກືອບ 60 ປີແລ້ວ ແລະ ປ້າກໍແມ່ນຜູ້ທີ່ຕິດພັນກັບອາຊີບຕ່ຳແພໄຫມມາເປັນເວລາຫລາຍປີ. ໃນຄາວຍັງນ້ອຍ, ຕອນເຊົ້າແຕ່ລະມື້ ປ້າເຄີຍພ້ອມກັບແມ່, ເອື້ອຍຂອງຕົນ ເອົາແພໄຫມອອກໄປຕາກຢູ່ແຄມຝັ່ງແມ່ນ້ຳ ເຍ້ (Nhue) ແລະ ຮອດຕອນຄ່ຳ ປ້າ ນັ່ງເບິ່ງພໍ່ແຕ້ມລວດລາຍເທິງແພໄຫມ. ບໍ່ຮູ້ວ່າ ຄວາມຮັກທີ່ປ້າຕໍ່ອາຊີບຕ່ຳແພໄຫມທີ່ເປັນມູນເຊື້ອນັ້ນ ໄດ້ຊືມເຂົ້າຕົວປ້າແຕ່ເວລາໃດ, ເມື່ອເຕີບໃຫຍ່ຂຶ້ນ ປ້າມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບຊີວິດ, ກ່ຽວກັບໝູ່ບ້ານອາຊີບຜະລິດແພໄຫມກວ່າ, ປ້າໄດ້ຮັບມອບໝາຍຫນ້າທີ່ ແມ່ນຜູ້ຮັກສາອາຊີບຜະລິດແພໄຫມຂອງວົງຕະກຸນ, ນຳເອົາຜະລິດຕະພັນຂອງໝູ່ບ້ານອາຊີບຜະລິດແພໄຫມ ຫວ້ານຟຸກ ເຖິງເພື່ອນມິດສາກົນ. ດ້ວຍຄວາມຮັກ, ຄວາມເມົາມົວກັບອາຊີບ ກໍຄືຄວາມດຸຫມັ່ນຂະຫຍັນພຽນໃນກວ່າ 40 ປີເຮັດອາຊີບຕ່ຳ ແພໄຫມ, ປ້າເຕີມ ບໍ່ຫວາດຫວັ່ນກັບຄວາມຫຍຸ້ງຍາກລຳບາກເພື່ອໄປຖອດຖອນບົດຮຽນຢູ່ຫລາຍແຫ່ງ ນຳເອົາຄວາມກ້າວຫນ້າດ້ານວິທະຍາສາດເຕັກນິກ ມາຊ່ວຍໃຫ້ໝູ່ບ້ານອາຊີບຜະລິດອອກບັນດາຜະລິດຕະພັນແພໄຫມທີ່ເປັນເອກະລັກສະເພາະ. ເອື້ອຍ ທາຍມາຍເຮືອງ, ລູກຄ້າຜູ້ທີ່ເຄີຍມາຊື້ແພໄຫມ ຫວ້ານຟຸກ ໃຫ້ຮູ້ວ່າ:
“ແພໄຫມຫວ້ານຟຸກ ແມ່ນຜະລິດຕະພັນທີ່ພວກຂ້າພະເຈົ້າມັກທີ່ສຸດ ແລະ ເຄີຍຊື້ມາໃຊ້. ສຳລັບຄອບຄົວປ້າເຕີມ, ຂ້າພະເຈົ້າໄດ້ມາຢ້ຽມຢາມ ແລະ ຊື້ແພໄຫມເປັນຫລາຍເທື່ອແລ້ວ. ບັນດາຜະລິດຕະພັນທີ່ປ້າເຕີມຜະລິດອອກ ລ້ວນແຕ່ມີຄຸນນະພາບດີ, ຮູບແບບງາມ.”
ແຂກຕ່າງປະເທດຢ້ຽມຢາມໝູ່ບ້ານ ຜະລິດແພໄຫມ ຫວ້ານຟຸກ
|
ບໍ່ພຽງແຕ່ຊອກຫາ, ຄົ້ນຄ້ວາເພື່ອຜະລິດບັນດາຜະລິດຕະພັນແພໄຫມທີ່ມີຄຸນນະພາບສູງອອກສູ່ຕະຫລາດ, ໂຮງງານຕ່ຳແພໄຫມຂອງ ປ້າເຕີມ ຍາມໃດກໍນຳຫນ້າໃນການເຂົ້າຮ່ວມບັນດາການເຄື່ອນໄຫວໂຄສະນາຜະລິດຕະພັນຂອງໝູ່ບ້ານອາຊີບ ກໍຄື ຂອງທ້ອງຖິ່ນເຊັ່ນ: ເຂົ້າຮ່ວມການແຂ່ງຂັນ, ງານຕະຫລາດນັດແນະນຳຜະລິດຕະພັນຢູ່ ຮ່າໂນ້ຍ, ເຫ້ວ, ກວ໋າງນີງ… ແລະ ຢູ່ຫລາຍປະເທດອື່ນຄື: ຝລັ່ງ, ເຢຍລະມັນ, ສິງກະໂປ, ຈີນ.. ໃນໂອກາດສະເຫລີມສະຫລອງ 1000 ປີແຫ່ງທັງລອງ ຮ່າໂນ້ຍ, ຜະລິດຕະພັນແພໄຫມໂດຍ ປ້າເຕີມ ຜະລິດ ໄດ້ຮັບການຄັດເລືອກເປັນຂອງຂວັນມອບໃຫ້ແຂກສາກົນມາເຂົ້າຮ່ວມພິທີສະເຫລີມສະຫລອງ. ປີ 2012, 2013, ຈາກສີມືອັນຄ່ອງແຄ້ວຂອງ ປ້າເຕີມ, ຜະລິດຕະພັນທີ່ເປັນເອກະລັກສະເພາະຈຳນວນຫນຶ່ງໂດຍຄອບຄົວປ້າເຕີມ ຜະລິດ ໄດ້ຮັບການຄັດເລືອກ ຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແມ່ນຜະລິດຕະພັນດີເດັ່ນ. ໃນຫລາຍປີຜ່ານມາ, ໂຮງງານຕ່ຳແພໄຫມຂອງ ປ້າເຕີມ ແລະ ໝູ່ບ້ານຜະລິດແພໄຫມ ຫວ້ານຟຸກ ຕ້ອນຮັບແຂກສາກົນ ແລະ ບັນດາຄະນະຜູ້ແທນຂັ້ນສູງ ຈາກບັນດາປະເທດ ມາຢ້ຽມຢາມນັບພັນໆເທື່ອຄົນ .
ໂດຍແມ່ນຜູ້ທີ່ເມົາມົວກັບອາຊີບຕ່ຳແພໄຫມມາເປັນເວລາຫລາຍປີ ແລະ ຢາກເຮັດໃຫ້ໝູ່ບ້ານອາຊີບນີ້ນັບມື້ນັບພັດທະນາ, ປ້າເຕີມ ໄດ້ເປີດບັນດາຊຸດອົບຮົມ ເພື່ອຍົກສູງສີມືໃຫ້ຖັນແຖວນາຍຊ່າງຫນຸ່ມ. ເພື່ອນ ມາຍແອງ, ຜູ້ທີ່ພວມຮຽນອາຊີບຕ່ຳແພໄຫມໃຫ້ຮູ້ວ່າ:
“ປ້າ ເຕີມ ມີຄວາມຮັກ ແລະ ເມົາມົວກັບອາຊີບນີ້ທີ່ສຸດ. ຍາມໃດປ້າ ກໍສຸດອົກສຸດໃຈສອນບັນດາຂັ້ນຕອນຜະລິດແພໄຫມໃຫ້ພວກນ້ອງຢ່າງລະອຽດ. ຜ່ານບັນດາບົດຮຽນຈາກປ້າເຕີມ, ພວກນ້ອງ ຍິ່ງມີຄວາມຮັກອາຊີບກວ່າ ແລະ ຢາກສືບທອດອາຊີບທີ່ຄົນລຸ້ນກອ່ນປະໄວ້ ແລະ ເຮັດໃຫ້ອາຊີບນີ້ພັດທະນາກວ່າ.”
ບໍ່ພຽງແຕ່ແມ່ນຜູ້ສືບທອດ ແລະ ເຮັດໃຫ້ອາຊີບຕ່ຳແພໄຫມຢູ່ ໝູ່ບ້ານອາຊີບ ຫວ້ານຟຸກ ພັດທະນາ ເທົ່ານັ້ນ, ປ້າ ເຕີມ ຍັງແມ່ນຜູ້ຕັ້ງຫນ້າເຂົ້າຮ່ວມວຽກງານອົງການຈັດຕັ້ງມະຫາຊົນສັງຄົມອີກດ້ວຍ. ທ່ານນາງ ໂດທິຮ່າ, ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ ຫວ້ານຟຸກ ເມືອງ ຮ່າດົງ ໃຫ້ຮູ້ວ່າ: ເອື້ອຍເຕີມ ໄດ້ປະກອບສ່ວນບໍ່ຫນ້ອຍໃຫ້ແກ່ການພັດທະນາໝູ່ບ້ານອາຊີບຂອງທ້ອງຖິ່ນ ກໍຄືແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນງານຫລາຍຄົນ, ປະກອບສ່ວນສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີສວຍງາມ.
ຄຽງຄູ່ກັບການຮັກສາສິ່ງຍອດຢ້ຽມຂອງອາຊີບທີ່ເປັນມູນເຊື້ອ, ນັກສິລະປະການ ຫງວຽນທິເຕີມ ໄດ້ອຸທິດສ່ວນໝົດກຳລັງເຫື່ອແຮງຂອງຕົນ ຜະລິດບັນດາຜະລິດຕະພັນແພໄຫມໃຫມ່ ເພື່ອສືບທອດໃຫ້ຄົນລຸ້ນຫລັງ ດ້ວຍຄວາມຫວັງຢາກເຮັດໃຫ້ເຄື່ອງໝາຍການຄ້າ ແພໄຫມ ຮ່າດົງ ນັບມື້ນັບພັດທະນາກວ່າ.