(vovworld) - ລະດູບານໃໝ່ໃກ້ຈະວຽນມາຢູ່ເຂດ ອາປາຈາຍ, ຕາແສງສິ໋ນເທົ່າ, ເມືອງເມື່ອງແຍ໋, ແຂວງດ້ຽນບຽນ, ເຊິ່ງແມ່ນແຫ່ງທີ່ມີຫຼັກໝາຍຂີດຂັ້ນຊາຍແດນລະຫວ່າງ 3 ປະເທດ ຫວຽດນາມ, ຈີນ ແລະ ລາວ. ຕ້ອນບຸນປີໃໝ່ຢູ່ເຂດຕາເວັນຕົກທີ່ຫ່າງໄກນີ້, ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ 317 ອາປາຈາຍ ທຸກຄົນ, ຕ່າງກໍ່ກຽມພ້ອມປະຕິບັດໜ້າທີ່ຮັກສາຄວາມສະຫງົບຢູ່ເຂດຊາຍແດນດ້ວຍຄວາມເບີກບານມ່ວນຊື່ນ.
ເ
(ພາບປະກອບ: ອິນເຕີແນດ)
ໂດຍໄດ້ຮັບໜ້າທີ່ຢູ່ເຂດ ອາປາຈາຍ, ບັນດາພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ 317 ຍາມໃດກໍ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອປະຕິບັດສຳເລັດໜ້າທີ່ວຽກງານຂອງຕົນ. ພວກອ້າຍບໍ່ພຽງແຕ່ຮ່ວມກິນ, ຮ່ວມຢູ່, ຮ່ວມທຳການຜະລິດຊ່ວຍເຫຼືອປະຊາຊົນບັນດາເຜົ່າເທົ່ານັ້ນ, ຫາກຍັງຮຽນພາສາຂອງຊົນເຜົ່າ ຮ່າຍີ່ ຢູ່ທີ່ນີ້ ເພື່ອຮູ້ວັດທະນະທຳ, ຮີດຄອງປະເພນີຂອງຊາວຊົນເຜົ່າ ແນໃສ່ໂຄສະນາຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງລັດ, ຕັ້ງໜ້າຕໍ່ສູ້ຕ້ານອາດສະຍາກຳ, ປົກປັກຮັກສາເຂດຊາຍແດນ. ປີນີ້ແມ່ນປີທຳອິດທີ່ພົນທະຫານຊັ້ນໜຶ່ງ ສຸ່ງອາຕຸ່ງ, ຊາວເຜົ່າມົ້ງ, ຢູ່ເມືອງ ເມື່ອງຈ່າ ຕ້ອນຮັບບຸນປີໃໝ່ຢູ່ກົມກອງ, ເຖິງວ່າຄິດຮອດຄິດເຖິງຄອບຄົວຫຼາຍກໍ່ຕາມ, ແຕ່ ສຸ່ງອາຕຸ່ງ ຍັງຄົງຮັບຮູ້ໄດ້ຄວາມຮັບຜິດຊອບຂອງນັກຮົບປ້ອງກັນຊາຍແດນ ຢ່າງຈະແຈ້ງ
“ເຖິງວ່າຈະຢູ່ຫ່າງໄກ ແລະ ຄິດຮອດຄິດເຖິງຄອບຄົວຫຼາຍກໍ່ຕາມ, ແຕ່ຂ້າພະເຈົ້າຮັບຮູ້ໄດ້ວ່າ, ການປົກປັກຮັກສາຊາຍແດນ ແມ່ນໜ້າທີ່ຈຳເປັນ. ດັ່ງນັ້ນຈຶ່ງຍົກສູງນຳ້ໃຈຮັບຜິດຊອບໜ້າທີ່ປົກປັກຮັກສາເຂດຊາຍແດນ ເພື່ອຮັບປະກັນຄວາມປອດໄພໃຫ້ທັງກົມກອງ ແລະ ປະຊາຊົນຢູ່ທີ່ນີ້ໄດ້ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ“.
(ພາບປະກອບ: ອິນເຕີແນດ)
ປ້ອມປ້ອງກັນຊາຍແດນ 317 ອາປາຈາຍ ມີໜ້າທີ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນຫວຽດນາມ - ລາວ ແລະ ຫວຽດນາມຈີນ, ລວມຄວາມຍາວ 37,5 ກມ. ບໍລິເວນທີ່ຂຶ້ນກັບການຄຸ້ມຄອງຂອງປ້ອມ ແມ່ນຕາແສງ ສິ໋ນເທົ່າ, ເມືອງເມື່ອງແຍ໋, ເຊິ່ງແມ່ນເຂດຊົນເຜົ່າ ຮ່າຍີ່ ທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍ, ດັ່ງນັ້ນພະນັກງານ, ນັກຮົບຢູ່ທີ່ນີ້ໄດ້ແນະນຳໃຫ້ປະຊາຊົນປະຕິບັດບັນດາຮູບແບບຜະລິດ, ປູກຝັງ ເພີ່ມລະດູການ. ສະເພາະປີ 2013, ພວກອ້າຍໄດ້ປະກອບແຮງງານນັບພັນມື້ເພື່ອຊ່ວຍປະຊາຊົນຕົກກ້າ ແລະ ເກັບກ່ຽວເຂົ້າ, ສາລີ, ກໍ່ສ້າງບັນດາກິດຈະກຳຊົນລະປະທານ, ທາງຄົມມະນາຄົມຊົນນະບົດ, ສ້ອມແປງເຮືອນຢູ່, ໂຮງຮຽນ, ກວດ ແລະ ປິ່ນປົວພະຍາດ, ສະໜອງຢຸກຢາໃຫ້ປະຊາຊົນໂດຍບໍ່ເກັບຄ່າ.
ບຸນປີໃໝ່ປະຈຳຊາດນີ້, ປະຊາຊົນຊາວຊົນເຜົ່າ ຮ່າຍີ່ ຢູ່ ສີ໋ນເທົ່າ ພາກພູມໃຈຫຼາຍ, ເພາະວ່າຈຳນວນຄອບຄົວທຸກຍາກໃນຕາແສງໄດ້ຫຼຸດລົງຫຼາຍເມື່ອທຽບໃສ່ຊຸມປີກ່ອນ. ບັນດາລາຍການລົງທຶນຂອງລັດ, ຂະບວນການກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ ຂອງນັກຮົບປ້ອງກັນຊາຍແດນ ໄດ້ຊ່ວຍໃຫ້ຫຼາຍຄອບຄົວໃນຕາແສງໄດ້ຕ້ອນຮັບບຸນປີໃໝ່ໃນເຮືອນຫຼັງ ໃໝ່.
ເຖິງວ່າຈະຕ້ອນຮັບບຸນປີໃໝ່ພ້ອມກັບປະຊາຊົນຊາວເຜົ່າ ຮ່າຍີ່ ກໍ່ຕາມ, ແຕ່ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ 317 ອາປາຈາຍ ພັດບໍ່ລືມໜ້າທີ່ຂອງຕົນໄດ້. ພັນໂທ ເລວັນຖິງ, ນັກການເມືອງ ປ້ອມປ້ອງກັນຊາຍແດນ 317 ອາປາຈາຍ, ໃຫ້ຮູ້ວ່າ:
“ເພື່ອຮັບປະກັນໃຫ້ພະນັກງານ, ນັກຮົບຕ້ອນຮັບບຸນປີໃໝ່, ຄະນະພັກກົມກອງໄດ້ກະກຽມສະບຽງອາຫານ, ເຂົ້າໜົມ, ສິນຄ້າຫຼາຍປະເພດຕາມລະບອບ, ນະໂຍບາຍຂອງລັດ, ນອກນັ້ນພວກຂ້າພະເຈົ້າຍັງຫັກງົບປະມານສ່ວນໜຶ່ງຂອງກົມກອງໃຫ້ພະນັກງານຕ້ອນຮັບບຸນປີໃໝ່ອີກ, ອັນໄດ້ສ້າງຄວາມອຸ່ນອ່ຽນໃຈໃຫ້ພະນັກງານ, ນັກຮົບປະຕິບັດສຳເລັດໜ້າທີ່ການເມືອງໃນການປົກປັກຮັກສາຊາຍແດນ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນໂອກາດບຸນປີໃໝ່ .“
ລະດູບານໃໝ່ໃກ້ຈະວຽນມາຢູ່ເຂດຊາຍແດນ ອາປາຈາຍ, ໃນບັນຍາກາດທີ່ຂຽວສົດງົດງາມຂອງເຂດພູດອຍ, ບັນດານັກຮົບ ແລະ ຊາວເຜົ່າຢູ່ທີ່ນີ້ພວມຕ້ອນຮັບປີໃໝ່ໃນຄວາມສະຫງົບສຸກ.