(vovworld)- 25 ປີຜ່ານມາ, ນາຍຄູດີເດັ່ນ ຫງວຽນຈ້ອງຫວີງ, ປະທານສະພາບໍລິຫານ ໂຮງຮຽນ ຫງວຽນຊຽວ ຮ່າໂນ້ຍ ພ້ອມກັບຄູອາຈານຫລາຍລຸ້ນຄົນ ໄດ້ມີການປ່ຽນໃຫມ່, ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາລະບົບໂຮງຮຽນປະຖົມ, ໂຮງຮຽນມັດຕະຍົມຕອນຕົ້ນ ແລະ ໂຮງຮຽນມັດທະຍົມຕອນປາຍ ຫງວຽນຊຽວ ກາຍເປັນໂຮງຮຽນມີຄຸນນະພາບສູງທີ່ມີຊື່ສຽງຂອງຮ່າໂນ້ຍ. ດ້ວຍຮູບແບບການສຶກສາ “ໂຮງຮຽນບໍລິການການສຶກສາມີຄຸນນະພາບສູງ”, ໂຮງຮຽນ ຫງວຽນຊຽວ ໄດ້ສິດສອນໃຫ້ນັກຮຽນຫລາຍລຸ້ນຄົນມີຄຸນນະພາບສູງຕາມທິດເຊື່ອມໂຍງເຂົ້າກັບສາກົນ.
ນາຍຄູດີເດັ່ນ ຫງວຽນຈ້ອງຫວີງ
ພາບ: ອິນເຕີແນັດ
|
ປີນີ້, ເຖິງວ່າ ມີອາຍຸ 81 ປີ ແລ້ວ, ແຕ່ນາຍຄູດີເດັ່ນ ຫງວຽນຈ້ອງຫວີງ ຍັງສືບຄວາມເມົາມົວອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພາລະກິດສ້າງຄົນ. ກ່ອນນີ້ ¼ ສັດຕະວັດ, ພາຍຫລັງສິ້ນສຸດຫນ້າທີ່ໃນກອງທັບ, ເດືອນ 9/1991, ທ່ານພ້ອມກັບເມຍຂອງຕົນ ແມ່ນເອື້ອຍຄູ ເຢືອງທິທີ້ງ ສ້າງຕັ້ງໂຮງຮຽນດ້ວຍຊື່ຂອງນັກວັດທະນະທຳ ຫງວຽນຊຽວ. ຫວນຄືນຊຸມມື້ຕົ້ນແຫ່ງການສ້າງຕັ້ງໂຮງຮຽນ, ຄວາມຫຍຸ້ງຍາກໃຫຍ່ສຸດສຳລັບທ່ານ ແມ່ນຕ້ອງໄປຫລາຍແຫ່ງເພື່ອເຊົ່າສຳນັກງານ. ນາຍຄູດີເດັ່ນ ຫງວຽນຈ້ອງຫວີງ ແບ່ງປັນວ່າ: ຢາກດຶງດູດນັກຮຽນ, ໄປຮອດໃສ ພວກຂ້າພະເຈົ້າກໍຕ້ອງສ້ອມແປງບູລະນະຫ້ອງການ. ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ ເພື່ອໃຫ້ມີໂຮງຮຽນສວຍງາມໃຫຍ່ໂຕຄືປະຈຸບັນ, ພວກຂ້າພະເຈົ້າໄດ້ຍົກຍ້າຍເປັນ 8 ຄັ້ງແລ້ວ.
ຄວາມຫຍຸ້ງຍາກຄືແນວນັ້ນ, ແຕ່ທ່ານກໍ່ບໍ່ຫວາດຫວັ່ນ, ຕັດສິນໃຈປະຕິບັດຕາມຄາດໝາຍ, ກ້ານຳເອົາຮູບແບບໂຮງຮຽນຕໍ່ເນື່ອງ 3 ຂັ້ນ ຈາກຂັ້ນປະຖົມຮອດມັດທະຍົມຕອນປາຍ ແລະ ຮຽນຕາມແບບເຄິ່ງກິນນອນຢູ່ໂຮງຮຽນ. ເພື່ອປະຕິບັດຈຸດໝາຍການສຶກສາບັນລຸຄຸນນະພາບສູງ, ໂຮງຮຽນໄດ້ວາງຄຳຂວັນ “ເພື່ອຄວາມຜາສຸກຂອງຄອບຄົວ- ເພື່ອຄວາມກ້າວຫນ້າຂອງສັງຄົມ - ຄູອາຈານເປັນແບບຢ່າງ - ນັກຮຽນມີຄວາມດຸໝັ່ນ, ຮຽນເກັ່ງ”. ນີ້ແມ່ນຮູບແບບໂຮງຮຽນຊື່ງຢູ່ຮ່າໂນ້ຍ ເກືອບຄືວ່າຍັງບໍ່ທັນມີເທື່ອ. ຕ່າງກັບໂຮງຮຽນນອກລັດ, ນັບແຕ່ເມື່ອສ້າງຕັ້ງ, ນາຍຄູດີເດັ່ນ ຫງວຽນຈ້ອງຫວີງ ໄດ້ກຳນົດ ຖືການສຶກສາຄຸນສົມບັດແມ່ນການເຄື່ອນໄຫວຕົ້ນຕໍຂອງໂຮງຮຽນ. ຍ້ອນໄປຖືກທິດ, ໂຮງຮຽນ ຫງວຽນຊຽວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາຢ່າງວ່ອງໄວ. ນັບແຕ່ເມື່ອສ້າງຕັ້ງ, ໂຮງຮຽນ ມີພຽງ 5 ຫ້ອງ ດ້ວຍນັກຮຽນ 132 ຄົນ, ແຕ່ມາຮອດປະຈຸບັນ ໄດ້ມີ 91 ຫ້ອງ ດ້ວຍນັກຮຽນເກືອບ 2500 ຄົນ. ຮຽນຢູ່ໂຮງຮຽນ ຫງວຽນຊຽວ, ນັກຮຽນ ບໍ່ພຽງແຕ່ໄດ້ຮັບຄວາມຮູ້ເທົ່ານັ້ນ ຫາກຍັງໄດ້ຝຶກຝົນຄຸນສົມບັດ, ຄວາມສາມາດເປັນເຈົ້າຕົນເອງ, ມີຄວາມຂະຫຍັນຂັນເຄື່ອນເພື່ອກາຍເປັນລູກຄຳຮູ້, ຮຽນເກັ່ງ. ຫງວຽນຮ່າມີ, ພວມຮຽນຫ້ອງ ມໍ 7 ໂຮງຮຽນ ຫງວຽນຊຽວ ໃຫ້ຮູ້ວ່າ: ນາຍຄູ ຫງວຽນຈ້ອງຫວີງ ຍາມໃດກໍສິດສອນໃຫ້ນັກຮຽນທັງໝົດໃນໂຮງຮຽນກ່ຽວກັບແບບແຜນດຳລົງຊີວິດ, ຄຸນສົມບັດ, ບັນດາຄວາມຮັບຜິດຊອບ ຊື່ງຕົນເອງຕ້ອງເຮັດ, ຕ້ອງບັນລຸໄດ້ ເພື່ອກາຍເປັນຄົນດີ. ຄຽງຄູ່ກັບການຕ້ອງຮ່ຳຮຽນດີ ແລະ ມີບັນດາທັກສະໃນການດຳລົງຊີວິດ ເລື່ອງສຶກສາຄຸນສົມບັດກໍແມ່ນສິ່ງສຳຄັນ. ນ້ອງມີຄວາມປະທັບໃຈທີ່ສຸດກ່ຽວກັບທິດນຳແບບແຜນການດຳລົງຊີວິດຂອງນາຍຄູ, ການປະພຶດຕໍ່ທຸກຄົນແມ່ນຄືກັນບໍ່ມີການຈຳແນກປະພຶດຕໍ່.”
ຄຽງຄູ່ກັບການສິດສອນຫລັກສູດຕາມຂໍ້ກຳນົດແລ້ວ, ໂຮງຮຽນ ຍັງມີການສົມທົບຢ່າງກົມກຽວກັບການປະຕິບັດລາຍການບຳລຸງສ້າງຮ່ວມສຳພັນກັບບັນດາໂຮງຮຽນສາກົນ. ບົນພື້ນຖານນັ້ນ ໄດ້ຍົກສູງລະດັບດ້ານວັດທະນະທຳ, ລະດັບຄວາມຮູ້ນຳໃຊ້ພາສາອັງກິດ ແລະ ຄອມພິວເຕີໃຫ້ແກ່ນັກຮຽນເທື່ອລະກ້າວ. ຍ້ອນມີບັນດາຄາດໝາຍລະອຽດນັ້ນ, ແຕ່ລະປີ 100% ຈຳນວນນັກຮຽນ ຈາກຊັ້ນປະຖົມຮອດມັດທະຍົມຕອນປາຍລ້ວນແຕ່ເສັງຈົບມັດທະຍົມຕອນປາຍ. ມີ 80% ຈຳນວນນັກຮຽນ ມັດທະຍົມຕອນປາຍຂອງໂຮງຮຽນເສັງເຂົ້າມະຫາວິທະຍາໄລ.
ນາຍຄູ ຫງວຽນຈ້ອງຫວີງ ໂອ້ລົມກັບນັກຮຽນ
ພາບ:TTXVN
|
ດ້ວຍການສິດສອດຈາກນາຍຄູ ຫງວຽນຈ້ອງຫວີງ, ໂຮງຮຽນ ຫງວຽນຊຽວ ໄດ້ກາຍເປັນ “ໂຮງຮຽນຄຸນນະພາບສູງ”. ນີ້ກໍແມ່ນໂຮງຮຽນທຳອິດຂອງທົ່ວປະເທດໄດ້ຮັບການຮັບຮອງຈາກມະຫາວິທະຍາໄລ Cambride ແຫ່ງລາຊະອາຈາຈັກ ອັງກິດ ແມ່ນສູນທົດລອງ ແລະ ສິດສອນຫລັກສູດສາມັນສາກົນ Cambride.
ບັນດາການອຸທິດສ່ວນຂອງທ່ານ ຫງວຽນຈ້ອງຫວີງໄດ້ຮັບການຮັບຮູ້ຈາກລັດ, ມອບນາມມະຍົດອັນສູງສົ່ງຫລາຍຢ່າງ. ປີ 2010 ທ່ານ ຫງວຽນຈ້ອງຫວີງ ໄດ້ຮັບນາມມະຍົດນາຍຄູດີເດັ່ນຈາກປະທານປະເທດ. ປີ 2014 ສະຫະພັນບັນດາສະມາຄົມວິທະຍາສາດຫວຽດນາມ ເຊີດຊູ ທ່ານວ່າ ແມ່ນ “ພູມປັນຍາດີເດັ່ນຂອງນະຄອນຫລວງ”. ແລະປີນີ້ ທ່ານແມ່ນຫນຶ່ງໃນຈຳນວນ 9 ຄົນໄດ້ຮັບນາມມະຍົດພົນລະເມືອງນະຄອນຫລວງ ດີເດັ່ນ ໂດຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍມອບໃຫ້ ແລະ ໄດ້ຮັບສະເຫນີຕໍ່ນາຍົກລັດຖະມົນຕີມອບໃບຍ້ອງຍໍ.
ປະຈຸບັນ ໂຮງຮຽນ ຫງວຽນຊຽວ ມີຄວາມເອກອ້າງທະນົງໃຈເມື່ອມີຖັນແຖວພະນັກງານຄຸ້ມຄອງສຸດຈິດສຸດໃຈ, ກຳລັງຄູອາຈານມີຫົວຄິດປະດິດສ້າງ, ມີຄວາມຮູ້ດ້ານວິຊາສະເພາະສູງ. ບັນດາຜົນງານນັ້ນໄດ້ປະກອບສ່ວນສຶກສາບຳລຸງສ້າງນັກຮຽນຫລາຍລຸ້ນຄົນທີ່ເປັນເຈົ້າການ, ມີຫົວຄິດປະດິດສ້າງ ໄດ້ຮັບຜົນສຳເລັດ ແລະ ພວມປະກອບກຳລັງເຫື່ອແຮງເຂົ້າໃນກິດຈະການສ້າງສາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.