(vovworld)- “ເສື້ອຍາວຂອງຫວຽດນາມ ເຊີດຊູຄວາມງາມຂອງແມ່ຍິງ, ຜູ້ໃດກໍສາມາດນຸ່ງໄດ້ ແລະ ນິຍົມຊຸດອາພອນທີ່ເປັນມູນເຊື້ອນີ້. ນັ້ນແມ່ນການສັງເກດຂອງເຈົ້າເມືອງ ເມືອງ 8 ນະຄອນ ປາຣີ ເມື່ອຮັບຊົມລາຍການສະແດງຊຸດເສື້ອຍາວຫວຽດນາມ ທີ່ງານຕະຫລາດນັດ ປາຣີ ຜ່ານມາ. ເສື້ອຍາວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນບັນດາເວທີສະແດງອາພອນ(ແຟເຊິນ)ຄັ້ງຕ່າງໃນໂລກ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອຢັ້ງຢືນເຄື່ອງໝາຍການຄ້າໃນຕະຫລາດອາພອນໂລກ ຍັງມີຫລາຍບັນຫາຕ້ອງປະຕິບັດໃນໄລຍະຈະມາເຖິງ..
ເສື້ອຍາວທີ່ເປັນມູນເຊື້ອຂອງແມ່ຍິງຫວຽດນາມ ຖືກນຳເອົາໄປແນະນຳຫລາຍຄັ້ງຢູ່ ປາຣີ ນະຄອນຫລວງແຫ່ງອາພອນ ແລະ ເຄື່ອງຍີ່ຫໍ້ໂລກ. ກ່ອນນີ້ ນັກອອກແບບອາພອນ ມີງແຫ້ງ ໄດ້ນຳເອົາບັນດາຊຸດເສື້ອຍາວຂອງຕົນໄປແນະນຳຢູ່ ຫໍປະສາດບູຮານ Chambord, ສ່ວນບັນດາຊຸດເສື້ອຍາວຂອງນັກອອກແບບອາພອນ ລານເຮືອງ ແມ່ນໄດ້ແນະນຳຢູ່ ສຳນັກງານປົກຄອງ ປາຣີ.
ຫວ່າງແລ້ວນີ້ ບັນດາລາຍການສະແດງຊຸດເສື້ອຍາວຂອງນັກອອກແບບ ໂງເຍີດຮູຍ ດ້ວຍຫົວຂໍ້ວ່າ: 3 ພາກຢູ່ຫວຽດນາມ ໄດ້ດຶງດູດຊາວຫວຽດນາມອາໄສຢູ່ຕ່າງປະເທດ ,ເພື່ອນມິດສາກົນມາຊົມເປັນຈຳນວນຫລວງຫລາຍ. ຕາມສະມາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ແລ້ວ, ນີ້ແມ່ນຄັ້ງທີ 2 ບັນດາລາຍການສະແດງເສື້ອຍາວ ຫວຽດນາມໄດ້ຮັບການແນະນຳໃນງານຕະຫລາດນັດໃຫຍ່ສຸດທົ່ວປະເທດ ຝລັ່ງ. ທ່ານ ຫງວຽນຫາຍນາມ, ປະທານສະມາຄົມນັກທຸລະກິດຊາວຫວຽດນາມ ອາໄສຢູ່ ຝລັ່ງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມີຄວາມພຶງພໍໃຈກ່ຽວກັບລາຍການນຳເສື້ອຍາວຂອງຫວຽດນາມ ມາແນະນຳໃຫ້ເພື່ອນມິດຝລັ່ງ ແລະ ໂລກ ກໍຄືຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ແຂກຫລາຍຄົນມາຊົມເສື້ອຍາວຢູ່ຮ້ານວາງສະແດງຂອງພວກຂ້າພະເຈົ້າລ້ວນແຕ່ເວົ້າວ່າ ເຂົາເຈົ້າບໍ່ທັນມີໂອກາດໄປຢ້ຽມຢາມຫວຽດນາມ ແຕ່ເມື່ອເຫັນເສື້ອຍາວຂອງຫວຽດນາມຢູ່ທີ່ນີ້ ເຂົາເຈົ້າມັກທີ່ສຸດ ແລະ ຈະນຸ່ງເສື້ອຍາວຫວຽດນາມ.”
|
ບັນດາການນຳຍິງຂອງນະຄອນ ປາຣີ ເມື່ອໄດ້ຮັບເສື້ອຍາວໂດຍສະມາຄົມນັກທຸລະກິດຊາວຫວຽດນາມ ຢູ່ ຝລັ່ງ ແລະ ສະຖານທູດຫວຽດນາມປະຈຳຝລັ່ງ ມອບໃຫ້ ເຂົາເຈົ້າມັກທີ່ສຸດ. ທ່ານນາງອຳນວຍການງານຕະຫລາດນັດ ປາຣີ ໄດ້ນຸ່ງເສື້ອຍາວເມື່ອຕ້ອນຮັບຄະນະຜູ້ແທນຫວຽດນາມ ແລະ ພາແຂກເຂົ້າຊົມບັນດາຮ້ານວາງສະແດງຂອງຫວຽດນາມ ທີ່ງານຕະຫລາດນັດ. ທ່ານນາງ Jeanne d Hauteserre ເຈົ້າເມືອງ ເມືອງ 8 ຊື່ງແມ່ນສູນອາພອນຂອງ ປາຣີ ໄດ້ສະແດງຄວາມປາດຖະຫນາຢາກຊອກຫາກົກເຄົ້າເຫງົ້າກໍເຊື້ອຊາດຫວຽດນາມຂອງຕົນ ພິເສດ ເມື່ອທ່ານນາງ ໄດ້ຮັບຊົມຄວາມງາມຂອງເສື້ອຍາວຫວຽດນາມ ທີ່ສະແດງຢູ່ງານຕະຫລາດນັດປາຣີ. ທ່ານນາງ Jeanne ໃຫ້ຮູ້ວ່າ:
“ລາຍການສະແດງຊຸດເສື້ອຍາວຂອງຫວຽດນາມແມ່ນສ້າງຄວາມປະທັບໃຈທີ່ສຸດ. ລາຍການນີ້ແມ່ນແນະນຳໃຫ້ເພື່ອນມິດສາກົນ ຊຸດອາພອນທີ່ເປັນມູນເຊື້ອຂອງຫວຽດນາມ, ຄວາມງາມຂອງແມ່ຍິງຫວຽດນາມ. ຂ້າພະເຈົ້າໄດ້ຮັບເສື້ອຍາວຊຸດຫນຶ່ງ ແລະ ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອໄດ້ນຸ່ງເສື້ອຍາວຫວຽດນາມ. ໃນຖານະແມ່ນເຈົ້າເມືອງ ເມືອງ 8, ຂ້າພະເຈົ້າຈະຫນູນຊ່ວຍເພື່ອໂຄສະນາກ່ຽວກັບຫວຽດນາມ, ພັດທະນາການພົວພັນວັດທະນະທຳ ລະຫວ່າງ ຫວຽດນາມ ແລະ ຝລັ່ງ ຍ້ອນວ່າ ຫວຽດນາມ ແມ່ນປະເທດສວຍງາມທີ່ສຸດ.”
ຕາມທ່ານນາງ Jeanne ແລ້ວ, ງານຕະຫລາດນັດ ປາຣີ ແມ່ນກາລະໂອກາດດີເພື່ອໂຄສະນາວັດທະນະທຳຫວຽດນາມ. ແຕ່ເຖິງຢ່າງໃດກໍຕາມ ສິ່ງທີ່ຈຳເປັນທີ່ສຸດສຳລັບນັກອອກແບບ ແລະ ຜູ້ຕັດຫຍິບ ຕ້ອງຜະລິດບັນດາຊຸດເສື້ອຍາວທີ່ມີຄຸນນະພາບ, ເໝາະສົມກັບຄວາມນິຍົມຂອງຊາວຕ່າງປະເທດ ຈຶ່ງສາມາດໂຄສະນາ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນໄດ້.
ກໍມີທັດສະນະເຊັ່ນດຽວກັນກັບທ່ານນາງ Jeanne, ນັກອອກແບບ ໂງເຍີດຮູຍ ກໍຖືວ່າ: ນຳເອົາເສື້ອຍາວອອກສູ່ຕ່າງປະເທດຕ້ອງເສຍຄ່າສິ້ນເປືອງຫລາຍ ແຕ່ຄິດໄລ່ເຖິງໄລຍະຍາວ ນີ້ແມ່ນຍຸດທະສາດຕ້ອງປະຕິບັດເພື່ອໃຫ້ນັກອອກແບບກ້າວໄປໄກກວ່າ ແລະ ເສື້ອຍາວຫວຽດນາມ ຈະໄດ້ແນະນຳຢູ່ຫລາຍປະເທດໃນໂລກກວ່າ.
ເມື່ອນຳເອົາເສື້ອຍາວຂອງຫວຽດນາມ ມາແນະນຳຢູ່ງານຕະຫລາດນັດໃຫຍ່ສຸດຂອງ ປາຣີ ສອງຄັ້ງສຳເລັດຜົນ, ທ່ານ ຫງວຽນຫາຍນາມ ຢືນຢັນວ່າ: ເພື່ອໃຫ້ເພື່ອນມິດສາກົນນິຍົມເສື້ອຍາວຫວຽດນາມ ກໍຄືເຄື່ອງໝາຍເສື້ອຍາວຫວຽດນາມໄດ້ແນະນຳຢູ່ຫລາຍປະເທດໃນໂລກ ຕ້ອງມີວິວັດທະນາການເປັນເອກະພາບ, ເປັນລະບົບ ເພື່ອໃຫ້ຖືກກັບຄວາມນິຍົມຂອງລູກຄ້າສາກົນກໍຄືສ້າງຫລັກການຫນຶ່ງເພື່ອດຳເນີນທຸລະກິດເສື້ອຍາວສຳເລັດຜົນ.