ເຖິງວ່າ, ຢູ່ນະຄອນຫຼວງ ຮ່າໂນ້ຍ ພວມກ້າວເຂົ້າສູ່ລະດູບານໃໝ່ແລ້ວກໍ່ຕາມ, ແຕ່ອາກາດຍັງຄົງໜາວທີ່ສຸດໃນຕອນທ່ຽງຂອງເດືອນ 3 ກໍ່ຍັງມີລົມໜາວພັດມາ ເຮັດໃຫ້ໃຜໆກໍ່ໜາວສັ່ນ ເຖິງວ່າໄດ້ນຸ່ງເສື້ອກັນໜາວຫຼາຍຜືນແລ້ວກໍ່ຕາມ. ຢູ່ຖະໜົນ ຫງວຽນຈີ໋ແທງ, ເຊິ່ງແມ່ນເສັ້ນທາງຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ, ກະແສຄົນໄປ - ມາຢ່າງຟ້າວຟັ່ງເພື່ອໃຫ້ທັນໂມງເວລາເຂົ້າການ ພາຍຫຼັງໄດ້ກິນເຂົ້າທ່ຽງແລ້ວ. ມີແມ່ຍິງຜູ້ໜຶ່ງໄດ້ຂີ່ລົດຖີບທ່ີເກົ່າແກ່ ທາງຫຼັງຕ່າງດອກໄມ້ສົດມີກິ່ນຫອມຂຶ້ນທາງຍ່າງ, ນັ້ນແມ່ນເອື້ອຍ ຫງວຽນທິລານ. ເອື້ອຍ ລານ ໄດ້ຈອດລົດຢູ່ຕໍ່ໜ້າຕູ້ເຮັດດ້ວຍອາລູມີນຽມສີຂຽວ ຕັ້ງຢູ່ແຈກຳແພງຕະຫຼອດ 3 ເດືອນມານີ້. ຕູ້ສູງພຽງແຕ່ 2 ແມັດ, ກ້ວາງ 1 ແມັດເທົ່ານັ້ນ ແຕ່ວ່າສ້າງຄວາມດູດດຶ່ມທີ່ສຸດ ຍ້ອນວ່າມັນໄດ້ຕິດປ້າຍສີເຫຼືອງດ້ວຍແຖວໜັງສືທີ່ວ່າ “ຕູ້ເຄື່ອງນຸ່ງຫົ່ມສະຫງວນໃຫ້ຄົນທຸກຍາກໂດຍບໍ່ເສຍຄ່າ: ໃຜມີເຄື່ອງນຸ່ງເຫຼືອເກີນກໍ່ເອົາມາໜູນຊ່ວຍ, ໃຜບໍ່ມີໃຫ້ມາເອົາ”. ຝາຕູ້ຢູ່ 2 ເບື້ອງໄດ້ເປີດຢູ່ຕະຫຼອດ, ໂສ້ງເສື້ອທີ່ຢູ່ທາງໃນຕູ້ກໍ່ໄດ້ຮັບການຈັດແບ່ງຢ່າງລະອຽດ ແລະ ຍັງມີເຈ້ຍນ້ອຍຕິດປະກາດຈຳແນກປະເພດໂສ້ງເສື້ອ ເພື່ອໃຫ້ທຸກຄົນສາມາດຊອກເຫັນໄດ້ຢ່າງສະດວກກ່ວາ. ເອື້ອຍ ຫງວຽນທິລານ ໃຫ້ຮູ້ວ່າ:
“ນີ້ແມ່ນເທື່ອທີສອງຂ້າພະເຈົ້າທີ່ມາເອົາເຄື່ອງຢູ່ຕູ້ນີ້, ເອົາໂສ້ງ ແລະ ເສື້ອເມືອໃຫ້ລູກຂອງຕົນ. ໃນຍາມທີ່ປະສົບກັບຄວາມຫຍຸ້ງຍາກ, ເຄື່ອງນຸ່ງຫົ່ມເຫຼົ່ານີ້ແມ່ນມີຄ່າທີ່ສຸດ”
ຈອດລົດຖີບຢູ່ໃກ້ກັບຕົ້ນໄມ້ຕົ້ນໜຶ່ງທີ່ຢູ່ໃກ້ນັ້ນ, ເມື່ອໂອ້ລົມກັບຊາຍໜຸ່ມຜູ້ທີ່ຮັກສາຕູ້ເສື້ອໄດ້ສອງສາມຄຳ, ຫຼັງຈາກນັ້ນເອື້ອຍ ລານ ກໍ່ຍ່າງໄປຫາຕູ້ດັ່ງກ່າວ ແລະ ເລືອກເອົາເຄື່ອງນຸ່ງ. ພາຍຫຼັງເວລາພຽງ 10 ນາທີເທົ່ານັ້ນ ເອື້ອຍລານ ເລືອກໄດ້ເສື້ອຂາວຂອງນັກຮຽນຜືນໜຶ່ງ ພ້ອມກັບກະໂປ່ງສີບົວສຳລັບເດັກນ້ອຍ. ພັບ ແລະ ມ້ຽນໃສ່ກະເປົ່າແລ້ວ, ເອື້ອຍກໍ່ຂີ່ລົດຖີບໄປເລາະຂາຍດອກໄມ້ຕໍ່. ສ່ວນຂ້າພະເຈົ້າພັດຢືນ, ໂອ້ລົມກັບຊາຍໜຸ່ມຜູ້ທີ່ຮັກສາຕູ້ເຄື່ອງ, ນັ້ນແມ່ນອ້າຍ ຫງວຽນເທ໋ເກື່ອງ, ເຊິ່ງແມ່ນຫົວໜ້າຂອງກຸ່ມປະດິດຄິດສ້າງຮູບແບບຕູ້ເຄື່ອງນຸ່ງຫົ່ມກຸສົນນີ້, ອ້າຍເກື່ອງເວົ້າວ່າ:
“ໃນເບື້ອງຕົ້ນ, ມີຄົນໄດ້ໜູນຊ່ວຍໂສ້ງເສື້ອຫຼາຍຜືນ ດັ່ງນັ້ນ, ໄດ້ສະສົມໄວ້ຢູ່ເຮືອນ ແລະ ໄປໜູນຊ່ວຍປະຊາຊົນທຸກຍາກຢູ່ເຂດພູດອຍ. ຫຼັງຈາກນັ້ນ, ຈຳນວນຜູ້ສະໜັບສະໜູນກໍ່ມີຫຼາຍພໍສົມຄວນ ດັ່ງນັ້ນ ພວກຂ້າພະເຈົ້າໄດ້ຜະລິດຕູ້ນີ້, ໂດຍຮ່ຳຮຽນຕາມຮູບແບບຕູ້ເຄື່ອງນຸ່ງຫົ່ມກຸສົນຂອງນະຄອນ ໂຮ່ຈີມິນ ເພື່ອໃຫ້ທຸກຄົນສາມາດມາເອົາ, ໂສ້ງເສື້ອທີ່ຕົນເອງຕ້ອງການໂດຍກົງ.”
ພາຍຫຼັງໄດ້ຮັບການຜັນຂະຫຍາຍເປັນເວລາກ່ວາ 3 ເດືອນ, ຕູ້ເຄື່ອງນຸ່ງຫົ່ມກຸສົນນີ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ,ແລະ ສະໜັບສະໜູນຂອງປະຊາຊົນຈຳນວນຫຼວງຫຼາຍ, ປະຈຸບັນ ຕູ້ເຄື່ອງດັ່ງກ່າວຕ້ອງຢຸດການຮັບເອົາເຄື່ອງສະໜັບສະໜູນໄວ້ຊົ່ວຄາວ ຍ້ອນວ່າບໍ່ມີບ່ອນເກັບມ້ຽນເຄື່ອງ. ສິ່ງສຳຄັນກ່ວານັ້ນແມ່ນ, ຂໍ້ມູນຂ່າວກ່ຽວກັບຕູ້ເຄື່ອງກຸສົນນີ້ໄດ້ແຜ່ຂະຫຍາຍໄປເຖິງປະຊາຊົນຜູ້ທີ່ບໍ່ມີເຮືອນຢູ່, ຄົນງານທຸກຍາກ ແລະ ເຂົາເຈົ້າກໍ່ໄດ້ໄປເລືອກເອົາໂສ້ງເສື້ອເໝາະສົມກັບຕົນ. ສຳລັບທັງກຸ່ມເວົ້າລວມ ແລະ ອ້າຍເກື່ອງເວົ້າສະເພາະ, ນັ້ນແມ່ນຜົນງານໃຫຍ່ຫຼວງທີ່ສຸດ:
“ໂດຍໄດ້ຮັບການຕອບສະໜອງຈາກພາຫະນະສື່ມວນຊົນ, ດັ່ງນັ້ນຮູບແບບນີ້ໄດ້ຜັນຂະຫຍາຍຢ່າງກ້ວາງຂວາງຢູ່ແຂວງ ນາມດິ້ງ, ແທງຮ໋ວາ, ເງ້ອານ, ທ໋າຍງວຽນ ກໍ່ໄດ້ຮ່ຳຮຽນຕາມ ແລະ ເປີດຮູບແບບຄືຂອງພວກຂ້າພະເຈົ້າ. ມີຫຼາຍຫົວໜ່ວຍໄດ້ໂທມາຖາມຢາກຮັບໂສ້ງເສື້ອເກົ່າ ແລະ ກຸ່ມຂອງພວກຂ້າພະເຈົ້າກໍ່ໄດ້ສະໜອງໃຫ້ເຂົາເຈົ້າຈຳນວນໂສ້ງເສື້ອທີ່ເຂົາເຈົ້າຕ້ອງການເພື່ອເຮັດວຽກງານກຸສົນ.”
ຍ້ອນຄວາມມານະພະຍາຍາມຂອງທັງກຸ່ມ, ຜົນປະໂຫຍດຂອງຮູບແບບນີ້, ຕູ້ເຄື່ອງນຸ່ງຫົ່ມກຸສົນນີ້ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນຮ່າໂນ້ຍ, ພິເສດແມ່ນປະຊາຊົນຢູ່ຖະໜົນ ຫງວຽນຈີ໋ແທງ, ຊາວຮ່າໂນ້ຍຜູ້ໜຶ່ງຢູ່ຖະໜົນສາຍນີ້ໃຫ້ຮູ້ວ່າ:
“ນັບແຕ່ເມື່ອມີຕູ້ເຄື່ອງກຸສົນນີ້, ຜູ້ໃດມີເຄື່ອງນຸ່ງເຫຼືອເກີນກໍ່ເອົາມາສະໜັບສະໜູນ, ໃຜບໍ່ມີກໍ່ມາເອົາ. ບາງຄັ້ງຄາວບໍ່ມີວຽກ, ຂ້າພະເຈົ້າກໍ່ມາຊ່ວຍໃຫ້ພວກເພື່ອນໜຸ່ມໃນກຸ່ມເພື່ອຈັດແບ່ງໂສ້ງເສື້ອ… ຫວັງວ່າ, ບັນດາເພື່ອນໜຸ່ມຈະເສີມຂະຫຍາຍວຽກງານທີ່ດີນີ້ດ້ວຍຫຼາຍຮູບແບບ, ບໍ່ພຽງແຕ່ແມ່ນໂສ້ງເສື້ອ ເທົ່ານັ້ນ ຫາກຍັງແມ່ນເກີບ, ປື້ມຂອງນັກຮຽນ…ອີກດ້ວຍ.
ອາກາດໜາວພວມເຮັດໃຫ້ຊາວນະຄອນຫຼວງ ຮ່າໂນ້ຍ ຕ້ອງນຸ່ງເສື້ອກັນໜາວທີ່ມີຫຼາຍສີສັນ. ແຕ່ຢູ່ຖະໜົນ ຫງວຽນຈີ໋ແທງ, ອາກາດໜາວບໍ່ສາມາດແຊກຊຶມໄດ້ຍ້ອນນ້ຳໃຈອຸ້ມຊູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຄືດັ່ງແປວໄຟສ້າງຄວາມອົບອຸ່ນໃຫ້ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ.