(vovworld)-ໂດຍໄດ້ກາຍເປັນມູນເຊື້ອແລ້ວ, ຊາວຫວຽດນາມບໍ່ວ່າຜູ້ໃດກໍ່ຊາບຊືມສິນທຳທີ່ວ່າ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ; ຮູ້ບຸນຄູນຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ. ໃນໂອກາດວັນສ້າງຕັ້ງສະມາຄົມອະດີດຊາວໜຸ່ມຕະລຸມບອນ (15/7), ພວກເຮົາຂໍແນະນຳອະດີດຊາວໜຸ່ມຕະລຸມບອນຍິງ, ວິລະຊົນກຳລັງປະກອບອະວຸດປະຊາຊົນບາງຄົນ, ກັບຄວາມມານະພະຍາຍາມຂອງເຂົ້າເຈົ້າໃນການຕອບບູນແທນຄຸນບັນດາຜູ້ທີ່ໄດ້ອຸທິດຊີວິດຂອງຕົນເພື່ອປະເທດຊາດ.
ພິທີຍ້ອງຍໍ ”ອະດີດຊາວໜຸ່ມຕະລຸມບອນທີ່ເປັນແບບຢ່າງ
ໃນການປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ”
(ພາບ: .google.com.vn)
ເມື່ອຫວນຄືນໄລຍະສົງຄາມອັນດຸເດືອດ, ແຕ່ເຕັມໄປດ້ວຍຄວາມກ້າຄົງອົງອາດນັ້ນ, ປ້າ Pham Thi Thao, ວິລະຊົນກຳລັງປະກອບອາວຸດປະຊາຊົນ, ອະດີດຫົວໜ້າກອງພັນນ້ອຍຂົນສົ່ງຍິງ 232 ທະຫານເຂດ 5, ເຄີຍເວົ້າເຖິງເລື່ອງບັນດາເພື່ອນຮ່ວມກົມກອງ, ຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດຂອງຊາດ. ໃນຖານະເປັນປະທານສະມາຄົມອະດີດຊາວໜຸ່ມຕະລຸມບອນນະຄອນ ດ່ານັ້ງ, ໃນຫຼາຍປີຜ່ານມາ, ປ້າ Thao ໄດ້ຂົນຂວາຍແຕ່ລະອົງການ, ວິສາຫະກິດ, ແລະ ປະຢັດເງິນສ່ວນຕົວ ເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ ເກືອບ 20 ຫຼັງ, ມອບປື້ມບັນຊີເງິນປະຢັດ ແລະ ບັດປະກັນສຸຂະພາບ ກໍ່ຄືຂອງຂວັນນັບພັນພຸດໃຫ້ແກ່ອະດີດຊາວໜຸ່ມຕະລຸມບອນຢູ່ ດ່ານັ້ງ, ກວາງນາມ ລວມມູນຄ່າກວ່າ 600 ລ້ານດົ່ງ , ປ້າເວົ້າວ່າ:
ປ້າ Pham ThiThao ປະທານສະມາຄົມອະດີດຊາວໜຸ່ມຕະລຸມບອນນະຄອນ ດ່ານັ້ງ
(ພາບ: .google.com.vn)
”ປະຈຸບັນ, ທົ່ວປະເທດກໍ່ຄືນະຄອນ ດ່ານັ້ງ ພວມເຮັດວຽກງານແກ້ໄຂລະບອບ, ນະໂຍບາຍໃຫ້ແກ່ອະດີດຊາວໜຸ່ມຕະລຸມບອນຕາມຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ. ພວກຂ້າພະເຈົ້າຫວັງວ່າພັກ, ລັດ, ລັດຖະບານຈະມານະພະຍາຍາມຊ່ວຍເຫຼືອໃຫ້ບັນດາເປົ້າໝາຍນະໂຍບາຍກວ່າອີກ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ເຂົາເຈົ້າສ່ວນໃດສ່ວນໜຶ່ງ”
ໃນຊຸມປີຜ່ານມາ, ພາຍໃຕ້ຊາຍຄາລວມແມ່ນ ສະມາຄົມອະດີດຊາວໜຸ່ມຕະລຸມບອນ, ບັນດາອະດີດຊາວໜຸ່ມຕະລຸມບອນໄດ້ແບ່ງປັນ, ຊ່ວຍເຫຼືອກັນບືນຕົວຂຶ້ນ. ໃນຊາຍຄາທີ່ຫາກໍ່ໄດ້ຮັບການປຸກສ້າງໃໝ່, ຄວາມໄຝ່ຝັນຂອງ ປ້າ Hoang Thi Huong, ອະດີດຊາວໜຸ່ມຕະລຸມບອນ ຢູ່ບ້ານ 6, ເຊິນເຊືອງ, ເມືອງ ເຕິນກີ່, ແຂວງ ເງ້ອານ ໄດ້ປະກົດຜົນເປັນຈິງ. ຊາຍຄາທີ່ມີມູນຄ່າ 50 ລ້ານດົ່ງຖືກປຸກສ້າງຂຶ້ນດ້ວຍເຫື່ອແຮງ, ແລະເງິນບໍລິຈາກຂອງສະມາຊິກໃນສະມາຄົມອະດີດຊາວໜຸ່ມຕະລຸມບອນ ເມືອງ ເຕິນກີ່, ພ້ອມກັບທຶນຊ່ວຍເຫຼືອຂອງວິສາຫະກິດ. ໄດ້ດຳລົງຊີວິດໃນຊາຍຄາແຫ່ງສາຍຈິດມິດໃຈນີ້ເປັນເວລາເກືອບ 1 ປີ. ປ້າ Huong ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:
”ຂ້າພະເຈົ້າຂອບໃຈພັກ, ລັດ, ເພື່ອນຮ່ວມກົມກອງ, ພະນັກງານ ແລະ ປະຊາຊົນ ທີ່ໄດ້ພ້ອມກັນຊ່ວຍເຫຼືອ, ມອບເຮືອນທີ່ສວຍງາມໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າດີໃຈຫຼາຍ ແລະ ຄິດວ່າ, ຍາມໃດລັດໄດ້ມີຄວາມເອົາໃຈໃສ່ເຖິງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.”
ຢູ່ເມືອງ ເຕິນກີ່, ບໍ່ພຽງແຕ່ມີ ອະດີດຊາວໜຸ່ມຕະລຸມບອນ Hoang Thi Huong, ໄດ້ດຳລົງຊີວິດໃນຊາຍຄາແຫ່ງສາຍຈິດມິດໃຈຂອງເພື່ອນຮ່ວມກົມກອງເທົ່ານັ້ນ, ຫາກນັບແຕ່ປີ 2006 ມາຮອດປະຈຸບັນ, ສະມາຄົມອະດີດຊາວໜຸ່ມຕະລຸມບອນ ເມືອງ ເຕິນກີ່ ຍັງມອບເຮືອນແຫ່ງສາຍຈິດມິດໃຈ 6 ຫຼັງໃຫ້ບັນດາອະດີດຊາວໜຸ່ມຕະລຸມບອນຜູ້ອື່ນໆອີກ..
ໃນສະໄໝສົງຄາມ, ມີຊາວໜຸ່ມຕະລຸມບອນຍິງຫຼາຍຄົນໄດ້ເສຍສະຫຼະຊີວິດຢູ່ສະໜາມຮົບ, ກາຍເປັນນັກຮົບນິລະນາມ. ຊາວໜຸ່ມໃນສະໄໝນັ້ນຍາມໃດກໍ່ຄິດວ່າ ”ຊີວິດມີຄວາມໝາຍທີ່ສຸດແມ່ນຢູ່ສະໜາມຮົບຕໍ່ສູ້ຕ້ານສັດຕູ”, ປະຈຸບັນເມື່ອໄດ້ດຳລົງຊີວິດໃນສັນຕິພາບ, ເຖິງວ່າມີອາຍຸສູງແລ້ວກໍ່ຕາມ, ແຕ່ເຂົາເຈົ້າຍັງຄິດວ່າຕ້ອງດຳລົງຊີວີດຄືແນວໃດເພື່ອຕອບບຸນແທນຄຸນບັນດາເພື່ອນຮ່ວມກົມກອງເຊິ່ງໄດ້ອຸທິດຊີວິດທີ່ໜຸ່ມແໜ້ນຂອງຕົນເພື່ອສັນຕິພາບໃນປະຈຸບັນ.