ລາງວັນ ໂກວາແລບສກາຍອາ ປີ 2014 ໄດ້ຖືກມອບໃຫ້ໝູ່ຄະນະໜຶ່ງ ແລະ 1 ສ່ວນບຸກຄົນ, ນັ້ນແມ່ນບັນດານັກວິທະຍາສາດຍິງທີ່ດີເດັ່ນໃນຂົງເຂດວິທະຍາສາດທຳມະຊາດໃນວັນທີ 7/3 ຢູ່ຮ່າໂນ້ຍ. ໝູ່ຄະນະທີ່ບັນລຸລາງວັນແມ່ນບັນດາ ນັກວິທະຍາສາດຍິງຂອງພະແນກເນື້ອເຍືອ ສັງກັດມະຫາວິທະຍາໄລແພດສາດຮ່າໂນ້ຍ ແລະ ຂະແໜງແກ້ວຕາສັງກັດໂຮງໝໍຕາສູນກາງ ໂດຍຮອງສາດສະດາຈານ, ດຣ ຫງວຽນທິບີງ ສັງກັດ ມະຫາວິທະຍາໄລແພດສາດຮ່າໂນ້ຍເປັນຜູ້ຕາງໜ້າດ້ວຍຫົວເລື່ອງຄົ້ນຄ້ວານຳໃຊ້ເຕັກໂນໂລຢີຈຸລັງເພື່ອປິ່ນປົວໃຫ້ຄົນເຈັບຖືກເປັນແຜຢູ່ເຂດນອກໜ່ວຍຕາ.
ໝູ່ຄະນະນັກຄົ້ນຄ້ວານຳໃຊ້ເຕັກໂນໂລຢີຈຸລັງເພື່ອປິ່ນປົວໃຫ້ຄົນເຈັບຖືກເປັນແຜຢູ່ເຂດນອກໜ່ວຍຕາ |
ສະມາຊິກຂອງໝູ່ຄະນະຄົ້ນຄ້ວາລວມມີ ບັນດາຮອງສາດສະດາຈານ, ດອກເຕີ, ມາດເຕີ, ຜູ້ຮຽນຈົບມະຫາວິທະຍາໄລ, ນັກເຕັກນິກຂອງພະແນກພະແນກເນື້ອເຍືອ ສັງກັດມະຫາວິທະຍາໄລແພດສາດຮ່າໂນ້ຍ ແລະ ຂະແໜງແກ້ວຕາສັງກັດໂຮງໝໍຕາສູນກາງ. ຈຸດໝາຍຂອງໝູ່ຄະນະແມ່ນຄົ້ນຄ້ວາວິທີການປິ່ນປົວໃຫ້ຄົນເຈັບຖືກເປັນແຜຢູ່ເຂດນອກໜ່ວຍຕາດ້ວຍການລ້ຽງສ້າງເນື້ອເຍືອຈາກບັນດາຈຸລັງຕົ້ນກຳເນີດທີ່ແຕກຕ່າງກັນ. ນີ້ແມ່ນວິທີການປິ່ນປົວໃໝ່ທີ່ພວມນຳໃຊ້ໃນໂລກ ແລະ ຍັງຄົງສືບຕໍ່ຄົ້ນຄ້ວາ. ຮອງສາດສະດາຈານ, ດຣ ຫງວຽນທິບີງ ສັງກັດ ມະຫາວິທະຍາໄລແພດສາດຮ່າໂນ້ຍຊຶ່ງເປັນຜູ້ຕາງໜ້າໝູ່ຄະນະຄົ້ນຄ້ວາ ໃຫ້ຮູ້ວ່າ :
“ ການຄົນຄ້ວາຂອງພວກຂ້າພະເຈົ້າ ແມ່ນເພື່ອນຳແສງສະຫວ່າງມາສູ່ຄົນເຈັບຖືກເປັນແຜຢູ່ເຂດນອກໜ່ວຍຕາດ້ວຍວິທີໄຮັບຖືວ່າ ແມ່ນທັນສະໄໝທີ່ສຸດໃນປະຈຸບັນ. ຄົນເຈັບເມື່ອໄດ້ຮັບການປິ່ນປົວດ້ວຍວິທີນີ້ ແມ່ນວິທີໃຊ້ເຕັກນິກໃໝ່ ແຕ່ລາຄາປິ່ນປົວກໍບໍ່ແພງເມື່ອທຽບໃສ່ຢູ່ຕ່າງປະເທດ”
ໃນລໄຍະທຳອິດ, ການຄົ້ນຄ້ວາກໍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເພາະບໍ່ມີເງິນໃຊ້ຈາຍ. ບັນດາສະມາຊິກທີ່ເຂົ້າຮ່ວມໄດ້ປະກອບເງິນທຶນດ້ວຍຕົນເອງເພື່ອຮັບໃຊ້ແກ່ວຽກງານຄົ້ນຄ້ວາວິທະຍາສາດນັບແຕ່ປີ 2004 ເປັນຕົ້ນມາ. ມາຮອດປີ 2007 ໝູ່ຄະນະຈຶ່ງໄດ້ຮັບເງິນໃຊ້ຈາຍຈາກກະຊວງສາທາລະນະສຸກ, ຫຼັງຈາກນັ້ນ ແມ່ນຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຢີ. ຮອງສາດສະດາຈານ, ດຣ ຫງວຽນທິບີງ ສັງກັດ ມະຫາວິທະຍາໄລແພດສາດຮ່າໂນ້ຍໃຫ່ຮູ້ຕື່ມອີກວ່າ :
“ ພວກຂ້າພະເຈົ້າໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ນັ້ນແມ່ນຕ້ອງທາດເຄມີ, ວັດຖຸດິບຫຼາຍຢ່າງທີ່ບໍ່ສາມາດຊື້ໄດ້ຢູ່ຫວຽດນາມ, ຖ້າຫາກຊື້ມາຈາກຕ່າງປະເທດນັ້ນ, ເງິນທຶນກໍບໍ່ພໍ. ແຕ່ໃນວິວັດການຄົ້ນຄ້ວາ, ພວກຂ້າພະເຈົ້າ ກໍໄດ້ຊອກຮູ້, ຄົ້ນຄ້ວາເພື່ອແກ້ໄຂໄດ້ຄວາມຫຍຸ້ງຍາກເຫຼົ່ານັ້ນ ເພື່ອໃຫ້ການຄົ້ນຄ້ວາສຳເລັດຜົນ”
ສ່ວນນາງ ໂຮ່ທິກິມແທງ ຮອງປະທານກຳມະບານຮັບຜິດຊອບວຽກງານແມ່ຍິງ ແລະ ຄົ້ນຄ້ວາວິທະຍາສາດສັງກັດ ມາະຫາວິທະຍາໄລແພດສາດຮ່າໂນ້ຍ ໃຫ້ຮູ້ວ່າ :
“ ນີ້ແມ່ນຫົວເລື່ອງຄົ້ນຄ້ວາໂດຍມີການປະສານສົມທົບລະຫວ່າງທ່ານໝໍຫຼາຍຄົນກັບສູນຄົ້ນຄ້ວາເພື່ອສ້າງໃຫ້ມີແຫຼ່ງຜະລິດຕະພັນ, ແຕ່ມັນກໍຕ້ອງແທດເໝາະກັບຄົນເຈັບ. ການປະສານສົມທົບຂອງບັນກຸ່ມນັກຄົ້ນຄ້ວາໄດ້ປະສົບຜົນສຳເລັດໃນເບື້ອງຕົ້ນ, ອັນໄດ້ນຳສະຫວ່າງມາສູ່ຄົນເຈັບ. ບັນດາບາດກ້າວປະຕິບັດຂອງກິດຈະການຄົ້ນຄ້ວາແມ່ນຮັບປະກັນລັກສະນະວິທະຍາສາດ. ນີ້ກໍແມ່ນບາດກ້າວປະດິດຄິດສ້າງອັນດັບໜຶ່ງຢູ່ຫວຽດນາມ ”
ບັນດາການປະກອບສ່ວນຂອງກຸ່ມນັກຄົ້ນຄ້ວາໂດຍຮອງສາດສະດາຈານ, ດຣ ຫງວຽນທິບີງ ສັງກັດ ມະຫາວິທະຍາໄລແພດສາດຮ່າໂນ້ຍເປັນຜູ້ຕາງໜ້ານັ້ນ ໄດ້, ພວມ ແລະ ຈະຊ່ວຍນຳສະຫວ່າງມາສູ່ຄົນເຈັບຖືກພະຍາດຕາ.