ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ມອບລາງວັນໃຫ້ແກ່ກຸ່ມນັກຂ່າວ
ຂຽນບົດ ກ່ຽວກັບເຫດແຜ່ນດິນໄຫວຢູ່ເຂື່ືອນໄຟຟ້າແມ່ນ້ຳແຈງເລກ 2
|
ໝາກຜົນການປະກວດບົດໜັງສືພິມແຫ່ງຊາດຊຶ່ງຫາກໍປະກາດເມື່ອບໍ່ດົນມານີ້ ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດຫວຽດນາມ(21/6), ວິທະຍຸກະຈາຍສຽງຫວຽດນາມມີ 9 ບົດໜັງສືພິມໄດ້ຮັບລາງວັນ, ໃນນັ້ນມີ 2 ລາງວັນ A, 2 ລາງວັນ B, 2 ລາງວັນ C ແລະ 3 ລາງວັນຊົມເຊີຍ.
ຕາມທ່ານ ຮ່າມິງເຫ້ວ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ຫວຽດນາມແລ້ວ, ບັນດາ ບົດໜັງສືພິມໄດ້ຮັບລາງວັນຂອງ ວິທະຍຸກະຈາຍສຽງຫວຽດນາມ ແມ່ນຮູບພາບສ່ອງແສງຢ່າງເຕັມສ່ວນ ແລະ ພາວະວິໄສກ່ຽວກັບສະພາບການຂອງປະເທດຊາດໃນຫຼາຍດ້ານ, ໃນນັ້ນ, ມີບັນດາ ບົດໜັງສືພິມມີລັກສະນະຄົ້ນພົບ ແລະ ສະແດງຢ່າງມີຊີວິດຊີວາກ່ຽວກັບບັນດາບັນຫາລະດັບຊາດ ແລະ ສາກົນ. ຕາມທ່ານ ຮ່າມິງເຫ້ວ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ຫວຽດນາມ ໃຫ້ຮູ້ວ່າ :
“ ນີ້ແມ່ນໜຶ່ງໃນບັນດາງານປະກວດບົດໜັງສືພິມທີປະສົບຜົນສຳເລັດ, ບັນດາ ບົດໜັງສືພິມໄດ້ຮັບລາງວັນ, ໂດຍສະເພາະແມ່ນໄດ້ຮັບລາງວັນສູງ ແມ່ນບໍ່ເດີນຕາມຫົວເລື່ອງສົດໆຮ້ອນໆເພື່ອດຶງດູດຜູ້ອ່ານເທົ່ານັ້ນ, ຫາກແມ່ນ ບົດໜັງສືພິມທີ່ລົງເລິກອະທິບາຍທາດແທ້ຂອງບັນຫາ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຫາງສຽງ, ຍົກຕົວຢ່າງຄື ບົດໜັງສືພິມ “ ເຫດແຜ່ນດິນໄຫວຢູ່ເຂື່ືອນໄຟຟ້າແມ່ນ້ຳແຈງເລກ 2” ຫຼື ບົດໜັງສືພິມ“ ໄຊຊະນະດ້ຽນບຽນຝູທາງອາກາດ” ຂອງ ວິທະຍຸກະຈາຍສຽງຫວຽດນາມ ”
ສຳລັບບົດໜັງສືພິມ “ ເຫດແຜ່ນດິນໄຫວຢູ່ເຂື່ືອນໄຟຟ້າແມ່ນ້ຳແຈງເລກ 2” ຂອງຈຸນັກຂຽນ ຝ້າມເຕີ້ນຕື, ຟານແທງຮ່າ, ດັ້ງວັນນຳ ນັ້ນ, ໄດ້ຮັບລາງວັນ A ຍ້ອນຄວາມຊື່ສັດ, ຕົວຈິງ, ແຕ່ເຕັມໄປດ້ວຍລັກສະນະຂ້ຽວຂາດ, ໄປຮອດຂັ້ນສຸດທ້າຍຂອງເຫດການ, ບັນຫາໃນການດຳລົງຊີວິດຍຸກປະຈຸບັນ. ຕາມນັກຂ່າວ ຟານແທງຮ່າແລ້ວ, ບົດໜັງສືພິມນີ້ ເປັນການຕອບບູນຄຸນຂອງບັນດາຜູ້ເຮັດວຽກງານສື່ມວນຊົນທີ່ມີຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຫ່ງນີ້ ” . ນັກຂ່າວ ຟານແທງຮ່າ ເວົ້າວ່າ :
“ ໃນຖານະເປັນຜູ້ເຮັດວຽກງານສື່ມວນຊົນ, ເຮົາບໍ່ສາມາດຊ່ວຍພໍ່ແມ່ປະຊາຊົນກ່ຽວກັບວັດຖຸ, ແຕ່ເຮົາຕ້ອງມີຄວາມຮັບຜິດຊອບຊີ້ໃຫ້ເຫັນສະພາບຕົວຈິງ, ເພື່ອຜ່ານນັ້ນ, ລັດ, ລັດຖະບານ, ອຳນາດການປົກຄອງຂັ້ນຕ່າງໆຕ້ອງມີກ່ານລົງທຶນທີ່ດີກ່ວາຢູ່ເຂດ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຖືວ່າ ນັ້ນແມ່ນ ການຕອບບູນຄຸນຂອງບັນດາຜູ້ເຮັດວຽກງານສື່ມວນຊົນທີ່ມີຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ເຂດຖານທີ່ໝັ້ນເກົ່າທີ່ເມືອງ ບັກຈາມີ ”
ໃນປີ 2012, ບັນຫາອະທິປະໄຕຜືນແຜ່ນດິນຂອງບັນດາປະເທດທີ່ກ່ຽວຂ້ອງບົນທະເລຕາເວັນອອກ ຍາມໃດກໍແມ່ນຫົວເລື່ອງທີ່ຮ້ອນເຮັ່ງດຶງດູດຄວາມສົນໃຈຈາກຫາງສຽງ. ສຳລັບ ບົດໜັງສືພິມ “ ການທ່ວງເອົາແຜນທີ່ຮູບລີ້ນງົວທີ່ໄຮ້ເຫດຜົນ ” ຂອງຈຸນັກຂຽນ ເຈີນກົງຈຸກ, ມິງຫຽນ, ເລຟຸກ, ທູລານ, ເລບິງ ໄດ້ຮັບລາງວັນ B . ນັກຂ່າວ ເລບິງ ໃຫ້ຮູ້ວ່າ:
“ ສິ່ງທີ່ຍາກທີ່ສຸດ ເມື່ອຈຸນັກຂ່າວພວກຂ້າພະເຈົ້າປະຕິບັດຂຽນ ບົດໜັງສືພິມນີ້ ແມ່ນຕ້ອງຊອກຫາວິທີສຳຜັດກັບແຫຼ່ງເອກະສານຂອງພວກນັກຮຽນຮູ້ຈີນ, ຕ້ອງອີງໃສ່ພື້ນຖານດ້ານກົດໝາຍແມ່ນສົນທິສັນຍາກ່ຽວກັບກົດໝາຍທະເລ ແລະ ອີງໃສ່ການອະທິບາຍຂອງບັນດາສາດສະດາຈານ, ນັກຮຽນຮູ້ສາກົນ ກໍຄືຊາວຈີນນີ້ເອງ, ເພື່ອຢັ້ງຢືນວ່າ “ແຜນທີ່ຮູບລີ້ນງົວ” ແມ່ນບໍ່ມີຂ້ໍອ້າງອີງດ້ານກົດໝາຍ ແມ່ນສິ່ງທີ່ໄຮ້ເຫດຜົນ. ສານທີ່ຈຸນັກຂ່າວນີ້ຢາກສົ່ງໄປນັ້ນ ກໍແມ່ນມາຈາກຄຳຢັ້ງຢືນຂອງຈຸນັກຮຽນຮູ້ນີ້ ຊຶ່ງໄດ້ຢັ້ງຢືນອະທິປະໄຕຂອງຫວຽດນາມທີ່ມີຕໍ່ 2 ໝູ່ເກາະເຈືອງຊາ ແລະ ຮ່ວາງຊາ ” .