ບັນດາຜູ້ເຮັດວຽກງານອະນາໄມ, ທຳຄວາມສະອາດຢູ່ຕາມຖະໜົນຫົນທາງ

ວຽກ​ງານ​​ເຮັດອະນາ​ໄມ, ທຳ​ຄວາມ​ສະອາດ​ຢູ່​ຕາມ​ຖະໜົນ​ຫົນທາງ​ແມ່ນ​ວຽກ​ງານ​ທີ່​ໜັກໜາ ​ແລະ ​ເປັນ​ອັນຕະລາຍ​ພໍ​ສົມຄວນ, ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ​ແມ່ຍິງ. ​ແຕ່​ຢ່າງ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຄວາມ​ເມົາ​ມົວ​ກັບ​ອາຊີບ, ກຳມະກອນ​ຍິງ​ຫຼາຍ​ຄົນ​ທີ່​ເຮັດ ວຽກ​ງານ​​ອະນາ​ໄມສິ່ງ​ແວດ​ລ້ອມ ຍັງ​ຄົງ​ຜູກ​ພັນ​ກັບ​ວຽກ​ງານ​ນີ້​​ເພື່ອສ້າງ​ຄວາມ​ງາມ, ຄວາມ​ສະອາດ​ຢູ່​ຕາມ​ຖະໜົນ​ຫົນທາງ​ໃນ​ທຸກ​ວັນ.

ບັນດາຜູ້ເຮັດວຽກງານອະນາໄມ, ທຳຄວາມສະອາດຢູ່ຕາມຖະໜົນຫົນທາງ - ảnh 1
(ພາບປະກອບ)

   ​ເມື່ອ​ເວົ້າ​ເຖິງ​ນາງ ​ເລ​ທິລວາ​ນ, ພະນັກງານ, ກຳມະກອນ​ຫຼາຍ​ຄົນ​ໃນ​ບໍລິສັດ​ການ​ບໍລິການ​ສາທາລະນະ​ປະ​ໂຫຍ​ດ ​ເມືອງ 3 ນະຄອນ​ໂຮ່ຈິ​ມິນ ກໍ​ລ້ວຍ​ແຕ່​ສະຫງວນ​ຄວາມ​ຮັກ​ແພງ​ໃຫ້​ແກ່​ລາວ, ​ເພາະ​ນາງ​ບໍ່​ພຽງ​ແຕ່​ແມ່ນ​ກຳມະກອນ​ທີ່​ສຸດ​ຈິດ​ສຸດ​ໃຈ​ຕໍ່ວຽກ​ງານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜູ້​ເຮັດ​ວຽກບ້ານ​ການ​ເຮືອນ, ສິດສອນ​ລູກ​ເຕົ້າ​ຮ່ຳຮຽນ​ເປັນ​ຢ່າງ​ດີ​ທີ່​ສຸດ. ກວ່າ 30 ປີ​ທີ່​ໄດ້​ຜູກ​ພັນ​ກັບ​ອາຊີບ​ນີ້, ​ຍາມ​ໃດ​ນາງ​ລວາ​ນກໍ​ພໍ​ໃຈ​ກັບ​ການ​ປະກອບ​ອາຊີບ​ຂອງ​ຕົນ. ນາງ ​ເລ​ທິລວາ​ນ ​ເວົ້າ​ວ່າ : 

    “ ຄາວ​ອາຍຸ 19 ປີ, ຂ້າພະ​ເຈົ້າ​ໄດ້​ເຂົ້າ​ເຮັດ​ວຽກ​ຢູ່​ບໍລິສັດ. ຄາວ​ນັ້ນກໍ​ຄິດ​ວ່າ ຈະ​ເຂົ້າ​ເຮັດ​ວຽກ​​ໄລຍະ​ໜຶ່ງ, ​ ​ສ້າງ​ຄອບຄົວ, ແລ້ວ​ຈະຊອກ​ຫາ​ວຽກ​ງານ​ອື່ນ ຫາກ​ບໍ່​ຄຶດ​ວ່າ​ຈະ​ຜູກ​ພັນ​ກັບ​ອາຊີບ​ຍາວ​ນານ​ເຊັ່ນ​ນີ້.​ ​ໄລຍະ​ຕໍ່​ມາ ຂ້າພະ​ເຈົ້າ​ເຫັນ​ວ່າ ວຽກ​ງານ​ນີ້​ກໍ​ເປັນ​ໜ້າ​ຈັບ​ໃຈ​ທີ່​ສຸດ.  ​ເຖິງ​ວ່າ​ວຽກ​ງານ​ນີ້​ແມ່ນ​ລຳບາກ​ກໍ​ຕາມ, ​ແຕ່​ຄວາມ​ຮັກ​ແພງຂອງ​ອ້າຍ​ເອື້ອຍ​ນ້ອງ ​ເພື່ອ​ນຮ່ວມ​ອາຊີບທີ່​ສະຫງວຽນ​ໃຫ້​ເຮົາ​ນັ້ນ ​ໄດ້​ເຮັດ​ໃຫ້​ຊ່ວຍ​ຂ້າພະ​ເຈົ​້າລືມ​ຄວາມ​ລຳບາກນີ້​ໄປ. ຂ້າພະ​ເຈົ້າ​ຫວັງ​ພຽງ​ຢ່າງ​ດຽວ​ວ່າ ຄົນ​ເຮົາ​ຄວນ​ມີ​ສະຕິ​ຮັກສາ​ສິ່ງ​ແວດ​ລ້ອມ, ບໍ່​ຄວນ​ຖິ້ມ​ຂີ້​ເຫຍື້ອ, ສິ່ງ​ເສດ​ເຫຼືອ​ຢູ່​ຕາມ​ຖະໜົນຢ່າງ​ຊະຊາຍ ”

    ກໍ​ເຊັ່ນ​ດຽວ​ກັນ​ກັບນາງ ​ເລ​ທິລວາ​ນ, ນາງ ຫງວຽນ​ທິ​ເຫ້ວ ກໍ​ເຂົ້າ​​ເຮັກ​ວຽກ​ຢູ່​ບໍລິສັດ​ນັບແຕ່ຄາວ​ມີ​ອາຍຸ 20 ປີ. ນາງ​ໄດ້​ຜູກ​ພັນ​ກັບ​ອາຊີບເຮັດອະນາ​ໄມສິ່ງ​ແວດ​ລ້ອມ​ເປັນ​ເວລາ 24 ປີ ​ແລ້ວ, ມີ​ຊຸມ​ມື້​ຍາມ​ລະດູ​ຮ້ອນ, ອູ​ນຫະພູມ​ຂຶ້ນ​ເຖິງ 40-42 ອົງສາ, ຫຼືຊຸມ​ຄຳ​ຄືນ​ຍາມ​ລະດູ​ໜາວ, ຝົນຝອຍ​ໜາວ​ຈົນ​​ເຖິງກະ​ກູກ​ດຳ, ​ແຕ່​ນາງ​ຍັງ​ຄົງ​ຍ່າງກວາດ​ຂີ້​ເຫຍື້ອ​ຕາມ​ສາຍ​ທາງ​ຍາວ​ນັບ 10 ກິ​ໂລ​ແມດ​ເພື່ອ​ນຳ​ຄວາມ​ສະອາດ​ສວຍ​ງາມ​ມາ​ໃຫ້​ປະຊາຊົນ. ນາງ​​ເຫ້ວ​ໃຫ້​ຮູ້​ວ່າ ກ່ວາ 10 ປີ​ແລ້ວ, ລາວ​ບໍ່​ໄດ້​ຕ້ອນຮັບ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່​ເມື່ອ​ບຸນ​ເຕັດ​ວຽນມາ. ນາງ​ເປີດ​ເຜີຍ​ວ່າ : 

    “ ​ເມື່ອ​ເຮັກ​ວຽກງານ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ, ​ເຮົາ​ກໍ​ກັບ​ບ້ານ. ລຳບາກ​ທີ່​ສຸດ​ແມ່ນ​ຍາມ​ຝົນ, ລົມ​ແຮງ. ​ເຖິງ​ວ່າ​ໃນ​ຕອນ​ກາງ​ເວັນຫຼື​ກາງຄືນ​ກໍ​ຕາມ ​ເຮົາ​ກໍ​ຕ້ອງ​ເຮັດ​ວຽກ​ຢູ່​ຕາມ​ຖະໜົນ​ຫົນທາງ ​ເພາະ​ນັ້ນ​ແມ່ນ​ວຽກ​ງານ​ຂອງ​ເຮົາ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຍາມ​ໄດ​ກໍ​ພະຍາຍາມ​ເຮັດ​ໃຫ້​ສຳ​ເລັດ. ຢູ່​ບໍລິສັດ, ​ອ້າຍ​ເອື້ອຍ​ນ້ອງ ​ເພື່ອ​ນຮ່ວມ​ອາຊີບກໍ​ຊ່ວຍ​ເຫຼືອ​ກັນ, ຢູ່​ເຮືອນ​ກໍ​ມີ​ຜົວ​ໜູ​ນຊ່ວຍ, ພາ​ລູກ​ເຕົ້າ​ໄປ​ຮຽນ. ​ຂ້າພະ​ເຈົ້າ​ກໍ​ດີ​ໃຈ​ຫຼາຍ ”

    ປະຈຸ​ບັນ, ບໍລິສັດ​ສິ່ງ​ແວດ​ລ້ອມ​ຕົວ​ເມື​ອງ ນະຄອນ​ໂຮ່ຈິ​ມິນ ມີ​ກຳມະກອນ 1.700 ກ່ວາ​ຄົນ, ​ໃນ​ນັ້ນ, ມີ​ກຳມະກອນ​ຍິງ​ເກ​ືອບ 300 ຄົນ, ​ເຂົາ​ເຈົ້າ​ເຮັດ​ວຽກ​ໃນ​ສະພາບ​ແວດ​ລ້ອມ​ທີ່​​​ເປັນມົນລະ​ພິດ, ມີ​ຄວາມ​ສ່ຽງ​ຕໍ່​ສຸຂະພາບ.

ທ່ານ​ເດືອງວັນ​ຫາຍ ຮອງ​ຫົວໜ້າ ບໍລິສັດ​ການ​ບໍລິການ​ສາທາລະນະ​ປະ​ໂຫຍ​ດ ​ເມືອງ 3 ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ 

   “ກຳມະກອນ​ຍິງ​ສ່ວນ​ຫຼາຍ​ໃນ​ບໍລິສັດ ​ແມ່ນ​ຮັບຜິດ​ຊອບ​ວຽກ​ງານ​ທີ່​ໜັກ​ໜາ ​, ເປັນ​ມົນ​ລະ​ພິດ ​ແລະ ​ເຄີຍ​ເຮັດ​ປະຈຳຕອນກາງຄືນ. ພິ​ເສດ​ໃນ​ຍາມ, ບຸນ​ເຕັດ, ວັນ​ບຸນ​ຕ່າງໆ, ພວກ​ເອື້ອ​ຍນ້ອງ​​ແມ່ຍິງຍັງ​ຄົງ​ສາມາດ​ຮັບປະກັນ​ຄວາມ​ໄວ​ຂອງ​ວຽກ​ງານ. ນອກຈາກ​ວຽກ​ງານ​ຂອງ​ບໍລິສັດ​ແລ້ວ, ​ເຂົາ​ເຈົ້າ​ກໍ​ຕ້ອງ​ເຮັກ​ວຽກບ້ານ​ການ​ເຮືອນ​ອີກ, ວຽກ​ງານ​ໃດ, ເອື້ອ​ຍນ້ອງ​​ແມ່ຍິງກໍ​ເຮັດ​ສຳ​ເລັດເປັນ​ຢ່າງ​ດີ ”.

ຕອບກັບ

ຂ່າວ/ບົດ​ອື່ນ