ບັນ​ດາ​ແນວ​ຄວາມ​ຄິດ​ທີ່​ເປັນ​ປະ​ໂຫຍດ ແລະ ແທດ​ຈິງ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ

(VOVWORLD) -ຢູ່ຫວຽດນາມກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດການດິດຄິດສ້າງລັກສະນະປະຈັນບານແລະຄວາມຈູບຈ້າວຫ້າວຫັນຂອງໄວໜຸ່ມ ກໍ່ໄດ້ຮັບການຜັນຂະຫຍາຍແລະປະກອບສ່ວນເຂົ້າໃນວຽກງານປ້ອງກັນສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນມີເລື່ອງລາວທີ່ໜ້າຕື້ນຕັນໃຈຫຼາຍເລື່ອງກ່ຽວກັບຮູບພາບນັກຮົບຢູ່ແນວໜ້າຕ້ານໂລກລະບາດທີ່ຕ້ອງກິນຟ້າວນອນຟັ່ງຢູ່ກາງດິນຫຼືມີພະຍາບານແພດໝໍຫຼາຍຄົນເປັນໄຂ້ແດດເມື່ອຕ້ອງເຮັດວຽກໃນຫຼາຍຊົ່ວໂມງຢ່າງລຽນຕິດພາຍໃຕ້ອາກາດທີ່ແດດກ້າຂອງລະດູຮ້ອນແຕ່ໃນຄວາມຫຍຸ້ງຍາກນາໆນັ້ນ ແນວຄວາມຄິດ ແລະ ຜະລິດຕະພັນທີ່ເປັນປະໂຫຍດຫຼາຍຢ່າງ ກໍໄດ້ປະດິດສ້າງອອກມາດ້ວຍມືຂອງຜູ້ເປັນມືອາຊີບ ແລະ ບໍ່ເປັນມືອາຊີບ. 
ໂລກລະບາດໂຄວິດ 19 ເກີດຂຶ້ນເໝືອນດັ່ງລົມພາຍຸທີ່ພັດຖະຫຼົ່ມລົງມາ ທົດສອບກຳລັງການຮັບມືແລະຄວາມສາມາດໃນການຜ່ານຜ່າຄວາມຫຍຸ້ງຍາກຂອງມວນມະນຸດຢູ່ຫວຽດນາມກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດການດິດຄິດສ້າງລັກສະນະປະຈັນບານແລະຄວາມຈູບຈ້າວຫ້າວຫັນຂອງໄວໜຸ່ມ ກໍ່ໄດ້ຮັບການຜັນຂະຫຍາຍແລະປະກອບສ່ວນເຂົ້າໃນວຽກງານປ້ອງກັນສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນມີເລື່ອງລາວທີ່ໜ້າຕື້ນຕັນໃຈຫຼາຍເລື່ອງກ່ຽວກັບຮູບພາບນັກຮົບຢູ່ແນວໜ້າຕ້ານໂລກລະບາດທີ່ຕ້ອງກິນຟ້າວນອນຟັ່ງຢູ່ກາງດິນຫຼືມີພະຍາບານແພດໝໍຫຼາຍຄົນເປັນໄຂ້ແດດເມື່ອຕ້ອງເຮັດວຽກໃນຫຼາຍຊົ່ວໂມງຢ່າງລຽນຕິດພາຍໃຕ້ອາກາດທີ່ແດດກ້າຂອງລະດູຮ້ອນແຕ່ໃນຄວາມຫຍຸ້ງຍາກນາໆນັ້ນ ແນວຄວາມຄິດ ແລະ ຜະລິດຕະພັນທີ່ເປັນປະໂຫຍດຫຼາຍຢ່າງ ກໍໄດ້ປະດິດສ້າງອອກມາດ້ວຍມືຂອງຜູ້ເປັນມືອາຊີບ ແລະ ບໍ່ເປັນມືອາຊີບ. 
ບັນ​ດາ​ແນວ​ຄວາມ​ຄິດ​ທີ່​ເປັນ​ປະ​ໂຫຍດ ແລະ ແທດ​ຈິງ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ - ảnh 1               ຮ້ອຍໂທ ເລທິຮວ່າ ກັບເສື້ອກັນໄຂ້ແດດທີ່ຕົນໄດ້ອອກແບບ (ພາບ: toquoc.vn)

  ໃນຊຸມວັນຜ່ານມາ, ຢູ່ພາກເໜືອ ຫວຽດນາມ ຕ້ອງສູ້ກັບແດດຮ້ອນແຜດເຜົາຜິວໜັງ ແລະ ນີ້ກໍແມ່ນຈຸດເວລາທີ່ສະພາບການໂລກລະບາດຢູ່ແຂວງ ບັກຢາງ - ຈຸດໃຈກາງຂອງໂລກລະບາດ ຮ້າຍແຮງກວ່າເວລາໃດໝົດ. ເມື່ອປະກົດມີບ່ອນແຜ່ເຊື້ອໃນບັນດາເຂດອຸດສາຫະກຳໃຫຍ່ ໄດ້ເຮັດໃຫ້ລະບົບສາທາລະນະສຸກທ້ອງຖິ່ນເກີນຄວາມສາມາດ. ຫຼາຍຫົວໜ່ວຍ, ທ້ອງຖິ່ນ ແລະ ນັກສຶກສາແພດສາດຫຼາຍໂຮງຮຽນໃນທົ່ວປະເທດໄດ້ມາຊ່ວຍເຫຼືອ ແຂວງ ບັກຢາງ. ເຖິງຢ່າງໃດກໍຕາມ, ວຽກກໍ່ຕ້ອງເຮັດ ແລະ ຕ້ອງຢືນຢູ່ກາງແດດເປັນຫຼາຍຊົ່ວໂມງໃນຊຸດປ້ອງກັນພະຍາດທີ່ປິດແຕ່ຫົວຮອດຕີນ ອຸນຫະພູມແຕ່ 39 ຫາ 40 ອົງສາ C ເພື່ອເກັບຕົວຢ່າງເອົາໄປວິໄຈ ນັ້ນ ໄດ້ມີພະຍາບານ, ແພດໝໍຫຼາຍຄົນເປັນໄຂ້ແດດ, ໝົດເຫື່ອໝົດແຮງ. ເຖິງວ່າ, ທາງແຂວງ ບັກຢາງ ໄດ້ປ່ຽນມາເກັບຕົວຢ່າງໃນຕອນຄ່ຳ ເພື່ອຫຼຸດຜ່ອນຄວາມຮ້ອນ ແລະ ຄວາມອິດເມື່ອຍໃຫ້ແກ່ພະຍາບານ, ແພດໝໍກໍຕາມ, ແຕ່ພາຍຫຼັງນຸ່ງຊຸດປ້ອງກັນພະຍາດປະມານ 2 – 3 ຊົ່ວໂມງ ເຫື່ອໄຫຼໄຄຍ້ອຍກໍ່ເຮັດໃຫ້ປຽກໝົດ. ຕໍ່ໜ້າສະພາບການດັ່ງກ່າວ, ຮ້ອຍໂທ ເລທິຮວ່າ, ພະນັກງານການແພດພະແນກ ຄວມຄຸມການຕິດເຊື້ອ, ໂຮງໝໍຢາພື້ນເມືອງ, ສັງກັດກະຊວງຕຳຫຼວດ ຫວຽດນາມ ກໍຄິດໄປຄິດມາວ່າຈະເຮັດແນວໃດເພື່ອຊ່ວຍບັນດາເພື່ອນຮ່ວມງານຂອງຕົນໃຫ້ຜ່ານຜ່າຄວາມຫຍຸ້ງຍາກນີ້ ແລະ ນີ້ກໍ່ເປັນແຫຼ່ງບັນດານໃຈໃຫ້ເອື້ອຍອອກແບບເສື້ອກັນໄຂ້ແດດອອກມາ (ເຊິ່ງໃຊ້ນຸ່ງຢູ່ໃນຊຸດເຄື່ອງນຸ່ງປ້ອງກັນພະຍາດ). ຫຼັງຈາກນັ້ນພຽງແຕ່ສອງວັນ, ຕອນເຊົ້າວັນທີ 3 ມິຖຸນາ, ຜະລິດຕະພັນດັ່ງກ່າວ ໄດ້ຮັບການເປີດຕົວ ແລະ ເອົາໄປນຳໃຊ້.

ເສື້ອກັນໄຂ້ແດດນີ້ສາມາດເຮັດໄດ້ງ່າຍໆຜູ້ໃດກໍສາມາເຮັດໄດ້ນີ້ແມ່ນເສື້ອກ້າມເປັນຕາໜ່າງຊ່ວຍໃຫ້ອຸນຫະພຸມໃນຮ່າງກາຍລະບາຍໄດ້ຢ່າງງ່າຍດາຍແລະຊ່ວຍໃຫ້ຮ່າງກາຍໄດ້ຮັບອາຍເຢັນຈາກນ້ຳກ້ອນແຫ້ງໄດ້ດີກວ່າຊ່ວຍສ້າງຄວາມດຸ່ນດ່ຽງລະຫວ່າອຸນຫະພູມຂອງຮ່າງກາຍກັບກາດພາຍນອກ”.
ບັນ​ດາ​ແນວ​ຄວາມ​ຄິດ​ທີ່​ເປັນ​ປະ​ໂຫຍດ ແລະ ແທດ​ຈິງ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ - ảnh 2        ເສື້ອກັນໄຂ້ແດດນີ້ ຈະນຸ່ງໃສ່ທາງໃນກ່ອນທີ່ຈະນຸ່ງຊຸດປ້ອງກັນພະຍາດ 3D, ເຊິ່ງຊ່ວຍເຮັດໃຫ້ຮ່າງກາຍມີຄວາມເຢັນສະບາຍ ແຕ່ 6 ຫາ 8 ຊົ່ວໂມງ.

ເສື້ອກັນໄຂ້ແດດ ໂດຍ ຮ້ອຍໂທ ເລທິຮວ່າ ອອກແບບ ແມ່ນເສື້ອກ້າມເປັນຕາໜ່າງ. ຢູ່ສ່ວນຜືນຂອງເສື້ອ ມີ ຖົງຢູ່ດ້ານໜ້າ 2 ຖົງ ແລະ ຖົງຢູ່ດ້ານຫຼັງ 2 ຖົງ. 4 ຖົງນີ້ ແມ່ນບ່ອນບັນຈຸນ້ຳກ້ອນແຫ້ງໄດ້ປະມານ 500 gr ເພື່ອຊ່ວຍສ້າງຄວາມດຸ່ນດ່ຽງລະຫວ່າງອຸນຫະພູມຂອງຮ່າງກາຍຂອງບັນດາພະຍາບານ, ແພດໝໍ ກັບອາກາດຢູ່ພາຍນອກ. ຮ້ອນໂທ ເລທິຮວ່າ ພ້ອມດ້ວຍເພື່ອນຮ່ວມງານຂອງຕົນ ກໍນັ່ງຕັດໂຟມກັນຄວາມເຢັນເພື່ອບັນຈຸຖົງນ້ຳກ້ອນແຫ້ງຢ່າງລະມັດລະວັງ ແລ້ວເອົາໃສ່ຖົງຮູດຊິບໃຫ້ແຈບກ່ອນທີ່ຈະເອົາໃສ່ຖົງເສື້ອກ້າມນັ້ນ ເພື່ອຫຼີກລ້ຽງກໍລະນີຜິວໜັງຂອງຜູ້ທີ່ນຸ່ງຖືກນ້ຳກ້ອນດາດ ແລະ ມີອາການເຈັບແສບ. ເສື້ອກັນໄຂ້ແດດນີ້ ຈະນຸ່ງໃສ່ທາງໃນກ່ອນທີ່ຈະນຸ່ງຊຸດປ້ອງກັນພະຍາດ 3D, ເຊິ່ງຊ່ວຍເຮັດໃຫ້ຮ່າງກາຍມີຄວາມເຢັນສະບາຍ ແຕ່ 6 ຫາ 8 ຊົ່ວໂມງ. ທ່ານພົນຈັດຕະວາ ຟ້າມບ໊າຕວ່ຽນ, ຜູ້ອຳນວຍການໂຮງໝໍຢາພື້ນເມືອງ, ກະຊວງຕຳຫຼວດ ຫວຽດນາມ ໄດ້ນຸ່ງທົດລອງເສື້ອກັນໄຂ້ແດດໂດຍກົງ ກ່ອນທີ່ສົ່ງໄປຍັງແນວໜ້າໃຫ້ແກ່ເພື່ອນຮ່ວມງານຂອງຕົນ ໄດ້ແບ່ງປັນວ່າ:

ພາຍຫຼັງທີ່ເຂົາເຈົ້າສະເໜີແນວຄວາມຄິດຄະນະຜູ້ອຳນວຍການໂຮງໝໍໄດ້ຊີ້ນຳໃຫ້ຜັນຂະຫຍາຍແລະກວດກາຢັ້ງຢືນໝາກຜົນຢ່າງຮີບດ່ວນເພື່ອນຳເຂົ້າຜະລິດກ່ອນອື່ນໝົແມ່ນແຈກຢາຍໃຫ້ແກ່ບັນດາພະນັກງານການແພດທີ່ພວມຕິບັດໜ້າທີ່ຕ້ານໂລກລະບາດຢູ່ແຂວງບັກຢາງແລະບັກນິງໃນເບື້ອງຕົ້ນເຫັນວ່າເສື້ອກັນໄຂ້ແດດນີ້ມີຄວາມໝາຍແລະມີປະສິທິຜົນທີ່ສຸດຂ້າພະເຈົ້າຫວັງວ່າດ້ວຍແນວຄວາມຄິດທີ່ເລັກໆນ້ອຍໆນີ້ຈະປະກອບສ່ວນຊ່ວຍໃຫ້ບັນດາພະນັກງານການແພດຢູ່ແນວໜ້າຕ້ານໂລກລະບາດ ໄດ້ຮັບການຮັກສາສຸຂະພາບແລະຫຼຸດຜ່ອນຄວາມອິດເມື່ອໃນອາກາດທີ່ຮ້ອນເອົ້າຄືໃນປັດຈຸບັນ”.
ບັນ​ດາ​ແນວ​ຄວາມ​ຄິດ​ທີ່​ເປັນ​ປະ​ໂຫຍດ ແລະ ແທດ​ຈິງ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ - ảnh 3ທ່ານພົນຈັດຕະວາ ຟ້າມບ໊າຕວ່ຽນ, ຜູ້ອຳນວຍການໂຮງໝໍຢາພື້ນເມືອງ(ພາບ: toquoc.vn)

ໂດຍກໍມີແນວຄິດຄືກັນກັບແພດໝໍຢູ່ໂຮງໝໍຢາພື້ນເມືອງ, ກະຊວງຕຳຫຼວດ, ບັນດາອ້າຍບ່າວສັງກັດບັນດາບໍລິສັດເຕັກໂນໂລຢີຄື Nam Việt Design, PAM Air ແລະ Signify ພ້ອມດ້ວຍບັນດານັກວິສະວະກອນກົນຈັກ ກໍໄດ້ຮ່ວມສຳພັນ, ສົມທົບກັນເຮັດວຽກໃນເວລາເກືອບ 4 ວັນໂດຍບໍ່ພັກບໍ່ເຊົາ ເພື່ອຄົ້ນຄວ້າ ແລະ ປະດິດສໍາເລັດ ຕູ້ເກັບຕົວຢ່າງເຄື່ອນທີ່ປ້ອງກັນຄວາມຮ້ອນ ແລະ ຫຼຸດຜ່ອນຄວາມສ່ຽງຕິດເຊື້ອ ໂຄວິດ - 19 ທີ່ປະກອບມີເຄື່ອງປັບອາກາດ, ຂ້າເຊື້ອດ້ວຍແສງລັງສີ UV, ຕັ່ງນັ່ງ… ເພື່ອນຳໄປໃຊ້ທົດລອງຢູ່ຈຸດໃຈກາງຂອງໂລກລະບາດໂຄວິດ - 19 ແຂວງ ບັກຢາງ. ອ້າຍ ຄ໊ຽວຮຶວເຫງັຍ - ຜູ້ຕາງໜ້າຂອງກຸ່ມປະດິດຕູ້ດັ່ງກ່າວ ໃຫ້ຮູ້ວ່າ:

ຂອບນອກຂອງຕູ້ເກັບຕົວຢ່າງປ້ອງກັນຄວາມຮ້ອນນີ້ມີ 5 ຊັ້ນແຕ່ລະຊັ້ນລ້ວນແຕ່ໄດ້ໃສ່ປະເກັນແລະກາວຢ່າແໜ້ນໜາບໍ່ໃຫ້ອາກາດເຂົ້າໄປ ຫຼື ລອດເຂົ້າມາໄດ້ໂດຍຈະມີລະບົບລະບາຍອາກາດສະເພາະດູດເອົາອາກາດຈາກພາຍນອກແລ້ວນຳໄປກັນຕອງຜ່ານຫຼາຍຊັ້ນແລະໄດ້ຂ້າເຊື້ອດ້ວຍແສງລັງສີUVC ແລະ ເຄື່ອງປັບອາກາດເວລານັ້ນ ຈະຮັບປະກັນວ່າອາກາດໄດ້ຮັບການຂ້າເຊື້ອແລ້ວແລະບັນດາແພດໝໍກໍຈະໄດ້ເຮັດວຽກໃນອາກາດທີ່ເຢັນສະບາຍກວ່າ”.

ບັນ​ດາ​ແນວ​ຄວາມ​ຄິດ​ທີ່​ເປັນ​ປະ​ໂຫຍດ ແລະ ແທດ​ຈິງ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ - ảnh 4ຕູ້ເກັບຕົວຢ່າງເຄື່ອນທີ່ປ້ອງກັນຄວາມຮ້ອນ ແລະ ຫຼຸດຜ່ອນຄວາມສ່ຽງຕິດເຊື້ອ ໂຄວິດ - 19

ຕູ້ເກັບຕົວຢ່າງ ມີຮູບຊົງຄ້າຍຄືກັນກັບຕູ້ ATM ແລະ ລະບົບທັງໝົດຈະໄດ້ບັງຄັບຜ່ານໂທລະສັບມືຖື. ຕູ້ເກັບຕົວຢ່າງດັ່ງກ່າວສາມາດບັນຈຸພະນັກງານການແພດເຮັດວຽກພ້ອມກັນໄດ້ 4 ຄົນ ໃນອາກາດທີ່ເຢັນສະບາຍ ແລະ ບໍ່ຕ້ອງສຳຜັດໂດຍກົງກັບຜູ້ຖືກເກັບຕົວຢ່າງ, ຊ່ວຍຮັບປະກັນສຸຂະພາບ ແລະ ຫຼຸດຜ່ອນຄວາມສ່ຽງຕິດເຊື້ອໃຫ້ແກ່ບັນດາພະນັກງານການແພດ, ຮັກສາກຳລັງແຮງສືບຕໍ່ຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃຫ້ຖອຍໄປ./.


ຕອບກັບ

ຂ່າວ/ບົດ​ອື່ນ