ວັນທີ 22 ທັນວາ ປີ 2023 ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຮັບຮອງບຸນປີໃໝ່ປະຈຳຊາດ ແມ່ນມື້ພັກບຸນປະຈຳປີຂອງອົງການນີ້. ນັກຂ່າວ VOV ໄດ້ສຳພາດທ່ານ ນາງ Pauline Tamesis ຜູ້ປະປະສານງານ ສະຫະປະຊາຊາດປະຈຳ ຫວຽດນາມ ເພື່ອເຂົ້າໃຈແຈ້ງກວ່າ ກ່ຽວກັບຂໍ້ຕົກລົງຂອງສະຫະປະຊາຊາດ.
ທ່ານນາງ Pauline Tamesis, ຫົວໜ້າຜູ້ຕາງໜ້າສະຫະປະຊາຊາດປະຈຳຫວຽດນາມ (ພາບ: UN ຫວຽດນາມ) |
ນັກຂ່າວ: ຂໍຮຽນທ່ານນາງ ຂໍໃຫ້ທ່ານນາງໃຫ້ຮູ້ມະຕິໃໝ່ຂອງສະຫະປະຊາຊາດ ຈະນຳມາຊຶ່ງການປ່ຽນແປຫຍັງແດ່?.
ທ່ານ ນາງ Pauline Tamesis: “ມະຕິສະບັບນີ້ສົ່ງເສີມບັນດາອົງການຂອງສະຫະປະຊາຊາດ ພິເສດແມ່ນຢຸ່ສຳນັກງານໃຫຍ່ ແລະ ຢູ່ບັນດາບໍລິເວນ ປະເທດທີ່ມີບຸນປີໃໝ່ປະຈຳຊາດ,ຈຳກັດການຂຶ້ນຕາງຕະລາງຈັດກອງປະຊຸມ ແລະ ຕ້ອງໃສ່ໃຈ ເມື່ອສັບຊ້ອນກະກຽມບັນດາກອງປະຊຸມ, ກອງປະຊຸມສຳມະນາທີ່ດຳເນີນໃນໂອກາດບຸນເຕັດ, ໂດຍຜ່ານການຖືບຸນປີໃໝ່ປະຈຳຊາດ ປຽບເໝືອນວັນພັກບຸນ, ພວກຂ້າພະເຈົ້າເຊີດຊູຄວາມຫຼາກຫຼາຍສີສັນດ້ານວັດທະນະທຳໃນຖັນແຖວພະລາກອນສະຫະປະຊາຊາດ. ເລື່ອງສະເຫຼີມສະຫຼອງຄວາມແຕກຕ່າງຂອງພວກເຮົາ, ຮັບຮອງຄວາມອຸດົມຮັ່ງມີຂອງບັນດາພື້ນຖານວັດທະນະທຳ ແລະ ບັນດາປະເພນີຈະຊຸກຍູ້ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງຂອງບັນດາປະເທດ”.
ນັກຂ່າວ: ມະຕິສະບັບນີ້ຈະແມ່ນການເປີດສາກໃຫ້ແກ່ບັນດາຂໍ້ລິເລີ່ມໃນອະນາຄົດ ແນໃສ່ຊຸກຍູ້ຄວາມເຄົາລົບຕໍ່ຄວາມຫຼາກຫຼາຍດ້ານອະລິຍະທຳໃນໂລກ ແມ່ນບໍ່ທ່ານ?.
ທ່ານ ນາງ Pauline Tamesis: “ຂໍ້ຕົກລົງຮັບຮອງບຸນປີໃໝ່ປະຈຳຊາດ ແມ່ນວັນພັກບຸນຂອງສະຫະປະຊາຊາດ ແມ່ນບາດກ້າວເດີນທີ່ສຳຄັນມຸ່ງໄປສູ່ການຮັບຮອງ ແລະ ສະເຫຼີມສະຫຼອງຂອງບັນດາພື້ນຖານວັດທະນະທຳຫຼາກຫຼາຍ ອັນໄດ້ສ້າງປະຊາຄົມທົ່ວໂລກ. ການຮັບຮອງທາງດ້ານຫຼາກຫຼາຍວັດທະນະທຳ ບໍ່ພຽງແຕ່ແມ່ນການຮັບຮອງບາງມື້ພິເສດເທົ່ານັ້ນ ຫາກຍັງຮຽກຮ້ອງໃຫ້ພວກເຮົາຕ້ອງນຳຄວາມຫຼາກຫຼາຍສີສັນນີ້ ເຂົ້າໃນບັນດາການກະທຳ ແລະ ນະໂຍບາຍປະຈຳວັນຂອງສະຫະປະຊາຊາດ.
ນັກຂ່າວ: ໃນຈຳນວນບັນດາປັດໄຈ ເພື່ອສ້າງໃຫ້ມີຂໍ້ຕົກລົງຂອງສະຫະປະຊາຊາດນັ້ນ ມີບຸນປີໃໝ່ປະຈຳຊາດ ຫວຽດນາມ. ທ່ານນາງຮູ້ສຶກຄືແນວໃດກ່ຽວກັບບຸນປີໃໝ່ປະຈຳຊາດ ຫວຽດນາມ?.
ທ່ານ ນາງ Pauline Tamesis: "ນີ້ເປັນຄັ້ງທີ່ສອງທີ່ຂ້າພະເຈົ້າ ມີໂອກາດ ໄດ້ເຊື່ອມຕົວເຂົ້າກັບຄວາມເບີກບານມ່ວນຊື່ນ ແລະ ສັກກາລະບູຊາໃນບຸນປິໃໝ່ປະຈຳຊາດຂອງຊາວ ຫວຽດນາມ. ຂ້າພະເຈົ້າເຂົ້າໃຈວ່າ ບຸນເຕັດບໍ່ພຽງແຕ່ແມ່ນໂອກາດວັນພັກບຸນທີ່ພິເສດທີ່ສຸດເທົ່ານັ້ນ ຫາກຍັງແມ່ນຊ່ວງເວລາທີ່ສັກກາລະບູຊາຊຶ່ງໄດ້ຝັງເລິກໃນມູນເຊື້ອແຫ່ງຊາດຂອງຊາວຫວຽດນາມ ທຸກໆຄົນ. ບຸນເຕັດແມ່ນໂອກາດເພື່ອໃຫ້ທຸກໆຄົນໃນຄອບຄົວໄດ້ເຕົ້າໂຮມກັນ ທັງເປັນການຫວນຄືນທຸກສິ່ງໃນປີເກົ່າ ແລະ ວາງຄາດຫວັງໃນປີໃໝ່. ນັ້ນກໍ່ແມ່ນຄວາມສຳຄັນຂອງຄອບຄົວ ແມ່ນຄວາມເຄົາລົບນັບຖືພໍ່ແມ່ ເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ປູ່ຍ່າຕາຍາຍບັນພະບູລຸດ ແມ່ນໂຊກດີທີ່ນຳມາຊຶ່ງໄວໜຸ່ມ ແລະ ນັບທັງຜູ້ເຖົ້າຜຸ້ແກ່. ແມ່ນການເຊື່ອມຕໍ່ຂອງທຸກໆຄົນກັບກົກເຄົ້າເຫົ້ງາກໍເຊິ່ງແມ່ນຄຸນທາດທີ່ຂ້າພະເຈົ້າເຫັນວ່າ ພົ້ນເດັ່ນທີ່ສຸດຂອງ ຊາວຫວຽດນາມ. ອວຍພອນປີໃໝ່ ໂຊກດີປີໃໝ່."
ນັກຂ່າວ: ຂໍຂອບໃຈນຳທ່ານນາງ.
ໃນມື້ນີ້, ຄຳວ່າ “ອວຍພອນປີໃໝ່” ໂດຍທ່ານນາງ Pauline Tamesis, ຫົວໜ້າຜູ້ຕາງໜ້າສະຫະປະຊາຊາດປະຈຳຫວຽດນາມ, ກໍຄືຊາວຕ່າງປະເທດຫຼາຍຄົນຢູ່ຫວຽດນາມ ເຄີຍເວົ້າມາຫຼາຍຄັ້ງ, ຄືດັ່ງການຢັ້ງຢືນເຂົາເຈົ້າພວມຕ້ອນຮັບບຸນປີໃໝ່ປະຈຳຊາດຂອງຫວຽດນາມຄືເປັນຊາວຫວຽດນາມ. Max McFarlin, ຊາວອາເມລິກາ, ເຊິ່ງແມ່ນ blogger ທີ່ມີຊື່ສຽງໃນປະຊາຄົມທ່ອງທ່ຽວຄົ້ນຫາໂລກ, ໄດ້ຖ່າຍທຳຄຼິບແນະນຳກ່ຽວກັບບຸນປີໃໝ່ປະຈຳຊາດຂອງຊາວຫວຽດນາມ.
Max McFarlin ຊາວອາເມລິກາ, ເຊິ່ງແມ່ນ blogger ທີ່ມີຊື່ສຽງໃນປະຊາຄົມທ່ອງທ່ຽວຄົ້ນຫາໂລກ (ພາບ: hanoimoi.vn)
|
- ຜູ້ຂາຍເຄື່ອງ (ແນະນຳກ່ຽວກັບໃບຕອງຫໍ່ເຂົ້າຕົ້ມ): ເຂົ້າຕົ້ມນີ້ຫໍ່ດ້ວຍໃບຕອງຈິງ, ເຂົ້າໜົມນີ້ຫໍ່ດ້ວຍໃບຕອງກ້ວຍ.
- Max: ໃບຕອງຈິງ, ໃບຕອງກ້ວຍ.
- ຜູ້ຂາຍເຄື່ອງ: ຖືກແລ້ວ, ເຂົ້າຕົ້ມ 2 ຊະນິດນີ້ບໍ?
- Max: ເຈົ້າ
ສຳລັບ Max, ນອກຈາກເຂົ້າຕົ້ມແລ້ວ, ໃນບຸນປີໃໝ່ປະຈຳຊາດຕ້ອງມີຕົ້ນໝາກແປ້ນແລະຕົ້ມເຄັມຊີ້ນໝູໃສ່ໄຂ່. ແລະພາເຄື່ອງບຸນເຕັດ, ຜ່ານການແນະນຳຂອງ Max, ລວມມີ: Max 1
“ນີ້ແມ່ນພາເຂົ້າໜົມແລະນີ້ແມ່ນພາໝາກໄມ້. ຂ້າພະເຈົ້າບໍ່ແມ່ນນັກຊ່ຽວຊານສະນັ້ນພຽງແຕ່ກະກຽມແບບງ່າຍໆ ຕາມທີ່ຂ້າພະເຈົ້າຮູ້ເພື່ອຖະຫວາຍບັນພະບຸລຸດແລະຂໍໃຫ້ມີໂຊກດີໃນປີໃໝ່”.
ຕາມ Max ແລ້ວ, ໃນປີໃໝ່ປະຈຳຊາດຕ້ອງມີຊອງອັງເປົາອີກ.
ຢູ່ນອກດິນແດນຫວຽດນາມ, ບຸນປີໃໝ່ປະຈຳຊາດແມ່ນຫົວຂໍ້ຂອງສາລະຄະດີ “ຊາວຫວຽດນາມຕ້ອນຮັບບຸນເຕັດຢູ່ Woluwe Saint-Pierre” ໂດຍຊ່ອງໂທລະພາບພາສາຝລັ່ງຂອງເຂດນະຄອນຫຼວງ Brussels ອອກອາກາດໃນຕົ້ນປີ 2023. ຕາມຜູ້ກຳກັບສາລະຄະດີແລ້ວ, ຄຳວ່າ “ອວຍພອນປີໃໝ່” ແມ່ນຄຳທີ່ຊາວຫວຽດນາມເຄີຍເວົ້າທີ່ການພົບປະໃນໂອກາດນີ້. ນັບທັງຊາວແບນຊິກຈຳນວນໜຶ່ງກໍ່ມັກຮຽນເພື່ອເວົ້າຄຳວ່າ “ອວຍພອນປີໃໝ່”. ໃນສາລະຄະດີນັ້ນ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບຸນເຕັດຫວຽດນາມໄດ້ຮັບການແນະນຳໂດຍລະອຽດ.
“ໜຶ່ງໃນບັນດາສັນຍາລັກພົ້ນເດັ່ນອື່ນຂອງປີໃໝ່ແມ່ນໝາກກ້ຽງໃຫຍ່ໝາຍເຖິງໝາກສົ້ມໂອ. ຄອບຄົວໃດກໍ່ມີໝາກກ້ຽງໃຫຍ່ຍາມຕົ້ນປີໃໝ່. ແລະເພື່ອໃຫ້ບັນຍາກາດຕ້ອນຮັບບຸນເຕັດຢ່າງອົບອຸ່ນນັ້ນ, ບັນດາເຂດສຳຄັນໄດ້ປະດັບປະດາຢ່າງລະອຽດລະອໍດ້ວຍບັນດາແຜ່ນຄຳກອນ ທີ່ເອົາມາຈາກຫວຽດນາມ”.
ຢູ່ຍີ່ປຸ່ນ, ຊ່ອງວິທະຍຸ ແລະໂທລະພາບ NHK ກໍ່ສະຫງວນເວລາເພື່ອອອກອາກາດກ່ຽວກັບບຸນເຕັດປະຈຳຊາດຂອງຫວຽດນາມ. ໃນພິທີຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ເທດສະບານເມືອງ Nakashibetsu, ບັນດານັກເຝິກງານເຕັກນິກຊາວ ຫວຽດນາມ ແລະ ປະຊາຊົນປະຈຳຖິ່ນໄດ້ພ້ອມກັນປຸງແຕ່ງບັນດາເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ.
“ຂ້າພະເຈົ້າມີຄວາມສຸກທີ່ສຸດ ເພາະໄດ້ເຮັດໃຫ້ທຸກຄົນມັກການລົງພຶດຕິກຳ ຕົວຈິງນີ້. ຈະດີທີ່ສຸດຖ້າຫາກຊາວ ຍີ່ປຸ່ນ ແລະ ຊາວຫວຽດ ຈະສາມາດເຊື່ອມຕໍ່ກັນ ດ້ວຍບັນດາເຍື່ອງອາຫານ”.
ທ້າຍເດືອນທັນວາ 2023, ອີກເທື່ອໜຶ່ງ, ຊ່ອງວິທະຍຸ ແລະໂທລະພາບ NHK ໄດ້ຖືເອົາວັດທະນະທຳບຸນເຕັດເປັນຫົວຂໍ້ຕົ້ນຕໍເພື່ອຜະລິດລາຍການ “ພາສາຫວຽດໃນການດຳລົງຊີວິດແລະວຽກງານ”. ຜ່ານລາຍການ, ເຂົາເຈົ້າຢາກໃຫ້ຜູ້ຟັງຍີ່ປຸ່ນມີຄວາມຮູ້ກ່ຽວກັບບຸນເຕັດຂອງຫວຽດນາມຫຼາຍກວ່າອີກ.
ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ, ກຳມະການປະຈຳກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn) |
ບັນດາຄຸນຄ່າທີ່ເປັນເອກະລັກຂອງບຸນປີໃໝ່ປະຈຳຊາດໄດ້ພິສູດຜ່ານການຕົກລົງຂອງສປຊ, ຜ່ານບັນດາຄຼິບວິດີໂອ ຄົ້ນຫາຂອງແຂກທ່ອງທ່ຽວສາກົນແລະຜ່ານບັນດາພາຫະນະສື່ມວນຊົນຕ່າງປະເທດ. ຈາກນັ້ນ, ກໍ່ແຜ່ຂະຫຍາຍພາດພົດກ່ຽວກັບປະເທດຫວຽດນາມທີ່ຫຼາກຫຼາຍສີສັນ, ມີມູນເຊື້ອສາມັກຄີແລະຄວາມສະຫງົບສຸກ. ນັ້ນກໍແມ່ນກຳລັງແຮງອ່ອນໂຍນໃຫ້ແກ່ຫວຽດນາມໃນຂະບວນວິວັດແຫ່ງການພັດທະນາຂອງຫວຽດນາມ. ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ, ກຳມະການປະຈຳກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດຊຸດທີ XV, ຈະເວົ້າແຈ້ງກ່ຽວກັບສິ່ງດັ່ງກ່າວຕື່ມອີກ.
ນັກຂ່າວ: ຂໍຮຽນທ່ານ, ເຮົາສາມາດເວົ້າໄດ້ບໍ່ວ່າ ບັນດາຄຸນຄ່າຂອງບຸນປີໃໝ່ປະຈຳຊາດ ໄດ້ປະກອບສ່ວນຢັ້ງຢືນຄວາມງາມທາງດ້ານວັດທະນະທຳຂອງ ຫວຽດນາມ ໃນແຜນທີ່ວັດທະນະທຳໂລກ, ແມ່ນບໍ່ທ່ານ?
ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ: «ບຸນປີໃໝ່ປະຈຳຊາດແມ່ນກຳລັງແຮງດ້ານວັດທະນະທຳຂອງຊາດ. ເລື່ອງສາກົນຕີລາຄາສູງບັນດາຄຸນຄ່າຂອງບຸນປີໃໝ່ປະຈຳຊາດນັ້ນ ແມ່ນສິ່ງທີ່ພວກເຮົາເອກອ້າງທະນົງໃຈທີ່ສຸດ ເພາະວ່າ ພວກເຮົາສາມາດຢັ້ງຢືນໄດ້ຈຸດຄວາມງາມທາງດ້ານວັດທະນະທຳຂອງ ຫວຽດນາມ ໃນແຜນທີ່ວັດທະນະທຳຂອງໂລກ. ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ພວກເຮົາຍັງມີສີສັນທີ່ເປັນເອກະລັກສະເພາະຂອງຊາດ ເພື່ອມີຄວາມໝັ້ນໃຈເຊື່ອມໂຍງ ແລະ ຄວາມໝັ້ນໃຈນັ້ນ ຈະສ້າງເປັນທ່າໄດ້ປຽບສະເພາະ ເພື່ອການພັດທະນາ».
ນັກຂ່າວ: ຕາມທ່ານແລ້ວ, ທ່າໄດ້ປຽບສະເພາະຢູ່ນີ້ແມ່ນຫຍັງ ?
ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ: "ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ການເຂົ້າໃຈແຈ້ງບັນດາຄຸນຄ່າວັດທະນະທຳຂອງຕົນຈະຊ່ວຍໃຫ້ພວກເຮົາສ້າງອອກບັນດາຜະລິດຕະພັນດ້ານວັດທະນະທຳສິລະປະ, ບັນດາຜະລິດຕະພັນດ້ານເສດຖະກິດທີ່ມີສີສັນວັດທະນະທຳຂຶ້ນມາ. ຈາກນັ້ນ, ກໍສ້າງເປັນບັນດາທ່າໄດ້ປຽບສະເພາະກ່ຽວກັບດ້ານເສດຖະກິດ - ສັງຄົມດ້ວຍວິທີປະສົມປະສານເຂົ້າໃນບັນດາຜະລິດຕະພັນ, ສິນຄ້າຫຼືບັນດາກິດຈະກຳດຳເນີນຊີວິດສັງຄົມອື່ນໆ”.
ນັກຂ່າວ: ຫວຽດນາມ ຕ້ອງເຮັດຫຍັງເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ຕົນມີ, ໃນນັ້ນ ມີບັນດາຄຸນຄ່າວັດທະນະທຳຂອງບຸນປີໃໝ່ປະຈຳຊາດ. ຂໍຮຽນທ່ານ ?
ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ: «ປີ 2005, UNESCO ໄດ້ປະກາດໃຊ້ສົນທິສັນຍາ ກ່ຽວກັບການປົກປ້ອງ ແລະ ເສີມຂະຫຍາຍບັນດາຂໍ້ກຳນົດກົດໝາຍກ່ຽວກັບຄວາມຫຼາກຫຼາຍຂອງວັດທະນະທຳ, ໃນນັ້ນ, ສົ່ງເສີມບັນດາປະເທດປົກປ້ອງບັນດາຄຸນຄ່າວັດທະນະທຳຂອງຕົນ ເພື່ອປົກປັກຮັກສາອະທິປະໄຕແຫ່ງຊາດທາງດ້ານວັດທະນະທຳ. ເປັນອັນວ່າ, ນອກຈາກອະທິປະໄຕແຫ່ງຊາດກ່ຽວກັບເຂດນ້ຳແດນດິນແລ້ວ, ອະທິປະໄຕແຫ່ງຊາດກ່ຽວກັບທາງດ້ານວັດທະນະທຳກໍເປັນໜຶ່ງໃນບັນດາປັດໄຈສຳຄັນໃນການຮັບປະກັນເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ທັງເຂດນ້ຳແດນດິນ ແລະ ທັງທາງດ້ານຈິດໃຈຂອງປະເທດ ຊາດອີກດ້ວຍ. ນັ້ນແມ່ນເຫດຜົນທີ່ພວກເຮົາຕ້ອງມີຄວາມເອົາໃຈໃສ່ເຖິງການຮັກສາສີສັນວັດທະນະທຳຂອງຊາດຫຼາຍກວ່າອີກ. ຕາມຂ້າພະເຈົ້າແລ້ວ, ຕ້ອງເພີ່ມທະວີສະຕິຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງບຸນປີໃໝ່ປະຈຳຊາດໃນກະແສວັດທະນະທຳ ກໍຄືສຳລັບການຢັ້ງຢືນຄຸນຄ່າວັດທະນະທຳ ຫວຽດນາມ ໃນເວທີສາກົນ. ທີສອງແມ່ນ ຕ້ອງມີບັນດານະໂຍບາຍເຊີດຊູຄຸນຄ່າຂອງບຸນ ປີໃໝ່ປະຈຳຊາດ. ທີສາມແມ່ນ, ຕ້ອງມີບັນດາຜະລິດຕະພັນດ້ານວັດທະນະທຳ, ສິລະປະທີ່ເປັນເອກະລັກຫຼາຍກວ່າອີກໃນຊຸມວັນບຸນເຕັດ, ຈາກນັ້ນ ກໍຈະແຜ່ຂະຫຍາຍບັນດາສິ່ງທີ່ດີທີ່ງາມ».
ນັກຂ່າວ: ຂໍຂອບໃຈທ່ານຮອງສາດສະດາຈານ.ປອ ບຸ່ຍຮວ່າຍເຊິນ, ກຳມະການປະຈຳກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດຊຸດທີ XV.
ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ: ບຸນປີໃໝ່ປະຈຳຊາດໄດ້ເຕົ້າໂຮມບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ. ບຸນ ປີໃໝ່ປະຈຳຊາດໄດ້ປະກອບສ່ວນຢັ້ງຢືນທີ່ຕັ້ງວັດທະນະທຳຫວຽດນາມໃນແຜນທີ່ວັດທະນະທຳໂລກ. ບຸນ ປີໃໝ່ປະຈຳຊາດກໍໄດ້ກາຍເປັນກຳລັງແຮງອ່ອນໂຍນ, ແມ່ນສຳພາລະຊ່ວຍໃຫ້ຊາວຫວຽດນາມໝັ້ນໃຈເຊື່ອມໂຍງ, ພັດທະນາພ້ອມກັບປະຊາຄົມສາກົນໃນວັນນີ້ແລະໃນພາຍພາກໜ້າ.