(VOVWORLD) - ປາພະຄານ ຫວີງທຶກ ຕັ້ງຢູ່ຈອມພູ ເດົ່າຕ໊ານ, ທາງທິດເໜືອຕາແສງເກາະ ຫວີງທຶກ, ນະຄອນ ໝ໊ອງກ໊າຍ, ແຂວງ ກວ໋າງນິງ ໄດ້ຮັບຖືວ່າແມ່ນໂຄມໄຟທະເລ ຢູ່ຈຸດທີ່ຕັ້ງທຳອິດໃນຈຳນວນປາພະຄານກ່ວາ 90 ແຫ່ງ ລຽບຕາມລວງຍາວທາງທະເລ ໃນບັນດາໝູ່ເກາະຂອງປະເທດຊາດ.
ເພື່ອໃຫ້ປາພະຄານໄດ້ເຄື່ອນໄຫວຕະຫລອດກ່ວາ 50ປີຜ່ານມານັ້ນ, ໄດ້ມີການປະກອບສ່ວນອັນໃຫຍ່ຫລວງຂອງກຳມະກອນຢູ່ທີ່ນີ້. ບົດຂຽນຂອງນັກຂ່າວ ຢຸຍທ໊າຍ.
ປາພະຄານ ຫວີງທຶກ ຕັ້ງຢູ່ຈອມພູ ເດົ່າຕ໊ານ, ທາງທິດເໜືອຕາແສງເກາະ ຫວີງທຶກ, ນະຄອນ ໝ໊ອງກ໊າຍ, ແຂວງ ກວ໋າງນິງ |
ຕະຫລອດ 15 ປີມານີ້, ມື້ໃດກໍເຊັ່ນດຽວກັນ, ໃນເວລາ 7 ໂມງເຊົ້າ , ອ້າຍ ຫງວຽນດິ່ງເວື້ອງ, ເປັນໜຶ່ງໃນກຳມະກອນ 9 ຄົນທີ່ພວມເຮັດວຽກຢູ່ປາພະຄານ ຫວີງທຶກ ໄດ້ເລີ່ມຕົ້ນປະຕິບັດວຽກງານຂອງຕົນ. ໜ້າທີ່ຂອງອ້າຍແມ່ນ ຂົນເຊື້ອເພີງຂຶ້ນເຖິງຍອດປາພະຄານ, ລາຍງານສະພາບການດິນຟ້າອາກາດ ແລະ ບຳລຸງ, ຮັກສາປາພະຄານ. ຮອດເວລາປະມານ 11 ໂມງຕອນທ່ຽງ, ອ້າຍ ເວືຶ້ອງ ພ້ອມກັບເພື່ອນຮ່ວມອາຊີບຂອງຕົນໄດ້ປະຕິບັດການບຳລຸງຮັກສາເຄື່ອງກະຈາຍໄຟຟ້າ, ລະບົບຖ່ານໃຊ້ພະລັງງານແສງຕາເວັນ, ມ້ຽນມັດຈັດແຈງເຮັດອະນາໄມຢູ່ຂອບເຂດດັ່ງກ່າວ.
ເຮັດວຽກຢູ່ບ່ອນສູງ, ໄດ້ສຳຜັດ ກັບອາກາດຮ້າຍແຮງ ໂດຍກົງ ເປັນຕົ້ນແມ່ນ: ແສງແດດ, ລົມທະເລ, ເຮັດໃຫ້ໃບໜ້າຂອງກຳມະກອນຊາວ ຮ່າໂນ້ຍ ດຳຂຳພາຍຫລັງເຮັດວຽກມາໄດ້ຫລາຍປີ. ອ້າຍ ເວື້ອງ ຫວນຄືນຄາວ ຫາກໍ່ມາເຮັດວຽກໃໝ່, ຄວາມຫຍຸ້ງຍາກທີ່ສຸດສຳລັບອ້າຍ ແລະ ເພື່ອນຮ່ວມອາຊີບແມ່ນຢ້ານຟ້າຮ້ອງຟ້າຜ່າ, ພະຍຸລົມແຮງໃນຕອນກາງຄືນ. ອ້າຍ ເວື້ອງ ແບ່ງປັນຄວາມໃນໃຈ ທີ່ໄດ້ເຮັດວຽກຢູ່ບ່ອນເປົ່າປ່ຽວນີ້ວ່າ ເຖິງວ່າຄິດຮອດລູກຄິດຮອດເມຍກໍ່ບໍ່ມີໃຜເວົ້າອອກມາ ແຕ່ໝົດທຸກຄົນນັ້ນ ໃຜໆກໍ່ມີຄວາມເຂົ້າໃຈ ແລະ ລະດົມກຳລັງໃຈກັນ:
“ບາງຄັ້ງຄາວກໍ່ມີຄະນະນັກທ່ອງທ່ຽວ 2 – 3 ຄະນະມາທ່ຽວຢູ່ທີ່ນີ້. ອ້າຍນ້ອງກໍ່ມີວຽກງານ ຕື່ມອີກ ຫລາຍຢ່າງ, ແຕ່ວ່າກໍ່ມີຜູ້ນັ້ນຜູ້ນີ້ມາລົມນຳ, ອ້າຍນ້ອງກໍ່ມີຄວາມເບີກບານມ່ວນຊື່ນກ່ວາ.”
ປາພະຄານຢູ່ເຂດນ້ຳແດນດິນຕອນເໜືອສຸດຂອງປະເທດຊາດ |
ອ້າຍ ຫວູວັນຢຸງ ຊາວ ຫ໋າຍຟ່ອງ, ຫົວໜ້າຫໍປາພະຄານ ຫວີງທຶກ, ຍາມໃດກໍ່ກຳນົດກັບອ້າຍນ້ອງວ່າ: ປາພະຄານທະເລ ຍາມໃດກໍ່ເປັນຈຸດປະກາຍແສງສະຫວ່າງໃນທຸກເງື່ອນໄຂຂອງດິນຟ້າອາກາດ. ໃນວິວັດການເຄື່ອນໄຫວ, ອ້າຍ ຢຸງ ແລະ ເພື່ອນຮ່ວມອາຊີບຕ້ອງກວດກາຢ່າງເປັນປະຈຳ ເພື່ອວ່າ ເມື່ອ ເກີດກໍລະນີໃດໜຶ່ງຂຶ້ນ ກໍ່ຕ້ອງມີວິທີຮັບມືໃນທັນທີ.
“ພວກຂ້າພະເຈົ້າກຳນົດວ່າ ຖ້າແມ່ນອາຊີບແລ້ວ, ໄດ້ຊຶມເຂົ້າເລືອດເນື້ອແລ້ວນັ້ນ, ແມ່ນຕ້ອງຮັກສາວຽກງານນີ້ໂດຍຈິດໃຈເຮັກວຽກຢ່າງບໍ່ມີວັນພັກ, ວັນບຸນ.”
ປາພະຄານບໍ່ພຽງແຕ່ແມ່ນບ່ອນແນະນຳໃຫ້ກ່ຳປັ່ນແລ່ນໄປມາໃນຕອນກາງຄືນໃນທ່າມກາງມະຫາສະໝຸດອັນກ້ວາງໃຫຍ່ໄພສານເທົ່ານັ້ນ ແຕ່ຍັງເປັນຫຼັກໝາຍຢັ້ງຢືນອະທິປະໄຕທະເລ, ໝູ່ເກາະຂອງ ຫວຽດນາມ ອີກດ້ວຍ. ສຳລັບຊາວປະມົງ ຫຼື ຜູ້ບັງຄັບບັນຊາກ່ຳປັ່ນຢູ່ທະເລແຕ່ລະຄົນ ເຖິງວ່າເກີດມີພະຍຸລົມແຮງ, ປາພະຄານປຽບເໝືອນດັ່ງຄວາມເຊື່ອໝັ້ນ ແລະ ກຳລັງແຮງທາງດ້ານຈິດໃຈບໍ່ແມ່ນໜ້ອຍ. ອ້າຍ ຫງວຽນວັນທັ໊ງ ແລະ ເອື້ອຍ ເລທູເຮືອງ, ຊາວປະມົງດຳລົງຊີວິດຢູ່ເກາະ ຫວີງທຶກ, ນະຄອນ ໝ໊ອງກ໊າຍ ແບ່ງປັນວ່າ:
“ສຳລັບຄວາມໝາຍຂອງປາພະຄານນັ້ນ ກະໂຕຂ້າພະເຈົ້າເອງກໍເຫັນວ່າ ມັນປຽບເໝືອນດັ່ງປ້າຍສັນຍານ ທີ່ໜູນຊ່ວຍໃຫ້ແກ່ການຄົມມະນາຄົມທາງນ້ຳ, ມັນມີປະໂຫຍດຫລາຍທີ່ສຸດ ເມື່ອເກີດມີລົມແຮງ, ຝົນຕົກ ຫຼື ໜູນຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວປະມົງພວກຂ້າພະເຈົ້າໄປຫາປາ. ຜູ້ບັງຄັບບັນຊາກ່ຳປັ່ນຄືຂ້າພະເຈົ້າ ຖ້າບໍ່ມີແສງໄຟເຍືອງຈາກປາພະຄານນັ້ນ ກໍ່ບໍ່ສາມາດໄປໄດ້, ຍ້ອນອີງໃສ່ປາພະຄານ ຈຶ່ງສາມາດກຳນົດໄດ້ທີ່ຕັ້ງຂອງກ່ຳປັ່ນ ດ້ວຍປະສົບການຂອງພວກຂ້າພະເຈົ້າ.”
“ຂ້າພະເຈົ້າມີຄວາມເຄົາລົບນັບຖືຕໍ່ຜູ້ທີ່ເຮັດວຽກຢູ່ປາພະຄານນີ້ຢ່າງຈິງໃຈ. ເຂົາເຈົ້າຕ້ອງມັກຮັກອາຊີບທີ່ສຸດ ຈຶ່ງສາມາດເຮັດວຽກນີ້ໄດ້. ປະຊາຊົນຢູ່ເກາະໜ່ວຍນີ້ ມີຄວາມເອກອ້າງທະນົງໃຈທີ່ສຸດ ເມື່ອປາພະຄານໄດ້ສ້າງຈຸດທີ່ເປັນເອກະລັກສະເພາະຂອງຕົນ.
ປາພະຄານຢູ່ເຂດນ້ຳແດນດິນຕອນເໜືອສຸດຂອງປະເທດຊາດ |
ເມື່ອເວົ້າເຖິງປາພະຄານຢູ່ເຂດນ້ຳດິນແດນເໜືອສຸດຂອງປະເທດຊາດ, ໃຜໆກໍ່ມີຄວາມເອກອ້າງທະນົງໃຈຄືແນວນັ້ນ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ຜູ້ທີ່ເຮັດວຽກຢູ່ປາພະຄານ ຍາມໃດກໍ່ມີຄວາມສຸດອົກສຸດໃຈເພື່ອເຮັດໃຫ້ “ປາພະຄານ” ສາດແສງສະຫວ່າງໃນທ່າມກາງທະເລທີ່ກ້ວາງໃຫຍ່. ເພາະວ່າ, ຍິ່ງກ່ວາໃຜໝົດ, ເຂົາເຈົ້າເຂົ້າໃຈວ່າ ແສງສະຫວ່າງທີ່ສາດສ່ອງອອກມາຈາກບັນດາປາພະຄານນັ້ນ ບໍ່ພຽງແຕ່ມີປະໂຫຍດໃຫ້ແກ່ການ “ເຍືອງທາງ, ກຳນົດທີ່ຕັ້ງ” ຮັບປະກັນຄວາມປອດໄພໃຫ້ກ່ຳປັ່ນທີ່ແລ່ນຢູ່ກາງທະເລເທົ່ານັ້ນ ແຕ່ມັນຍັງມີຄວາມໝາຍເປັນຫຼັກໝາຍຢັ້ງຢືນອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກອີກດ້ວຍ./.