ມື້ໜຶ່ງທ່ຽວຊົມຮ່າໂນ້ຍ


(vovworld) - ພາຍຫຼັງ 8 ປີ​ແຫ່ງ​ການ​ນຳ່​ຮຽນ​ຢູ່​ຕ່າງປະ​ເທດ, ນັກ​ສຶກສາ ຟານ​ຮູ​ຍ​ແບກ, ອາຍຸ 21 ປີ ພ້ອມ​ກັບ​ເພື່ອນ​ຍິງ​ຂອງ​ຕົນ​ແມ່ນ​ນາງ Marina Berezovikova, ຊາວ​ເບ​ລາຣຸດ ຈຶ້ງ​ມີ​ໂອກາດກັບ​ເມືອ​ບ້ານ​ເກີດ​ຂອງ​ຕົນ​ຢູ່ຮ່າ​ໂນ້ຍ. ທັງ​ສອງ​ຄົນ​​ໄດ້​ສະຫງວນ​ເວລາມື້ໜຶ່ງ​ເພື່ອ​​ໄປ​ທ່ຽວ ​ແລະຫວນ​ຄືນ​ອະນຸສອນ​​ແຫ່ງຍາມ​ເຍົາ​ໄວ​ທັງ​ແປ​ກ, ທັງ​ຊິນ​ເຄີຍຂອງ ​ແບກ ຢູ່​ຮ່າ​ໂນ້ຍ.

        ຟານ​ຮູ​ຍ​ແບກ ​ພ້ອມ​ກັບ​ເພື່ອນ​ຍິງ​ຂອງ​ຕົນ​ໄດ້​​ໄປ​ຢາມ​ໜອງ ຮ່ວານ​ກ໋ຽມ ຢູ່​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ ດ້ວຍ​ລົດ​ເມ, ​ເຊິ່ງ​ແມ່ນ​ພາຫະນະ​ທີ່​ຕິດ​ພັນ​ກັບ​ແບກ​ໃນ​ຍາມ​ໄປ​ໂຮງຮຽນມັດທະຍົມ​ຕອນ​ປາຍ.

        ”​ເວລາ​ນັ້ນ, ​ລົດເມ​ບໍ່​ມີ​ຫຼາຍ, ດັ່ງ​ນັ້ນຕ້ອງ​ລໍຖ້າ​ດົນ​ຈຶ່ງ​ມີ​ລົດມາ​ຮັບ. ປະຈຸ​ບັນ, ມີ​ລົດ​​ເມທີ່ ທັນ​ສະ​ໄໝ​ຫຼາຍ​ຄັນ ​ແລະ ຄຸນ​ນະພາ​ບຮັບ​ໃຊ້​ຜູ້​ໂດຍສານ​ກໍ່​ດີກ​ວ່າ”.

ມື້ໜຶ່ງທ່ຽວຊົມຮ່າໂນ້ຍ - ảnh 1

ລົດເມຮ່າໂນ້ຍໃນປະຈຸບັນ
(ພາບ: ອິນເຕີແນດ)

”ນີ້​ແມ່ນ​ຄີວລົດ​ທີ່​ອ້າຍ​ໄປ​ຮຽນ

​ ແທ້​ຫວະ?

​ ເຈົ້າ, ແລະ​ອາຄານ​ຕໍ່ໜ້າ​ນ້ອງ​ແມ່ນ​ຄາງ​ປາ​ສະຫຼາມ!

 ແທ້​ບໍ? ​ເບິ່ງ​ບໍ່​ຄື​​ເນາະ,”

ອ້ອມ​ຮອບ​ເຂົາ​ເຈົ້າ​ແມ່ນ​ສຽງ​ແກ​ລົດ, ສຽງ​ເວົ້າ, ສຽງ​ຫົວອຶກ​ກະ​ທຶກ​ຄຶກ​ໂຄມ​ຂອງ​ຜູ້​ເລາະ​ຂາຍ, ຮອຍ​ຍີ້ມສະໜິດສະໜົມ​ຂອງ​ຜູ້​ເຖົ້າ​ຜູ້ແກ່​ທີ່ພວມ​ຍ່າງ​​ໄປ​ແຄມ​ໜອງ, ບັນດາ​ຮູບ​ພາບ ​ແລະ ນຳ້​ສຽງ​ທີ່ລຶ້ງ​ເຄີຍ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້ ​ແບກ ຮູ້ສຶກ​ສະ​ເທືອ​ນ​ໃຈ.

”​ເມື່ອ​ຍັງ​ນ້ອຍນ້ອງ​ຮູ້ສຶກ​ວ່າ​ຮ່າ​ໂນ້ຍ ກວ້າງ​ກວ່າ​ປະຈຸ​ບັນ ​​ເພາະວ່າ​ຕຶກອາຄານ​ ​ບໍ່ຫຼາຍ, ຍານ​ພາຫະນະ​ໄປມາ​ໃນ​ຖະໜົນ​ ​ແລະ ຂີ້ຝຸ່ນກໍ່​ໜ້ອຍກວ່າ. ​ແຕ່​ພາຍຫຼັງ 8 ປີ ​ເທົ່າ​ນັ້ນ, ຮ່າ​ໂນ້ຍ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ, ດ້ວຍ​ຕຶກ​ອາຄານ​ສູງ​​ໄດ້​ຮັບ​ການ​ກໍ່ສ້າງ​​ໃໝ່ຫຼາຍ​ຫຼັງ, ປ້າຍ​ໂຄສະນາ​ເຕັມ​ໄປ​ດ້ວຍ​ສື​ຫຼາກ​ຫຼາຍ ​ແລະ ສວຍ​ງາມຄື​ດັ່ງ​ຢູ່ເຂດ​ຕົວ​ເມືອງ​ທີ່​ຄຶກ​ໂຄມ​ໜາ​ແໜ້ນ.

ຈາກ​ໜອງ​ ຮ່ວານ​ກ໋ຽມ, ​ແບກ ​ພ້ອມ​ກັບ Marina ​ໄດ້​ໄປ​ຢາມ​ຄຸ້ມ​ເມືອງ​ເກົ່າ ຮ່າ​ໂນ້ຍ. ​ເຈືອ​ຈານພ້ອມກັບ​ກະ​ແສ​ຄົນ​ບົນ​ຖະໜົນ​ຮ່າງ​ມ້າ, ​ແບກ​ ແນະນຳ​ວ່າ:

ນີ້​ແມ່ນ​ຖະໜົນ​ຮ່າງ​ມ້າ, ກ່ອນ​ນີ້​ບໍ່​ອຶກ​ກະ​ທຶກ​ຄຶກ​ໂຄມ​ຄື​ປະຈຸ​ບັນ. ນີ້​ແມ່ນ​ແຫ່ງຜະລິດ​ເຄື່ອງ​ບູຊາ​ດ້ວຍ​ເຈ້ຍ​ຄື: ມ້າ, ລົດ​ໂອ​ໂຕ ​ແລະ ​ໂສ້ງ​ເສື້ອ. ຮອດ​ບຸນປີ​ໃໝ່, ຖະໜົນ​ນີ້​ເຄີຍ​ຂາຍ​ເຄື່ອງ​ປະດັບ​ເຮືອນ​ຊານ​ດ້ວຍ​ເຈ້ຍ, ​ໃນ​ນັ້ນ​ສີ​ເຫຼືອງ ​ແລະ ສີ​ແດງ ​ເປັນ​ສັນຍາ​ລັກ​​ແຫ່ງຄວາມ​ໂຊກ, ຄວາມ​ລາບ”.

ມື້ໜຶ່ງທ່ຽວຊົມຮ່າໂນ້ຍ - ảnh 2

ຖະໜົນຮ່າງມ້າ
(ພາບ: ອິນເຕີແນດ)

​ເມື່ອ​ໄປ​ຮອດ​ຖະໜົນ​ ຮ່າງ​ເດື່ອງ, ດ້ວຍ​ຮ້າຍ​ຂາຍ ​ໂອ​ມາຍ (​ເຂົ້າ​ໜົມໝາກ​ໄມ້ທັງ​ສົ້ມ, ​​ເຜັດ ​ແລະ ຫວານ) ທີ່​ເປັນ​ມູນ​ເຊື້ອ​ຫຼາຍ​ຮ້ານ. ​ເພື່ອນ​ໜຸ່ມ​ທັງ​ສອງ​ຄົນ​ໄດ້​ຊື້​​ ​ແລະ ​ຊິ​ມໂອ​ມາຍ​ບາງ​ຊະນິດ​​. Marina, ​ແບ່ງປັນ​ວ່າ:

ຢູ່​ປະ​ເທດ​ຂ້າພະ​ເຈົ້າ, ​ໃນ​ຖະໜົນ​ສາຍ​ໜຶ່ງ​ມີ​ຮ້ານ​ໃຫຍ່​ພຽງ 2-3 ຮ້ານ​ເທົ່າ​ນັ້ນ, ​ແຕ່​ຢູ່​ຮ່າ​ໂນ້ຍ ພັດ​ມີ​ຫຼາຍ​ຮ້ານ, ​ເຂົາ​ເຈົ້າ​ເຊີນ​ຂ້າພະ​ເຈົ້າ​ຊົມ​ທຸກ​ສິ່ງ​ທຸກ​ຢ່າງ, ບາງ​ຄົນ​ຍັງ​ຢາກ​ຖ່າຍຮູບ​ພ້ອມ​ກັບ​ຂ້າພະ​ເຈົ້າ​ອີກ. ຊາວ​ຮ່າ​ໂນ້ຍ ມີ​ຄວາມ​ສະໜິດສະໜົມ ​ແລະ ຮັກ​ແພງ​ແຂກ​ຄົນ​ຫຼາຍ”.

ມື້ໜຶ່ງທ່ຽວຊົມຮ່າໂນ້ຍ - ảnh 3

ຮ້ານຂາຍໂອມາຍ (ເຂົ້າໜົມໝາກໄມ້ສົ້ມ, ເຜັດ, ໄກ) ຢູ່ຖະໜົນນ່າງເດື່ອງ
(ພາບ: ອິນເຕີແນດ)

ຜ່ານຖະໜົນ​ສາຍ​ຕ່າງໆ​, ສອງ​ຄົນ​ໄດ້​ໄປ​ຮອດ​ຖະໜົນ ​ຫຼີກ​ວົກຊື, ​ແບກ​ເວົ້າວ່າ:

”​​ເວລາ​ຍັງ​ນ້ອຍ, ພໍ່, ​ແມ່ ​ເຄີຍ​ພາ​ຂ້າພະ​ເຈົ້າ​ໄປ​ກິນ​ເຝີຫຼີກ​ວົກຊື. ກັບ​ເມືອຫວຽດນາມ ​ເທື່ອ​ນີ້,​ຂ້າພະ​ເຈົ້າ​ຈະ​ແນະນຳ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທຸກປະ​ເພດ​ໃຫ້ Marina ຮັບ​ປະທານ

​ເຂົ້າ​ໃຈ​ໄດ້​ຄວາມ​ຄິດ​ຂອງ​ແບກ, Marina ​ໃຫ້​ຮູ້​ວ່າ:

ອາຫານຫວຽດນາມ​ ແຊບ​ຫຼາຍ, ຊາວ​ຫວຽດນາມ​ກິນ​ເຂົ້າ​ຫຼາຍ​ກວ່າ, ​ເຝີ​ກໍ່​ເຮັດ​ຈາກ​ເຂົ້າສານ. ຂ້າພະ​ເຈົ້າ​ພະຍາຍາມ​ໄປທ່ຽວ​ຫຼາຍ​ແຫ່ງ, ຮັບ​ປະທານ​ອາຫານ​ ຂອງ​ຫວຽດນາມ ຫຼາຍ​ເຍື່ອງ​ ​ແລະ ຖ່າຍຮູບ​ໃຫ້​ຫຼາຍອີກ ​ເພື່ອ​​ເຂົ້າ​ໃຈ​ກວ່າກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ”.

ມື້ໜຶ່ງທ່ຽວຊົມຮ່າໂນ້ຍ - ảnh 4

ເຝີຢູ່ຖະໜົນຫຼີກວົກຊື
(ພາບ: ອິນເຕີແນດ)

​ໄປ​ທ່ຽວ​ຕາມ​ຖະໜົນ​ສາຍ​ຕ່າງໆ​ຢູ່​ຮ່າ​ໂນ້ຍ ພາຍ​ໃນ​ເວລາ​ພຽງ​ໜຶ່ງ​ວັນ​ເທົ່າ​ນັ້ນ, ​ແຕ່ Marina ຮູ້ສຶກ​ວ່າ​ບ້ານ​ເກີດ​ຂອງ ​ແບກ ​ມີ​ຄວາມ​ດູດ​ດື່ມ​ຫຼາຍ ດ້ວຍ​ຄວາມ​ງາມ​ທຳ​ມະ​ຊາດຂອງ​ຖະໜົນ​ຫົນທາງ, ບັນດາອາຄານ​ນ້ອຍໆ, ​ແລະ ​ເຄື່ອງ​ອະນຸສອນ​ ​ທີ່ເປັນຕາ​ຮັກ ຖືກວາງ​ຂາຍ​ໃນ​ເຂດ​ຄຸ້ມ​ເມືອງ​ເກົ່າ. ສຳລັບ Marina ​ແລ້ວ, ປະ​ເທດ​ຫວຽດນາມ ​ແມ່ນ​ແຫ່ງ​ທີ່​ນາງ​ຢາກ​ຄົ້ນ​ຫາ.

 

ຕອບກັບ

ຂ່າວ/ບົດ​ອື່ນ