ເຈົ້າຊີວິດ ເຈີນເຍີນຕົງ ໄດ້ຮັບການເຊີດຊູເປັນ ພະພຸດເຈົ້າຊີວິດ ແມ່ນບໍ່ພຽງແຕ່ຍ້ອນພະອົງໄປບວດ, ສ້າງນິກາຍ ຈຸກເລີມອຽນຕື ສະເພາະຢູ່ຫວຽດນາມເທົ່ານັ້ນ, ຫາກຍັງຍ້ອນຊີວິດ ແລະ ພາລະກິດຂອງພະອົງສໍ່ສະແດງໃຫ້ເຫັນສະຕິປັນຍາ ແລະ ຄຸນນະທາດ, ຄຸນສົມບັດຂອງສາສະໜາພຸດອີກດ້ວຍ.
ຮູບປັ້ນພະພຸດເຈົ້າຊີວິດ ເຈີນເຍີນຕົງ |
ລະຄອນ ກາຍເລືອງ “ພະພຸດເຈົ້າຊີວິດ” ໂດຍໂຮງລະຄອນກາຍເລືອງຫວຽດນາມເປັນຜູ້ກຳກັບການສະແດງນັ້ນ ແມ່ນໃຊ້ເວລາ 2 ຊົ່ວໂມງເຄິ່ງ ຊຶ່ງໄດ້ວາດພາບເຖິງໄລຍະທີ່ສະຫງ່າອົງອາດທີ່ສຸດໃນປະຫວັດສາດຂອງຊາດຫວຽດນາມ. ນັ້ນແມ່ນຊຸມວັນເດືອນປີ ທີ່ກອງທັບ ແລະ ປະຊາຊົນດ້າຍຫວຽດ ໂດຍພາຍໃຕ້ການນຳພາຂອງ ບັນດາເຈົ້າຊີວິດໃນສະໄໝລາດຊະວົງເຈີນ ສາມາດຍາດໄດ້ໄຊຊະນະ 3 ຄັ້ງໃນການຕໍ່ສູ້ຕ້ານພວກທະຫານມົງກົນເພື່ອປົກປັກຮັກສາປະເທດຊາດ. ທ່ານ ດຣ ບຸຍຮິ້ວເຢືອກ , ຜູ້ແຕ່ງບົດລະຄອນວັນນະຄະດີໃຫ້ຮູ້ວ່າ : (ເທບ) : “ເຈົ້າຊີວິດ ເຈີນເຍີນຕົງ ແມ່ນຜູ້ທີ່ສະຫຼາດສ່ອງໃສໄດ້ນຳພາກອງທັບ ແລະ ປະຊາຊົນດ້າຍຫວຽດ ທັບມ້າງພວກທະຫານ ມົງກົນ 2 ຄັ້ງ. ພະອົງໄດ້ມີຈິດໃຈເປັນນັກບວດນັບແຕ່ຄາວຍັງໜຸ່ມ. ດັ່ງນັ້ນ ເຖິງວ່າເປັນເຈົ້າຊີວິດກໍຕາມ, ແຕ່ພະອົງຍາມໃດກໍມີຈິດວິນຍານ, ຄຸນລັກສະນະຂອງພະພີກຂຸ”
ສຳລັບພະພຸດເຈົ້າຊີວິດ ເຈີນເຍີນຕົງແລ້ວ, ຄຸນລັກສະນະ, ພູມປັນຍາ, ຄຸນນະທາດ, ຄຸນສົມບັດຂອງເຈົ້າຊີວິດ ເຈີນເຍີນຕົງ ໄດ້ວາດພາບຜ່ານບັນດາເລື່ອງລາວກ່ຽວກັບຊີວິດແບບລຽບງ່າຍ. ນັກສິລະປີນດີເດັ່ນ ຈ້ຽວຈຸງກຽນ ຜູ້ກຳກັບການສະແດງລະຄອນ ກາຍເລືອງ “ພະພຸດເຈົ້າຊີວິດ” ໃຫ້ຮູ້ວ່າ :
“ ບັນດາເລື່ອງລາວທີ່ເລົ່າກ່ຽວກັບ ພະພຸດເຈົ້າຊີວິດ ເຈີນເຍີນຕົງ ຕ້ອງແມ່ນບັນດາເລື່ອງລາວແທ້ຈິງ ແລະ ລຽບງ່າຍທີ່ສຸດ. ພວກຂ້າພະເຈົ້າບໍ່ໃຊ້ວິທີສະເພາະ, ພວກຂ້າພະເຈົ້າພະຍາຍາມນຳສິລະປະເຂົ້າໃນບົດລະຄອນເພື່ອເຮັດໃຫ້ຜູ້ຊົມເຫັນວ່າ ນອກຈາກເລື່ອງລາວທີ່ລຽບງ່າຍກ່ຽວກັບພະພຸດເຈົ້າຊີວິດນັ້ນ, ເຂົາເຈົ້າພວມຮັບຊົມລາຍການສິລະປະດ້ວຍພາສາເວົ້າ, ວາດຟ້ອນ, ດົນຕີ ແລະ ພິເສດແມ່ນວິທີເລົ່າເລື່ອງ”
ສ່ວນນັກສະແດງລະຄອນ ກວາງຂາຍ, ຜູ້ສວມບົດພະພຸດເຈົ້າຊີວິດ ເຈີນເຍີນຕົງ ແບ່ງປັນວ່າ :
“ ດ້ວຍຄວາມຮັບຜິດຊອບຂອງຕົ້ນ, ຜູ້ເປັນນັກສະແດງລະຄອນຕ້ອງສະແດງແນວໃດເພື່ອໃຫ້ຜູ້ຊົມເຊື່ອວ່າ: ນັ້ນແມ່ນ ພະພຸດເຈົ້າຊີວິດ ເຈີນເຍີນຕົງ. ຕ້ອງພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ. ເພາະໃນຈິດໃຈຂອງ ພະພຸດເຈົ້າຊີວິດ ເຈີນເຍີນຕົງ ມີນິດໄສໃຈຄໍ, ຄຸນລັກສະນະທີ່ດີຫຼາຍຢ່າງເຊິ່ງພວກເຮົາຕ້ອງຮຽນຕາມ ”
ກວ່າ 700 ປີພາຍຫຼັງທີ່ພະພຸດເຈົ້າຊີວິດ ເຈີນເຍີນຕົງ ປະລິນີບພານ, ຄຸນງາມຄວາມດີ ແລະ ແບບຢ່າງຂອງພະອົງຍັງຄົງມີຄຸນຄ່າເໝືອນເດີມເພື່ອໃຫ້ຄົນລຸ່ນຫຼັງເຮັດຕາມ. ລະຄອນ ກາຍເລືອງ “ພະພຸດເຈົ້າຊີວິດ” ຄືເປັນການລື້ມຄືນບັນດາຄຸນຄ່າອັນໃຫຍ່ຫຼວງຂອງປະຫວັດສາດແຫ່ງຊາດ, ປະຫວັດສາດຂອງສາສະໜາພຸດຫວຽດນາມ.