(vovworld)- ໃນຊຸມມື້ຕົນເດືອນກັນຍານີ້, ບັນດາພະນັກງານ, ພາລະກອນວິທະຍຸກະຈາຍສຽງຫວຽດນາມ ບໍ່ພຽງແຕ່ໄດ້ຕ້ອນຮັບວັນບຸນເອກະລາດດ້ວຍຄວາມຟົດຟື້ນມ່ວນຊື່ນເທົ່ານັ້ນ, ຫາກຍັງໄດ້ຕ້ອນຮັບວັນທີ່ມີຄວາມໝາຍພິເສດອີກວັນໜຶ່ງ, ນັ້ນແມ່ນວັນສະເຫຼີມສະຫຼອງການສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມຄົບຮອບ 68 ປີ (ຄືວັນທີ 7/9). ໃນ 68 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຜົນສຳເລັດຫຼາຍຢ່າງ, ສືບຕໍ່ຢັ້ງຢືນທີ່ຕັ້ງຂອງອົງການກະບອກສຽງສຳຄັນຂອງລັດຖະບານຫວຽດນາມ.
(ພາບປະກອບ)
ໃນວິວັດແຫ່ງການພັດທະນາ 68 ປີຜ່ານມາ, ຍາມໃດ, ວິທະຍຸກະຈາຍສຽງຫວຽດນາມ ກໍ່ຢັ້ງຢືນທີ່ຕັ້ງເປັນອົງການກະບອກສຽງສຳຄັນຂອງລັດຖະບານຫວຽດນາມ ໃນການໂຄສະນາບັນດາແຜນນະໂຍບາຍ, ນະໂຍບາຍ, ແນວທາງຂອງພັກ ແລະ ລັດເຖິງ ປຊຊ. ທ່ານຫງວຽນທົງ, ຢູ່ເມືອງອຽນຢຸງ, ແຂວງບັກຢາງ ເຄີຍຮັບຟັງວິທະຍຸນັບແຕ່ປີ 1960 ແລະ ທ່ານໄດ້ຮັບຟັງວິທະຍຸໃນທຸກເວລາ ແລະ ທຸກບ່ອນ, ຍ້ອນວ່າ, ຕາມທ່ານແລ້ວ, ວິທະຍຸກະຈາຍສຽງຫວຽດນາມ ແມ່ນແຫຼ່ງຂ່າວທີ່ໜ້າ ໄວ້ເນື້ອເຊື່ອໃຈ, ທັນການ “ເວົ້າຖືກຕ້ອງ ແລະ ມ່ວນທີ່ສຸດ“:
“ໃນໄລຍະການສື່ສານພັດທະນາຢ່າງວ່ອງໄວຄືປະຈຸບັນ, ຂ້າພະເຈົ້າຍັງຖືວ່າວິທະຍຸກະຈາຍສຽງຫວຽດນາມ ແມ່ນເພື່ອນຜູ້ສະໜິດສະໜົມ. ເມື່ອພວກຂ້າພະເຈົ້າໄປເຮັດວຽກຢູ່ໃນປ່າ, ກໍ່ສາມາດຟັງວິທະຍຸໄດ້. ປະຈຸບັນ, ໃນໄລຍະແຫ່ງການພັດທະນາ, ພວກຂ້າພະເຈົ້າ ກໍ່ສາມາດຟັງວິທະຍຸຜ່ານໂທລະສັບມືຖືໄດ້ຢ່າງສະດວກສະບາຍທີ່ສຸດ“.
ນັກຂ່າວ VOV5 ທີ່ພິທີສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງ VOV
(ພາບ: VOV)
ກ່ອນນີ້ 68 ປີ, ບັນດາລາຍການກະຈາຍສຽງເປັນພາສາຕ່າງປະເທດທຳອິດໄດ້ອອກອາກາດຢ່າງເປັນທາງການຄື: ພາສາອັງກິດ, ພາສາຝະລັງ, ພາສາກວາງຕຸງ…ອັນໄດ້ກາຍເປັນຂົວເຊື່ອມຕໍ່ລະຫວ່າງຫວຽດນາມ ກັບເພື່ອນມິດສາກົນ. ພ້ອມກັບການເຕີບໃຫ່ຍເຂັ້ມແຂງຂອງວິທະຍຸກະຈາຍສຽງຫວຽດນາມ, ລະບົບລາຍການກະຈາຍສຽງເປັນພາສາຕ່າງປະເທດ (VOV5) ກໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນລະບົບບັນດາລາຍການກະຈາຍສຽງເປັນພາສາຕ່າງປະເທດໄດ້ອອກອາກາດ ດ້ວຍ 12 ພາສາຄື: ພາສາອັງກິດ, ຝະລັ່ງ, ແອດສະປາຍ, ລັດເຊຍ, ເຢຍລະມັນ, ຍີ່ປຸ່ນ, ຈີນ, ອິນໂດເນເຊຍ, ໄທ, ກຳປູເຈຍ, ລາວ ແລະ ພາສາຫວຽດສະຫງວນໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານບຸ່ຍແທງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຖືວ່າ:
“ປະຈຸບັນ, ຢູ່ອາເມລິກາ ຫລືບໍ່ວ່າປະເທດໃດໃນໂລກ ພວກເຮົາກໍ່ສາມາດຮັບຟັງວິທະຍຸກະຈາຍສຽງຫວຽດນາມ ໄດ້ຢ່າງຈະແຈ້ງທີ່ສຸດ. ພວກຂ້າພະເຈົ້າຕີລາຄາສູງຄວາມມານະພະຍາຍາມຂອງນັກຂ່າວ, ບັນນາທິການ, ລະບົບກະຈາຍສຽງຕ່າງໆ, ພິເສດແມ່ນລະບົບບັນດາລາຍການກະຈາຍສຽງເປັນພາສາຕ່າງປະເທດຂອງວິທະຍຸກະຈາຍສຽງຫວຽດນາມ. ນີ້ແມ່ນຊ່ອງສະໜອງຂ່າວ ແລະ ວັດທະນະທຳຂອງຊາດທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບດ້ວຍຫຼາຍພາສາ”
(ພາບ: vov)
ຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ ພາກພາສາຕ່າງປະເທດ, ເພື່ອນມິດສາກົນສາມາດຮູ້ຈັກພາບພົດປະເທດຊາດຫວຽດນາມ ທີ່ສວຍງາມ ດ້ວຍພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ, ຊາວຫວຽດນາມ ເປັນຜູ້ຮັກແພງແຂກຄົນ, ສະໜິດສະໜົມ. ແຕ່ລະປີ, ລະບົບບັນດາລາຍການກະຈາຍສຽງເປັນພາສາຕ່າງປະເທດໄດ້ຮັບຈົດໝາຍເກືອບ 10.000 ສະບັບຈາກຜູ້ຟັງທີ່ມາຈາກ 73 ປະເທດ ແລະ ເຂດແຄ້ວນ ເພື່ອສະແດງໃຫ້ເຫັນອາລົມຈິດຄວາມຮັກແພງຕໍ່ລະບົບລາຍການກະຈາຍສຽງເປັນພາສາຕ່າງປະເທດເວົ້າສະເພາະ ກໍ່ຄືວິທະຍຸກະຈາຍສຽງຫວຽດນາມ ເວົ້າລວມ. ເນື້ອໃນບັນດາລາຍການກະຈາຍສຽງເປັນພາສາຕ່າງປະເທດຍັງໄດ້ອັບເດັດໃນເວັບໄຊ www.vovworld.vn ຊື່ງໄດ້ຊ່ວຍໃຫ້ຜູ້ຟັງຕ່າງປະເທດມີວິທີ ສຳພັດກັບຂ່າວກ່ຽວກັບຫວຽດນາມ ຕື່ມອີກ. ແຕ່ລະມື້, ມີປະມານ 10.000 ຄົນທີ່ມາຈາກ 153 ປະເທດ ແລະ ເຂດແຄ້ວນເຂົ້າເວັບໄຊນີ້. ທ່ານ Seiichi Kuriki ວິທະຍຸ NHK ຂອງຍີ່ປຸ່ນ, ຊື່ງແມ່ນຜູ້ຟັງນັບແຕ່ດົນນານຂອງວິທະຍຸກະຈາຍສຽງຫວຽດນາມ ໃຫ້ຂໍ້ສັງເກດວ່າ:
“ແຕ່ກ່ອນ, ເນື້ອໃນລາຍການຂອງພວກເພື່ອນຍັງຖືກຈຳກັດຢູ່ແຕ່ປະຈຸບັນໄດ້ພັດທະນາແລ້ວ. ພວກເພື່ອນມີບັນດາລາຍການບັນເທິງ, ສຶກສາອົບຮົມ ແລະ ລາຍການສະຖານະການທີ່ສ້າງຄວາມດູດດື່ມທີ່ສຸດ. ແຕ່ລະມື້, ຢູ່ຍີ່ປຸ່ນ, ຂ້າພະເຈົ້າສາມາດຕິດຕາມຂ່າວຄາວທີ່ອຸດົມສົມບູນ ຂອງຫວຽດນາມ ແລະ ໂລກຢ່າງວ່ອງໄວ”.
ເກືອບ 70 ປີແຫ່ງການພັດທະນາພ້ອມກັບປະເທດຊາດນັບແຕ່ຊຸມມື້ທຳອິດແຫ່ງການສະຖາປະນາປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ), ປະຈຸບັນ, ວິທະຍຸກະຈາຍສຽງຫວຽດນາມ ຍັງຄົງໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ເຕີບໃຫ່ຍເຂັ້ມແຂງ. ບັນດາລາຍການຂອງວິທະຍຸກະຈາຍສຽງຫວຽດນາມ ຍາມໃດກໍ່ແມ່ນອາຫານດ້ານຈິດໃຈ ແລະ ໄດ້ຮັບຄວາມນິຍົມຈາກຜູ້ຟັງຜູ້ອ່ານທັງຢູ່ພາຍໃນ ແລະ ຕ່າງປະເທດ./.