ປີລະຄັ້ງໜຶ່ງ, ງານມະໂຫລານສິລະປະຕາມທ້ອງຖະໜົນ ໂດຍຄະນະຊາວໜຸ່ມກອມມູນິດໂຮ່ຈິມິນນະຄອນຮ່າໂນ້ຍຈັດຂຶ້ນ ນຳມາເຊິ່ງຄວາມຟົດຟື້ນມ່ວນຊື່ນໃຫ້ແກ່ບັນດາເພື່ອນໜຸ່ມນະຄອນຫຼວງ. ດ້ວຍບັນດາລາຍການສະແດງສິລະປະທີ່ມີຫຼາຍຮູບຫຼາຍສີຈາກສິລະປະພື້ນເມືອງຕະຫຼອດຮອດທັນສະໄໝ, ງານມະໂຫລານສິລະປະຕາມທ້ອງຖະໜົນຮ່າໂນ້ຍປີ 2014 ໄດ້ສ້າງໃຫ້ມີບັນຍາກາດແຂ່ງຂັນທີ່ຟົດຟື້ນ, ຫຼາຍຮູບຫຼາຍສີ.
ລາຍການສະແດງສິລະປະໃນຂອບເຂດງານມະໂຫລານສິລະປະຕາມທ້ອງຖະໜົນຮ່າໂນ້ຍຄັ້ງທີ 2
|
ພາຍຫຼັງຜົນສຳເລັດຂອງ ງານມະໂຫລານສິລະປະຕາມທ້ອງຖະໜົນຮ່າໂນ້ຍຄັ້ງທີ 1 ໃນເດືອນ 9/2013, ງານມະໂຫລານສິລະປະຕາມທ້ອງຖະໜົນຮ່າໂນ້ຍຄັ້ງທີ 2 ຊຶ່ງໄດ້ຖືກຈັດຂຶ້ນໃນທ້າຍເດືອນ 3 ຜ່ານມານັ້ນ ແມ່ນນອນໃນການເຄື່ອນໄຫວຕອບສະໜອງຂະບວນການ “ ຂ້ອຍຮັກຮ່າໂນ້ຍ” ແລະ “ປີຊາວໜຸ່ມອາສາສະໝັກ ປີ 2014”. ໂດຍມີຄວາມແຕກຕ່າງກັບຄັ້ງກ່ອນໆຄືຖືກຈັດຂຶ້ນຢູ່ສະຖານທີ່ແຫ່ງດຽວເທົ່ານັ້ນ, ງານມະໂຫລານສິລະປະຕາມທ້ອງຖະໜົນຄັ້ງນີ້ຖືກຈັດຂຶ້ນຢູ່ 4 ແຫ່ງໃນນະຄອນ ແລະ ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປີນສະແດງຕາມທ້ອງຖະໜົນ 500 ກ່ວາຄົນ ພ້ອມກັບຊາວໜຸ່ມນະຄອນຫຼວງ ເກືອບ 3000 ຄົນ. ປີນີ້ນອກຈາກມີການແຂ່ງຂັນແລ່ນ Patin ສິລະປະ, ຫຼິ້ນບານສິລະປະແລ້ວ, ກໍຍັງຈັດໃຫ້ມີການ ປະກວດ ແຕ້ມພາບ Graffity ອີກດ້ວຍ .
ເພື່ອນ ຫງວຽນຫວຽດຮ່ວາງ ຊຶ່ງແມ່ນໜຶ່ງໃນບັນດາເພື່ອນໜຸ່ມເຂົ້າຮ່ວມການປະກວດຂອງບັນດາຄະນະດົນຕີທີ່ງານມະໂຫລານສິລະປະຕາມທ້ອງຖະໜົນປີນີ້ ເປີດເຜີຍວ່າ :
“ນ້ອງຢາກທົດລອງຄວາມເຊື້ອໝັ້ນຕົນເອງເມື່ອຢືນຕໍ່ໜ້າຫຼາຍຄົນ. ນິ້ກໍແມ່ນພຶດຕິກຳຕົວຈິງໃນການດຳລົງຊີວິດ. ເປັນການສະແດງໃຫ້ເຫັນຄວາມເມົາມົວ ບໍ່ພຽງແຕ່ຢູ່ຕາມທ້ອງຖະໜົນ, ຢູ່ເຮືອນ ແລະ ການເຄື່ອນໄຫວສັງຄົມເທົ່ານັ້ນ, ຫາກຢູ່ບໍ່ວ່າແຫ່ງໃດ, ພວກເຮົາກໍລ້ວນແຕ່ສາມາດເຮັດໄດ້ ”
ການສະແດງຂຽນຕົວໜັງສື |
ໃນງານມະໂຫລານສິລະປະຕາມທ້ອງຖະໜົນຄັ້ງນີ້, ມີການເຄື່ອນໄຫວສະແດງສິລະປະຕ່າງໆຄື : ຂຽນຕົວໜັງສື, ປັ້ນຮູບ, ພັບເຈັ້ຍສິລະປະ, ເຮັດເຈັ້ຍສາ, ເຮັດພາບ ດົງໂຮ່...ຢູ່ທີ່ນີ້, ພວກເພື່ອນໜຸ່ມຍັງໄດ້ທົດລອງເຮັດອາຊີບຫັດຖະກຳຈັກສານ, ເຮັດເຄື່ອງປັ້ນດິນເຜົາ ໂດຍມີການແນະນຳຈາກບັນດານັກສິລະປະການໃນໝູ່ບ້ານອາຊີບຫັດຖະກຳ. ປ້າ ຫງວຽນທິຮ່າ ອະດີດເປັນເອື້ອຍຄູ ຢູ່ຖະໜົນ ເຈີນເຍີນຕົງ, ຮ່າໂນ້ຍ ເປີດເຜີຍວ່າ :
“ ຂ້າພະເຈົ້າມີຄວາມຕົກສະເງີ້ເມື່ອໄດ້ຮັບຊົມບັນດາລາຍການສິລະປະວັນນະຄະດີຂອງພວກເພື່ອນໜຸ່ມ, ພວກເຂົາແມ່ນບັນດາຜູ້ມີຄວາມເກັ່ງກ້າສາມາດ ແລະ ມີຄວາມຄ່ອງແຄ້ວ. ຜ່ານງານມະໂຫລານສິລະປະຕາມທ້ອງຖະໜົນຄັ້ງນີ້, ຂ້າພະເຈົາມີຄວາມເຂົ້າໃຈຕື່ມກ່ຽວກັບໄວໜຸ່ມປະຈຸບັນ. ຂ້າພະເຈົ້າຄິດວ່າ ຄວນຈັດຕັ້ງການເຄຶ່ອນໄຫວເຊັ່ນນີ້ໃຫ້ຫຼາຍຂຶ້ນ ”