(vovworld)- ມີຊາວຫນຸ່ມຫນ່ວຍຫນຶ່ງທີ່ເປັນຂົວເຊື່ອມຕໍ່ລະຫວ່າງນັກທຸລະກິດເຮັດວຽກງານກຸສົນ ກັບບັນດາຄົນງານຜູ້ທຸກຍາກ ເພື່ອຜັນຂະຫຍາຍການເຄື່ອນໄຫວອາສາສະໝັກຢູ່ບໍລິເວນ ນະຄອນ ຮ່າໂນ້ຍ. ບົດຂຽນ “ສະໂມສອນອາສາສະໝັກ Ha Noi Young Inspirers ແຫ່ງເຊື່ອມຕໍ່ຄວາມຮັກແພງ” ຂອງນັກຂ່າວ ຫງວຽນຮ່ຽນ
ນດາສະມາຊິກໃນສະໂມສອນ ໄດ້ນຳເອົາເຂົ້າຈີ່ 500 ກ້ອນ, 30 ຄາບເຂົ້າ ແລະ ເຂົ້າປຽກ 200 ລິດມາຊ່ວຍເຫລືອໃຫ້ກວ່າ 800 ຄົນ
ພາບ:Ha Noi Young Inspirers
|
ສະໂມສອນ Ha Noi Young Inspirers ແມ່ນອົງການຈັດຕັ້ງປະຊາຄົມ ຊື່ງໄດ້ຮັບການສ້າງຕັ້ງຂຶ້ນຈາກແນວຄວາມຄິດເຊື່ອມຕໍ່ບັນດາເພື່ອນຫນຸ່ມ, ນັກສຶກສາ ຢູ່ ຮ່າໂນ້ຍເພື່ອແບ່ງປັນບັນດາຄຸນຄ່າຂອງຊີວິດ. ຢູ່ສະໂມສອນນີ້, ບັນດາເພື່ອນຫນຸ່ມສາມາດຍົກອອກຂໍ້ລິເລີ່ມຂອງຕົນ, ຫັນບັນດາແນວຄວາມຄິດ, ໂຄງການເຄື່ອນໄຫວເພື່ອປະຊາຄົມໃຫ້ປະກົດຜົນເປັນຈິງ ກໍ່ຄືແບ່ງປັນຄວາມຮູ້, ທັກສະກັບໝູ່ເພື່ອນ.
ໂດຍໄດ້ຮັບການສ້າງຕັ້ງເມື່ອທ້າຍປີ 2015, Ha Noi Young Inspirers ແມ່ນອົງການສະໂມສອນທີ່ຫນຸ່ມແຫນ້ນ ດ້ວຍສະມາຊິກໃນເບື້ອງຕົ້ນພຽງ 20 ຄົນ. ເພື່ອນ ບູ່ຍດັງລອງ, ຫົວຫນ້າສະໂມສອນດັ່ງກ່າວໃຫ້ຮູ້ວ່າ: ໂຄງການທຳອິດຂອງສະໂມສອນແມ່ນ “ສ້າງຄວາມອົບອຸ່ນໃນໂອກາດບຸນປີໃຫມ່ປະຈຳຊາດ” ຊື່ງໄດ້ຮັບການປະຕິບັດໃນຊຸມມື້ບຸນເຕັດຜ່ານມາ. ເຖິງວ່າບໍ່ມີປະສົບການ ແລະ ຍັງປະສົບກັບຄວາມຫຍຸ້ງຍາກໃນການປະຕິບັດໂຄງການດັ່ງກ່າວກໍຕາມ, ແຕ່ບັນດາສະມາຊິກໃນສະໂມສອນກໍຊອກໄດ້ທິດທາງໃຫມ່ໃຫ້ແກ່ການເຄື່ອນໄຫວກຸສົນອາສາສະໝັກຂອງຕົນ. ເພື່ອນ ບູ່ຍດັງລອງ ໃຫ້ຮູ້ວ່າ:
“ເປົ້າໝາຍທີ່ພວກຂ້າພະເຈົ້າສຸມໃສ່ນັ້ນແມ່ນຄົນງານທີ່ທຸກຍາກ, ຄົນເຈັບ, ຄົນພິການ, ຜູ້ບໍ່ມີບ່ອນເພິ່ງພາອາໄສ. ເມື່ອພວກຂ້າພະເຈົ້າລົງມອບຂອງຂວັນໃຫ້ເຂົາເຈົ້າ ຈຶ່ງເຫັນໄດ້ວ່າເຂົາເຈົ້າເຮັດວຽກລຳບາກກາກກຳທີ່ສຸດ, ແຕ່ລາຍຮັບເກັບມາໄດ້ພັດບໍ່ສາມາດກຸ້ມຕົນເອງໄດ້. ສະນັ້ນ ຂ້າພະເຈົ້າຄິດວ່າ ນີ້ແມ່ນເປົ້າໝາຍພວກເຮົາຄວນເອົາໃຈໃສ່ຫລາຍກວ່າ.”
ບັນດາເພື່ອນຫນຸ່ມໃນສະໂມສອນ Ha Noi Young Inspirers ປາດຖະຫນາຢາກນຳເອົາຄາບອາຫານມາໃຫ້ຄົນພິການ, ເດັກກຳພ້າກຳພອຍ, ຄົນທຸກຍາກ ຫລືບໍ່ວ່າຜູ້ໃດທີ່ພວມປະສົບກັບຄວາມຫຍຸ້ງຍາກ, ຜູ້ດ້ອຍໂອກາດໃນສັງຄົມ. ບັນດາສະມາຊິກໃນສະໂມສອນ ໄດ້ນຳເອົາເຂົ້າຈີ່ 500 ກ້ອນ, 30 ຄາບເຂົ້າ ແລະ ເຂົ້າປຽກ 200 ລິດມາຊ່ວຍເຫລືອໃຫ້ກວ່າ 800 ຄົນ, ໃນນັ້ນ ສ່ວນຫລາຍແມ່ນຄົນງານທີ່ທຸກຍາກ, ຄົນເຈັບຢູ່ ໂຮງໝໍໃຫຍ່ 3 ແຫ່ງຢູ່ຮ່າໂນ້ຍ. ນອກນັ້ນ ບັນດາສະມາຊິກໃນສະໂມສອນຍັງບໍລິຈາກເຄື່ອງນຸ່ງຫົ່ມໃຫ້ “ຊາຍຄາແຫ່ງຄວາມອົບອຸ່ນ”, ດຳເນີນທຸລະກິດເຄື່ອງຂອງເກົ່າເພື່ອສ້າງທຶນສຶກສາໃຫ້ນັກຮຽນຍິງທີ່ທຸກຍາກ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມສຳຄັນຂອງເລື່ອງກຳນົດໄດ້ເປົ້າໝາຍໃດຈະໄດ້ຮັບການຊ່ວຍເຫລືອ. ຄຽງຄູ່ກັນນັ້ນ ແມ່ນຄວາມມານະພະຍາຍາມຂອງບັນດາຜູ້ອາສາສະໝັກ, ຫົວຫນ້າບັນດາອົງການຈັດຕັ້ງເພື່ອໃຫ້ການເຄື່ອນໄຫວກຸສົນອາສາສະໝັກໄດ້ຮັບການປະຕິບັດຖືກກັບຈຸດປະສົງໃນເບື້ອງຕົ້ນ. ເພື່ອນຫວູກີມຈີ, ນັກສຶກສາປີທີ 2 ມະຫາວິທະຍາໄລ ທັງລອງ, ຊື່ງແມ່ນສະມາຊິກຂອງສະໂມສອນ Ha Noi Young Inspirers ໄດ້ແບ່ງປັນວ່າ:
“ມີສິ່ງຫນຶ່ງທີ່ຂ້າພະເຈົ້າບໍ່ອາດຫລົງລືມໄດ້ເມື່ອໄປເຄື່ອນໄຫວວຽກງານກຸສົນ. ນັ້ນແມ່ນ ເວລາໄປແຈກຢາຍເຂົ້າປຽກໃຫ້ຄົນເຈັບຢູ່ໂຮງໝໍກອງທັບສູນກາງ 108. ທຳມະດາ ຂ້າພະເຈົ້າຕັກເຂົ້າປຽກເຕັມຖ້ວຍໃຫຍ່ ແຕ່ມື້ນັ້ນ ມີລຸງຜູ້ຫນຶ່ງໄດ້ຕັກເຕືອນຂ້າພະເຈົ້າວ່າ ຫລານບໍ່ຄວນຕັກເຂົ້າປຽກເຕັມຖ້ວຍ ເພື່ອປະຢັດໃຫ້ຜູ້ຕາມຫລັງ, ຍັງມີຫລາຍຄົນບໍ່ມີຂອງກິນ, ຖ້າຕັກເຂົ້າປຽກຫລາຍບາງເທື່ອກິນບໍ່ໝົດ ແມ່ນຟຸມເຟືອຍ.”
ໂຄງການທຳອິດຂອງສະໂມສອນ Ha Noi Young Inspirers ໄດ້ຮັບການສະຫນັບສະຫນູນ, ແລະການປະກອບສ່ວນຈາກສ່ວນບຸກຄົນ, ໝູ່ຄະນະເປັນຈຳນວນຫລວງຫລາຍ. ໃນຕໍ່ຫນ້າ Ha Noi Young Inspirers ຍັງມີເວລາຫລາຍເພື່ອອຸທິດສ່ວນ, ຊ່ວຍເຫລືອສັງຄົມ ດ້ວຍການເຄື່ອນໄຫວກຸສົນອາສາສະໝັກຂອງຕົນ.