(vovworld) - ແກແມ່ນເຄື່ອງດົນຕີປະເພດໜຶ່ງທີ່ຕິດພັນກັບຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງຊາວເຜົ່າຢ້າວແດງ. ຊາວເຜົ່າຢ້າວແດງມີແຕ່ນຳໃຊ້ແກໃນງານດອງ ແລະ ພິທີຢັ້ງຢືນເປັນຄົນເຕີບໃຫຍ່, ຫາກບໍ່ນຳໃຊ້ໃນງານບຸນຕ່າງໆ ຫຼືພິທີງານສົບຄືຫຼາຍຊົນເຜົ່າອື່ນໆ. ເພາະເຂົ້າເຈົ້າມີທັດສະນະວ່າ, ສຽງແກແມ່ນຄວາມເບີກບານມ່ວນຊື່ນ, ແມ່ນຄວາມສຸກ.
ເປົ່າແກໃນງານດອງ ຂອງຊົນເຜົ່າຢ້າວແດງ
ຖ້າຫາກຂາດສຽງແກ, ງານດອງຂອງຊາວເຜົ່າຢ້າວແດງຈະບໍ່ມ່ວນອີກ. ເມື່ອສຽງແກດັງອອກ, ປະຊາຊົນກໍ່ຮູ້ເລີຍວ່າມື້ນີ້ແມ່ນວັນບຸນຂອງຄອບຄົວ, ທັງແມ່ນວັນບຸນຂອງໝູ່ບ້ານ, ສຽງແກເປັນສັນຍາລັກແຫ່ງຄວາມສຸກຂອງຄູ່ບ່າວສາວ. ເມື່ອຟັງສຽງແກ, ຜູ້ໃດກໍ່ຮູ້ສຶກເບີກບານມ່ວນຊື່ນ. ປ້າ ຈ້ຽວທິໄຍ້, ຢູ່ຕາແສງຟຸກເລີ້ຍ, ເມືອງລູກອຽນ, ແຂວງອຽນບ໋າຍ, ໃຫ້ຮູ້ວ່າ:
“ຊາວເຜົ່າຢ້າວແດງມີແຕ່ນຳໃຊ້ແກໃນງານດອງ ແລະ ພິທີຢັ້ງຢືນເປັນຄົນເຕີບໃຫຍ່ເທົ່ານັ້ນ. ສະນັ້ນເມື່ອສຽງແກດັງຂຶ້ນ, ຜູ້ໃດກໍ່ຮູ້ສຶກຕື່ນເຕັ້ນໃຈ ແລະ ມີຄວາມສຸກ, ພິເສດແມ່ນສຳລັບຄູ່ບ່າວສາວ. ນີ້ແມ່ນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຢ້າວແດງ, ເຊິ່ງບັນດາຊົນເຜົ່າອື່ນພັດບໍ່ມີ “.
ໃນງານດອງຂອງຊາວເຜົ່າຢ້າວແດງ, ແກຖືກນຳໃຊ້ໃນແຕ່ລະຈຸດເວລາທີ່ແຕກຕ່າງກັນ. ຍ້ອນເຫດນັ້ນການເປົ່າແກກໍ່ຕ້ອງມີທຳນອງເໝາະສົມກັບສະພາບການໃນເວລານັ້ນ. ຕົວຢ່າງຄືທຳນອງທຳອິດໃນພິທີແຫ່ເຈົ້າສາວແມ່ນຍາວກວ່າ, ດ້ວຍຈັ່ງຫວະຟົດຟື້ນມ່ວນຊື່, ສະແດງໃຫ້ເຫັນຄວາມຮັກແພງຂອງຄອບຄົວຝ່າຍເຈົ້າບ່າວເມື່ອເຈົ້າສາວ ພ້ອມດ້ວຍຄອບຄົວມາຮອດເຮືອນຂອງຜົວ.
ເປົ່າແກໃນພິທີຢັ້ງຢືນເປັນຄົນເຕີບໃຫຍ່ຂອງຊົນເຜົ່າຢ້າວແດງ
ນັບແຕ່ສຽງແກທຳອິດທີ່ເປັນສັນຍານວ່າເຈົ້າສາວໄດ້ມາຮອດເຮືອນຜົວນັ້ນ, ໃນງານດອງເຂົາເຈົ້າຍັງສືບຕໍ່ເປົ່າແກຕື່ມອີກ 8 ຄັ້ງ, ດ້ວຍທຳນອງທີ່ແຕກຕ່າງກັນເຊັ່ນ: ທຳນອງແຫ່ເຈົ້າສາວເຂົ້າເຮືອນຜົວ; ທຳນອງເຈົ້າບ່າວເຈົ້າສາວທຳພິທີໄຫວ້ບູຊາບັນພະບຸລຸດ; ທຳນອງຂອບໃຈພໍ່ແມ່ທັງສອງຝ່າຍ; ທຳນອງຕ້ອນຮັບແຂກ ແລະ ສົ່ງຂະບວນແຫ່ເຈົ້າສາວເມື່ອສິ້ນສຸດງານດອງ... ໃນນັ້ນທຳນອງທີ່ມີຄວາມໝາຍກວ່າໝູ່ແມ່ນທຳນອງຂອບຄຸນພໍ່ແມ່ທັງສອງຝ່າຍ. ສຽງແກຖືກເປົ່າດ້ວຍຈັ່ງຫວະຊັກຊ້າ, ສະແດງຄວາມໂສກເສົ້າຂອງລູກສາວເມື່ອຕ້ອງລາອອກຈາກບ່ອນທີ່ຕົນໄດ້ກຳເນີດ, ເຕີບໃຫຍ່ເພື່ອມາຢູ່ໃນຄອບຄົວຂອງຜົວ. ສຽງແກນີ້ກໍ່ແທນໃຫ້ຄຳຂອບອົກຂອບໃຈຂອງເຈົ້າສາວທີ່ມີຕໍ່ພໍ່ແມ່, ຜູ້ທີ່ໄດ້ກຳເນີດ ແລະ ລ້ຽງດູຕົນຈົນຮອດເວລາເອົາຜົວ.
ພ້ອມກັບສຽງແກຍັງມີສຽງກອງ, ສຽງຄ້ອງອີກ. ແກໃນງານດອງຂອງຊາວເຜົ່າຢ້າວແດງຖືກເປົ່າຕາມເວລາຮັບປະທານອາຫານເຊົ້າ, ອາຫານທ່ຽງ ແລະ ອາຫານແລງ ກໍ່ຄືເປົ່າໃນເວລາຕ້ອນຮັບແຂກເຂົ້າຮ່ວມງານດອງພ້ອມກັບຄອບຄົວ. ເຂົາເຈົ້າເຄີຍເປົ່າແກແຕ່ລະບົດຍາວປະມານ 5-7ນາທີ.
ເປົ່າແກໃນງານດອງ ຂອງຊົນເຜົ່າຢ້າວແດງ
ສັງຄົມນັບມື້ນັບພັດທະນາ, ຊີວິດຂອງຊາວເຜົ່າຢ້າວແດງກໍ່ມີການປ່ຽນແປງຫຼາຍຢ່າງໃຫ້ເໝາະສົມ. ເຖິງຢ່າງໃດກໍ່ຕາມ, ທຸກສິ່ງທຸກຢ່າງທີ່ເປັນມູນເຊື້ອ ແລະ ວັດທະນະທຳ ເຂົາເຈົ້າຍັງຄົງຮັກສາໄວ້ຢູ່. ນັບແຕ່ລຸ້ນກ່ອນມາຮອດປະຈຸບັນ, ແກຍັງຄົງແມ່ນເຄື່ອງດົນຕີຕົ້ນຕໍໃນງານດອງ, ໃນພິທີຢັ້ງຢືນເປັນຄົນເຕີບໃຫຍ່ຂອງຊາວເຜົ່າຢ້າວແດງ, ແມ່ນຄວາມຫວັງກ່ຽວກັບຄວາມຮັກ ແລະ ຄວາມສຸກຂອງຄູ່ບ່າວສາວຕະຫຼອດໄປ.