ແຕ່ຫຼາຍປີມານີ້, ຫ້ອງຮຽນດ້ວຍເນື້ອທີ່ 15ຕາແມດໃນບໍລິເວັນໂຮງວັດທະ ນະທຳຕາແສງ ເຕີນມາຍ ເມືອງຮ່ວາງມາຍ-ຮ່າໂນ້ຍ, ໄດ້ກາຍເປັນສະຖານທີ ລື້ງເຄີຍຂອງເດັກນ້ອຍທີ່ມີສະພາບຫຍຸ້ງຍາກ. ນີ້ແມ່ນຫ້ອງຮຽນແຫ່ງຄວາມ ຮັກແພງເພື່ອຄວາມເປັນມະນຸດຂອງເອື້ອຍຄູ ຫງວຽນທິໂກຍ ພ້ອຍດ້ວຍພວກ ນັກຮຽນພິການ, ໃນນັ້ນມີນັກຮຽນບາງຄົນຖືກຮັບຜົນສະທ້ອນຈາກສານພິດສີສົ້ມ ດິໂອຊິນ.
ຊົ່ວໂມງຮຽນໃນຫ້ອງຮຽນແຫ່ງຄວາມ ຮັກແພງ
|
ໂດຍບໍ່ມີສຽງກອງເພື່ອບອກເຕືອນຊົ່ວໂມງຮຽນ, ແຕ່ຮອດເວລາ 8 ໂມງເຊົ້າ ຂອງທຸກວັນຈັນ, ອັງຄານ ແລະ ວັນພະຫັດປະຈຳອາທິດ, ພວກນັກຮຽນ ສັງກັດຫ້ອງຮຽນແຫ່ງຄວາມຮັກແພງໄດ້ຂຶ້ນຫ້ອງເພື່ອເລີ່ມຕົ້ນມື້ຮຽນໃໝ່. ຫ້ອງ ຮຽນມີໂຕະຕັ່ງພຽງ 8 ຊຸດເພື່ອຮັບໃຊ້ນັກຮຽນ 15 ຄົນເທົ່ານັ້ນ. ໂຕະຕັ່ງຈຳນວນນີ້ ແມ່ນຂອງຂວັນຂອງຄະນະກຳມະການປະຊາຊົນຕາແສງ ຮ່ວາງມາຍ. ສ່ວນເອື້ອຍຄູ ຫງວຽນທິໂກຍ ໄດ້ລົງທຶນເອງເພື່ອຊື້ປື້ມອ່ານ, ປື້ມຂຽນເພື່ອຊ່ວຍພວກນ້ອງນັກຮຽນປະສົບຄວາມຫຍຸ້ງຍາກໄດ້ຮ່ຳໄດ້ຮຽນ. ເອື້ອຍຄູ ຫງວຽນທິໂກຍ ໃຫ້ຮູ້ວ່າ :“ຂ້າພະເຈົ້າຮັບສອນພວກນ້ອງ ແມ່ນເລີ່ມຈາກຄວາມຮັກແພງກັບນັກຮຽນ, ຂ້າພະເຈົ້າຄິດວ່າ ສັງຄົມມີຄວາມເອົາໃຈໃສ່ ແຕ່ບໍ່ມີຜູ້ສິດສອນໃກ້ຊິດຕິດແທດໂດຍກົງ. ສຳລັບ ຂ້າພະເຈົ້າແລ້ວ, ທັງເປັນຜູ້ມີວິຊາສະເພາະ, ທັງເຫັນອົກເຫັນໃຈພວກນ້ອງນັກຮຽນ. ດັ່ງນັ້ນເມື່ອໄດ້ສິດສອນພວກນ້ອງ, ຂ້າພະເຈົ້າດີໃຈຫຼາຍເພາະຄິດວ່າພວກນັກຮຽນໃນຫ້ອງກໍປຽບເໝືອນລູກຫຼານຂອງຕົນ. ຂ້າພະເຈົ້າ ສອນພວກນ້ອງດ້ວຍຄວາມສຸດຈິດສຸດໃຈບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ”
ເອື້ອຍຄູ ຫງວຽນທິໂກຍ ອະດີດແມ່ນຫົວໜ້າອຳນວຍການໂຮງຮຽນປະຖົມ ຮ່ວາມວັນຖຸ ເມືອງ ຮ່ວາມມາຍ. ເອື້ອຍຄູ ຫງວຽນທິໂກຍ ມີຄວາມຜູກພັນກັບຫ້ອງຮຽນນີ້ເປັນເວລາເກືອບ 20 ປີ, ນາງໄດ້ຜ່ານການສອນນັກຮຽນຫຼາຍຊຸດ. ໃນຫ້ອງຮຽນປະຈຸບັນລວມມີ 15 ຄົນ, ໃນນັ້ນມີເຖິງ 12 ຄົນຖືກໂລກຈິດປັນຍາອ່ອນ, ສວ່ນນັກຮຽນ 3 ຄົນທີ່ຍັງເຫຼືອແມ່ນມີສະພາບຄອບຄົວປະສົບກັບຄວາມຫຍຸ້ງຍາກພິເສດ. ນັກຮຽນ ຝ້າມຢິວລອງ ອາຍຸ 22 ປີ ຖືກພະຍາດປັນຍາອ່ອນໃຫ້ຮູ້ວ່າ
“ ນ້ອງຮູ້ສຶກດີໃຈຫຼາຍ, ໄປຮຽນກໍມີເງື່ອນໄຂພົບປະ ແລະ ມີໝູ່ຫຼາຍຄົນ. ນ້ອງຢູ່ກັບພໍ່ຕາ. ພໍ່ຕາຂອງນ້ອງໄດ້ຂໍຄວາມຊ່ວຍເຫຼືອຈາກເອື້ອຍຄູ ເພື່ອໃຫ້ນ້ອງໄດ້ໄປຮຽນ, ນ້ອງໄດ້ຮຽນໜັງສື, ຮຽນວິຊາເລກ, ວິຊາພາສາຫວຽດ ”
ຢູ່ຫ້ອງຮຽນແຫ່ງຄວາມ ຮັກແພງນີ້, ນອກຈາກໄດ້ຮຽນໜັງສືແລ້ວ, ພວກນ້ອງນັກຮຽນຍັງໄດ້ຮຽນວິຊາຫັດກາຍບໍລິຫານເພື່ອເພີ່ມສຸຂະພາບຫຼືໄປທັດສະນະສຶກສາຢູ່ແຫ່ງຕ່າງໆ. ມີຜູ້ເປັນພໍ່ແມ່ນັກຮຽນຄົນໜຶ່ງບໍ່ຢາກເຜີຍຊື່ໃຫ້ຮູ້ວ່າ : “ ຍ້ອນມີການຊ່ວຍເຫຼືອຂອງ ເອື້ອຍຄູ , ດັ່ງນັ້ນພວກນ້ອງນັກຮຽນຈຶ່ງສາມາດມີຄວາມເຂົ້າໃຈດີກ່ວາ, ມື້ໃດລູກຂອງຂ້ອຍບໍ່ໄດ້ຂຶ້ນຫ້ອງ, ມັນກໍເຫງົ້າຫຼາຍ. ເອື້ອຍຄູ ຫງວຽນທິໂກຍ ໄດ້ຮອດເກັ່ນອາຍຸພັກກິນເບັ້ຍບຳນານແລ້ວ, ແຕ່ເອື້ອຍ ຄູ ກໍມີຄວາມຮັກແພງກັບພວກນ້ອງຫຼາຍ, ລາວໄດ້ສອນພວກນ້ອງຢ່າງສຸດອົກສຸດໃຈ. ພວກນ້ອງຖືກພະຍາດປັນຍາອ່ອນເມື່ອເຂົ້າຮ່ວມຊຸດຮຽນ, ນັບແຕ່ຫົວທີແມ່ນບໍ່ຮູ້ຈັກໜ້ອຍ, ແຕ່ມາຮອດປະຈຸບັນໄດ້ຮູ້ຄູນ, ຫານໃນວິຊາເລກໄດ້ດີ. ຂ້າພະເຈົ້າມີຄວາມຫວັງພຽງຢ່າງດຽວວ່າ ແມ່ນຢາກໃຫ້ລູກຂອງຕົນໄດ້ໄປຮຽນເພື່ອຮູ້ອ່ານຮູ້ຂຽນ ແລະ ມີຄວາມຮູ້ ”