ໃນບໍ່ວ່າສະພາບການໃດ, ຄົນເຮົາກໍ່ສາມາດໄດ້ຮັບຄວາມກອບໃຈ, ລະດົມກຳລັງໃຈເມື່ອມີຄວາມເຄົາລົບຕໍ່ຊີວິດ. ນີ້ແມ່ນສານຂອງງານວາງສະແດງຍຸກຍີ່ປຸ່ນປະຈຸບັນ ທີ່ໃສ່ຊື່ວ່າ “ອຸທິຍານຍາມໜາວ” ຊື່ງພວມຈັດຂຶ້ນຢູ່ຮ່າໂນ້ຍ. ໃນລາຍການສາລະຄະດີພາກນີ້, ເຊີນທ່ານໄປຢ້ຽມຢາມ” “ອຸທິຍານຍາມໜາວໃນລະດູຮ້ອນຮ່າໂນ້ຍ” ຜ່ານບົດຂຽນຂອງນັກຂ່າວລານແອງ ແລະ ທູຮ່າ.
(ພາບ:thethaovanhoa.vn)
ໃນບັນຍາກາດຮ້ອນເອົ້າຂອງລະດູຮ້ອນຢູ່ນະຄອນຫຼວງຮ່າໂນ້ຍ, ““ອຸທິຍານຍາມໜາວ”” ໄດ້ສ້າງບັນຍາກາດເຢັນສະບາຍໃຫ້ແກ່ຜູ້ຊົມ ເພື່ອໃຫ້ຜູ້ຊົມສາມາດຊົມໃຊ້ຈຸດທີ່ເປັນເອກະລັກສະເພາະຂອງສິລະປະສະຍີ່ປຸ່ນຍຸກປະຈຸບັນ. ງານວາງສະແດງ “ອຸທິຍານຍາມໜາວ” ໄດ້ວາງສະແດງ ຜະລິດຕະພັນສິລະປະ 35 ຢ່າງຄື: ພາບສີ, ແຜ່ນຊີດີສິລະປະຂອງນັກສິລະປິນໜຸ່ມ 14 ຄົນ ຊື່ງແມ່ນສະມາຊິກຂອງກຸ່ມ Micropop ຍຸກປະຈຸບັນຂອງຍີ່ປຸ່ນ. ທ່ານ Yoshida ຮອງຜູ້ອຳນວຍການສູນພົວພັນແລກປ່ຽນວັດທະນະທຳຍີ່ປຸ່ນ ໃຫ້ຮູ້ວ່າ:
“ນີ້ແມ່ນຮູບພາບສິລະປະພິເສດຂອງຍີ່ປຸ່ນ, ບໍ່ໄດ້ຮັບຜົນສະທ້ອນຈາກບໍ່ວ່າຮູບພາບໃດໆຢູໃນໂລກ. ບັນດານັກຈິດຕະກອນໜຸ່ມໄດ້ປະສົມບັນດາຄວາມຊົງຊຳໃນອະດີດຕະການ ກັບຊີວິດປະຈຳວັນຢ່າງຄ່ອງແຄ້ວ ເພື່ອສ້າງໃຫ້ມີຜະລິດຕະພັນດ້ວຍຮູບແບບທີ່ມີຫົວຄິດປະດິດສ້າງ ຊື່ງເອີ້ນວ່າ Micropop”
(ພາບ: vov)
ຜະລິດຕະພັນສິລະປະ 35 ຢ່າງໃນ “ອຸທິຍານຍາມໜາວ” ແມ່ນ 35 ທັດສະນະທີ່ແຕກຕ່າງກັນກ່ຽວກັບຊີວິດຍຸກປະຈຸບັນ ສ້າງເປັນຮູບແບບໃໝ່ທີ່ເອີ້ນວ່າ Micropop. ພວກເພື່ອນໜຸ່ມນິຍົມສິລະປະຍຸກປະຈຸບັນເປັນຈຳນວນຫລວງຫລາຍ ມີໜ້າຢູ່ງານວາງສະແດງເພື່ອຊອກຮູ້ ແລະ ຄົ້ນຫາຮູບແບບທີ່ໃໝ່ອ່ຽມນີ້. ຫງວຽນທິມິງແອງ, ນັກສຶກສາຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຮູ້ສຶກນິຍົມຫຼາຍເມື່ອມາຢ້ຽມຊົມງານວາງສະແດງພາບແຕ້ມຍີ່ປຸ່ນ, ມັນມີຊີວິດຊີວາ ແລະ ມີສີສັນຫລາກຫລາຍທີ່ສຸດ ອັນໄດ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈຕື່ມກ່ຽວກັບວັດທະນະທຳຍີ່ປຸ່ນ”
(ພາບ: vov)
ງານວາງສະແດງໄດ້ດຶງດູດຜູ້ດ້ວຍບັນດາພາບແຕ້ມທີ່ແປກປະຫລາດຊື່ງປະກອບດ້ວຍສີສັນຫລາກຫລາຍ, ອ່ອນຊອນ, ລະອຽດລະອໍ. ບັນດາພາບແຕ້ມເຫຼົ່ານັ້ນຖືກແຕ້ມດ້ວຍສີອ່ອນ, ອັນໄດ້ເຣັດໃຫ້ຜູ້ຊົມຮູ້ສຶກເຢັນສະບາຍ. ພາບແຕ້ມແຕ່ລະແຜ່ນທີ່ນຳມາວາງສະແດງຢູ່ທີ່ນີ້ ລ້ວນແຕ່ຊ້ອນແຝງສານທີ່ວ່າ: ປົກປັກຮັກສາສິ່ງແວດລ້ອມ, ໄພນ້ຳກ້າມທະລາຍ, ນ້ຳຂຶ້ນສູງ….ທ່ານ Ishizaki Shinichi ແຂກທ່ອງທ່ຽວຊາວຍີ່ປຸ່ນ ຖືວ່າ: ຕົນເອງແມ່ນຜູ້ໂຊກດີ ເມື່ອໄດ້ຮັບຊົມບັນດາຜະລິດຕະພັນສິລະປະທີ່ເປັນເອກະລັກສະເພາະຂອງນັກສິລະປິນທີ່ຮ່ວມບ້ານເກີດເມືອງນອນກັບທ່ານ:
“ຄວາມໜາວຈັດຂອງລະດູໜາວຍີ່ປຸ່ນ ຄືດັ່ງມີຄວາມອົບອຸ່ນຍິ່ງຂຶ້ນຜ່ານແສງແດດຕອນແລງລະດູຮ້ອນຢູ່ຫວຽດນາມ. ຂ້າພະເຈົ້າມີຄວາມຮູ້ສຶກຄືແນວນັ້ນ ເມື່ອໄດ້ຮັບຊົມພາບແຕ້ມມີ່ມີສີສັນຫລາກຫລາຍຂອງບັນດາຈິດຕະ ກອນຍີ່ປຸ່ນ ຢູ່ຮ່າໂນ້ຍ. ມາຮ່າໂນ້ຍ, ບໍ່ພຽງແຕ່ໄດ້ຮັບຊົມສິລະປະຂອງຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຮັບຊົມພາບແຕ້ມກ່ຽວກັບບ້ານເກີດເມືອງນອນຂອງຕົນອີກດ້ວຍ, ມັນມີຄວາມໝາຍແທ້ໆ”
ບັນດາພາບແຕ້ມໃນ “ອຸທິຍານຍາມໜາວ” ໄດ້ນຳມາໃຫ້ຜູ້ນິຍົມສິລະປະຫວຽດນາມ ຄວາມຮູ້ສຶກທີ່ໃໝ່ອຽມກ່ຽວກັບສິລະປະຍຸກປະຈຸບັນຢູ່ຍີ່ປຸ່ນ. ງານວາງສະແດງຢູ່ຮ່າໂນ້ຍ ຈະອັດລົງໃນວັນທີ 23/6 ແລະ ຈະຖືກຈັດຂຶ້ນຢູ່ນະຄອນໂຮ່ຈິມິນ ໃນເດືອນ 7/2013 ຈະມາເຖິງນີ້./.