(vovworld)-ໃນຊຸມວັນຮ້ອນເອົ້າຂອງລະດູຮ້ອນ, ຖ້າໄດ້ຮັບຟັງດົນຕີອາເມລາຕິນທີ່ຟົດຟື້ນ ແລະ ດື່ມຈອກ Cocktai ເຢັນໂດຍຜູ້ປຸງເຄື່ອງດື່ມທີ່ມີຄວາມຊຳນານປຸງເອງຢູ່ຮ່າໂນ້ຍນັ້ນ, ຜູ້ຄົນທັງຫຼາຍຈະຮູ້ສຶກສະບາຍໃຈທີ່ສຸດ. ອາຊີບປຸງເຄື່ອງດື່ມຖືກນຳເຂົ້າ ແລະ ພັດທະນາຢູ່ຫວຽດນາມມາເປັນເວລາ 10 ປີແລ້ວ ແລະ ກາຍເປັນອາຊີບໃໝ່ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກໄວໜຸ່ມ.
(ພາບ:favim.com)
ຮ້ານກິນດື່ມ Spoor ທີ່ຮ່າໂນ້ຍ ໄດ້ຮັບການອອກແບບຕາມສະຖາປັດຕະຍາກຳເອີລົບ, ດ້ວຍເຫຼົ້າ ແລະ ຊີໂຣ ທີ່ມີສີຫຼາກຫຼາຍນັບຮ້ອຍແກ້ວໃຫຍ່ນ້ອຍຕ່າງກັນ, ຖືກຈັດເປັນ 3 ແຖວຢ່າງງາມຕາ. ແຂກມາຮ້ານນີ້ມີເກັ່ນອາຍຸທີ່ແຕກຕ່າງກັນ, ແຕ່ເຂົາເຈົ້າລ້ວນແຕ່ມີຄວາມນິຍົມດຽວກັນນັ້ນແມ່ນຢາກເຫັນປະຈັກຕາວິທີປຸງເຫຼົ້າຂອງ ເວືອງດິ່ງດິ້ງ, ອາຍຸ 31 ປີ. ດ້ວຍຄວາມຊຳນານງານໃນການປຸງເຫຼົ້າຄື: ສັ່ນ ແລະ ແກວ່ງກວດເຫຼົ້າ, ພາຍໃນເວລາພຽງໜ້ອຍດຽວເທົ່ານັ້ນ, ເຫຼົ້າ rhum ພ້ອມກັບນ້ຳກ້ອນ ໄດ້ກາຍເປັນຈອກ Cocktai 3 ຊັ້ນ ດ້ວຍໝາກ cherry ສີແດງຕິດໃສ່ປາກຈອກ ເຮັດໃຫ້ແຂກທັງຫຼາຍພໍໃຈ ຜ່ານຄວາມຮູ້ສຶກດ້ວຍຕາ, ດັງ, ຫູ ແລະ ລົດຊາດ… ກ່ອນທີ່ຈະມີຄວາມຊຳນານຄືໃນປະຈຸບັນ, ດິ້ງ ເຄືຍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ດິ້ງ ເລົ່າຄວາມໃນໃຈສູ່ຟັງວ່າ:
”ສຳລັບອາຊີບປຸງເຄື່ອງດື່ມ, ເພື່ອນສາມາດຮຽນນຳເພື່ອນມິດ ແລະ ແຂກຂອງຕົນໄດ້, ເພາະວ່າເຂົາເຈົ້າມາຈາກຫຼາຍປະເທດ ດ້ວຍພື້ນຖານ ວັດທະນະທຳທີ່ມີຫຼາຍຮູບຫຼາຍແບບ. ຂ້າພະເຈົ້າຍັງຈື່ຈຳວ່າ, ໃນມື້ໜຶ່ງບັງເອີນມີແຂກສັ່ງດື່ມເຫຼົ້າ Mozito ແຕ່ຂ້າພະເຈົ້າເຮັດບໍ່ເປັນ ແຕ່ໂຊກດີແຂກຜູ້ນັ້ນເຄີຍເຮັດວຽກໃນຂະແໜງ bar ຢູ່ຕ່າງປະເທດ ໄດ້ແນະນຳໃຫ້ຂ້າພະເຈົ້າວິທີປຸງເຫຼົ້າປະເພດນີ້, ນັ້ນແມ່ນອະນຸສອນທີ່ຂ້າພະເຈົ້າລືມບໍ່ໄດ້”
Interbeso ແມ່ນສະຖານທີ່ສອນວິຊາຊີບປຸງເຄື່ອງດື່ມທີ່ມີຊື່ສຽງຢູ່ຮ່າໂນ້ຍ. ພາຍໃຕ້ການແນະນຳຂອງອາຈານ ຫງວຽນເທຮຸ່ງ ຜູ້ເຄີຍຮັບລາງວັນໃນງານປະກວດສີມືການຊ່າງຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ. ເຂົ້າຮ່ວມຊຸດຮຽນນີ້ມີເພື່ອນໜຸ່ມປະມານ 15 ຄົນ ອາຍຸແຕ່ 18-25 ປີ. ພິເສດໃນຈຳນວນດັ່ງກ່າວເກືອບເຄິ່ງໜຶ່ງແມ່ນຜູ້ຍິງ. ນາງຮ່ວາງທູຈາງ ຜູ້ກຳລັງຮຽນຢູ່ທີ່ນີ້, ແບ່ງປັນວ່າ:
“ເມື່ອຮຽນບົດທຳອິດຄື: ເອົານ້ຳກ້ອນ ແລະ ປິ່ນຈອກ, ຂ້າພະເຈົ້າກໍ່ສາມາດເຮັດໄດ້ໂດຍທັນທີ່, ຄິດວ່າໃນບົດຮຽນຕໍ່ໄປຂ້າພະເຈົ້າກໍ່ຈະເຮັດໄດ້ເຊັ່ນກັນ. ເມື່ອສັງເກດອາຈານແນະນຳວິທີເຮັດຢ່າງຄ່ອງແຄ້ວນັ້ນ , ຂ້າພະເຈົ້າກໍ່ຢາກເອົາແບບໃນທັນທີ. ແຕ່ເມື່ອເຮັດແລ້ວຂ້າພະເຈົ້າຈຶ່ງຮູ້ສຶກວ່າຍາກຫຼາຍ”
(ພາບ:anthinhlochotel.com)
ອາຊີບປຸງເຫຼົ້າບໍ່ພຽງແຕ່ຮຽກຮ້ອງໃຫ້ຕ້ອງມີຄວາມຊຳນານໃນການສັ່ນ ແລະ ແກວ່ງກວດເຫຼົ້າເທົ່ານັ້ນ, ອາຈານ ຫງວຽນເທຮຸ່ງ ໃຫ້ຮູ້ວ່າ:
“ເພື່ອກາຍເປັນຜູ້ປຸງເຄື່ອງດື່ມອາຊີບ ແລະ ຊຳນານງານ, ມັນຮຽກຮ້ອງໃຫ້ມີຄວາມສາມາດປະດິດສ້າງໃນການປຸງເຫຼົ້າ ຫາກບໍ່ແມ່ນເຮັດຕາມຫຼັກສູດເທົ່ານັ້ນ. ຕ້ອງໃຊ້ເວລາຫຼາຍໃຫ້ແກ່ການປະສົມກິ່ນ ແລະ ຊີມເບິ່ງລົດຊາດຂອງເຫລົ້າ ແລະ ເຄື່ອງດື່ມແຕ່ລະປະເພດ, ຫລັງຈາກນັ້ນຖອດຖອນບົດຮຽນ ປະສົມຄືແນວໃດໃຫ້ເຄື່ອງດື່ມທັງແຊບແລະ ຫອມກວ່າ“
ອາຊີບປຸງເຫຼົ້າຮຽກຮ້ອງໃຫ້ມີຫົວຄິດປະດິດສ້າງ, ມີຄວາມຊຳນານ ແລະ ມີຄວາມຮູ້ກ່ຽວກັບເຫຼົ້າແຕ່ລະປະເພດ, ກໍ່ຄືວັດທະນະທຳອາຫານການກິນ. ໄວໜຸ່ມນິຍົມອາຊີບປຸງເຫຼົ້າຍ້ອນວ່າ ເຂົາເຈົ້າຢາກສະແດງຄວາມສາມາດຂອງຕົນຄືດັ່ງນັກສິລະປິນບົນເວທີສະແດງ. ປະຈຸບັນ, ການເພີ່ມຈຳນວນຮ້ານ bar ແລະ ຮ້ານກິນດື່ມຢູ່ຫວຽດນາມ ຢ່າງໄວວານັ້ນ ເຮັດໃຫ້ຄວາມຕ້ອງການຜູ້ປຸງເຄື່ອງດື່ມນັບມື້ນັບຫຼາຍຂຶ້ນ. ສະນັ້ນ, ການປຸງເຄື່ອງດື່ມຈະເປັນອາຊີບໄດ້ຮັບຄວາມນິຍົມຂອງໄວໜຸ່ມໃນອະນາຄົດ./.