(vovworld)- ກ່ອນນີ້ 300 ປີ, ການຫລິ້ນວ່າວໃນລາຊະວົງ ຫງວຽນ ເຄີຍຈັດຂຶ້ນເປັນງານບຸນໃຫຍ່ໃນໂອກາດບຸນປີໃຫມ່ ຫລື ງານບຸນສຳຄັນອ່ືນໆ. ມາຮອດປະຈຸບັນ, ການຫລິ້ນວ່າວ ຢູ່ ເຫ້ວ ພວມໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາກາຍເປັນການສິລະປະຫລິ້ນວ່າວ ທີ່ເຂັ້ມຂົ້ນໄປດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນ ກຸງເກົ່າເຫ້ວ.
ການຜະລິດວ່າວຢູ່ ເຫ້ວ
ພາບ:internet
|
ພາກເຫນືອຫວຽດນາມ ມີວ່າວຂຸ່ຍທີ່ລືຊື່, ແຕ່ລະເທື່ອເມື່ອປ່ອຍວ່າວຂຶ້ນລ້ວນແຕ່ໄດ້ຍິນສຽງປີທີ່ມ່ວນອ່ອນຊອນ. ສ່ວນຊາວພາກໃຕ້ເຄີຍຫລິ້ນວ່າວແບບທັນສະໄຫມ. ສະເພາະຊາວ ພາກກາງ, ເປັນຕົ້ນແມ່ນຢູ່ເຫ້ວ, ວ່າວໄດ້ກາຍເປັນເຄື່ອງໝາຍທີ່ມີຊື່ສຽງ. ຫລາຍຄົນຖືວ່າ ສິລະປະປ່ອຍວ່າວເຫ້ວ ແມ່ນສິລະປະຟ້ອນຕຸກກະຕາຢູ່ເທິງເວຫາ. ເພ່ືອຜະລິດວ່າວທີ່ງາມຕາ, ຜູ້ເຮັດວ່າວຕ້ອງມີສີມື ແລະ ມີປະສົບການມາເປັນເວລາຫລາຍປີ. ລຸງ ຫງວຽນວັນຮ່ວາງ, ແມ່ນຫນຶ່ງໃນຈຳນວນນັກສິລະປະການ 2 ຄົນ ໄດ້ຮັບການຮັບຮອງຈາກແຂວງ ເທື່ອທຽນເຫ້ວ ວ່າ ແມ່ນນັກສິລະປະການເຮັດວ່າວທີ່ເປັນມູນເຊື້ອຂອງເຫ້ວ. ລຸງ ຫງວຽນວັນຮ່ວາງໃຫ້ຮູ້ວ່າຄອບຄົວລຸງແມ່ນລຸ້ນທີ 4 ທີ່ສືບທອດອາຊີບເຮັດວ່າວ. ລຸງ ຮ່ວາງ ໃຫ້ຮູ້ວ່າ: ວ່າວເຫ້ວ ຖືກແບ່ງເປັນ 3 ປະເພດ: ວ່າວປະຖົມປະຖານ, ວ່າວພື້ນເມືອງ ແລະ ວ່າວທັນສະໄຫມ. ໃນນັ້ນ ວ່າວພື້ນເມືອງ ໂດຍນັກສິລະປະການເຫ້ວ ຜະລິດ ຈຶ່ງມີສີສັນພິເສດສະເພາະຂອງວ່າວເຫ້ວໄດ້. ດ້ວຍຄວາມເມົາມົວ ແລະ ຄວາມເກັ່ງກ້າສາມາດຂອງຕົນ, ນັກສິລະປະການວ່າວເຫ້ວລຸ້ນຕ່າງໆ ໄດ້ຜະລິດວ່າວຂະໜາດໃຫຍ່ນັບພັນປະເພດທີ່ແຕກຕ່າງກັນ, ດ້ວຍຮູບນົກ, ສັດປ່າທຸກປະເພດ. ລຸງຮ່ວາງໃຫ້ຮູ້ວ່າ:
“ນະຄອນເຫ້ວແມ່ນເຂດດິນແດນແຫ່ງລາຊະວັງເກົ່າ, ສະນັ້ນ ວ່າວເຫວ໋ເຄີຍໄດ້ຮັບການອອກແບບຕາມຮູບສັດທີ່ເຄີຍເຫັນໃນລາດຊະວັງຄື: ຮູບມັງກອນ, ຮູບນົກຫົງ, ຮູບແມງກະເບື້ອງ,”
ວ່າວແຕ່ລະອັນແມ່ນຜະລິດຕະພັນສິລະປະຫນື່ງທີ່ໄດ້ຮັບການປະສົມປະສານລະຫວ່າງປະສົບການ,ໂຄງປະກອບ, ແນວຄວາມຄິດ ແລະ ພອນສະຫວັນດ້ານຈິດຕະກຳ. ລຸງ ຮ່ວາງໃຫ້ຮູ້ວ່າ:
“ສິ່ງສຳຄັນທີ່ສຸດແມ່ນໂຄງປະກອບ, ຮູບຮ່າງ, ຄວາມສົມດູນ, ຂະຫນາດໃຫຍ່ນ້ອຍຂອງພາກສ່ວນປະກອບ, ທັງໝົດເຫຼົ່ານັ້ນໄດ້ສົ່ງຜົນສະທ້ອນເຖິງຄຸນນະພາບຊອງວ່າວເມື່ອບິນຂຶ້ນ. ໃນນັ້ນໂຄງປະກອບຂອງວ່າວມີລັກສະນະຕັດສິນຊີ້ຂາດ.”
ວ່າວເຫ້ວ ເຮັດດ້ວຍມື ສະນັ້ນ ມີລາຄາສູງກວ່າ, ຕຳ່ສຸດ ແຕ່ 500.000-600.000 ດົ່ງ/ອັນ, ບາງອັນມີລາຄາເຖິງ 2,3 ລ້ານດົງ. ຊຳ້ບໍ່ໜຳ, ວ່າວຮູບມັງກອນສົ່ງອອກແຕ່ລະອັນຕ້ອງເຮັດໃນໄລຍະ 2,5 ເດືອນ, ມີລາຄາເຖິງ 5 ລ້ານດົ່ງ. ປະຈຸບັນ, ຜູ້ຊັ່ງຊື້ວ່າວເຫ້ວ ສ່ວນຫລາຍແມ່ນຊາວຕ່າງປະເທດ.
ຊາວຕ່າງປະເທດເຄີຍມາຊື້ວ່າວຂອງເຫ້ວ
ພາບ:internet
|
ໃນສິລະປະເຮັດວ່າວເຫ້ວ,ວ່າວຮູບມັງກອນ ແລະ ວ່າວນົກຫົງ ແມ່ນວ່າວສອງປະເພດທີ່ໄດ້ຮັບຖືວ່າແມ່ນສະຖິຕິແຫ່ງການເຮັດວ່າວຫວຽດນາມ ແລະ ໂລກ. ວ່າວຮູບມັງກອນ ມີຄວາມຍາວເກືອບ 150 ແມັດ, ວ່າວຮູບນົກຫົງ ມີຄວາມຍາວ 240 ແມັດ, ນຳ້ຫນັກກວ່າ 7 ກິໂລກາມ ແລະ ຜະລິດໃນໄລຍະ 2 ເດືອນຈຶ່ງສຳເລັດ. ວ່າວມັງກອນ ແລະ ວ່າວນົກ ລ້ວນແຕ່ມີຫນ້າຢູ່ບັນດາງານມະໂຫລານວ່າວພາຍໃນປະເທດ ແລະ ສາກົນຄື: ງານມະໂຫລານວ່າວ ອາຊີ ຢູ່ ໄທ, ງານມະໂຫລານວ່າວ ເກາະ Reunion ອະຟຼິກາ, ງານມະໂຫລານວ່າວຢູ່ ນະຄອນ Sainte Maire, ງານມະໂຫລານວ່າວສາກົນ ການາດາ..ແລະ ພິເສດ ແມ່ນງານມະໂຫລານວ່າວສາກົນຈັດຂຶ້ນຢູ່ Dieppe ປະເທດ ຝລ່ັງ 2 ປີເທື່ອຫນຶ່ງ, ຊື່ງແມ່ນເຂດທີ່ໄດ້ຮັບຖືວ່າເມືອງເອກຂອງສິລະປະປ່ອຍວ່າວໂລກ.
ທ່ານ ຫງວຽນດືກເມົ້າ, ຊາວ ນະຄອນ ເຫ້ວ ໃຫ້ຮູ້ວ່າ:
“ຄາວເຍົາໄວ, ຊາວ ເຫ້ວເຄີຍຕິດພັນກັບການຫລິ້ນວ່າວ. ວ່າວເຫ້ວ ໄດ້ຮັບການປະດັບປະດາຢ່າງສວຍງາມ ແລະ ເມື່ອບິນຂຶ້ນທ້ອງຟ້າ, ມັນໄດ້ສ້າງການແຂ່ງຂັນກັນໃນເວຫາ, ອັນໄດ້ເຮັດໃຫ້ທ້ອງຟ້າເຫ້ວມີຊີວິດຊີວາ.”
ບໍ່ພຽງແຕ່ເດັກນ້ອຍເທົ່ານັ້ນ, ຫາກຊາວຫນຸ່ມ, ຜູ້ເຖົ້າຜູ້ແກ່, ຜູ້ຊາຍ ຫລື ຜູ້ຍິງ, ຊາວເຫ້ວ ທຸກຄົນ ຕ່າງກໍເມົາມົວກັບການຫຼິ້ນວ່າວ. ເພາະວ່າ ວ່າວເຫ້ວ ໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງກຸງເກົ່າເຫ້ວ.