ວາດຟ້ອນບູຮານທັງລອງ-ຮ່າໂນ້ຍ ແມ່ນສິ່ງທີ່ຍອດຍິ່ງລະຫວ່າງການການປະສົມກົມກຽວຂອງບັນດາພື້ນຖານວັດທະທຳ. ນີ້ແມ່ນຮູບແບບດຳເນີນຊີວິດພື້ນເມືອງໃນຊີວິດການເປັນຢູ່ຂອງຊາວນະຄອນຫຼວງໃນເມື່ອກ່ອນແຕ່ຕາມການເວລາ, ວາດຟອນບູຮານພວມຄ່ອຍໆຖືກສູນຫາຍໄປໃນຊີວິດທີ່ທັນສະໄໝ. ເຊີນທ່ານພົບປະກັບນັກສິລະປິນ ເລຮົ່ງທັງ ຊື່ງແມ່ນຜູ້ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ສິລະປະຟ້ອນບູຮານທັງລອງ.
ວາດຟ້ອນບູຮານທັງລອງ-ຮ່າໂນ້ຍ
(ພາບ:tuyensinh.dantri.com.vn)
ໂດຍໄດ້ຮັບການກຳເນີດຢູ່ເຂດດິນແດນທີ່ເຕັມໄປດ້ວຍມູນເຊື້ອລາມກິງ, ແຂວງແທງຮົວ, ນັກສິລະປິນເລຮົ່ງທັງ ໄດ້ຕິດພັນກັບບັນດາວາດຟ້ອນບູຮານທັງລອງ-ຮ່າໂນ້ຍ ນັບແຕ່ຊຸມປີ 60, ເມື່ອລາວໄດ້ມານະຄອນຫຼວງເພື່ອຮຽນຢູ່ໂຮງຮຽນຟ້ອນຫວຽດນາມ, ເມື່ອໄດ້ສຳພັດກັບບັນດາວາດຟ້ອນຂອງນະຄອນຫຼວງ. ນັກສິລະປິນເລຮົ່ງທັງ ຍິ່ງມີຄວາມຮັກຕໍ່ວາດຟ້ອນບູຮານນີ້ກ່ວາ, ບັນດາວາດຟ້ອນນີ້ແມ່ນຊັບສົມບັດອັນລ້ຳຄ່າ, ສະແດງໃຫ້ເຫັນຫົວຄິດປະດິດສ້າງຂອງຊາວນະຄອນຫຼວງໃນເມື່ອກ່ອນ. ນັກສິລະປິນເລຮົ່ງທັງ ເວົ້າວ່າ:
“ວັດທະນະທຳຟ້ອນແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນ, ແມ່ນປັດໄຈສ້າງເປັນພື້ນຖານອະລິຍະທຳຮ່າໂນ້ຍ. ຖ້າຢາກເຂົ້າໃຈຊາວຮ່າໂນ້ຍໃນເມື່ອກ່ອນ, ມີຄວາມຍອດຍິ່ງ, ຄວາມເລິກແລບ….ຄືແນວໃດແມ່ນຕ້ອງຊົມບັນດາວາດຟ້ອນ. ຂ້າພະເຈົ້າຮັກວາດຟ້ອນບູຮານຂອງຮ່າໂນ້ຍ ທີ່ສຸດ ແລະ ເຫັນວ່າຕ້ອງຟື້ນຟູມັນຄືນໃໝ່, ຕ້ອງຮັກສາ ແລະ ເສີມຂະຫຍາຍສິ່ງເຫຼົ່ານັ້ນໃຫ້ແກ່ຄົນລຸ້ນຫຼັງ”
ຊອກຫາສິ່ງເກົ່າແກ່ໃນບັນດາວາດຟ້ອນແມ່ນຍາກຫຼາຍ ແຕ່ການຟື້ນຟູ ແລະ ຮັກສາມັນຍິ່ງມີຄວາມຫຍຸ້ງຍາກກ່ວາອີກ. ນັກສິລະປິນດີເດັ່ນຫງວຽນວັນບິກ, ປະທານສະມາຄົມນັກສິລະປິນຟ້ອນຮ່າໂນ້ຍ ໃຫ້ຮູ້ວ່າ:
“ເອື້ອຍທັງແມ່ນຜູ້ໄດ້ອຸທິດສ່ວນກຳລັງເຫື່ອແຮງຫຼາຍທີ່ສຸດ ແລະ ໄດ້ໄປສະແດງຢູ່ທອ້ງຖິ່ນຕ່າງໆ, ເອື້ອຍໄດ້ຮັກສາສີສັນສະເພາະຂອງວາດຟ້ອນຟູ່ດົງ ແລະ ເລະເມີດໄວ້. ເອື້ອຍເຄີຍເວົ້າກັບຊາວທ້ອງຖິ່ນວ່າຕ້ອງຮັກສາສິ່ງທີ່ລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້. ເອື້ອຍມີການອຸທິດສ່ວນຫຼາຍຢ່າງ ແລະ ມີການຄົ້ນຄ້ວາລະອຽດ”
(ພາບ:nhansuvietnam.vn)
ໂດຍຕ່າງກັບບັນດານັກສິລະປິນ, ນັກສະສົມອື່ນໆ, ນັກສິລະປິນເລຮົ່ງທັງ ບໍ່ພຽງແຕ່ໄດ້ຟື້ນຟູສີສັນສະເພາະຂອງບັນດາວາດຟ້ອນບູຮານໄດ້ເທົ່ານັ້ນ, ລາວຍັງເຮັດໃຫ້ວາດຟ້ອນນັ້ນມີຊີວິດຊີວາອີກດ້ວຍ. ນັກຄົ້ນຄ້ວາວັດທະນະທຳພື້ນເມືອງເລແທງບາວ ໃຫ້ຂໍ້ສັງເກດວ່າ:
“ສີສັນສະເພາະຂອງວາດຟ້ອນບູນຮານແມ່ນການສະແດງ, ແຕ່ສິ່ງຕົ້ນຕໍຢູ່ນີ້ນັ້ນແມ່ນສາມາດຟື້ນຕົວບັນດາລີລາວາດຟ້ອນພາສາບູຮານໄວ້ໄດ້ແລ້ວ. ມັນມີຈຸດພິເສດສະເພາະຍ້ອນບັນດາລີລາການສະແດງລ້ວນແຕ່ສະຫງຽມຄ່ຽມຄົມ“
ໂດຍໄດ້ທຳອາຊີບນີ້ມາເປັນເວລາກ່ວາ 50 ປີ, ນັກສິລະປິນເລຮົ່ງທັງ ໄດ້ປະກອບສ່ວນຟື້ນຟູກ່ວາ 10 ວາດຟ້ອນບູຮານສຳເລັດຜົນ. ປະຈຸບັນ, ເຖິງວ່າມີອາຍຸເກືອບ 70 ປີແລ້ວກໍ່ຕາມແຕ່ນັກສິລະປິນເລຮົ່ງທັງ ຍັງດຸໝັ່ນຄົ້ນຄ້ວາເອກະສານ, ຊອກຮູ້ບັນດາວາດຟ້ອນເກົ່າ ແລ້ວຊອກຫາວິທີຮັກສາບັນດາວາດຟ້ອນເກົ່າໄວ້ໃຫ້ຄົນລຸ້ນຫຼັງ.