ຮ້ານກາເຟ Art ຢູ່ເຮືອນເລກທີ່ 75 ຖະໜົນກວານແທ໋ງ - ນະຄອນຫຼວງຮ່າໂນ້ຍ (ພາບ: internet)
|
ຢູ່ເຮືອນເລກທີ່ 75 ຖະໜົນກວານແທ໋ງ - ນະຄອນຫຼວງຮ່າໂນ້ຍ ມີຮ້ານກາເຟ ນ້ອຍຮ້ານໜຶ່ງທີ່ມີຊື່ວ່າ “ ຮ້ານ Art ” . ຮ້ານນີ້ບໍ່ສູ້ມີແຂກຫຼາຍ, ແຕ່ພັດເປັນທີ່ຮູ້ຈັກກັນດີຂອງວົງການສິລະປິນ, ໂດຍສະເພາະແມ່ນບັນດາຜູ້ເມົາມົວ, ນິຍົມວັດຖຸບູຮານໃນທົ່ວປະເທດ, ຍ້ອນວ່າຢູ່ແຫ່ງນີ້ບໍ່ພຽງແຕ່ເກັບຮັກສາບັນດາພາບແຕ້ມຂອງນັກຈິດຕະກອນທີ່ມີຊື່ສຽງເທົ່ານັ້ນ, ຫາກຍັງເປັນແຫ່ງເກັບຮັກສາ, ວາງສະແດງວັດຖຸບູຮານທີ່ມີຄ່າຫຼາຍຢ່າງ. ເຈົ້າຂອງຫ້ອງວາງສະແດງວັດຖຸບູຮານນັ້ນ ແມ່ນພໍ່ຕູ້ Nguyen Truong , ລາວເປັນປະທານສະໂມສອນຫຼິ້ນເຄື່ອງບູຮານແຫ່ງໜຶ່ງຢູ່ຮ່າໂນ້ຍ.
ພໍ່ຕູ້ Nguyen Truong ເຈົ້າຂອງຮ້ານກາເຟ Art
|
ໂດຍເອີ້ນວ່າເປັນຮ້ານກາເຟ, ແຕ່ຢູ່ບ່ອນນີ້ປຽບເໝືອນຫ້ອງຮັບແຂກທີ່ລຽບງ່າຍຂອງຄອບຄົວໃດໜຶ່ງ. ຫ້ອງນີ້ມີເນື້ອທີ່ 20 ຕາແມດ , ໃນຫ້ອງມີໂຕະຕັ່ງພຽງ 2 ຊຸດ ພ້ອມດ້ວຍບັນດາຕູ້ນ້ອຍໃຫຍ່ວາງສະແດງວັດຖຸບູຮານຫຼາຍຢ່າງ. ສຳລັບ ພໍ່ຕູ້ Nguyen Truong ຊຶ່ງແມ່ນເຈົ້າຂອງຮ້ານກາເຟ Art ແລ້ວ, ເລື່ອງເປີດ ຮ້ານກາເຟ ບໍ່ແມ່ນເພື່ອຈຸດປະສົງດຳເນີນທຸລະກິດ, ຫາກເພື່ອໃຊ້ເປັນແຫ່ງພົບປະແລກປ່ຽນ, ແບ່ງປັນຄວາມເມົາມົວກັບບັນດາຜູ້ເມົາມົວ, ນິຍົມວັດຖຸບູຮານໃນທົ່ວປະເທດ. ພໍ່ຕູ້ Nguyen Truong ເປີດເຜີຍວ່າ :
“ ຂ້າພະເຈົ້າໂຊກດີທີ່ໄດ້ມີຊີວິດໃນຄອບຄົວນິຍົມດ້ານສິລະປະ. ແຕ່ກີ້, ພໍ່ຂ້າພະເຈົ້າໄດ້ຮຽນຢູ່ໂຮງຮຽນວິທະຍາໄລວິຈິດຕະກຳ ດົງເຢືອງ, ແລະ ເມື່ອກ່ອນນີ້ເຮືອນຂອງຄອບຄົວຂ້າພະເຈົ້າກໍເປັນແຫ່ງພົບປະແລກປ່ຽນຂອງຈິດຕະກອນຫຼາຍຄົນ ທີ່ມີຊື່ສຽງໃນທົ່ວປະເທດ. ພວກເພິ່ນມານີ້ເພື່ອແລກປ່ຽນໂອ້ລົມກ່ຽວກັບດ້ານສິລະປະກັບພໍ່ຂ້າພະເຈົ້າ. ດັ່ງນັ້ນ ຂ້າພະເຈົ້າໄດ້ມີໂອກາດສຳພັດກັບດ້ານສິລະປະ, ພາຍຫຼັງມາ ເຖິງວ່າບໍ່ເດີນຕາມຂະແໜງສິລະປະກໍຕາມ, ແຕ່ຂ້າພະເຈົ້າມີຄວາມຮູ້ຄວາມເຂົ້າໃຈ ແລະ ເມົາມົວກັບສິລະປະ ”
ພໍ່ຕູ້ Nguyen Truong ໄດ້ເມົາມົວຊອກຫາວັດຖຸບູຮານ ຜ່ານບັນດາການເດີນທາງໄປຍັງເຂດດິນເໜືອສຸດ ແລະ ໃຕ້ສຸດຂອງປະເທດຊາດ, ບາງຄັ້ງລາວກໍໄປຮອດເຂດໝູ່ເກາະທີ່ຫ່າງໄກເພື່ອຊອກຫາວັດຖຸບູຮານ. ໄປຫຼາຍແຫ່ງ, ໄດ້ພົບກັບຫຼາຍຄົນ ກໍຍິ່ງເພີ່ມຄວາມຮູ້ ບົດຮຽນຫຼາຍຢ່າງ. ຜ່ານການເວລາ ຊຸດເຄື່ອງບູຮານຂອງພໍ່ຕູ້ Nguyen Truong ນັບມື້ນັບອຸດົມສົມບູນຂຶ້ນ. ນາງ Le Thi minh Tam ຢູ່ຖະໜົນຊ້າດານ-ຮ່າໂນ້ຍ ຊຶ່ງແມ່ຜູ້ນິຍົມວັດຖຸບູຮານໃຫ້ຮູ້ວ່າ :
“ ຮ້ານຂອງພໍ່ຕູ້ມີວັດຖຸບູຮານທີ່ມີຄ່າຫຼາຍຢ່າງ ຄື ເຄື່ອງບູຮານທີ່ມີມາຈາກສະໄໝສັກດີນາຂອງຈີນ, ເຄື່ອງບູຮານທີ່ມີມາແຕ່ສະໄໝລາດຊະວົງຫຼີ, ລາດຊະວົງເຈີນ, ເລ ຂອງຫວຽດນາມ. ເຄື່ອງບູຮານເຫຼົ່ານັ້ນລ້ວນແຕ່ຊ້ອນແຝງຂໍ້ມຸນ ແລະ ຄວາມໝາຍຂອງມັນ. ຂ້າພະເຈົ້າມານີ້ ແມ່ນເພື່ອຮຽນເອົາຄວາມຮູ້, ບົດຮຽນຈາກບັນດາຜູ້ມີປະສົບການໃນການຫຼິ້ນເຄື່ອງບູຮານ ”
ເຂົ້າໄປ ຮ້ານກາເຟ Art, ແຂກຄົນທັງຫຼາຍບໍ່ພຽງແຕ່ພໍໃຈກັບຈອກກາເຟທີ່ມີລົດຫອມພິເສດໂດຍເຈົ້າຂອງຮ້ານປຸງເອງເທົ່ານັ້ນ, ຫາກຍັງແມ່ນໂອກາດໄດ້ຮັບຊົມ, ຄົ້ນຫາສິ່ງທີ່ມີປະໂຫຍດໃນປະຫວັດສາດຜ່ານວັດຖຸບູຮານຕ່າງໆ. ສຳລັບ ພໍ່ຕູ້ Nguyen Truong ແລະ ບັນດາຜູ້ເຂົ້າຮ່ວມ ສະໂມສອນຫຼິ້ນເຄື່ອງບູຮານຂອງລາວແລ້ວ, ວັດຖຸບູຮານແຕ່ລະຢ່າງ ໄດ້ກາຍເປັນຂົວວັດທະນະທຳເຊື່ອມຕໍ່ລະຫວ່າງລຸ່ນປູຍ່າຕາຍາຍສະໄໝກ່ອນກັບລຸ່ນຄົນປະຈຸບັນ.