(vovworld) - ນັບແຕ່ຂົວເກິ່ນເທີໄດ້ນຳເຂົ້າໃຊ້ການ ແລະ ເປີດສາຍການບິນຈາກເກິ່ນເທີ ໄປຍັງເຂດພາກຕ່າງໆໃນທົ່ວປະເທດ, ຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ມາທ່ອງທ່ຽວເກິ່ນເທີນັບມື້ນັບຫຼາຍ. ໂດຍນອນຢູ່ໃຈກາງເຂດທົ່ງພຽງແມ່ນຳ້ຂອງ, ເກິ່ນເທີ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວຊີວະພາບ, ທ່ອງທ່ຽວຕາມລຳແມ່ນຳ້.
ຕະຫຼາດບົນໜ້ານຳ້ກ໋າຍຮັງ
ໃນຊຸມປີມໍ່ໆມານີ້, ບັນດາສະຖານທີ່ທ່ອງທ່ຽວຊີວະພາບຢູ່ເມືອງຟອງດ່ຽນ ຍາມໃດກໍ່ແມ່ນຈຸດເລືອກເຟັ້ນ, ເມື່ອນັກທ່ອງທ່ຽວມາຢ້ຽມຢາມເກິ່ນເທີ. ເພາະວ່ານັບແຕ່ກ່ອນມານີ້, ນີ້ແມ່ນເຂດຊົນນະບົດທີ່ສວຍງາມດ້ວຍສວນໝາກໄມ້ນາໆຊະນິດ. ແຕ່ມັນຈະມີຄວາມຈັບອົກຈັບໃຈກວ່າ, ເມື່ອນັກທ່ອງທ່ຽວເຂົ້າຮ່ວມລາຍການທ່ອງທ່ຽວຕາມລຳແມ່ນຳ້ດ້ວຍເຮືອນ້ອຍຈາກທ່ານິງກ່ຽວ, ຜ່ານຕະຫຼາດເກົ່າເກິ່ນເທີ, ຕະຫຼາດບົນໜ້ານຳ້ກ໋າຍຣັງ… ທ່ານ ຫວໍແທ່ງຢຸບ, ຜູ້ອຳນວຍການສູນສົ່ງເສີມການຄ້າ - ການທ່ອງທ່ຽວເມືອງຟອງດ່ຽນ, ໃຫ້ຮູ້ວ່າ: ເມືອງໄດ້ຮັບການກຳນົດວ່າແມ່ນເຂດຕົວເມືອງຊີວະພາບທາງທິດຕາເວັນຕົກ, ແມ່ນ “ປອດຂຽວ“ ຂອງນະຄອນ. ໄລຍະຜ່ານມາ, ທາງທ້ອງຖີ່ນໄດ້ມີແຜນນະໂຍບາຍຍູ້ແຮງການພັດທະນາຂະແໜງທ່ອງທ່ຽວ; ຜ່ານນັ້ນ, ຖືການທ່ອງທ່ຽວແມ່ນປະຖົມປັດໃຈໃຫ້ແກ່ການພັດທະນາດ້ານການຄ້າ - ການບໍລິການ.
“ພວກເຮົາສຸມໃສ່ການຍົກສູງຄຸນນະພາບບັນດາສະຖານທີ່ທ່ອງທ່ຽວ ເພື່ອຮັບໃຊ້ນັກທ່ອງທ່ຽວໃຫ້ດີ. ພ້ອມທັງສ້າງຮູບແບບທ່ອງທ່ຽວປະຊາຄົມ, ທ່ອງທ່ຽວມີຄວາມຮັບຜິດຊອບ. ປີນີ້ຈະສຸມໃສ່ສອງຮູບແບບນີ້, ດ້ວຍບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ເຊັ່ນ: ໝູ່ບ້ານທ່ອງທ່ຽວມີ້ແຄ໋ງ, ທ່ອງທ່ຽວຈິດວີນຍານຢູ່ວັດຈຸກເລີມເຟືອງນາມ. ສະຖານທີ່ທັງສອງນີ້ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມຫຼາຍທີ່ສຸດ.“
ເກິ່ນເທີ ມີລະບົບແມ່ນຳ້ລຳເຊທີ່ເປັນເອກະລັກສະເພາະຂອງເຂດນຳ້. ດ້ວຍທ່າແຮງດັ່ງກ່າວ, ໃນຊຸມປີມໍ່ໆມານີ້, ເກິ່ນເທີໄດ້ເອົາໃຈໃສ່ເປັນພິເສດເຖິງການລົງທຶນໂດຍມີຈຸດສຸມ ເພື່ອແນໃສ່ພັດທະນາການທ່ອງທ່ຽວ. ທ່ານ ເລມິງເຊີນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເກິ່ນເທີ, ໃຫ້ຮູ້ວ່າ: ຈາກການລົງທຶນຢ່າງຖືກທິດ, ການທ່ອງທ່ຽວຂອງນະຄອນພວມມີບັນດາບາດກ້າວຫັນປ່ຽນຢ່າງຕັ້ງໜ້າ, ນັບແຕ່ການກໍ່ສ້າງ, ຜັນຂະຫຍາຍບັນດາຜະລິດຕະພັນທ່ອງທ່ຽວ, ລາຍການທ່ອງທ່ຽວ, ຕະຫຼອດຮອດການເຄື່ອນໄຫວຮ່ວມສຳພັນ, ການໂຄສະນາ … ເພື່ອແນໃສ່ສ້າງທີ່ຕັ້ງກໍ່ຄືຮູບພາບການທ່ອງທ່ຽວສະເພາະໃຫ້ແກ່ຕົນ. ປີ 2014, ຂະແໜງທ່ອງທ່ຽວເກິ່ນເທີ ໄດ້ຮັບແຂກທ່ອງທ່ຽວກວ່າ 1,3 ລ້ານເທື່ອຄົນມາຢ້ຽມຢາມ, ດ້ວຍລາຍຮັບຈາກການທ່ອງທ່ຽວແມ່ນກວ່າ 1.100 ຕື້ດົ່ງ. ສິ່ງດັ່ງກ່າວເປັນການພິສູດໃຫ້ເຫັນວ່າ, ການທ່ອງທ່ຽວຂອງນະຄອນໄດ້ມີສັນຍານທີ່ຕັ້ງໜ້າໃນວຽກງານສ້າງບັນດາຜະລິດຕະພັນທ່ອງທ່ຽວ; ພ້ອມທັງສົ່ງເສີມ, ໂຄສະນາ, ຮ່ວມສຳພັນພັດທະນາການທ່ອງທ່ຽວກັບບັນດາເຂດ, ພາກ, ສູນທ່ອງທ່ຽວຕົ້ນຕໍ ຢ່າງມີປະສິດທິຜົນ. ທ່ານ ເລມິງເຊີນ, ໃຫ້ຮູ້ຕື່ມອີກວ່າ:
“ພວກຂ້າພະເຈົ້າຈະສຸມໃສ່ລົງທຶນໃສ່ບັນດາຜະລິດຕະພັນທ່ອງທ່ຽວພິເສດສະເພາະ, ໃນນັ້ນມີຕະຫຼາດບົນໜ້ານຳ້ກ໋າຍຣັງ. ຄຽງຂ້າງນັ້ນຈະຂຸດຄົ້ນບັນດາລາຍການທ່ອງທ່ຽວຕາມລຳແມ່ນຳ້ເຫົ້າ ກໍ່ຄືສວນໝາກໄມ້, ເຂດທ່ອງທ່ຽວຢ່າງມີປະສິດທິຜົນ.“
ທ່ອງທ່ຽວຕາມລຳແມ່ນຳ້ເຫົ້າ
ໂດຍກຳນົດວ່າເສດຖະກິດທ່ອງທ່ຽວ ແມ່ນໜຶ່ງໃນບັນດາທ່າແຮງໃນການພັດທະນາເສດຖະກິດ, ປະຈຸບັນ, ເກິ່ນເທີໄດ້ ແລະ ພວມສຸມໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາຮູບແບບ, ຜະລິດຕະພັນທ່ອງທ່ຽວໃໝ່ຕື່ມອີກ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ທ່ານ ເລວັນເຕິມ, ຮອງປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ, ຊີ້ແຈ້ງວ່າ: ຂະແໜງທ່ອງທ່ຽວນະຄອນຈະສ້າງຜະລິດຕະພັນທ່ອງທ່ຽວໃໝ່ຈຳນວນໜຶ່ງຄື: ລາຍການສິລະປະວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຂະແມ; ລະບົບເຮືອນບູຮານ, ງານບຸນໝາກໄມ້ເຕິນລົກ, ຟື້ນຟູສວນນົກຍາງບັ່ງລັງ ແລະ ບ້ານດອກໄມ້ຟໍ໋ທໍ້ - ບ່າໂບ້. ພ້ອມທັງຈັດຕັ້ງລາຍການທ່ອງທ່ຽວຢູ່ນິຄົມຕ່າງໆ.
“ນອກຈາກບູລະນະ, ຍົກລະດັບ, ປັບປຸງລາຍການເຄື່ອນໄຫວຕ່າງໆເພື່ອຮັບປະກັນໃຫ້ແກ່ການພັດທະນາການທ່ອງທ່ຽວແລ້ວ, ທາງນະຄອນຈະສືບຕໍ່ສ້າງຜະລິດຕະພັນທ່ອງທ່ຽວຕື່ມອີກຈຳນວນໜຶ່ງ. ມີປູຊະນີຍະສະ
ຖານຫຼາຍແຫ່ງກໍ່ໄດ້ຮັບການລົງທຶນກໍ່ສ້າງໃໝ່ອີກດ້ວຍ“.
ໃນຫຼາຍປີກ່ອນນີ້, ເມື່ອໄປຢ້ຽມຢາມເຂດທົ່ງພຽງແມ່ນຳ້ຂອງ, ນັກທ່ອງທ່ຽວສ່ວນຫຼາຍຄິດວ່າ, ພຽງແຕ່ມາຢ້ຽມຢາມສະຖານທີ່ທ່ອງທ່ຽວແຫ່ງດຽວໃນເຂດເທົ່ານັ້ນ ກໍ່ສາມາດຮູ້ໄດ້ໝົດທົ່ວທັງເຂດ, ດັ່ງນັ້ນມັນບໍ່ສ້າງຄວາມດຶງດູດໃຫ້ແກ່ນັກທ່ອງທ່ຽວ. ແຕ່ປະຈຸບັນ, ດ້ວຍຄວາມມານະພະຍາຍາມລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ບູລະນະ, ອານຸລັກຮັກສາທັດສະນີຍະພາບ ແລະ ຊັບພະຍາກອນທຳມະຊາດ, ທ່າແຮງດ້ານການທ່ອງທ່ຽວຊີວະພາບ, ທ່ອງທ່ຽວຕາມລຳແມ່ນຳ້ຢູ່ເກິ່ນເທີ ໄດ້ ແລະ ພວມດຶງດູດນັກທ່ອງທ່ຽວມາຢ້ຽມຢາມນັບມື້ນັບຫຼາຍ.