(vovworld)- ເມື່ອລະດູໃບໄມ້ຫຼົ່ນຂອງແຕ່ລະປີວຽນມາ, ນັກທ່ອງທ່ຽວພາກັນ ໄປຍັງເຂດໄຕບັກ(ໝາຍເຖິງເຂດຕາເວັນຕົກສ່ຽງເຫນືອຂອງຫວຽດນາມ) ເພື່ອຊົມທິວທັດທຳມະຊາດທີ່ສວຍງາມຂອງນາຂັ້ນໄດໃນຍາມສຸກເຫຼືອງ, ດົມກິ່ນຫອມຫວນ ແລະ ເຂົ້າຮ່ວມ ບຸນເຂົ້າເໝົ້າ( ບຸນເຂົ້າຈີ່ )ຂອງພໍ່ແມ່ປະຊາຊົນບັນດາເຜົ່າຄື: ໄຕ, ຜູ້ໄທ, ນຸ່ງ, ໄຢ໋, ມົ້ງ….. ນີ້ກໍແມ່ນຈຸດເວລາທີ່ປະຊາຊົນເກັບກ່ຽວເຂົ້າອ່ອນມາເຮັດ ເຂົ້າເໝົ້າ. ເຂົາເຈົ້າຜູ້ລະວຽກ, ຜູ້ຂົ້ວ, ຜູ້ຕຳ, ຜູ້ຮ່ອນ ໄດ້ເຮັດໃຫ້ບັນຍາກາດມີຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ນັ້ນກໍ່ແມ່ນວັດທະນະທຳອາຫານການກິນທີ່ດີງາມຂອງບັນດາເຜົ່າຢູ່ເຂດພູສູງໄຕບັກ.
ຊາວເຜົ່າຢູ່ໄຕບັກເຮັດເຂົ້າເໝົ້າ
|
ຕາມພໍ່ແມ່ປະຊາຊົນເຜົ່າຜູ້ໄທ ຢູ່ນ້ຳກໍ໋, ເມືອງ ມູກາງຈາຍ, ແຂວງອຽນບ໋າຍ ແລ້ວ, ໃນເມື່ອກ່ອນ ເຂົາເຈົ້າເຄີຍ ເລືອກເອົາເຂົ້າຫນຽວໄຮ່ ເພື່ອເຮັດເຂົ້າເໝົ້າ ເພາະເຂົ້າຊະນິດນີ້ເມັດເຕັມຫອມ ແລະ ໜຽວ. ປະຈຸບັນ, ຍ້ອນມີຄວາມຕ້ອງການນຳໃຊ້ເຂົ້າຫນຽວຂອງປະຊາຊົນແມ່ນໜ້ອຍກວ່າ, ເນື້ອທີ່ປູກເຂົ້າໄຮ່ບໍ່ມີຫຼາຍ ເພາະສະນັ້ນ ເຂົ້າເພື່ອເຮັດ ເຂົ້າເໝົ້າ ແມ່ນແນວພັນເຂົ້າໜຽວຕານ ຫຼື ເລືອງເຟື້ອງ, ແຕ່ສ່ວນຫລາຍ ແມ່ນແນວພັນເຂົ້າຕານ.
ເຖິງວ່າ ຈະປູກ ໃນນາທາມ ຫຼື ເທິງໄຮ່ ກໍຕາມ ແຕ່ເວລາເກັບກ່ຽວມາເຮັດເຂົ້າເໝົ້າ ເມັດເຂົ້າຕ້ອງຍັງມີນ້ຳນົມຢູ່ຫົວ, ເປືອກມີສີເຫຼືອງອ່ອນແລະບໍ່ທັນສຸກດີ. ຕ້ອງເລືອກເອົາເມັດເຂົ້າໄດ້ຄືແນວນັ້ນ ເຂົ້າເໝົ້າຈຶ່ງໜຽວ ແລະ ຫອມ. ເຂົ້າເກັບກ່ຽວມານັ້ນຕ້ອງປຸງແຕ່ງໃນທັນທີ, ເພາະວ່າຖ້າປະໄວ້ 2-3 ມື້ແລ້ວຈຶ່ງປຸງແຕ່ງ ເຂົ້າເໝົ້າຈະບໍ່ມີລົດຊາດ ບໍ່ຫອມ ແລະ ບໍ່ໜຽວອີກ. ເອື້ອຍ ລໍແທງເຟືອງ ຊາວບ້ານ ກໍ໋ທ໋າຍ, ຕາແສງນ້ຳກໍ໋ ເມືອງ ມູ່ກາງຈາຍ ໃຫ້ຮູ້ວ່າ:
“ເຂົ້າເພື່ອເຮັດ ເຂົ້າເໝົ້າ ຕ້ອງແມ່ນເຂົ້າບໍ່ທັນສຸກເຫລືອ, ຍັງມີນ້ຳນົມ, ເມັດເຕັມຈຶ່ງເກັບກ່ຽວມາເຮັດໄດ້”
ແມ່ຍິງຊາວເຜົ່າຢູ່ໄຕບັກເຮັດເຂົ້າເໝົ້າຮັບໃຊ້ນັກທ່ອງທ່ຽວ
|
ເຂົ້າອ່ອນທີ່ເກັບກ່ຽວມາຖືກໃສ່ໃນກະຕ່າໄມ້ໄຜ່ແລ້ວ, ລ້າງໃຫ້ສະອາດ ແລະ ຕາກໃຫ້ແຫ້ງ. ເລື່ອງເກັບກ່ຽວກໍ່ຕ້ອງຮັບປະກັນຖືກກັບວິທີ. ບັນດາແມ່, ເອື້ອຍເອົາຖວ້ຍນ້ອຍຂູດບັນດາຮວງເຂົ້າພໍດີ ໃຫ້ເຂົ້າຕົກອອກໃສ່ກະຕ່າ. ຫຼັງຈາກນັ້ນນຳມາຮ່ອນແລ້ວນຳເອົາໄປ ຂົ້ວ. ເມື່ອຂົ້ວ, ໄຟຕ້ອງພໍດີ, ບໍ່ແຮງ ແລະ ບໍ່ຄ່ອຍເກີນໄປ, ຄົນໃຫ້ສະໝ່ຳສະເໝີເພື່ອບໍ່ໃຫ້ໄຟໄໝ້. ຂົ້ວຈົນເວລາມີກິ່ນຫອມຂອງເມັດເຂົ້າ ແລະ ກັດລອງເບິ່ງ ຖ້າເຫັນວ່າເມັດເຂົ້າໜຽວແລ້ວ ຈະຖອກໃສ່ກະຕ່າປະໃຫ້ເຢັນ ຫຼັງຈາກນັ້ນຈຶ່ງເອົາໄປຕຳ. ພາຍຫຼັງຕຳ, ຮ່ອນຫຼາຍເທື່ອ ຈຶ່ງມີເມັດເຂົ້າມີສີຂຽວງາມຄືໃບຕອງຈື່ງ, ໜຽວ, ອ່ອນ ແລະ ມີລົດຊາດຫວານຂອງດິນ, ລົມ, ແດດ, ນ້ຳໝອກ ແລະ ທຳມະຊາດ. ເອື້ອຍ ລໍທິຮ່ຽນ ຢູ່ບ້ານກໍ໋ ໃຫ້ຮູ້ວ່າ:
“ເວລາຕຳເມັດເຂົ້າຕ້ອງເຢັນ ເພື່ອບໍ່ໃຫ້ເມັດເຂົ້າເໝົ້າຕິດກັນ. ຕຳໄດ້ໄລຍະໜຶ່ງຕ້ອງເອົາອອກໄປຮ່ອນ ເພື່ອບໍ່ໃຫ້ແກບຕິດໃສ່ເຂົ້າເໝົ້າ ຕ້ອງເຮັດຄືແນວນັ້ນ ຈົນເວລາເປັນ ເຂົ້າເໝົ້າຈຶ່ງແລ້ວ”
ຕາແສງນ້ຳກໍ໋, ປະຈຸບັນມີເນື້ອທີ່ປູກເຂົ້າເກືອບ 420 ເຮັກຕາ, ໃນນັ້ນເນື້ອທີ່ປູກເຂົ້າຫນຽວໄຮ່ກວມເກືອບ 50%. ໃນຊຸມປີຜ່ານມາ, ເມື່ອຮອດລະດູເກັບກ່ຽວ, ບັນດາປ້າ, ແມ່ ຢູ່ບ້ານຊົນເຜົ່າຜູ້ໄທບໍ່ພຽງແຕ່ເຮັດ ເຂົ້າເໝົ້າໃຫ້ລູກກິນ ຫຼື ເຮັດເປັນຂອງຂວັນໃຫ້ໝູ່ເພື່ອນ, ແຂກທີ່ມາຢ້ຽມຢາມເຮືອນເທົ່ານັ້ນ ຫາກຍັງມີສີມືໃນການຫໍ່ເຂົ້າເໝົ້າທີ່ຫອມ, ໜຽວ ດ້ວຍໃບຕອງທີ່ປູກໃນສວນ ເພື່ອຮັບໃຊ້ນັກທ່ອງທ່ຽວອີກດ້ວຍ. 2-3 ປີມານີ້ ພໍ່ແມ່ປະຊາຊົນໄດ້ເຮັດເຂົ້າເໝົ້າຫຼາຍກວ່າ. ເພື່ອເປັນການຮັກສາອາຊີບເຮັດ ເຂົ້າເໝົ້າຈາກລຸ້ນພໍ່, ລຸ້ນອ້າຍ, ເອື້ອຍ ລໍແທງເຟືອງ ໃຫ້ຮູ້ວ່າ:
“ເພື່ອເຮັດໄດ້ບັນດາເມັດເຂົ້າເໝົ້ານັ້ນ ຕ້ອງມີສີມືທີ່ຄ່ອງແຄ້ວຂອງບັນດາປ້າ, ບັນດາແມ່. ເມື່ອບັນດາປ້າ, ບັນດາແມ່ມີອາຍຸສູງ ບໍ່ສາມາດເຮັດໄດ້ແລ້ວ ຕົນເອງຈະສືບຕໍ່ເຮັດ ເພື່ອຮັກສາບັນດາເມັດເຂົ້າເໝົ້າໃຫ້ຂຽວສົດງົດງາມ, ແຊບນົວ ແລະ ມີກິ່ນຫອມຕະຫຼອດໄປ”
ນ້ຳກໍ໋ ພວມຢູ່ໃນລະດູເກັບກ່ຽວ, ຢູ່ຕາມບັນດານາຂັ້ນໄດ, ເຫັນວ່າຮວງເຂົ້າກ່ອງ ເມັດ ເຕັມແລະຫອມ. ເຂົ້າເໝົ້າໜຽວ, ຫອມ ຍິ່ງເຮັດໃຫ້ຮູບພາບຂອງເຂດພູສູງ ໄຕບັກ ມີຄວາມສວຍງາມກວ່າອີກ.